bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 37
Job 37
Lao Bible 2012 (ພຣະຄຳພີສັກສິ)
← Chapter 36
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 38 →
1
ລົມພະຍຸເຮັດໃຫ້ຫົວໃຈຂ້ອຍເຕັ້ນຄອນແຄນ ເຕັ້ນສຸດແຮງຢ່າງຂາດການຢັບຢັ້ງ.
2
ຈົ່ງຟັງສຽງພຣະເຈົ້າ ພວກເຈົ້າທັງຫລາຍ ສຽງຟ້າຮ້ອງທີ່ດັງອອກມາຈາກປາກພຣະເຈົ້າ.
3
ພຣະອົງສົ່ງຟ້າແມບເຫລື້ອມຜ່ານທ້ອງຟ້າໄປ ຈາກສົ້ນໜຶ່ງຂອງໂລກາ ໄປສູ່ສົ້ນໜຶ່ງອີກ.
4
ແລ້ວກໍໄດ້ຍິນສຽງຮ້ອງກ້ອງສະໜັ່ນຂອງພຣະອົງ ຄືສຽງດັງກ້ອງດ້ວຍຣິດອຳນາດຂອງຟ້າຮ້ອງ ພໍສຽງຂອງພຣະເຈົ້າດັງກ້ອງກັງວານ ສິ່ງທັງໝົດກໍມີແສງເຫລື້ອມໃສແມບມາບ.
5
ຄຳສັ່ງຂອງພຣະເຈົ້າໃຫ້ເກີດສິ່ງປະຫລາດໃຈ ຄືສິ່ງອັດສະຈັນທີ່ພວກເຮົາເຂົ້າໃຈບໍ່ໄດ້.
6
ພຣະອົງສົ່ງຫິມະໃຫ້ຕົກລົງມາສູ່ໂລກາ ສົ່ງກະແສນໍ້າມາເປັນຝົນໃຫ້ໂຮຍຮຳຊຸ່ມປຽກ.
7
ພຣະອົງໃຫ້ວຽກງານຂອງພວກເຮົາຢຸດສະງັກລົງ; ພຣະອົງສຳແດງໃຫ້ພວກເຮົາເຫັນສິ່ງທີ່ພຣະອົງເຮັດໄດ້.
8
ແມ່ນແຕ່ສັດປ່າ ຕ່າງກໍຫາບ່ອນຫລົບລີ້ກັນໝົດ ແລະພາກັນເຂົ້າໄປນອນໃນບ່ອນທີ່ມັນເຄີຍຊົ້ນ.
9
ແຕ່ທາງທິດໃຕ້ພຸ້ນລົມພະຍຸພວມພັດມາ ອາກາດໜາວເຢັນກໍມາແຕ່ທາງທິດເໜືອພຸ້ນ.
10
ລົມຫາຍໃຈພຣະເຈົ້າເຮັດໃຫ້ນໍ້າກ້າມທັງໝົດ ປ່ຽນໃຫ້ນໍ້າທັງຫລາຍກາຍເປັນນໍ້າແຂງໄດ້.
11
ພຣະອົງບັນທຸກນໍ້າໝອກມາພ້ອມຄວາມຊຸ່ມເຢັນ ໃຫ້ແສງຟ້າແມບກະຈາຍໃສ່ກຸ່ມເມກໝອກ
12
ມັນເຄື່ອນໄປມາໄດ້ຕາມພຣະປະສົງ ແລະເຮັດສິ່ງທັງໝົດຕາມທີ່ສັ່ງ ສິ່ງເຫຼົ່ານີ້ເກີດຂຶ້ນທົ່ວໂລກປັດຖະພີ ໃນທຸກທີ່ທຸກແຫ່ງຕາມພຣະປະສົງນັ້ນ.
