bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 3
Job 3
Lao Bible 2012 (ພຣະຄຳພີສັກສິ)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 4 →
1
ໃນທີ່ສຸດ ໂຢບກໍທຳລາຍຄວາມງຽບແລະສາບແຊ່ງມື້ເກີດຂອງຕົນ.
2
“ຂ້າແດ່ພຣະເຈົ້າ ຈົ່ງສາບແຊ່ງວັນທີ່ຂ້ານ້ອຍເກີດມາ ຈົ່ງສາບແຊ່ງຄືນທີ່ຂ້ານ້ອຍມີຊີວິດຢູ່ໃນທ້ອງແມ່ເຖີດ
4
ຂ້າແດ່ພຣະເຈົ້າ ຂໍຊົງໂຜດປ່ຽນວັນນັ້ນສູ່ຄວາມມືດສາ ຢ່າຈົດຈຳວັນນັ້ນເລີຍ ແຕ່ໃຫ້ລືມໄລໄປສິ້ນ; ຢ່າໃຫ້ແສງສະຫວ່າງສ່ອງແຈ້ງໃສ່ເລີຍ ແຕ່ຈົ່ງໃຫ້ດັບສູນໄປຕະຫລອດ
5
ຈົ່ງເຮັດໃຫ້ວັນນັ້ນມົວເສົ້າມືດຕຶບສາ ຂໍໃຫ້ເມກຫຸ້ມແສງອາທິດໃຫ້ມືດດຳເຖີດ.
6
ຈົ່ງລືບຄືນນັ້ນອອກຈາກຮອບປີໃຫ້ແດ່ນາ ຢ່າໄດ້ນັບເຂົ້າໄປໃນຮອບປີອີກຈັກເທື່ອ;
7
ແຕ່ຈົ່ງເຮັດໃຫ້ຄືນນັ້ນກາຍເປັນໝັນໄປສາ ຢ່າໃຫ້ມີສຽງຮ້ອງໂຮຍິນດີຢ່າງໃດເລີຍເທາະ
8
ຈົ່ງບອກໝໍມົນໃຫ້ສາບແຊ່ງມື້ນັ້ນສາ ຄືພວກທີ່ຮູ້ຈັກຄວບຄຸມເລວີອາທັນໄດ້.
9
ຂໍໃຫ້ດາວອາລຸນເຊົ້າອັບແສງບໍ່ສະຫວ່າງ ຂໍໃຫ້ຄືນນັ້ນບໍ່ຫວັງເຫັນອາລຸນເຊົ້າແຈ້ງມາ.
10
ຈົ່ງສາບແຊ່ງຄືນນັ້ນ ທີ່ນຳຂ້ານ້ອຍໃຫ້ເກີດມາ ເພາະໄດ້ເຜີຍແບຄວາມລຳບາກໜັກຂອງຂ້ານ້ອຍ.
11
ຂ້ານ້ອຍຢາກຕາຍແຕ່ຄາວຢູ່ໃນທ້ອງມານດາ ຫລືຕາຍແຕ່ເວລາທີ່ຂ້ານ້ອຍໄດ້ເກີດມາພຸ້ນ.
12
ເປັນຫຍັງແມ່ຈຶ່ງອູ້ມຂ້ານ້ອຍໄວ້ໃນຕັກເພິ່ນນໍ? ເປັນຫຍັງຈຶ່ງລ້ຽງຂ້ານ້ອຍໃຫ້ດູດນົມເພິ່ນ.
13
ຖ້າຕາຍແຕ່ກີ້ປານນີ້ກໍຄົງໄດ້ພັກຜ່ອນດີ ນອນຢ່າງມີສຸກສະບາຍຢູ່ໃນທີ່ນັ້ນ
14
ດັ່ງເຈົ້າກະສັດ ແລະນັກປົກຄອງຜູ້ຍິ່ງໃຫຍ່ ຜູ້ທີ່ໄດ້ສ້າງວັງເກົ່າແກ່ຂຶ້ນໃໝ່ໃຫ້ສວຍງາມ.
15
ແລ້ວຂ້ານ້ອຍຈະໄດ້ນອນຫລັບດັ່ງບັນດາເຈົ້າຊາຍ ຜູ້ທີ່ມີເງິນຄຳເຕັມອັ້ນຫໍໂຮງຂອງພວກເຂົາເຈົ້າ.
16
ຫລືວ່າບໍ່ມີຂ້ານ້ອຍເລີຍກໍຄົງດີກວ່າ ໃຫ້ເປັນດັ່ງແອນ້ອຍວາຍຊີບຢູ່ໃນທ້ອງມານດາ.
17
ໃນຂຸມຝັງສົບນັ້ນ ຄົນຊົ່ວໄດ້ຢຸດການຊົ່ວຂອງຕົນ ຄົນເຮັດວຽກໜັກກໍນອນພັກຜ່ອນໃນທີ່ສຸດໄດ້.
18
ແມ່ນແຕ່ນັກໂທດກໍຍັງໄດ້ຮັບສັນຕິສຸກ ຫວິດຈາກສຽງສັ່ງສຽງຄຸມອັນຮ້າຍກາດ.
19
ທຸກຄົນຈະຢູ່ຫັ້ນ ທັງຜູ້ມີຊື່ສຽງແລະບໍ່ມີຊື່ສຽງ ແລະພວກທາດກໍຈະມີອິດສະຫລະໃນທີ່ສຸດໄດ້.
20
ເປັນຫຍັງນໍ ຜູ້ທີ່ຢູ່ໃນຄວາມທົນທຸກເວດທະນາ ຍັງໄດ້ຮັບແສງສະຫວ່າງ? ເປັນຫຍັງຈຶ່ງໃຫ້ຊີວິດແກ່ຜູ້ທີ່ມີໃຈຂົມຂື່ນ?
21
ພວກເຂົາລໍຄວາມຕາຍຢູ່ ແຕ່ບໍ່ເຫັນມາຈັກເທື່ອເລີຍ; ພວກເຂົາຕ້ອງການຂຸມຝັງສົບຫລາຍກວ່າຂຸມຊັບ.
22
ພວກເຂົາຈະບໍ່ເປັນສຸກ ຈົນກວ່າຈະຕາຍໄປ ແລະຖືກຝັງໄວ້ຢູ່ໃນຂຸມຝັງສົບຂອງພວກເຂົາເຈົ້າ;
23
ພຣະເຈົ້າເຊື່ອງຊ້ອນອະນາຄົດຂອງພວກເຂົາ ແລະໄດ້ປິດລ້ອມພວກເຂົາໄວ້ທຸກໆດ້ານ.
24
ແທນທີ່ຂ້ານ້ອຍຈະກິນເຂົ້າ ແຕ່ກັບໄວ້ທຸກ ແລະບໍ່ສາມາດຢຸດຢັ້ງຮ້ອງໄຫ້ຄໍ່າຄວນໄດ້ເລີຍ.
25
ສິ່ງທີ່ຂ້ານ້ອຍຮູ້ສຶກຢ້ານ ກໍເລີຍເກີດເປັນຈິງ ທຸກສິ່ງທີ່ຂ້ານ້ອຍຢ້ານກົວ ກໍແຮ່ງມາຖືກຊໍ້າ.
26
ຂ້ານ້ອຍບໍ່ມີສັນຕິສຸກທັງບໍ່ໄດ້ພັກຜ່ອນ ແລະຄວາມເດືອດຮ້ອນບໍ່ມີບັ້ນສິ້ນສຸດເປັນ.”
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 4 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42