bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 42
Job 42
Lao Bible 2012 (ພຣະຄຳພີສັກສິ)
← Chapter 41
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
1
ແລ້ວໂຢບກໍໄດ້ຕອບພຣະເຈົ້າຢາເວ.
2
“ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮູ້ວ່າພຣະອົງຊົງຣິດອຳນາດຍິ່ງໃຫຍ່ ແລະພຣະອົງເຮັດທຸກໆສິ່ງຕາມໃຈມັກດ້ວຍ.
3
ພຣະອົງກ່າວວ່າ, ‘ເປັນຫຍັງກ້າຖາມເຖິງພຣະປັນຍາ ເພາະຂ້ານ້ອຍເອງໂງ່ຈ້າທີ່ສຸດ.’ ຂ້ານ້ອຍໄດ້ເວົ້າເຖິງສິ່ງທີ່ຂ້ານ້ອຍບໍ່ເຂົ້າໃຈ ເຖິງສິ່ງທີ່ອັດສະຈັນຍິ່ງໃຫຍ່ທີ່ຂ້ານ້ອຍຈະຮູ້ໄດ້.
4
ພຣະອົງໄດ້ບອກໃຫ້ຂ້ານ້ອຍຟັງ ເມື່ອພຣະອົງເວົ້າຈາ ແລະໃຫ້ຊອກຕອບຄຳຖາມ ທີ່ພຣະອົງຖາມນັ້ນ.
5
ແລ້ວກໍພຽງແຕ່ໄດ້ຮູ້ສິ່ງທີ່ຄົນອື່ນໄດ້ບອກຂ້ານ້ອຍ ແຕ່ບັດນີ້ ຂ້ານ້ອຍເຫັນພຣະອົງດ້ວຍຕາແລ້ວ.
6
ດັ່ງນັ້ນ ຂ້ານ້ອຍຈຶ່ງອັບອາຍຕໍ່ສິ່ງທີ່ໄດ້ກ່າວຈາ ຂ້ານ້ອຍເສຍໃຈ ຈຶ່ງນັ່ງທີ່ຂີ້ຝຸ່ນດິນແລະຂີ້ເຖົ່າ.”
7
ຫລັງຈາກພຣະເຈົ້າຢາເວໄດ້ກ່າວຕໍ່ໂຢບສຸດແລ້ວ ພຣະເຈົ້າຢາເວກໍກ່າວຕໍ່ເອລີຟັດຊາວເຕມານວ່າ, “ເຮົາໃຈຮ້າຍໃຫ້ເຈົ້າ ແລະເພື່ອນສອງຄົນຂອງເຈົ້າ ເພາະພວກເຈົ້າບໍ່ໄດ້ເວົ້າຄວາມຈິງກ່ຽວກັບເຮົາ ຕາມວິທີທີ່ໂຢບຄົນຮັບໃຊ້ຂອງເຮົາໄດ້ເວົ້າ.
8
ບັດນີ້ ຈົ່ງເອົາງົວເຖິກເຈັດໂຕ ແລະແກະເຖິກເຈັດໂຕໄປໃຫ້ໂຢບ ເພື່ອເຜົາບູຊາສຳລັບຄວາມຜິດຂອງພວກເຈົ້າ. ໂຢບຈະພາວັນນາອະທິຖານສຳລັບພວກເຈົ້າ ແລະເຮົາຈະຕອບຄຳພາວັນນາອະທິຖານຂອງລາວ ແລະເຮົາຈະບໍ່ເອົາໂທດ ຕາມທີ່ພວກເຈົ້າຄວນໄດ້ຮັບ. ພວກເຈົ້າບໍ່ໄດ້ເວົ້າຄວາມຈິງກ່ຽວກັບເຮົາດັ່ງທີ່ໂຢບໄດ້ເວົ້າ.”
9
ເອລີຟັດຊາວເຕມານ, ບິນດາດຊາວຊູອາ ແລະໂຊພາຊາວນາອາມາ ກະທຳຕາມສິ່ງທີ່ພຣະເຈົ້າຢາເວໄດ້ບອກພວກເຂົາ ແລະພຣະເຈົ້າຢາເວກໍໄດ້ຕອບຄຳພາວັນນາອະທິຖານຂອງໂຢບ.
10
ຕໍ່ມາ ຫລັງຈາກໂຢບໄດ້ພາວັນນາອະທິຖານສຳລັບເພື່ອນທັງສາມຄົນແລ້ວ ພຣະເຈົ້າຢາເວໄດ້ເຮັດໃຫ້ໂຢບຈະເລີນຮຸ່ງເຮືອງຂຶ້ນໃໝ່; ແລະພຣະເຈົ້າຢາເວໃຫ້ເພິ່ນຮັ່ງມີຕື່ມອີກເຖິງສອງເທົ່າ ໃນສິ່ງທີ່ເພິ່ນເຄີຍມີມາກ່ອນ.
11
ພວກອ້າຍເອື້ອຍນ້ອງຂອງໂຢບ ແລະພວກໝູ່ເພື່ອນເກົ່າແກ່ ຕ່າງກໍໄດ້ມາຢ້ຽມຢາມໂຢບ ແລະກິນລ້ຽງສະຫລອງທີ່ເຮືອນຂອງເພິ່ນ. ພວກເຂົາໄດ້ສະແດງຄວາມເຫັນອົກເຫັນໃຈ ແລະເລົ້າໂລມເພິ່ນສຳລັບຄວາມເດືອດຮ້ອນທັງໝົດ ທີ່ພຣະເຈົ້າຢາເວໄດ້ນຳມາສູ່ເພິ່ນ, ແຕ່ລະຄົນໃນພວກເຂົາໄດ້ເອົາເງິນບາງສ່ວນ ແລະແຫວນຄຳຜູ້ລະວົງໃຫ້ໂຢບ.
12
ພຣະເຈົ້າຢາເວໄດ້ອວຍພອນຊີວິດບັ້ນປາຍຂອງໂຢບ ຫລາຍກວ່າພຣະອົງໄດ້ອວຍພອນຊີວິດບັ້ນຕົ້ນຂອງເພິ່ນ. ໂຢບມີແກະສິບສີ່ພັນໂຕ, ອູດຫົກພັນໂຕ, ງົວສອງພັນໂຕ ແລະລໍໜຶ່ງພັນໂຕ.
13
ເພິ່ນໄດ້ມີລູກຊາຍເຈັດຄົນ ແລະລູກສາວສາມຄົນ.
14
ເພິ່ນໄດ້ໃສ່ຊື່ລູກສາວກົກວ່າ ເຢມີມາ, ລູກສາວຜູ້ທີສອງວ່າ ເກຊີຢາ ແລະລູກສາວຜູ້ນ້ອຍວ່າ ເກເຣັນຮັບປຸກ.
15
ບໍ່ມີຍິງຜູ້ໃດໃນໂລກນີ້ ທີ່ງາມເທົ່າກັບລູກສາວຂອງໂຢບ. ພໍ່ຂອງພວກເຂົາໄດ້ແບ່ງສ່ວນມໍຣະດົກໃຫ້ຄືກັນກັບອ້າຍຂອງພວກເຂົາ.
16
ຫລັງຈາກນັ້ນມາ ໂຢບກໍມີຊີວິດຢູ່ອີກໜຶ່ງຮ້ອຍສີ່ສິບປີ ນານພໍເຫັນຫລານເຫຼັນຂອງຕົນ.
17
ແລ້ວເພິ່ນກໍໄດ້ຕາຍໄປ ເມື່ອເຖົ້າແກ່ຫລາຍທີ່ສຸດ.
← Chapter 41
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42