13
ພຣະເຈົ້າສົ່ງຝົນລົງໃຫ້ຫົດພື້ນແຜ່ນດິນ ອາດສົ່ງມາລົງໂທດຄົນຫລືໃຫ້ຄວາມຮັກກໍໄດ້.
14
ໂຢບເອີຍ ຢຸດຄິດບຸດໜຶ່ງ ຈົ່ງຟັງຂ້ອຍຕໍ່ໄປເທາະ ຈົ່ງພິຈາລະນາສິ່ງອັດສະຈັນ ທີ່ພຣະເຈົ້າກະທຳນັ້ນ.
15
ເຈົ້າຮູ້ຈັກວ່າພຣະເຈົ້າໃຫ້ຄຳສັ່ງຢ່າງໃດບໍ? ຈາກເມກພຣະອົງເຮັດໃຫ້ຟ້າແມບເຫລື້ອມຮູ້ບໍ?
16
ເຈົ້າຮູ້ວ່າກ້ອນເມກລອຍຢູ່ເທິງເວຫາບໍ? ການອັນອັດສະຈັນຄືສີມືຂອງພຣະເຈົ້າແມ່ນບໍ່?
17
ເຈົ້າຮູ້ສຶກເຈັບປວດກໍເພາະຖືກຮ້ອນເຜົາຜານ ເມື່ອລົມທາງທິດໃຕ້ພັດມາກະຮໍ່າທົ່ວປະເທດ.
18
ເຈົ້າຊ່ວຍພຣະເຈົ້າພືທ້ອງຟ້າອອກໄດ້ບໍ? ເຮັດໃຫ້ແຂງຈັດດັ່ງໂລຫະຖືກຂັດໃຫ້ເຫລື້ອມ?
19
ສອນພວກເຮົາສິ່ງທີ່ຈະເວົ້າກັບພຣະເຈົ້າແດ່ແມ ແຕ່ຄວາມຄິດພວກເຮົາກໍເປົ່າບໍ່ມີຫຍັງຈະເວົ້າອີກ.
20
ຂ້ອຍບໍ່ຢາກຖາມວ່າ ຈະເວົ້າກັບພຣະເຈົ້າຢ່າງໃດ ເປັນຫຍັງຂ້ອຍໃຫ້ໂອກາດພຣະອົງທຳລາຍຂ້ອຍຖິ້ມ?
21
ບັດນີ້ ແສງແຈ້ງໃນທ້ອງຟ້າກໍກຳລັງສຸກໃສ ເຫລື້ອມໃສເກີນໄປກວ່າທີ່ພວກເຮົາແນມເບິ່ງໄດ້; ທ້ອງຟ້ານັ້ນກໍຖືກກວາດໃຫ້ອອກໜີໄປ ຖືກກວາດຈົນກ້ຽງໃສຈາກລົມທີ່ມາພັດຜ່ານ.
22
ແສງທອງສ່ອງຈາກທາງທິດເໜືອໃຫ້ເຫັນ ພຣະສະຫງ່າຣາສີກໍເຕັມພາຍໃນພວກເຮົາຈົນຢ້ານ.
23
ອຳນາດຂອງພຣະເຈົ້ານັ້ນແສນຍິ່ງໃຫຍ່ຫລາຍ ຊຶ່ງພວກເຮົາເຂົ້າມາໃກ້ຊິດພຣະອົງບໍ່ໄດ້; ພຣະອົງຊົງຍຸດຕິທຳແທ້ແລະທ່ຽງທຳຍິ່ງໃຫຍ່ ພຣະອົງໄດ້ເຮັດກັບມະນຸດໂດຍສິ່ງເຫຼົ່ານີ້ແຫລະ.
24
ດັ່ງນັ້ນ ມະນຸດຕ້ອງໃຫ້ຄວາມຢຳເກງພຣະອົງ ພຣະອົງລະເລີຍຕໍ່ຜູ້ທີ່ຖືຕົນເປັນຄົນສະຫລາດ.”
← Chapter 36
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 38 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42