bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 15
Job 15
Lao Bible 2012 (ພຣະຄຳພີສັກສິ)
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 16 →
1
“ໂຢບເອີຍ ຄຳເວົ້າເຈົ້າໄຮ້ປະໂຫຍດແທ້ນໍ ໄຮ້ປະໂຫຍດອີຫລີ ຄຳທີ່ເຈົ້າເວົ້າອອກມານັ້ນ
3
ບໍ່ມີຄົນສະຫລາດຜູ້ໃດ ເຄີຍເວົ້າດັ່ງເຈົ້າເວົ້າມາ ຫລືປ້ອງກັນຕົນເອງ ດ້ວຍຖ້ອຍຄຳທີ່ໄຮ້ສາລະຄືນີ້.
4
ຖ້າເປັນຄືເຈົ້າເວົ້າ ບໍ່ມີຜູ້ໃດຈະຢຳເກງພຣະເຈົ້າເດີ ທັງບໍ່ມີໃຜຈະພາວັນນາອະທິຖານຫາພຣະເຈົ້າ.
5
ຄວາມຊົ່ວຊ້າຂອງເຈົ້າສະແດງອອກແຈ້ງ ໃນຖ້ອຍຄຳທີ່ເຈົ້າໄດ້ກ່າວອອກມາ; ເຈົ້າກຳລັງພະຍາຍາມປົກປິດມັນ ດ້ວຍຖ້ອຍຄຳອັນແຫລມຄົມຂອງເຈົ້າ.
6
ບໍ່ຈຳເປັນສຳລັບຂ້ອຍ ທີ່ຈະເວົ້າປະນາມຜູ້ໃດ; ຄຳທີ່ເຈົ້າເວົ້າອອກມາ ກໍປະນາມເຈົ້າເອງແລ້ວ.
7
ເຈົ້າຄິດວ່າເຈົ້າເກີດເປັນມະນຸດຄົນທຳອິດຊັ້ນບໍ? ເຈົ້າຢູ່ໃສ ເມື່ອພຣະເຈົ້າສ້າງພູຜານັ້ນ?
8
ເຈົ້າລັກຟັງພຣະເຈົ້າເວົ້າຕຽມແຜນການຊັ້ນບໍ? ເຈົ້າແມ່ນຜູ້ດຽວບໍ ທີ່ມີສະຕິປັນຍາຂອງມະນຸດ?
9
ມີສິ່ງໃດແດ່ບໍທີ່ເຈົ້າຮູ້ ຊຶ່ງພວກເຮົາບໍ່ຮູ້ແດ່? ມີສິ່ງໃດທີ່ເຈົ້າເຂົ້າໃຈ ຊຶ່ງບໍ່ເປັນທີ່ກະຈ່າງແຈ້ງແກ່ເຮົາ.
10
ພວກເຮົາຮຽນຮູ້ປັນຍານຳຄົນຜົມຫງອກອາຍຸສູງ ຄືພວກທີ່ເກີດມາກ່ອນບິດາຂອງເຈົ້າເກີດມາພຸ້ນ.
11
ພຣະເຈົ້າໃຫ້ຄຳເລົ້າໂລມ ເປັນຫຍັງຈຶ່ງບໍ່ຮັບເອົາ ເປັນຄຳອ່ອນໂຍນຂອງພຣະອົງ ທີ່ພວກເຮົາມອບໃຫ້.
12
ແຕ່ເຈົ້າພັດຕື່ນເຕັ້ນ ມີທ່າທີບໍ່ດີຕໍ່ພວກເຮົາ ເຈົ້າແນມເບິ່ງພວກເຮົາດ້ວຍຄວາມໂກດຮ້າຍ.
13
ເມື່ອເຈົ້າມີອາຣົມຮ້າຍໃສ່ພຣະເຈົ້ານັ້ນນາ ເຈົ້າກໍລັ່ນແຕ່ວາຈາປະນາມພຣະອົງທັງນັ້ນ.
14
ມະນຸດເປັນຜູ້ບໍຣິສຸດ ແລະຜຸດຜ່ອງແທ້ໆບໍ? ຄົນໃດເປັນຜູ້ຊອບທຳຕໍ່ສາຍຕາພຣະເຈົ້າໄດ້?
15
ເປັນຫຍັງພຣະເຈົ້າຈຶ່ງບໍ່ວາງໃຈເທວະດາຂອງພຣະອົງເອງ ໃນສາຍຕາພຣະອົງ ຟ້າສະຫວັນກໍບໍ່ບໍຣິສຸດຜຸດຜ່ອງ.
16
ແລະມະນຸດກໍດື່ມສິ່ງຊົ່ວຮ້າຍດັ່ງດື່ມນໍ້າກິນ ແມ່ນແລ້ວ ມະນຸດມີມົນທິນແລະຊຸດໂຊມທຸກວັນ.
17
ໂຢບເອີຍ ບັດນີ້ຈົ່ງຟັງໃນສິ່ງທີ່ຂ້ອຍຮູ້ຈັກສາ ຂ້ອຍຈະເລົ່າສູ່ເຈົ້າຟັງສິ່ງທີ່ຂ້ອຍໄດ້ຄົ້ນພົບ.
18
ພວກທີ່ສະຫລາດໄດ້ສອນຂ້ອຍໃຫ້ຮູ້ຈັກ ຄວາມຈິງທີ່ມີມາແຕ່ບັນພະບຸລຸດຂອງເຂົາເຈົ້າ; ແລະພວກເຂົາກໍບໍ່ໄດ້ປິດອຳຫຍັງໄວ້ເລີຍ ແມ່ນແຕ່ຄວາມລັບເລິກໃດໆທັງນັ້ນ.
