bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 17
Job 17
Lao Bible 2012 (ພຣະຄຳພີສັກສິ)
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 18 →
1
ຈຸດຈົບຂອງຂ້ອຍມາໃກ້ ຂ້ອຍຫາຍໃຈຝືດເຕັມທີ ຂ້ອຍບໍ່ມີຫຍັງເຫຼືອຢູ່ ນອກຈາກຂຸມຝັງສົບເທົ່ານັ້ນ.
2
ທຸກຄົນທີ່ມັກຫຍໍ້ຫຍັນຂ້ອຍ ກໍຢູ່ອ້ອມຂ້າງຂ້ອຍ ແລະຕາຂອງຂ້ອຍ ກໍຈັບຈ້ອງຢູ່ທີ່ການຍຸຍົງຂອງພວກເຂົາ.
3
ຂ້າແດ່ພຣະເຈົ້າ ຂ້ານ້ອຍນີ້ຈິງໃຈແທ້ໆ ຈົ່ງຮັບເອົາຖ້ອຍຄຳຂອງຂ້ານ້ອຍແດ່ທ້ອນ ແລະບໍ່ມີຄົນອື່ນໃດອີກແລ້ວ ທີ່ສະໜັບສະໜູນສິ່ງທີ່ຂ້ານ້ອຍໄດ້ເວົ້ານັ້ນ.
4
ພຣະອົງໄດ້ອັດຕາພວກເຂົາໄວ້ຕໍ່ເຫດແລະຜົນ ບັດນີ້ ຢ່າປ່ອຍໃຫ້ພວກເຂົາໄດ້ມີໄຊເໜືອຂ້ານ້ອຍທ້ອນ
5
ໃນສຸພາສິດອັນເກົ່າແກ່ກ່າວໄວ້ວ່າ, ຄົນທໍລະຍົດໝູ່ເພື່ອນເພາະເຫັນແກ່ເງິນ ແລະລູກຫຼານຂອງພວກເຂົາກໍເກັບກ່ຽວການທົນທຸກເພາະເລື່ອງນີ້.
6
ບັດນີ້ ຄົນເອົາສຸພາສິດນີ້ມາຕໍ່ສູ້ຂ້ອຍທັນທີ ມາໃນທ່າບໍ່ດີໂດຍຖົ່ມນໍ້າລາຍໃສ່ໜ້າຂ້ອຍ.
7
ຄວາມໂສກເສົ້າເຮັດໃຫ້ຂ້ອຍເກືອບຕາບອດໄປ ແຂນຂາຂ້ອຍລີບລົງເໝືອນດັ່ງເງົາ.
8
ຜູ້ທີ່ອ້າງຕົນວ່າສັດຊື່ກໍສະດຸ້ງຕົກໃຈຢ້ານກົວ ທັງໝົດປະນາມຂ້ອຍວ່າເປັນຄົນບໍ່ນັບຖືພຣະເຈົ້າ.
9
ຂໍໃຫ້ຄົນຊອບທຳນັ້ນມີຄວາມອົດທົນດົນນານ ຂໍໃຫ້ຜູ້ທີ່ມືສະອາດດີ ມີໃຈເຂັ້ມແຂງເຖິງສອງເທົ່າ.
10
ແຕ່ຖ້າພວກເຂົາທັງໝົດມາຢືນຢູ່ຊ້ອງໜ້າ ກໍຈະບໍ່ພົບພວກເຂົາແມ່ນແຕ່ຄົນດຽວເປັນຜູ້ສະຫລາດ.
11
ວັນຂອງຂ້ອຍໄດ້ຜ່ານໄປ ແລະແຜນການຂອງຂ້ອຍກໍລົ້ມລະລາຍ ຄວາມຫວັງທີ່ຂ້ອຍມີກໍສິ້ນສະຫລາຍໄປດ້ວຍ.
12
ແຕ່ໝູ່ເພື່ອນຂ້ອຍຊໍ້າເວົ້າທັງຄືນທັງເວັນວ່າ, ‘ແສງແຈ້ງໃກ້ເຂົ້າມາ’ ແຕ່ຂ້ອຍຮູ້ວ່າ, ‘ຍັງຢູ່ໃນຄວາມມືດມົນ.’
13
ຄວາມຫວັງຢ່າງດຽວຂອງຂ້ອຍຄືແດນມໍຣະນາ ບ່ອນທີ່ຂ້ອຍຈະຢຽດຕົວລົງນອນຢູ່ໃນຄວາມມືດ.
14
ຂ້ອຍຈະເອີ້ນຂຸມຝັງສົບວ່າ, ‘ເປັນບິດາ’ ເອີ້ນໂຕໜອນທີ່ກັດກິນວ່າ, ‘ເປັນແມ່ແລະເອື້ອຍ.’
15
ມີບ່ອນໃດແດ່ທີ່ຂ້ອຍພໍຈະມີຄວາມຫວັງ? ມີໃຜຍັງເຫັນຄວາມຫວັງສຳລັບຂ້ອຍແດ່ບໍ່?
16
ຄວາມຫວັງຈະບໍ່ລົງໄປນຳຂ້ອຍ ຕອນທີ່ຂ້ອຍລົງໄປສູ່ແດນມໍຣະນາພຸ້ນ.”
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 18 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42