bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 31
Job 31
Lao Bible 2012 (ພຣະຄຳພີສັກສິ)
← Chapter 30
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 32 →
1
ຂ້ອຍໄດ້ເຮັດສັນຍາຢ່າງໜຶ່ງໜັກແໜ້ນຈິງໃຈ ຄືບໍ່ແນມເບິ່ງຜູ້ຍິງດ້ວຍຕັນຫາຄວາມຢາກ.
2
ພຣະເຈົ້າອົງຍິ່ງໃຫຍ່ເຮັດຫຍັງໃຫ້ພວກເຮົາແດ່ບໍ? ພຣະອົງສະໜອງການກະທຳຂອງຄົນຢ່າງໃດແດ່?
3
ພຣະອົງສົ່ງຄວາມພິນາດແລະຄວາມຈິບຫາຍ ມາທຳລາຍຄົນທັງຫລາຍທີ່ເຮັດການຊົ່ວຮ້າຍ.
4
ພຣະເຈົ້າຮູ້ທຸກໆສິ່ງທີ່ຂ້ອຍໄດ້ກະທຳ ພຣະອົງເຫັນທຸກໆບາດຕີນທີ່ຂ້ອຍກ້າວໄປນັ້ນ.
5
ຂ້ອຍສາບານໄດ້ວ່າບໍ່ເຄີຍກະທຳຊົ່ວໃດໆ ແລະບໍ່ໄດ້ພະຍາຍາມຫລອກລວງຄົນໃດໆທັງນັ້ນ.
6
ຂ້ອຍໃຫ້ພຣະເຈົ້າຊັ່ງເບິ່ງໂດຍຕາຊິງອັນທ່ຽງທຳ ພຣະອົງກໍຈະໄດ້ຮູ້ຈັກວ່າຂ້ອຍສັດຊື່ສໍ່າໃດແທ້.
7
ຖ້າຂ້ອຍຫັນປ່ຽນຈາກທິດທາງເດີນ ຄືທິດທາງເດີນອັນຍຸດຕິທຳແລະຖືກຕ້ອງ; ຫລືປ່ອຍຕົວເອງໃຫ້ຄວາມຊົ່ວຈ່ອງດຶງໄປ ຖ້າມືຂ້ອຍດ່າງພອຍດ້ວຍຮອຍເປື້ອນເປິໃດໆນັ້ນ
8
ກໍຂໍໃຫ້ຜົນລະປູກຂອງຂ້ອຍຖືກທຳລາຍໝົດ ຫລືໃຫ້ຄົນອື່ນໆກິນອາຫານທີ່ຂ້ອຍໄດ້ປູກໄວ້.
9
ຖ້າຂ້ອຍຖືກເມຍຂອງເພື່ອນບ້ານຈ່ອງດຶງໄປ ແລະຖ້າຂ້ອຍຜົກຈອບຢູ່ນອກປະຕູເຮືອນຂອງນາງນັ້ນ;
10
ແລ້ວຈົ່ງໃຫ້ເມຍຂອງຂ້ອຍເຮັດກິນໃຫ້ຊາຍອື່ນ ໃຫ້ນາງມີຊາຍອື່ນເປັນຄູ່ຊ້ອນນອນທີ່ຕຽງຂອງລາວ.
11
ຄວາມຊົ່ວເຊັ່ນນີ້ຄວນຖືກລົງໂທດໃຫ້ໜັກໆ ຄືໃຫ້ລົງໂທດເຖິງຕາຍຜູ້ທີ່ໄດ້ກະທຳເຊັ່ນນີ້.
12
ນັ້ນຈະເປັນດັ່ງໄຟຮ້ອນໃນນະຣົກເຜົາຜານ ກຳລັງທຳລາຍທຸກສິ່ງທຸກອັນ ທີ່ຂ້ອຍຄອບຄອງຢູ່ນັ້ນ.
13
ເມື່ອຄົນຮັບໃຊ້ຜູ້ໜຶ່ງຂອງຂ້ອຍໄດ້ຕໍ່ວ່າຕໍ່ຂານ ຂ້ອຍກໍຟັງແລະເຮັດກັບລາວຢ່າງທ່ຽງທຳແທ້.
14
ຖ້າບໍ່ເຮັດເຊັ່ນນີ້ ຈະສູ້ໜ້າກັບພຣະເຈົ້າໄດ້ຢ່າງໃດ? ຂ້ອຍຈະເວົ້າແນວໃດ ເມື່ອພຣະເຈົ້າມາຕັດສິນຂ້ອຍ?
