bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 30
Job 30
Lao Bible 2012 (ພຣະຄຳພີສັກສິ)
← Chapter 29
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 31 →
1
ແຕ່ບັດນີ້ ຂ້ອຍຊໍ້າຖືກຫົວເລາະຫຍໍ້ຫຍັນ ໂດຍເດັກນ້ອຍສາມັນທີ່ບໍ່ນັບຖືອາຍຸຂອງຂ້ອຍ; ພໍ່ຂອງພວກເຂົາສະໄໝກ່ອນ ເຄີຍເປັນຄົນບໍ່ສຳຄັນຫຍັງ ບໍ່ສົມກັບຝູງໝາທີ່ເຝົ້າຝູງແກະຂອງຂ້ອຍຊໍ້າ.
2
ພວກເຂົາເປັນຄົນໝົດເຫື່ອ ແລະໝົດແຮງ ອ່ອນແອເກີນທີ່ຈະເຮັດວຽກສຳລັບຂ້ອຍໄດ້.
3
ພວກເຂົາອຶດຫິວທຸກໄຮ້ຈົນຫຍໍ້າກິນຮາກໄມ້ຕາຍ ໃນປ່າທີ່ໂດດດ່ຽວປ່ຽວຄົນໃນຕອນກາງຄືນ.
4
ພວກເຂົາຫລົກພັນໄມ້ໃນຖິ່ນແຫ້ງແລ້ງກັນດານ ກິນແມ່ນແຕ່ຮາກໄມ້ຈາງໆຂອງໄມ້ຍູກວາດ
5
ທຸກໆຄົນຮ້ອງໄລ່ພວກເຂົາໃຫ້ໜີໄປ ດັ່ງພວກເຂົາກຳລັງຮ້ອງໄລ່ໃສ່ໂຈນທີ່ມາປຸ້ນ.
6
ເຂົາເຈົ້າຕ້ອງໄດ້ອາໄສຢູ່ໃນຖໍ້າຫີນ ໃນຫລຸມທີ່ຂຸດໄວ້ໃກ້ໆກັບໜ້າຜານັ້ນ.
7
ຢູ່ນອກປ່າຕ່າງໆ ພວກເຂົາພາກັນຫອນດັ່ງຝູງໝາ ແລະກໍບຽດຍັດກັນຢູ່ພາຍໃຕ້ພຸ່ມໄມ້.
8
ແມ່ນພວກຄົນບໍ່ມີຄ່າແລະບໍ່ມີຊື່ສຽງຫຍັງເລີຍ ພວກເຂົາຖືກຂັບໄລ່ໃຫ້ໜີອອກໄປຈາກດິນແດນ.
9
ບັດນີ້ ພວກເຂົາກໍມາລ້ອມຫົວເຍາະເຍີ້ຍໃສ່ຂ້ອຍຄືນ ຂ້ອຍເປັນພຽງຄຳເວົ້າອັນຕະຫລົກຂອງເຂົາເຈົ້າ.
10
ພວກເຂົາຫັນຫລັງໃສ່ຂ້ອຍດ້ວຍຄວາມລັງກຽດແກມຊັງ ຫລືຢ່າງບໍ່ລຳຄານເລີຍ ທີ່ຖົ່ມນໍ້າລາຍໃສ່ໜ້າຂ້ອຍ.
11
ຍ້ອນພຣະເຈົ້າເຮັດໃຫ້ຂ້ອຍອ່ອນແຮງຂາດຜູ້ຊ່ວຍ ພວກເຂົາຈຶ່ງຫັນມາຕໍ່ສູ້ຢ່າງບ້າເລືອດຄຶກຄະນອງ.
12
ຄົນເຫຼົ່ານີ້ຕ່າງກໍຕັ້ງໜ້າມາໂຈມຕີຂ້ອຍອີຫລີ ພວກເຂົາກົດດັນຂ້ອຍໃຫ້ແລ່ນໜີ ແລະຕຽມບຸກໃນບັ້ນທ້າຍ.
13
ພວກເຂົາຕັດທາງຂ້ອຍປົບໜີ ແລະພະຍາຍາມທຳລາຍຂ້ອຍຕື່ມ ແລະບໍ່ມີຜູ້ໃດເລີຍທີ່ຈະຕ້ານທານ ພວກເຂົາໄວ້ໄດ້.
14
ພວກເຂົາບຸກໂຈມຕີຂ້ອຍ ແມ່ນແຕ່ທີ່ຫລຸມປ້ອງກັນ ຫັນໜ້າໃສ່ຢ່າງຫ້າວຫານ ຜ່ານທີ່ຫັກເພພັງມາໄດ້.
15
ຄວາມຢ້ານກົວລຽນແຖວກັນມາ ປົກຄຸມເຕັມຕຶບໜາຢູ່ເທິງຊີວິດຂອງຂ້ອຍ. ກຽດຂອງຂ້ອຍດັບສິ້ນດັ່ງລົມພັດຜ່ານກາຍໄປ ແລະຄວາມຮຸ່ງເຮືອງລັບຫາຍດັ່ງເມກໝອກ.
