bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 36
Job 36
Lao Bible 2012 (ພຣະຄຳພີສັກສິ)
← Chapter 35
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 37 →
1
“ຈົ່ງອົດທົນຟັງຂ້ອຍເວົ້າຕໍ່ໄປຈັກໜ່ອຍແດ່ ແລະສິ່ງທີ່ຂ້ອຍເວົ້າເພື່ອເຫັນແກ່ພຣະເຈົ້າ.
3
ຄວາມຮອບຮູ້ຂ້ອຍກວ້າງ ຂ້ອຍຈະໃຊ້ສິ່ງທີ່ຮູ້ມາ ເພື່ອໃຫ້ຮູ້ວ່າພຣະເຈົ້າ ພຣະຜູ້ສ້າງຂ້ອຍຍຸດຕິທຳແທ້.
4
ບໍ່ມີສິ່ງໃດທີ່ຂ້ອຍເວົ້າກັບພວກເຈົ້າ ເປັນຄວາມບໍ່ຈິງ ພວກເຈົ້າໄດ້ເຫັນກັບຕາ ຄົນສະຫລາດຈິງໆຜູ້ໜຶ່ງ.
5
ພຣະເຈົ້າຍິ່ງໃຫຍ່ແທ້ ພຣະອົງບໍ່ລໍ້ລວງຜູ້ໃດ; ບໍ່ມີສິ່ງໃດເລີຍ ທີ່ພຣະອົງເຂົ້າໃຈບໍ່ໄດ້.
6
ພຣະອົງບໍ່ປ່ອຍໃຫ້ຄົນບາບ ມີຊີວິດຢູ່ຕໍ່ໄປ ແລະພຣະອົງເຮັດຕໍ່ຄົນຈົນ ຢ່າງຍຸດຕິທຳເລື້ອຍໆ.
7
ພຣະອົງປົກປ້ອງຄົນຊອບທຳ ໃຫ້ໄດ້ຮັບກຽດສືບໄປ ພຣະອົງໃຫ້ພວກເຂົາໄດ້ປົກຄອງ ດັ່ງກະສັດຜູ້ຍິ່ງໃຫຍ່.
8
ແຕ່ຖ້າປະຊາຊົນຖືກລ່າມໂສ້ແລະຄຸມຂັງ ທົນທຸກສຳລັບສິ່ງທີ່ພວກເຂົາໄດ້ເຮັດນັ້ນ
9
ພຣະເຈົ້າກໍສຳແດງໃຫ້ພວກເຂົາເຫັນການບາບຂອງພວກເຂົາ ພ້ອມທັງຄວາມອວດອ້າງຈອງຫອງດ້ວຍ.
10
ພຣະອົງເຮັດໃຫ້ພວກເຂົາໄດ້ຍິນຄຳຕັກເຕືອນຂອງພຣະອົງ ເພື່ອໃຫ້ພາກັນຫັນໜີຈາກຄວາມຊົ່ວຊ້າ.
11
ຖ້າພວກເຂົາເຊື່ອຟັງພຣະເຈົ້າ ແລະຮັບໃຊ້ພຣະອົງ ພວກເຂົາກໍໃຊ້ຊີວິດຢ່າງສະຫງົບສຸກ ແລະຮຸ່ງເຮືອງໄດ້.
12
ແຕ່ຖ້າບໍ່ດັ່ງນັ້ນ ກໍຈະຕາຍເສຍຢ່າງໂງ່ງ່າວ ແລະຈະຂ້າມແມ່ນໍ້າເຂົ້າໄປສູ່ແດນມໍຣະນາ.
13
ຄົນບໍ່ນັບຖືພຣະເຈົ້າກໍສືບຕໍ່ໃຈໂມໂຫ ແມ່ນແຕ່ຖືກໂທດທັນ ກໍບໍ່ພາວັນນາອະທິຖານຂໍໃຫ້ຊ່ວຍ.
14
ພວກເຂົາຕາຍໄປ ເມື່ອຍັງໜຸ່ມແໜ້ນແຂງແຮງດີ ຊີວິດຊຸດໂຊມລົງເສື່ອມເສຍກຽດ ແລະສັກສີດ້ວຍ.
15
ແຕ່ພຣະເຈົ້າສອນມະນຸດຜ່ານການທົນທຸກໃດ ແລະໃຊ້ຄວາມທຸກໃຈເພື່ອເປີດຕາພວກເຂົາເຈົ້າ.
16
ພຣະເຈົ້າໄດ້ນຳພວກເຈົ້າອອກຈາກອຸບປະສັກ ແລະໃຫ້ມ່ວນຊື່ນຢູ່ກັບຄວາມປອດໄພໄດ້. ທີ່ເທິງໂຕະຂອງເຈົ້າເຕັມໄປດ້ວຍຂອງດີ ມີອາຫານການກິນຢ່າງເຫລືອລົ້ນ.
