bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 21
Job 21
Lao Bible 2012 (ພຣະຄຳພີສັກສິ)
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 22 →
1
“ຈົ່ງຟັງດີໆເຖີດ ສິ່ງທີ່ຂ້ອຍຈະເວົ້າອອກໄປ ຂ້ອຍບໍ່ລໍຄຳເລົ້າໂລມໃຈຈາກພວກເຈົ້າອີກແລ້ວ.
3
ຈົ່ງໃຫ້ໂອກາດຂ້ອຍເວົ້າຕໍ່ໄປຕື່ມແດ່ ເມື່ອເວົ້າສົມໃຈແລ້ວ ຈະເຍາະເຍີ້ຍຂ້ອຍກໍເອົາເລີຍ.
4
ການໂຕ້ຖຽງຂອງຂ້ອຍບໍ່ແມ່ນກັບຄົນຕາຍເປັນ ຂ້ອຍມີເຫດຜົນພຽງພໍ ທີ່ຂ້ອຍອົດກັ້ນບໍ່ໄດ້.
5
ແນມເບິ່ງຂ້ອຍຢ່າງນີ້ແລ້ວ ຍັງບໍ່ພຽງພໍອີກບໍ? ຈຶ່ງກຶ້ງຕາເບິ່ງຢ່າງຕົກຕະລຶງມິດງຽບ?
6
ເມື່ອຄິດເຖິງສິ່ງທີ່ໄດ້ເກີດຂຶ້ນກັບຂ້ອຍຫັ້ນນາ ຂ້ອຍກໍງົງ ທົ່ວຮ່າງກາຍກໍສັ່ນເຊັນໄປໝົດສິ້ນ.
7
ເປັນຫຍັງພຣະເຈົ້າຈຶ່ງປ່ອຍໃຫ້ຄົນບໍ່ດີຍັງມີຊີວິດຢູ່ ຈົນພວກເຂົາເຖົ້າແກ່ຊະຣາ ຈົນຮຸ່ງເຮືອງຂຶ້ນ ແລະຮັ່ງມີນໍ?
8
ພວກເຂົາມີລູກ ແລະພວກເຫຼົ່າຫລານເຫຼັນ ມີຊີວິດຈົນເຫັນພວກເຂົາໃຫຍ່ກ້າໜ້າບານທັງນັ້ນ.
9
ພຣະເຈົ້າບໍ່ໄດ້ໃຫ້ບ້ານເຮືອນຂອງພວກເຂົາຖືກທຳລາຍ ພວກເຂົາບໍ່ເຄີຍມີຊີວິດຢູ່ໂດຍຢ້ານກົວຜູ້ໃດຊໍ້າ.
10
ທຸກເທື່ອທີ່ງົວເຖິກຖືເຊີງນັ້ນ ກໍຕັ້ງທ້ອງທຸກໂຕ ແລະເກີດລູກອອກມາຢ່າງບໍ່ຫລຸຫລອດຈັກໂຕດ້ວຍ.
11
ພວກເຂົາປ່ອຍໃຫ້ລູກຫລານແລ່ນຫລີ້ນຍົ່ວໆດັ່ງຝູງແກະ ລູກຫລານຂອງພວກເຂົາເຕັ້ນກະໂດດໄປມາຢ່າງມ່ວນຊື່ນ
12
ທັງຮ້ອງລຳທຳເພງ ຕາມຈັງຫວະຂອງສຽງກອງ ພ້ອມທັງສຽງພິນ ແລະສຽງຂຸ່ຍອີກດ້ວຍ.
13
ພວກເຂົາໃຊ້ຊີວິດຢູ່ຢ່າງມີສັນຕິສຸກ ແລະຕາຍຢ່າງສະບາຍໂດຍທີ່ບໍ່ໄດ້ທົນທຸກ.
14
ຄົນຊົ່ວບອກພຣະເຈົ້າປ່ອຍພວກເຂົາໃຫ້ຢູ່ຕາມລຳພັງ ພວກເຂົາບໍ່ຕ້ອງການຮູ້ຈັກແມ່ນແຕ່ພຣະປະສົງຂອງພຣະອົງຊໍ້າ.
15
ພວກເຂົາຄິດວ່າບໍ່ຈຳເປັນທີ່ຕ້ອງຮັບໃຊ້ພຣະເຈົ້າເດີ ທັງບໍ່ສຳຄັນຫຍັງທີ່ຈະພາວັນນາອະທິຖານຫາພຣະເຈົ້າ.
16
ພວກເຂົາອ້າງເຖິງຜົນສຳເລັດໂດຍກຳລັງຂອງພວກເຂົາເອງ ແມ່ນແຕ່ແນວຄິດຂອງພວກເຂົາ ຂ້ອຍກໍຍອມຮັບເອົາບໍ່ໄດ້.
