bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 39
Job 39
Lao Bible 2012 (ພຣະຄຳພີສັກສິ)
← Chapter 38
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 40 →
1
ເຈົ້າຮູ້ບໍວ່າແບ້ແມ່ທີ່ເທິງພູເຂົາເກີດມາເມື່ອໃດ? ເຈົ້າໄດ້ເຝົ້າເບິ່ງກວາງອອກລູກຫລືບໍ່?
2
ເຈົ້າຮູ້ວ່າມັນມີທ້ອງດົນນານປານໃດບໍ? ເຈົ້າຮູ້ວ່າເວລາໃດມັນເກີດມາຫລືບໍ່?
3
ເຈົ້າຮູ້ວ່າພວກມັນໝູບໂຕລົງເມື່ອໃດບໍ? ແລະເມື່ອໃດມັນເກີດລູກມາຢູ່ໃນໂລກນີ້ບໍ?
4
ໃນກາງປ່າ ລູກນ້ອຍມັນໃຫຍ່ຂຶ້ນແລະເຂັ້ມແຂງ ພວກມັນໜີໄປແລະບໍ່ກັບຄືນມາອີກ.
5
ຜູ້ໃດໄດ້ໃຫ້ອິດສະລະພາບແກ່ລໍປ່າທັງຫລາຍ? ຜູ້ໃດປ່ອຍໃຫ້ລໍປ່າແລ່ນໄປຢ່າງກະໂດດໂລດເຕັ້ນ?
6
ເຮົາໃຫ້ຖິ່ນແຫ້ງແລ້ງເປັນທີ່ອາໄສຂອງພວກມັນ ແລະປ່ອຍໃຫ້ຢູ່ຕາມທົ່ງພຽງທີ່ມີດິນເຄັມນັ້ນ.
7
ພວກມັນຢູ່ໄກຈາກເມືອງທີ່ອຶກກະທຶກສັບສົນ ແລະບໍ່ມີຜູ້ໃດເອົາມັນມາຝຶກແອບເຮັດວຽກໄດ້.
8
ເນີນພູແມ່ນທົ່ງຫຍ້າບ່ອນທີ່ມັນຫາຢູ່ຫາກິນ ຄືຊອກຫາພືດໃບຂຽວມາກິນເປັນອາຫານໄດ້.
9
ຄວາຍປ່ານັ້ນມັນຈະເຮັດວຽກໃຫ້ເຈົ້າບໍ? ມັນຈະຄ້າງຄືນຢູ່ໃນຄອກຂອງເຈົ້າຫລືບໍ່?
10
ເຈົ້າມັດໂຕໜຶ່ງໄວ້ແລະໃສ່ແອກໃຫ້ໄຖນາໄດ້ບໍ? ຫລືເຮັດໃຫ້ມັນແກ່ຄາດໃນນາຂອງເຈົ້າໄດ້ຫລືບໍ່?
11
ເຈົ້າເພິ່ງກຳລັງອັນຍິ່ງໃຫຍ່ຂອງມັນໄດ້ບໍ? ເຈົ້າຫວັງໃຫ້ມັນມາເຮັດວຽກໜັກໃຫ້ເຈົ້າໄດ້ຫລືບໍ່?
12
ເຈົ້າຫວັງໃຫ້ມັນແກ່ຜົນລະປູກໄປໄວ້ໄດ້ບໍ? ແລະຮິບໂຮມເມັດເຂົ້າໃນລານໄວ້ໄດ້ຫລືບໍ່?
13
ປີກນົກກະຈອກເທດພືອອກໄດ້ໄວສໍ່າໃດ ແຕ່ມັນບິນດັ່ງນົກກະສາດຳບໍ່ໄດ້.
14
ນົກກະຈອກເທດປ່ອຍໄຂ່ມັນໄວ້ຢູ່ເທິງໜ້າດິນ ເພື່ອຄວາມຮ້ອນໃນດິນຊ່ວຍຟັກໄຂ່ໃຫ້ມັນໄດ້.
15
ມັນບໍ່ຮູ້ວ່າຕີນຂອງພວກມັນອາດຈະຢຽບໄຂ່ມັນ ຫລືສັດປ່າໂຕໜຶ່ງຢຽບໄຂ່ນັ້ນໃຫ້ແຕກ.