15
ພຣະເຈົ້າອົງທີ່ໄດ້ສ້າງຂ້ອຍກໍແມ່ນອົງດຽວກັນ ກັບອົງທີ່ໄດ້ສ້າງພວກຄົນຮັບໃຊ້ຂອງຂ້ອຍ.
16
ຂ້ອຍບໍ່ເຄີຍປະຕິເສດຊ່ວຍເຫລືອຄົນຍາກຈົນ ຂ້ອຍບໍ່ເຄີຍປະໃຫ້ແມ່ໝ້າຍສິ້ນຫວັງຈັກເທື່ອ
17
ຫລືຂ້ອຍກິນເຂົ້າແລະອາຫານແຕ່ຄົນດຽວ ໂດຍບໍ່ຍອມຫລຽວແລພວກລູກກຳພ້າ.
18
ລູກກຳພ້າໄວໜຸ່ມໃຫ້ກຽດຂ້ອຍດັ່ງພໍ່ຜູ້ໜຶ່ງ ຊຶ່ງຂ້ອຍໄດ້ໜູນຫລັງພວກເຂົາມາຕະຫລອດ.
19
ເມື່ອຂ້ອຍພົບຄົນໜຶ່ງທີ່ລຳບາກແລະຂັດສົນ ຍາກຈົນເກີນກວ່າພວກເຂົາຈະຊື້ເຄື່ອງນຸ່ງຫົ່ມໄດ້
20
ຂ້ອຍກໍເອົາເສື້ອເປັນຂົນແກະໃຫ້ລາວນຸ່ງ ຊຶ່ງໄດ້ມາຈາກຝູງແກະຂອງຂ້ອຍເອງ. ແລ້ວລາວກໍກ່າວຍ້ອງຂ້ອຍທັງຮັກຫໍ່ຊົມເຊີຍ ດ້ວຍຄຳເວົ້າຈາກສ່ວນເລິກຈິດໃຈລາວນັ້ນ.
21
ຖ້າຂ້ອຍຍົກແຂນຂຶ້ນຕໍ່ສູ້ເດັກກຳພ້າຜູ້ໜຶ່ງ ເພາະເຫັນວ່າຂ້ອຍມີກຳລັງເອົາຊະນະພວກເຂົາໄດ້
22
ກໍຂໍໃຫ້ແຂນຂອງຂ້ອຍຫັກລົງກັບທີ່ ຂໍໃຫ້ມັນຫລຸດທັນທີອອກຈາກຂໍ້ຕໍ່ທີ່ບ່າໄຫລ່.
23
ເພາະວ່າຂ້ອຍຢ້ານພຣະເຈົ້າລົງໂທດທັນ ຈຶ່ງບໍ່ກ້າທີ່ຈະກະທຳສິ່ງໃດໆເຊັ່ນນັ້ນ.
24
ຂ້ອຍບໍ່ໄດ້ໃຫ້ຄຳເປັນຄວາມຫວັງຂອງຂ້ອຍ ຫລືວ່າໃຫ້ຄຳບໍຣິສຸດເປັນຄວາມໝັ້ນໃຈຂອງຂ້ອຍ.
25
ຂ້ອຍບໍ່ໄດ້ຊົມຊື່ນຍ້ອນຊັບສົມບັດທີ່ຂ້ອຍມີ ຄືໃນເຄື່ອງຂອງທັງຫລາຍທີ່ຂ້ອຍມີຢູ່ນັ້ນ.
26
ຂ້ອຍບໍ່ເຄີຍຂາບໄຫວ້ດວງອາທິດທີ່ສ່ອງໃສ ຫລືດວງຈັນເຕັມດວງທີ່ສະຫງ່າງາມນັ້ນ.
27
ຂ້ອຍບໍ່ເຄີຍຖືກຈ່ອງໄປຍົກຍໍສິ່ງເຫຼົ່ານັ້ນເລີຍ ໂດຍຈູບມືໃຫ້ຄວາມເຄົາຣົບແກ່ສິ່ງເຫຼົ່ານັ້ນ.
28
ບາບຢ່າງນີ້ ສົມຄວນໄດ້ຮັບໂທດເຖິງຕາຍ ເພາະຫັກຫລັງພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່.
