bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 20
Job 20
Lao Bible 2012 (ພຣະຄຳພີສັກສິ)
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 21 →
1
“ໂຢບເອີຍ ເຈົ້າໄດ້ເຮັດໃຫ້ຂ້ອຍລຳຄານໃຈ ບັດນີ້ ຂ້ອຍອົດທົນບໍ່ໄຫວຈຶ່ງຈະໂຕ້ຕອບເຈົ້າ.
3
ສິ່ງທີ່ເຈົ້າໄດ້ເວົ້ານັ້ນແມ່ນຄຳດູຖູກນິນທາ ແຕ່ຂ້ອຍຮູ້ດີຢູ່ແລ້ວວ່າຈະຕອບເຈົ້າຢ່າງໃດ.
4
ເຈົ້າກໍຮູ້ແລ້ວວ່າຕັ້ງແຕ່ສະໄໝບູຮານ ເມື່ອມະນຸດເຮົາຖືກວາງທີ່ເທິງແຜ່ນດິນໂລກ
5
ຄົນຊົ່ວຊ້ານັ້ນຈະມີໄຊຊະນະຢູ່ຊົ່ວຄາວ ພວກເຂົາຈະພົບຄວາມສຸກໃນໄລຍະສັ້ນໆເທົ່ານັ້ນ.
6
ເຖິງແມ່ນພວກເຂົາໃຫຍ່ສູງສົ່ງຈຸຟ້າສະຫວັນ ຈົນວ່າຫົວຂອງພວກເຂົາຈຸເມກ
7
ແຕ່ພວກເຂົາກໍຈະຖືກພັດຖິ້ມເໝືອນດັ່ງຂີ້ຝຸ່ນດິນ ຄົນທີ່ເຄີຍຮູ້ຈັກ ຈະຖາມກັນວ່າ, ‘ພວກເຂົາໄປໃສແລ້ວ?’
8
ພວກເຂົາຈະສະຫລາຍໄປດັ່ງຄວາມຝັນ ດັ່ງນິມິດໃນຕອນກາງຄືນທີ່ຈະບໍ່ເຫັນມັນອີກ.
9
ຄົນຊົ່ວຈະສູນຫາຍໄປຈາກຖິ່ນຖານຂອງຕົນ ບ່ອນທີ່ພວກເຂົາເຄີຍຢູ່ອາໄສ ກໍຈະບໍ່ເຫັນພວກເຂົາອີກເລີຍ.
10
ຊັບສິນທີ່ພວກເຂົາມີນັ້ນຈະລົດນ້ອຍຖອຍລົງ ລູກຫລານຂອງພວກເຂົາຈຳໃຈຈ່າຍຄືນໃຫ້ຄົນທຸກ.
11
ຮ່າງກາຍຂອງພວກເຂົາເຄີຍໜຸ່ມແໜ້ນແລະແຂງແຮງ ແຕ່ກໍຈະຖືກປ່ຽນແປງໃຫ້ເປັນຂີ້ຝຸ່ນດິນໄວໆນີ້.
12
ຄວາມຊົ່ວຮ້າຍມີຣົດຊາດແຊບນົວໃນປາກຂອງພວກເຂົາ ແລະເຊື່ອງມັນໄວ້ພາຍໃນຂອງພວກເຂົາ.
14
ແຕ່ໃນກະເພາະພວກເຂົາແລ້ວ ອາຫານທີ່ແຊບນັ້ນ ເປັນພິດໄພຍິ່ງກວ່າຢາເບື່ອ.
15
ຄົນຊົ່ວຮາກອອກແຕ່ຊັບສິນທີ່ຕົນໄດ້ລັກມາ; ພຣະເຈົ້າເອົາຄືນແມ່ນແຕ່ຍັງຄາຢູ່ໃນກະເພາະ.
16
ສິ່ງທີ່ຄົນຊົ່ວກືນກິນນັ້ນດັ່ງກືນຢາພິດລົງໄປ; ມັນຂ້າພວກເຂົາໃຫ້ຕາຍເໝືອນຖືກງູພິດຕອດ.