19
ດິນແດນຂອງເຂົາເຈົ້າເປັນອິດສະຫລະເສລີ; ບໍ່ມີຄົນຕ່າງດ້າວໃດໆ ນຳພວກເຂົາຫ່າງໄກຈາກພຣະເຈົ້າ.
20
ຄົນຊົ່ວຮ້າຍທີ່ມັກຂົ່ມເຫັງຜູ້ໃດຜູ້ໜຶ່ງກໍຕາມ ຈະໄດ້ຖືກທໍລະມານຕະຫລອດຊົ່ວຊີວິດ.
21
ສຽງແຫ່ງຄວາມຢ້ານຈະຮ້ອງແຜດໃສ່ຫູເຂົາ ຄົນຂີ້ລັກຈະໂຈມຕີ ເມື່ອຕົນຄິດວ່າປອດໄພແລ້ວ.
22
ພວກເຂົາບໍ່ມີຫວັງປົບລອດໄປຈາກຄວາມມືດຕຶບ ເພາະໃນທີ່ໜຶ່ງທີ່ໃດມີດາບຄອຍສັງຫານພວກເຂົາຢູ່
23
ແລະຝູງແຮ້ງ ກໍຄອຍຖ້າ ກິນຊາກສົບຂອງພວກເຂົາ, ພວກເຂົາຮູ້ວ່າອະນາຄົດຂອງພວກຕົນມືດມົນສໍ່າໃດແລ້ວ
24
ຄວາມຈິບຫາຍດັ່ງກອງທັບໃຫຍ່ຂອງກະສັດ ກໍບຸກລັດເຂົ້າມາເພື່ອໂຈມຕີພວກເຂົາຢູ່ບໍ່ຢຸດຢັ້ງ.
25
ຜູ້ທີ່ຍົກກຳປັ້ນໃສ່ພຣະຜູ້ສູງສຸດກໍເປັນດັ່ງນີ້ແຫລະ ຄືຜູ້ທີ່ດູໝິ່ນພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່.
26
ຄົນເຊັ່ນນັ້ນ ມັກໂອ້ອວດແລະເປັນກະບົດ ພວກເຂົາຍົກໂລ້ຂຶ້ນຕ້ານທານພຣະເຈົ້າຢ່າງດື້ດ້ານ; ເພາະພວກເຂົານັ້ນ ໜ້າເຫລື້ອມເບັ່ງອ້າງອວດສີສັນ ຈຶ່ງບຸກບືນສຸດກຳລັງຕ້ານຢັນກັບພຣະເຈົ້າ.
28
ນີ້ຄືຄົນທີ່ໄດ້ຢຶດເຮືອນຂອງຜູ້ທີ່ໜີໄປຈາກເມືອງ ແຕ່ເສິກຈະທຳລາຍເມືອງແລະເຮືອນເຫຼົ່ານັ້ນ
29
ພວກເຂົາຈະຮັ່ງມີເປັນດີຂຶ້ນດົນນານບໍ່ໄດ້ຫລາຍຊ່ວງ ສິ່ງທັງປວງທີ່ພວກເຂົາມີຢູ່ນັ້ນ ຈະຍືນໝັ້ນບໍ່ໄດ້ຕໍ່ໄປ. ພວກເຂົາຈະບໍ່ມີອຳນາດ ຫລືອິດທິພົນຢູ່ໃນດິນແດນ ແມ່ນແຕ່ເງົາຂອງພວກເຂົາເອງ ກໍຈະຍຸບຍອບຫາຍໄປຊໍ້າ
30
ພວກເຂົາຈະປົບໜີໄປຈາກຄວາມມືດດຳໄດ້ຢ່າງໃດ ຕົ້ນໄມ້ທີ່ຖືກໄຟເຜົາ ງ່າມັນກໍຖືກເຜົາດ້ວຍ ບັດນີ້ ສິ່ງຈະຕາມມານັ້ນກໍຈະເປັນດັ່ງນີ້ແຫລະ ລົມຈະພັດໂຊຍມາໃສ່ດອກໄມ້ບານ ໃຫ້ດັບສິ້ນ.
31
ຖ້າພວກເຂົາໂງ່ຈ້າພໍຈະວາງໃຈເຊື່ອໃນຄວາມອະທຳ ແມ່ນຄວາມອະທຳນັ້ນແຫລະ ຈະມອບລາງວັນໃຫ້.
32
ກ່ອນເວລາມາຮອດພວກເຂົາກໍຈະຫ່ຽວແຫ້ງໄປ ດັ່ງງ່າໄມ້ຕາຍແລະບໍ່ຂຽວສົດຊື່ນຂຶ້ນມາໄດ້ອີກ.
33
ພວກເຂົາຈະເປັນດັ່ງຕົ້ນອະງຸ່ນທີ່ໝາກຫລົ່ນກ່ອນລະດູ ດັ່ງດອກໝາກກອກເທດທັງຈູມແລະບານຕົກລົງຈາກຕົ້ນ.
34
ຄົນທີ່ບໍ່ເຊື່ອຖືພຣະເຈົ້ານັ້ນຈະບໍ່ມີຮອດເຊື້ອສາຍ ໄຟຈະເຜົາຜານເຮືອນທີ່ສ້າງດ້ວຍຊັບສິນຊື້ຈ້າງ.
35
ພວກເຂົາສ້າງແຜນການໃຫ້ເກີດຄວາມເດືອດຮ້ອນ ແລະກະທຳໃນສິ່ງຊົ່ວຊ້າ ໃນຈິດໃຈຂອງພວກເຂົານັ້ນ ເຕັມໄປດ້ວຍການຫລອກລວງແລະຕົວະຕົ້ມ.”
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 16 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42