17
ແຕ່ມາດຽວນີ້ ເຈົ້າພັດໄດ້ຮັບໂທດກຳ ຄືໂທດກຳທີ່ຄົນຊົ່ວສົມຄວນໄດ້ຮັບ.
18
ຈົ່ງລະວັງ ຢ່າໃຫ້ສິນຈ້າງລາງວັນຫລອກລວງ ຫລືຄວາມຮັ່ງມີ ພາເຈົ້າໄປທາງຜິດຍ້ອນ.
19
ສຽງຮ້ອງຂອງເຈົ້າ ຈະບໍ່ຊ່ວຍເຈົ້າໃຫ້ດີຂຶ້ນເລີຍ ບັດນີ້ ກຳລັງຂອງເຈົ້າທັງໝົດກໍຊ່ວຍຫຍັງບໍ່ໄດ້.
20
ຢ່າຫວັງວ່າກາງຄືນນັ້ນຈະມາເຖິງເລີຍ ຄືເວລາທີ່ຊົນຊາດທັງຫລາຍຈະຈິບຫາຍນັ້ນ.
21
ຈົ່ງລະວັງ ຢ່າຫັນໜ້າໄປຫາຄວາມຊົ່ວ ເຈົ້າທົນທຸກຢູ່ນັ້ນ ກໍເພື່ອກີດກັ້ນຈາກສິ່ງນີ້ແຫລະ.
22
ຈົ່ງຈົດຈຳໄວ້ວ່າ ພຣະເຈົ້າຊົງຣິດຍິ່ງໃຫຍ່ສໍ່າໃດ ພຣະອົງເປັນພຣະອາຈານຜູ້ໃຫຍ່ຍິ່ງແທ້ໆ.
23
ບໍ່ມີຜູ້ໃດບອກພຣະເຈົ້າໄດ້ວ່າຕ້ອງເຮັດຢ່າງໃດ ຫລືກ່າວຫາວ່າພຣະອົງເຮັດສິ່ງທີ່ຊົ່ວຊ້າ.
24
ພຣະອົງເປັນທີ່ຍົກຍໍເລື້ອຍໆໃນສິ່ງທີ່ຊົງກະທຳ ເຈົ້າກໍເຊັ່ນກັນຕ້ອງຍົກຍ້ອງສັນລະເສີນພຣະເຈົ້າ.
25
ທຸກໆຄົນຕ່າງກໍໄດ້ເຫັນສິ່ງທີ່ພຣະອົງກະທຳ ແຕ່ພວກເຮົາເບິ່ງເຫັນພຽງຢູ່ໄກໆເທົ່ານັ້ນ.
26
ພວກເຮົາຮູ້ບໍ່ໄດ້ຄວາມຍິ່ງໃຫຍ່ຂອງພຣະອົງທັງໝົດ ຫລືນັບຈຳນວນປີທັງຫລາຍຂອງພຣະອົງໄດ້.
27
ແມ່ນພຣະເຈົ້າທີ່ເອົານໍ້າຈາກແຜ່ນດິນໂລກເຮົາ ແລະປ່ຽນໃຫ້ເປັນເມັດຝົນຕົກລົງມາສູ່ໂລກ.
28
ພຣະອົງເຮັດໃຫ້ຝົນຕົກຈາກກ້ອນເມກທັງຫລາຍ ເປັນສາຍຝົນຫລັ່ງລິນລົງມາສຳລັບມະນຸດ.
29
ບໍ່ມີຜູ້ໃດຮູ້ວ່າກ້ອນເມກເຄື່ອນຍ້າຍໄປມາຢ່າງໃດ ຫລືສຽງຟ້າຮ້ອງຜ່ານທ້ອງຟ້າບ່ອນພຣະເຈົ້າຢູ່ນັ້ນ.
30
ພຣະອົງສົ່ງຟ້າແມບເຫລື້ອມຜ່ານທ້ອງຟ້າໄປ ແຕ່ຄວາມເລິກທ້ອງທະເລກໍຍັງຄົງດຳມືດ.
31
ພຣະເຈົ້າລ້ຽງ ມະນຸດເຊັ່ນດຽວກັນ ໂດຍຈັດຫາອາຫານໃຫ້ມີຢ່າງອຸດົມສົມບູນໄວ້.
32
ພຣະອົງຈັບຟ້າແມບເຫລື້ອມໄວ້ດ້ວຍມືພຣະອົງ ແລະສັ່ງໃຫ້ມັນຜ່າຖືກຈຸດທີ່ໝາຍໄວ້.
33
ສຽງຟ້າຮ້ອງປະກາດບອກວ່າ, ລົມພະຍຸກຳລັງມາ ແລະຝູງງົວກໍຮູ້ວ່າລົມກຳລັງພັດມາໃກ້.
← Chapter 35
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 37 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42