16
ມັນເຮັດຄືວ່າໄຂ່ນັ້ນບໍ່ເປັນຂອງມັນເລີຍ ແລະບໍ່ເຄີຍຫ່ວງໃຍວ່າເຫື່ອແຮງຈະເສຍໄປລ້າໆ.
17
ເພາະວ່າພຣະເຈົ້າ ທີ່ໄດ້ເຮັດໃຫ້ມັນໂງ່ງ່າວ ແລະບໍ່ໃຫ້ມັນມີສະຕິປັນຍາຫຍັງຈັກດີ້.
18
ແຕ່ເມື່ອມັນເລີ່ມກ້າວແລ່ນອອກໄປ ມັນກໍຈະຫົວໃສ່ຄົນທີ່ຂີ່ມ້າຫອບໄປນັ້ນ.
19
ໂຢບເອີຍ ແມ່ນເຈົ້າບໍທີ່ເຮັດໃຫ້ມ້າແຂງແຮງ ແລະໃຫ້ມັນມີຂົນຫຸ້ມຄໍຂອງມັນນັ້ນ?
20
ເຈົ້າເຮັດໃຫ້ມ້າຫອບດັ່ງຕັກແຕນເຕັ້ນໄດ້ບໍ? ດ້ວຍສຽງຮ້ອງຂອງມັນເຮັດໃຫ້ຄົນຢ້ານຫລືບໍ່?
21
ໂບກຕີນມັນຄວັດພື້ນດິນທີ່ຮ່ອມພູຢ່າງກະຫາຍ; ຮີບຮ້ອນເຂົ້າສູ່ເສິກຢ່າງສຸດກຳລັງຂອງມັນນັ້ນ.
22
ມັນບໍ່ຮູ້ວ່າຄວາມຢ້ານໝາຍຄວາມວ່າຢ່າງໃດ? ແລະບໍ່ມີດາບດວງໃດທີ່ຈະໃຫ້ມັນຫັນຄືນໄດ້.
23
ພວກຄົນຂີ່ມ້າຜູ້ທີ່ຖືອາວຸດຢູ່ໃນມື ດາດກັນດັງຕອບແສງຕາເວັນມາບໆ.
24
ເຂົາສັ່ນຢ່າງຕື່ນເຕັ້ນ ເມື່ອມ້າຫອບແລ່ນໄປ ເມື່ອສຽງແກດັງ ມັນກໍຢືນເສີຍຢູ່ຕໍ່ໄປບໍ່ໄດ້.
25
ເມື່ອສຽງແກດັງຂຶ້ນ ມັນກໍຮ້ອງຂຶ້ນຄືກັນ ມັນສາມາດດົມກິ່ນຂອງການສູ້ຮົບໄດ້. ແມ່ນແຕ່ກ່ອນໄປຮອດສະໜາມຮົບກໍຕາມ ມັນກໍໄດ້ຍິນນາຍທະຫານຮ້ອງສັ່ງໃຫ້ສູ້ຮົບ.
26
ແຫລວໂຕໜຶ່ງນັ້ນ ມັນຮຽນບິນນຳເຈົ້າບໍ? ເມື່ອມັນພືປີກບິນອອກໄປທາງທິດໃຕ້?
27
ແຮ້ງໂຕໜຶ່ງນັ້ນ ລໍຖ້າຄຳສັ່ງຈາກເຈົ້າບໍ? ເພື່ອສ້າງຮັງຂອງມັນທີ່ພູສູງນັ້ນ?
28
ມັນສ້າງຮັງຂອງມັນຢູ່ທີ່ເທິງໂງ່ນຫີນສູງ ໃຊ້ຈອມຜາສູງເປັນປ້ອມຫໍຄອຍແນມເບິ່ງ.
29
ມັນເຝົ້າແນມເບິ່ງຈາກທີ່ນັ້ນທັງທີ່ໃກ້ທີ່ໄກ ເພື່ອຂ້າເຫຍື່ອກິນເປັນອາຫານ.
30
ໂຕແຮ້ງໂຮມກັນຢູ່ອ້ອມຊາກສົບທັງຫລາຍ ແລະໂຕແຮ້ງໜຸ່ມກໍພາກັນດູດກິນເລືອດ.”
← Chapter 38
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 40 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42