17
ພວກເຂົາຈະບໍ່ຢູ່ລອດ ເພື່ອຊົມນໍ້າມັນໝາກກອກຫລັ່ງໄຫລ ຫລືນໍ້າເຜິ້ງແລະນໍ້ານົມທີ່ຈະໄຫລດັ່ງສາຍນໍ້າ.
18
ພວກເຂົາຈະຕ້ອງສົ່ງຄືນທຸກສິ່ງທີ່ພວກເຂົາໄດ້ຫາມາ; ພວກເຂົາຈະບໍ່ມີໂອກາດຊື່ນຊົມກັບຊັບສິນຂອງຕົນຊໍ້າ
19
ເພາະພວກເຂົາຂູດຮີດ ແລະລະເລີຍຕໍ່ຄົນຍາກຈົນ ທັງບຽດຢຶດເຮືອນຄົນ ທີ່ຕົນບໍ່ໄດ້ສ້າງມານັ້ນ.
20
ພວກເຂົາໂລບມາກໂລພາບໍ່ພໍເປັນຈັກເທື່ອ ຈຶ່ງຮັກສາຊັບສົມບັດໃດໆໄວ້ບໍ່ໄດ້ເລີຍ.
21
ເມື່ອພວກເຂົາກິນເຂົ້າ ກໍບໍ່ໃຫ້ເຫຼືອໄວ້ຈັກຢ່າງ ແຕ່ບັດນີ້ ຄວາມຮຸ່ງເຮືອງຂອງພວກເຂົາກໍມາສູ່ຈຸດຈົບ.
22
ແມ່ນວ່າພວກເຂົາຈະສຳເລັດສູງສົ່ງສໍ່າໃດກໍຕາມ ແຕ່ພວກເຂົາກໍຈະຍາກຈົນໜັກລົງເທົ່ານັ້ນ.
23
ຈົ່ງປ່ອຍພວກເຂົາກິນໃຫ້ສົມຈິດໃຈມັກສາເທາະ ເພາະພຣະເຈົ້າຈະລົງໂທດຢ່າງໂກດຮ້າຍໜັກ.
24
ເມື່ອພວກເຂົາພະຍາຍາມປົບໜີຈາກດາບຂອງສັດຕູ ລູກໜ້າທະນູທອງກໍຈະມາຖືກພວກເຂົາໂລດ.
25
ລູກທະນູຈະທະລຸຊອດຮ່າງກາຍຂອງພວກເຂົາ; ຕົນຕົວຂອງພວກເຂົາກໍເປິເປື້ອນໄປດ້ວຍເລືອດ. ເມື່ອໃດຖອດທະນູອອກຈາກຫົວໃຈຂອງພວກເຂົາ ຄວາມຢ້ານຕາຍກໍມາສິງສູ່ພວກເຂົາເມື່ອນັ້ນ.
26
ທຸກໆສິ່ງທີ່ພວກເຂົາໄດ້ສະສົມໄວ້ໄດ້ທັງໝົດ ກໍຈະຖືກທຳລາຍຖິ້ມຈົນກ້ຽງ; ໄຟທີ່ບໍ່ໄຕ້ໂດຍມືມະນຸດຈະເຜົາຜານ ພວກເຂົາກັບຄອບຄົວຂອງພວກເຂົາໃຫ້ດັບສິ້ນ.
27
ຈັກກະວານເຜີຍແບບາບຂອງພວກເຂົາໃຫ້ເຫັນ; ແຜ່ນດິນໂລກກໍເປັນພະຍານຕໍ່ສູ້ພວກເຂົາດ້ວຍ.
28
ຊັບສິນຂອງພວກເຂົາທຸກຢ່າງຈະຖືກທຳລາຍໄປ ຍ້ອນພຣະເຈົ້າໂກດຮ້າຍໜັກດັ່ງນໍ້າໄຫລຖ້ວມ.
29
ຊາຕາກຳຂອງບັນດາຄົນຊົ່ວກໍເປັນດັ່ງນີ້ແຫລະ ພຣະເຈົ້າໃຫ້ພວກເຂົາໄດ້ຮັບເຄາະກຳເຫຼົ່ານັ້ນ.”
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 21 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42