bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 18
Job 18
Lao Bible 2012 (ພຣະຄຳພີສັກສິ)
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 19 →
1
“ໂຢບເອີຍ ຄົນຄືເຈົ້າມິດເລີຍສາໄດ້ຫລືບໍ່? ພວກເຮົາຈະເວົ້າຕໍ່ໄປກັບເຈົ້າຖ້າເຈົ້າມິດແລະຟັງ.
3
ພວກເຈົ້າຈະປ່ອຍໃຫ້ໂຢບຄິດວ່າພວກເຮົາຄືສັດຊັ້ນບໍ? ຫລືພວກເຈົ້າຄິດວ່າພວກເຮົາເປັນຄົນໂງ່ຈ້າ.
4
ໂຢບເອີຍ ທີ່ເຈົ້າໂກດຮ້າຍມັນທຳລາຍເຈົ້າເອງ ແຜ່ນດິນໂລກຈະສັ່ນສະເທືອນ ຍ້ອນຄວາມໂກດຮ້າຍຂອງເຈົ້າບໍ? ຫລືກ້ອນຫີນຈະເຄື່ອນຍ້າຍຈາກທີ່ຂອງມັນໄດ້ບໍ?
5
ແສງແຈ້ງຂອງຄົນຊົ່ວນັ້ນຈະຖືກມອດມິດໄປ ແປວໄຟຂອງພວກເຂົາກໍຈະບໍ່ສ່ອງແສງຂຶ້ນມາອີກ.
6
ແສງແຈ້ງໃນຜ້າເຕັນຂອງພວກເຂົາຈະມອດໄປ ດັ່ງຕະກຽງດັບແລະຈົມຢູ່ໃນຄວາມມືດ.
7
ບາດກ້າວຂອງພວກເຂົາໜັກແໜ້ນແຕ່ບັດນີ້ຕຳສະດຸດ; ພວກເຂົາລົ້ມລົງດ້ວຍອຸບາຍຂອງພວກເຂົາເອງ.
8
ພວກເຂົາຍ່າງໄປຖືກຕາໜ່າງເພາະຕີນຂອງພວກເຂົາເອງ ແລະພວກເຂົາກໍຍ່າງພະເນຈອນໄປສູ່ບ້ວງແຮ້ວ;
9
ແຮ້ວທີ່ວາງໄວ້ນັ້ນຈະຈັບທີ່ຂະໜ່ອງຂອງພວກເຂົາ ແລະຕົວພວກເຂົາເອງກໍຈະຖືກຫິ້ວຂຶ້ນ.
10
ທີ່ເທິງໜ້າດິນນັ້ນມີແຮ້ວທີ່ຖືກຫ້າງໄວ້ຢ່າງດີ ຖືກວາງໄວ້ຕາມທາງທີ່ລາວຍ່າງໄປມານັ້ນ.
11
ອ້ອມຮອບຕົວລາວນັ້ນ ຄວາມຢ້ານໃຫຍ່ລໍຄອຍ ມັນຕິດຕາມລາວໄປໃນທຸກໆບາດກ້າວ.
12
ລາວເຄີຍຮັ່ງມີຂຶ້ນ ແຕ່ບັດນີ້ຊໍ້າພັດອຶດຫິວ; ຄວາມຈິບຫາຍຢືນລໍຄອຍຢູ່ຂ້າງໆລາວນັ້ນ.
13
ພະຍາດເຖິງຕາຍກໍລາມໄປທົ່ວຮ່າງກາຍ ເຮັດໃຫ້ແຂນຂາລາວເປື່ອຍເໝັນຄາວຍ້ອນ.
14
ລາວຖືກຖອນອອກຈາກເຕັນທີ່ຢູ່ຢ່າງປອດໄພ ຖືກນຳມາຢູ່ຊ້ອງໜ້າເຈົ້າແຫ່ງຄວາມຕາຍແລ້ວ.
15
ບັດນີ້ ຜູ້ໃດສາມາດຢູ່ໃນຜ້າເຕັນຂອງຕົນ ຫລັງຈາກທີ່ຄົນໂຮຍມາດລົງຂ້າເຊື້ອພະຍາດທີ່ນັ້ນ.
16
ສະນັ້ນ ລາວຈຶ່ງເປັນດັ່ງຕົ້ນໄມ້ທີ່ກຳລັງຈະຕາຍ ຮາກເຫງົ້າກິ່ງກ້ານທັງຫລາຍກໍຫ່ຽວແຫ້ງໄປສິ້ນ.
17
ໃນບ້ານເມືອງແລະຕ່າງຖິ່ນຊື່ສຽງລາວກໍໝົດໄປ ບໍ່ມີຜູ້ໃດທີ່ຈະຈົດຈຳລາວໄວ້ຕໍ່ໄປອີກແລ້ວ.
18
ລາວຈະຖືກຂັບໄລ່ອອກຈາກດິນແດນຄົນເປັນ ຄືຖືກຂັບໄລ່ຈາກແສງແຈ້ງເຂົ້າສູ່ຄວາມມືດ.
19
ລາວຈະບໍ່ມີລູກເພື່ອສືບເຊື້ອສາຍໃຫ້ລາວເລີຍ ຈະບໍ່ມີຜູ້ໃດລອດຊີວິດຢູ່ໃນບ້ານເຮືອນຂອງລາວດ້ວຍ.
20
ແຕ່ຕາເວັນອອກເຖິງຕາເວັນຕົກຕ່າງກໍໄດ້ຍິນ ເຖິງຊາຕາກຳລາວ ຈຶ່ງຂົນລຸກແລະສັ່ນເຊັນດ້ວຍ.
21
ຊາຕາກຳຂອງຄົນຊົ່ວນັ້ນກໍເປັນດັ່ງນີ້ແຫລະ ຄືຜູ້ທີ່ບໍ່ໄດ້ບົວລະບັດພຣະເຈົ້າຂອງຕົນຢ່າງຖືກຕ້ອງ.”
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 19 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42