bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 2
Job 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 3 →
1
ເມື່ອເຖິງວັນທີ່ບັນດາເທວະດາຂອງພຣະເຈົ້າເຂົ້າມາຢູ່ຊ້ອງໜ້າພຣະເຈົ້າຢາເວອີກ ມານຊາຕານກໍຢູ່ໃນທີ່ນັ້ນທ່າມກາງພວກເທວະດາ.
2
ພຣະເຈົ້າຢາເວຈຶ່ງຖາມມານຊາຕານວ່າ, “ເຈົ້າໄປໃສມາແດ່?” ມານຊາຕານຕອບວ່າ, “ຂ້ານ້ອຍໄປຫັ້ນມານີ້ ທ່ອງທ່ຽວໄປມາທົ່ວໂລກ.”
3
ພຣະເຈົ້າຢາເວຖາມມານຊາຕານວ່າ, “ເຈົ້າໄດ້ສັງເກດເບິ່ງໂຢບ ຜູ້ຮັບໃຊ້ຂອງເຮົາບໍ? ໃນໂລກນີ້ບໍ່ມີຜູ້ໃດທີ່ສັດຊື່ແລະດີເທົ່າລາວ. ລາວຢຳເກງພຣະເຈົ້າ ແລະລະມັດລະວັງຕົວບໍ່ເຮັດຊົ່ວ. ເຈົ້າໄດ້ຊັກຊວນເຮົາໃຫ້ເຈົ້າໂຈມຕີລາວ ໂດຍບໍ່ມີເຫດຜົນຫຍັງແຕ່ໂຢບກໍຍັງສັດຊື່ຕໍ່ເຮົາ.”
4
ມານຊາຕານຈຶ່ງໂຕ້ຕອບພຣະເຈົ້າຢາເວຄືນວ່າ, “ມະນຸດຍ່ອມສະລະທຸກສິ່ງເພື່ອໃຫ້ຊີວິດຕົນຍັງຢູ່.
5
ແຕ່ບັດນີ້ ຖ້າວ່າພຣະອົງໃຫ້ຕົວລາວເຈັບປວດ ລາວກໍຈະສາບແຊ່ງພຣະອົງຕໍ່ໜ້າໂລດ.”
6
ສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວຕໍ່ມານຊາຕານວ່າ, “ຕົກລົງ ລາວຢູ່ໃຕ້ອຳນາດຂອງເຈົ້າ ແຕ່ເຈົ້າບໍ່ຕ້ອງຂ້າລາວ.”
7
ແລ້ວມານຊາຕານກໍໜີອອກຈາກການຊ້ອງໜ້າພຣະເຈົ້າຢາເວໄປ ແລະເຮັດໃຫ້ຮ່າງກາຍຂອງໂຢບເປັນບາດແຜເຕັມຕົວ.
8
ໂຢບໄປນັ່ງຢູ່ໃກ້ໆກອງຂີ້ເຖົ່າ ແລະເອົາກະບີ້ງໝໍ້ແຕກຂູດຕາມເນື້ອຕົວຕົນເອງ.
9
ເມຍຂອງໂຢບຈຶ່ງເວົ້າວ່າ, “ເຈົ້າຍັງຈະສັດຊື່ຢູ່ອີກບໍ? ເປັນຫຍັງບໍ່ດ່າພຣະເຈົ້າ ແລະຕາຍເສຍ?”
10
ໂຢບຕອບວ່າ, “ເຈົ້າຢ່າເວົ້າແບບບໍ່ມີຄວາມຄິດຢ່າງນີ້ແມ ເມື່ອພຣະເຈົ້າໃຫ້ຂອງດີແກ່ເຮົາ ເຮົາກໍຮັບເອົາໄວ້. ເມື່ອພຣະອົງໃຫ້ຄວາມລຳບາກແກ່ເຮົາ ເຮົາຈະຈົ່ມທຸກໄດ້ຢ່າງໃດ?” ເຖິງແມ່ນໄດ້ຮັບຄວາມທົນທຸກທັງໝົດນີ້ກໍຕາມ ແຕ່ໂຢບກໍບໍ່ໄດ້ເວົ້າຫຍັງຕໍ່ສູ້ພຣະເຈົ້າເລີຍ.
11
ໂຢບມີໝູ່ເພື່ອນສາມຄົນດັ່ງນີ້: ເອລີຟັດ ຊາວເຕມານ, ບິນດາດ ຊາວຊູອາ ແລະໂຊພາ ຊາວນາອາມາ. ເມື່ອໄດ້ຍິນຂ່າວວ່າ, ໂຢບກຳລັງທົນທຸກຢູ່ຢ່າງໜັກ ພວກເຂົາກໍຕັດສິນໃຈມາຢ້ຽມຢາມລາວເພື່ອເລົ້າໂລມໃຈ.
12
ເມື່ອແນມເບິ່ງແຕ່ໄກ ພວກເຂົາກໍເຫັນໂຢບ; ແຕ່ພວກເຂົາຈື່ລາວບໍ່ໄດ້. ເມື່ອຈື່ລາວໄດ້ແລ້ວ ພວກເຂົາກໍພາກັນຮ້ອງໄຫ້ຄວນຄາງ ທັງຈີກເສື້ອຜ້າຂອງຕົນດ້ວຍຄວາມທຸກໃຈ ແລະຫວ່ານຂີ້ຝຸ່ນດິນໄປໃນອາກາດ ກັບທັງໂຮຍໃສ່ເທິງຫົວຂອງພວກຕົນດ້ວຍ.
13
ແລ້ວພວກເຂົາກໍນັ່ງລົງກັບພື້ນດິນທີ່ນັ້ນນຳລາວ ເປັນເວລາເຈັດວັນແລະເຈັດຄືນ ໂດຍບໍ່ເວົ້າຈາຫຍັງຈັກຄຳ ຍ້ອນພວກເຂົາເຫັນໂຢບທົນທຸກຢ່າງໜັກ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42