29
ຂ້ອຍບໍ່ເຄີຍສົມນໍ້າໜ້າ ເມື່ອສັດຕູໄດ້ທົນທຸກ ຫລືພໍໃຈນຳ ທີ່ພວກເຂົາໄດ້ປະສົບຄວາມຈິບຫາຍ.
30
ຂ້ອຍບໍ່ກ້າແມ່ນແຕ່ຈະເຮັດບາບໃດໆ ເພື່ອສາບແຊ່ງພວກເຂົາໂດຍໃຫ້ພຣະເຈົ້າດັບຊີວິດ.
31
ທຸກໆຄົນທີ່ເຮັດວຽກໃຫ້ຂ້ອຍພວກເຂົາຮູ້ເລື່ອງນີ້ດີ ວ່າຂ້ອຍມີໃຈຕ້ອນຮັບຄົນແປກໜ້າຢູ່ເລື້ອຍໆ.
32
ຄົນທຽວທາງນັ້ນ ຂ້ອຍເຊີນພວກເຂົາໃຫ້ເຂົ້າພັກໃນເຮືອນ ແລະບໍ່ເຄີຍປ່ອຍໃຫ້ນອນຕາມຫົນທາງຈັກເທື່ອ.
33
ຄົນອື່ນນັ້ນ ພະຍາຍາມເຊື່ອງຊ້ອນບາບຕົນເອງ ແຕ່ຂ້ອຍບໍ່ເຄີຍປິດບັງບາບຂອງຂ້ອຍຈັກເທື່ອ.
34
ຂ້ອຍບໍ່ເຄີຍຄິດຢ້ານຕໍ່ສິ່ງໃດໆເລີຍ ຄືສິ່ງທີ່ຄົນມັກເວົ້າເລົ່າລືກັນນັ້ນ; ຂ້ອຍບໍ່ເຄີຍມິດງຽບ ຫລືອັດປະຕູຂັງຕົວເອງ ເພາະຢ້ານກົວຕໍ່ຄຳເວົ້າສຽດສີນິນທານັ້ນ.
35
ໂອ ຂ້ອຍຢາກໃຫ້ມີຜູ້ໜຶ່ງໄດ້ຍິນສິ່ງທີ່ຂ້ອຍເວົ້າເດ ຂ້ອຍຢືນຢັນສິ່ງທີ່ຂ້ອຍໄດ້ເວົ້າໄປນັ້ນໄດ້ ຂໍໃຫ້ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກະລຸນາ ໂຕ້ຕອບຂ້ອຍມາໃຫ້ຂ້ອຍຮູ້ຈັກແດ່. ຖ້າຄຳກ່າວຫາທີ່ຄູ່ຄວາມໄດ້ນຳມາ ຕໍ່ສູ້ຂ້ອຍຖືກບັນທຶກລົງເພື່ອຂ້ອຍຈະໄດ້ເຫັນ.
36
ຂ້ອຍຈະຖືມັນໄວ້ຢູ່ເທິງບ່າໄຫລ່ຢ່າງທະນົງຕົວ ແລະເອົາສຸບໄວ້ເທິງຫົວດັ່ງມົງກຸດໜ່ວຍໜຶ່ງ.
37
ຂ້ອຍຈະເວົ້າຕໍ່ພຣະເຈົ້າທຸກສິ່ງທີ່ຂ້ອຍໄດ້ກະທຳ ແລະເງີຍຫົວຂຶ້ນສູງຢູ່ຊ້ອງໜ້າພຣະເຈົ້າ.
38
ຖ້າຂ້ອຍໄດ້ລັກເອົາທີ່ດິນຊຶ່ງປູກຝັງກິນ ຢຶດທີ່ດິນຈາກເຈົ້າຂອງເດີມທີ່ມີສິດອັນຖືກຕ້ອງ
39
ຖ້າຂ້ອຍໄດ້ກິນອາຫານທີ່ໄດ້ໃຫຍ່ຂຶ້ນມາ ແຕ່ປ່ອຍໃຫ້ພວກພໍ່ນາຕາຍອຶດຕາຍຢາກ
40
ກໍຂໍໃຫ້ມີຕົ້ນຫຍ້າ ງອກແທນຕົ້ນເຂົ້າບະເລ ຂໍໃຫ້ມີຫຍ້າໜາມ ງອກແທນເຂົ້າເດືອຍເຖີດ.” ຄຳເວົ້າຂອງໂຢບຈົບລົງພຽງເທົ່ານີ້.
← Chapter 30
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 32 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42