16
ມາບັດນີ້ ຂ້ອຍກຳລັງໃກ້ຈະສິ້ນໃຈຕາຍ ແຕ່ຂ້ອຍຍັງບໍ່ໄດ້ບັນເທົາຕໍ່ການທົນທຸກຂອງຂ້ອຍ.
17
ກາງຄືນກະດູກຂອງຂ້ອຍເຈັບປວດທັງໝົດ ເຈັບປວດຢ່າງທໍລະມານບໍ່ເຄີຍເຊົາຈັກເທື່ອ.
18
ພຣະເຈົ້າຈັບຄໍເສື້ອຂ້ອຍໄວ້ຍົກຕົວຂ້ອຍຂຶ້ນສູງ ບິດເຄື່ອງນຸ່ງຂອງຂ້ອຍນຳຈົນບໍ່ເປັນຮູບຊົງຍ້ອນ.
19
ພຣະອົງໂຍນຂ້ອຍລົງໃສ່ໃນຂີ້ຕົມ ຂ້ອຍບໍ່ດີກວ່າສິ່ງທີ່ຊຸດໂຊມອັນເປິເປື້ອນ.
20
ຂ້າແດ່ພຣະເຈົ້າ ຂ້ານ້ອຍຮ້ອງຫາພຣະອົງ, ແຕ່ຄຳຕອບບໍ່ມີ ເມື່ອຂ້ານ້ອຍພາວັນນາອະທິຖານຫາ ພຣະອົງກໍບໍ່ເອົາໃຈໃສ່.
21
ພຣະອົງໄດ້ເຮັດກັບຂ້ານ້ອຍຢ່າງໂຫດຮ້າຍທາລຸນ ພຣະອົງໄດ້ນຳຈ່ອງລ້າງຈ່ອງຜານໂດຍໃຊ້ທຸກອຳນາດ.
22
ພຣະອົງໄດ້ໃຫ້ລົມພັດຂ້ານ້ອຍໃຫ້ໜີໄປໄກ ພຣະອົງໂຍນຂ້ານ້ອຍໃນທ່າມກາງພະຍຸຮ້າຍ.
23
ຂ້ານ້ອຍຮູ້ວ່າພຣະອົງກຳລັງສົ່ງຂ້ານ້ອຍໄປສູ່ຄວາມຕາຍ ໄປສູ່ເຄາະກຳທີ່ຮັກສາໄວ້ສຳລັບທຸກໆຄົນນັ້ນ.
24
ເປັນຫຍັງພຣະອົງຈຶ່ງໂຈມຕີຄົນສິ້ນເນື້ອປະດາຕົວ ຄົນໜຶ່ງທີ່ບໍ່ມີຫຍັງພຽງແຕ່ຂໍໃຫ້ເມດຕາເທົ່ານັ້ນ?
25
ຂ້ານ້ອຍບໍ່ໄດ້ຮ້ອງໄຫ້ກັບຄົນທຸກໄຮ້ເຂັນໃຈບໍ? ແລະບໍ່ໄດ້ໂສກເສົ້າເສຍໃຈກັບຄົນທີ່ຂັດສົນຫລືນີ້?
26
ຂ້ານ້ອຍຫວັງໄດ້ຮັບແສງແຈ້ງແລະຄວາມສຸກ ແຕ່ຄວາມເດືອດຮ້ອນ ແລະມືດໜາກໍມາແທນທີ່.
27
ຂ້ານ້ອຍຖືກຈີກໂດຍຄວາມເຈັບປວດແລະອຸກອັ່ງໃຈ ຂ້ານ້ອຍກຳລັງທົນທຸກທໍລະມານກາຍ ມື້ແລ້ວມື້ເລົ່າ.
28
ຂ້ານ້ອຍໄປມາໃນຄວາມມືດ ໂດຍບໍ່ມີແສງແຈ້ງເລີຍ ຢືນຂຶ້ນໃນທ່າມກາງປະຊາຊົນຮ້ອງຂໍໃຫ້ຊົດຊ່ວຍ.
29
ສຽງຂອງຂ້ານ້ອຍໂສກເສົ້າທັງໂດດດ່ຽວປ່ຽວໃຈ ດັ່ງສຽງໝາໄນແລະສຽງນົກກະຈອກເທດ.
30
ເນື້ອໜັງຂ້ານ້ອຍບວມຊໍ້າ ເຕັມທົ່ວທັງຕົນຕົວ ຂ້ານ້ອຍກຳລັງໄຂ້ໜັກ ຮ່າງກາຍຮ້ອນດັ່ງໄຟເຜົາໄໝ້.
31
ຄັ້ງໜຶ່ງ ບ່ອນທີ່ຂ້ານ້ອຍໄດ້ຍິນສຽງເພງອັນມ່ວນຊື່ນ ບັດນີ້ ຂ້ານ້ອຍພັດໄດ້ຍິນແຕ່ສຽງຮ້ອງໄຫ້ໄວ້ທຸກ.
← Chapter 29
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 31 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42