bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 32
Job 32
Lao Bible 2012 (ພຣະຄຳພີສັກສິ)
← Chapter 31
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 33 →
1
ຍ້ອນວ່າໂຢບແນ່ໃຈໃນຄວາມບໍຣິສຸດຂອງຕົນ ຄົນທັງສາມຈຶ່ງບໍ່ໄດ້ພະຍາຍາມ ໂຕ້ຕອບລາວອີກ.
2
ແຕ່ມີຄົນໜຶ່ງທີ່ຢືນຢູ່ໃກ້ໆໂຢບນັ້ນທີ່ຊື່ວ່າ ເອລີຮູ ລາວຄວບຄຸມຄວາມຮ້າຍຂອງຕົນບໍ່ໄດ້ອີກຕໍ່ໄປ ເພາະໂຢບກຳລັງອ້າງເຫດຜົນຂອງຕົນຢ່າງເໝາະສົມ ແລະກຳລັງກ່າວຫາພຣະເຈົ້າ. (ເອລີຮູເປັນລູກຊາຍຂອງບາຣາເກນ ເຊື້ອສາຍຄົນໜຶ່ງຂອງບູຊີ ແລະສັງກັດຢູ່ໃນຕະກຸນຂອງຣາມ.)
3
ລາວໃຈຮ້າຍໃຫ້ເພື່ອນຂອງໂຢບສາມຄົນດ້ວຍ. ພວກເຂົາຫາຄຳເວົ້າມາຕອບໂຢບບໍ່ໄດ້ ຈຶ່ງເຮັດໃຫ້ເຫັນຄືວ່າພຣະເຈົ້າເປັນຝ່າຍຜິດ.
4
ເພາະເອລີຮູເປັນຜູ້ໜຸ່ມກວ່າທຸກຄົນໃນທີ່ນັ້ນ ລາວຈຶ່ງຄອຍຖ້າຈົນທຸກໆຄົນເວົ້າໝົດສາກ່ອນ.
5
ເມື່ອລາວເຫັນວ່າຊາຍທັງສາມຕອບໂຢບບໍ່ໄດ້ແລ້ວ ລາວຈຶ່ງໃຈຮ້າຍຂຶ້ນ
6
ແລະເລີ່ມຕົ້ນເວົ້າ. “ຂ້ອຍຍັງໜຸ່ມນ້ອຍ ແລະພວກເຈົ້າອາວຸໂສ ດັ່ງນັ້ນ ຂ້ອຍຈຶ່ງຢ້ານທີ່ຈະບອກສິ່ງທີ່ຂ້ອຍຄິດ.
7
ຂ້ອຍຄິດວ່າພວກເຈົ້າຄວນຈະເປັນຜູ້ເວົ້າຈາ ແບ່ງປັນປັນຍາຂອງຄົນທີ່ອາວຸໂສໃຫ້.
8
ແຕ່ແມ່ນວິນຍານຂອງພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ທີ່ໄດ້ມາຫາມະນຸດແລະໃຫ້ປັນຍາແກ່ເຂົາເຈົ້າ.
9
ບໍ່ແມ່ນວ່າເຖົ້າແກ່ແລ້ວຈະເປັນຄົນມີປັນຍາ ຫລືຊ່ວຍພວກເຂົາໃຫ້ຮູ້ຈັກວ່າສິ່ງໃດແດ່ທີ່ຖືກຕ້ອງ.
10
ສະນັ້ນ ບັດນີ້ຈຶ່ງຢາກໃຫ້ພວກເຈົ້າຟັງຂ້ອຍລອງເບິ່ງ ຈົ່ງໃຫ້ຂ້ອຍບອກພວກເຈົ້າສິ່ງທີ່ຂ້ອຍຄິດໃນໃຈ.
11
ເວລາທີ່ພວກເຈົ້າເວົ້າກັນນັ້ນ ຂ້ອຍກໍອົດທົນຟັງ ເພາະຂ້ອຍຫວັງຈະໄດ້ຍິນຄຳ ໂຕ້ຖຽງອັນເລິກລັບ.
12
ແຕ່ບໍ່ມີຜູ້ໃດໃນພວກເຈົ້າ ຕິຕຽນໂຢບໄດ້ເລີຍ; ຕ່າງກໍບໍ່ພິສູດໃຫ້ເຫັນວ່າບໍ່ມີຜົນ ໃນສິ່ງທີ່ໂຢບເວົ້າ.
13
ພວກເຈົ້າອ້າງວ່າຄົ້ນພົບປັນຍາໄດ້ຢ່າງໃດ? ພຣະເຈົ້າຕ້ອງຕອບໂຢບໄປ ເພາະພວກເຈົ້າຕອບບໍ່ໄດ້.
14
ໂຢບ ໂຕ້ຖຽງກັບພວກເຈົ້າບໍ່ແມ່ນກັບຂ້ອຍເດີ ແຕ່ຂ້ອຍຈະບໍ່ຕອບແບບດຽວກັບທີ່ພວກເຈົ້າໄດ້ຕອບ.
15
ໂຢບເອີຍ ຄຳເວົ້ານັ້ນໄດ້ເຮັດໃຫ້ພວກເຂົາຜິດພາດໄປ ພວກເຂົາບໍ່ມີຄຳຕອບໃດໆມາໃຫ້ເຈົ້າອີກແລ້ວ.
16
ຈະໃຫ້ຂ້ອຍລໍຖ້າລ້າໆເມື່ອພວກເຂົາມິດງຽບຊັ້ນບໍ? ພວກເຂົາຢືນຢູ່ທີ່ນີ້ໂດຍບໍ່ມີຫຍັງເວົ້າຕໍ່ເຈົ້າອີກແລ້ວ.
17
ບັດນີ້ ຂ້ອຍຈະລອງໃຫ້ຄຳຕອບຂອງຂ້ອຍເອງ ແລະບອກເຈົ້າທຸກໆສິ່ງຕາມທີ່ຂ້ອຍຄິດເຫັນນັ້ນ.
18
ຂ້ອຍອົດທົນໄວ້ໄດ້ຍາກ ເພາະຢາກເວົ້າອອກມາ ຂ້ອຍກີດກັ້ນຖ້ອຍຄຳທີ່ຈະເວົ້ານັ້ນບໍ່ໄດ້.
19
ຖ້າຂ້ອຍບໍ່ມີໂອກາດທີ່ຈະໄດ້ເວົ້າຈາ ກໍຈະລະເບີດອອກດັ່ງເຫຼົ້າອະງຸ່ນໃໝ່ລົ້ນຖົງໜັງ.
20
ຖ້າປ່ອຍໃຫ້ຂ້ອຍເວົ້າ ກໍຈະຄ່ອຍບັນເທົາລົງ ໃຫ້ຂ້ອຍຢືນກົງຢູ່ຊື່ໆຕໍ່ໄປແມ່ນບໍ່ໄດ້.
21
ການໂຕ້ຖຽງນີ້ ຂ້ອຍຈະບໍ່ເຂົ້າຂ້າງອອກຂາ ຂ້ອຍຈະບໍ່ປະຈົບປະແຈງຄົນໃດໆທັງນັ້ນ.
22
ຂ້ອຍກໍບໍ່ຮູ້ວ່າຈະປະຈົບປະແຈງຢ່າງໃດກັນ ພຣະເຈົ້າຕ້ອງລົງໂທດທັນຂ້ອຍຖ້າເຮັດເຊັ່ນນັ້ນ.
← Chapter 31
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 33 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42