17
ແສງທຽນຊີວິດຂອງຄົນຊົ່ວດັບໄປເລື້ອຍໆຊັ້ນບໍ? ຄວາມຈິບຫາຍກໍມາເຖິງພວກເຂົາເລື້ອຍໆຫລືບໍ່? ເມື່ອພຣະເຈົ້າໂກດຮ້າຍແຜດສຽງໃສ່ຄົນຊົ່ວທັງຫລາຍ ເລື້ອຍໆສໍ່າໃດທີ່ພຣະອົງລົງໂທດຄົນຊົ່ວຊ້າເຊັ່ນນັ້ນ?
18
ພຣະອົງພັດພວກເຂົາຖິ້ມດັ່ງຂີ້ແກບຖືກລົມພັດບໍ? ດັ່ງພະຍຸບ້າພັດຂີ້ຝຸ່ນຟົ້ງກະເດັນໜີໄປຫລືບໍ່?
19
ພຣະເຈົ້າຈະບໍ່ລົງໂທດລູກຍ້ອນບາບກຳຂອງພໍ່. ແຕ່ພຣະເຈົ້າເປັນຜູ້ລົງໂທດຄົນທີ່ເຮັດບາບນັ້ນເອງ, ເພື່ອສະແດງໃຫ້ເຫັນວ່າພວກເຂົາເອງໄດ້ເຮັດບາບ.
20
ໃຫ້ຄົນບາບຫາບແບກໂທດກຳຂອງພວກເຂົາເອງ; ໃຫ້ພວກເຂົາຊີມຄວາມໂກດຮ້າຍຂອງພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່.
21
ເມື່ອຄົນຜູ້ໜຶ່ງຈົບສິ້ນຊີວິດຂອງຕົນໄປ ມັນຫຍຸ້ງກ່ຽວຫຍັງກັບຊີວິດຂອງລູກລາວນັ້ນ?
22
ຜູ້ໃດຜູ້ໜຶ່ງສັ່ງສອນພຣະເຈົ້າໄດ້ບໍ? ຜູ້ທີ່ຕັດສິນແມ່ນພຣະອົງທີ່ຢູ່ເບື້ອງເທິງພຸ້ນ.
23
ບາງຄົນແຂງແຮງຢູ່ຮອດມື້ເຂົາຕາຍ ຕາຍງ່າຍທັງສຸກໃຈແລະຮ່າງກາຍກໍອ້ວນພີຢູ່.
25
ບາດຄົນອື່ນນັ້ນ ພັດບໍ່ມີຄວາມສຸກຫຍັງເລີຍ; ເຂົາມີຊີວິດຢູ່ແລະຕາຍໄປໂດຍຂົມຂື່ນໃຈແທ້ໆ.
26
ທຸກຄົນກໍລ້ວນແຕ່ຕາຍແລະຖືກຝັງ; ມີໂຕໜອນຫຸ້ມຕົນຕົວຄືກັນທັງນັ້ນ.
27
ຈົ່ງລະວັງໄວ້ ຂ້ອຍຮູ້ຄວາມຄິດພວກເຈົ້າທັງໝົດ ຄືຄວາມຄິດເຕັມແຕ່ອຸບາຍທີ່ພວກເຈົ້າມີຢູ່ນັ້ນ.
28
ພວກເຈົ້າຖາມວ່າ, ‘ເຮືອນຜູ້ຍິ່ງໃຫຍ່ບັດນີ້ຢູ່ໃສ?’ ຄືຜູ້ຍິ່ງໃຫຍ່ທີ່ໄດ້ປະຕິບັດແຕ່ການຊົ່ວຮ້າຍນັ້ນ?
29
ພວກເຈົ້າບໍ່ເຄີຍຖາມຄົນທ່ອງທ່ຽວແດ່ບໍ? ພວກເຈົ້າບໍ່ຮູ້ຈັກຄຳພະຍານຂອງພວກເຂົາຫລື
30
ວ່າຄົນຊົ່ວຖືກສະຫງວນໄວ້ສຳລັບຄວາມຈິບຫາຍ ແລະພວກເຂົາຈະຖືກນຳໄປໃນວັນແຫ່ງຄວາມໂກດຮ້າຍ.
31
ບໍ່ມີຜູ້ໃດກ້າຟ້ອງກ່າວຫາຄົນຊົ່ວຕໍ່ໜ້າພວກເຂົາເລີຍ ຫລືໃຫ້ພວກເຂົາຈ່າຍຄືນ ໂທດກຳທີ່ພວກເຂົາກະທຳນັ້ນ.
32
ເມື່ອຖືກຫາມໄປສູ່ຫລຸມບ່ອນພວກເຂົາຖືກຝັງ ກໍຍັງມີຄົນຢືນຄອຍອ້ອມເຝົ້າຂຸມຝັງສົບໄວ້
33
ມີຫລາຍພັນຄົນເຂົ້າຮ່ວມໃນພິທີຝັງສົບ ແມ່ນແຕ່ດິນກໍຢູ່ເທິງຮ່າງກາຍພວກເຂົາຢ່າງສຸພາບ.
34
ຄຳເລົ້າໂລມຂອງພວກເຈົ້ານັ້ນບໍ່ມີຄຸນຄ່າ ທຸກຄຳຕອບທີ່ພວກເຈົ້າເວົ້າມາ ເປັນຄຳຕົວະທັງນັ້ນ.”
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 22 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42