bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 6
Job 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 7 →
1
“ຖ້າເອົາຄວາມເດືອດຮ້ອນຂ້ອຍຊັ່ງເທິງຊິງ ແລະຄວາມໂສກເສົ້າຂ້ອຍມາຕີລາຄາເບິ່ງ
3
ກໍຈະໜັກຫລາຍກວ່າເມັດຊາຍທີ່ແຄມທະເລ ສະນັ້ນ ເຈົ້າຄົງບໍ່ຕົກໃຈຍ້ອນຂ້ອຍເວົ້າຢ່າງບ້າໆ.
4
ລູກໜ້າໜ້ອງໄດ້ລາມໄປທົ່ວທັງຕົວຂ້ອຍເດີ ທີ່ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ຍິງໃສ່ຂ້ອຍ. ພຣະເຈົ້າໄດ້ນຳສິ່ງທີ່ຂ້ອຍຢ້ານກົວທັງໝົດ ລຽນເປັນຖັນແຖວສຸມເຂົ້າມາຕໍ່ສູ້ຂ້ອຍ.
5
ລໍປ່າດີໃຈ ໃນເມື່ອມັນມີຫຍ້າອ່ອນກິນ ງົວກໍມິດງຽບໄປ ເມື່ອມັນມີເຟືອງຫຍໍ້າ.
6
ແຕ່ຜູ້ໃດກິນຂອງຈືດຈາງໄດ້ບໍ່ໃສ່ເກືອແດ່? ເປືອກໄຂ່ຂາວນັ້ນມັນມີຣົດຊາດຢ່າງໃດ?
7
ອາຫານຢ່າງນັ້ນ ຂ້ອຍເອງກໍບໍ່ຢາກກິນ ອາຫານທີ່ກິນພັດເຮັດໃຫ້ຂ້ອຍເຈັບໂຊຊໍ້າ.
8
ເປັນຫຍັງພຣະເຈົ້າບໍ່ຍອມໃຫ້ສິ່ງທີ່ຂ້ອຍຮ້ອງຂໍ? ເປັນຫຍັງຈຶ່ງບໍ່ຕອບຄຳພາວັນນາອະທິຖານຂອງຂ້ອຍ?
9
ຖ້າພຣະອົງເຮັດໄດ້ ຂ້າຂ້ອຍເສຍກໍຄົງຈະດີ ຖ້າຂ້ອຍຮູ້ວ່າພຣະອົງຈະຂ້າອີຫລີ ກໍເປັນການດີແທ້ ຂ້ອຍຈະກະໂດດໂລດເຕັ້ນຢ່າງຊົມຊື່ນຍິນດີ; ເຖິງແມ່ນວ່າຂ້ອຍມີຄວາມເຈັບປວດກໍຕາມ. ຂ້ອຍຮູ້ວ່າພຣະເຈົ້ານັ້ນເປັນອົງບໍຣິສຸດ; ຂ້ອຍບໍ່ເຄີຍຂັດຂວາງສິ່ງທີ່ພຣະອົງໄດ້ສັ່ງ.
11
ຂ້ອຍມີຊີວິດຢູ່ໄດ້ແມ່ນຜູ້ໃດໃຫ້ເຫື່ອແຮງ? ຂ້ອຍຈະຢູ່ໄປເຮັດຫຍັງ ເມື່ອບໍ່ມີຄວາມຫວັງຈັກດີ້?
12
ຂ້ອຍຖືກປະກອບຂຶ້ນດ້ວຍກ້ອນຫີນຊັ້ນບໍ? ຮ່າງກາຍຂ້ອຍເປັນທອງສຳຣິດຫລືນີ້?
13
ຂ້ອຍບໍ່ມີກຳລັງພໍທີ່ຈະຊ່ວຍຕົນເອງໄດ້ເລີຍ; ຂ້ອຍບໍ່ມີບ່ອນໄປຂໍຄວາມຊ່ວຍເຫລືອໄດ້ແລ້ວ.
14
ໃນຍາມລຳບາກເຊັ່ນນີ້ ຂ້ອຍຢາກມີເພື່ອນທີ່ສັດຊື່ ເຖິງວ່າຂ້ອຍປະຖິ້ມພຣະເຈົ້າໄປຫລືບໍ່ກໍຕາມ.
15
ແຕ່ພວກເຈົ້າທໍລະຍົດຂ້ອຍດັ່ງສາຍນໍ້າໂຄ້ງແຄງ ເໝືອນດັ່ງແມ່ນໍ້າໄຫລລົ້ນລັ່ງມາ.
16
ເມື່ອສິ້ນລະດູໜາວແລ້ວນໍ້າຂຸ່ນກໍໄຫລມາ ເວລາທີ່ຫິມະແລະນໍ້າແຂງເປື່ອຍລະລາຍໄປນັ້ນ
17
ແຕ່ພໍເຖິງລະດູຮ້ອນກໍເຫືອດແຫ້ງໄປ ສາຍນໍ້າທີ່ຍາວກໍເຜີຍແບເພາະແຫ້ງແລ້ງ.
18
ຂະບວນອູດຫລົງທາງຍ້ອນຫານໍ້າດື່ມບໍ່ມີ; ພວກເຂົາເລາະຫາແລະຕາຍຕາມຖິ່ນແຫ້ງແລ້ງ.
19
ຂະບວນໂຕອູດຈາກເຕມາແລະເຊບາ ກໍຊອກຫານໍ້າກິນແຕ່ກໍຜິດຫວັງທັງນັ້ນ
20
ຄວາມຫວັງຂອງພວກເຂົານັ້ນຈຶ່ງສູນສິ້ນໄປໝົດ ທີ່ແຄມສາຍທາລາອັນແຫ້ງແລ້ງ.
21
ສ່ວນພວກເຈົ້ານັ້ນກໍຄື ແມ່ນໍ້າເຫຼົ່ານັ້ນບໍ່ມີຜິດ ເມື່ອເຫັນໂຊກຊາຕາຂອງຂ້ອຍກໍຖອຍໜີ ແລະຢ້ານ
22
ປານວ່າຂ້ອຍຂໍພວກເຈົ້າໃຫ້ນຳຂອງຂວັນມາ ຫລືວ່າໄປຊື້ຈ້າງຈອບອອຍຜູ້ໃດຜູ້ໜຶ່ງໃຫ້
23
ຫລືວ່າເພື່ອຂໍພວກເຈົ້າໃຫ້ຊ່ວຍຂ້ອຍຈາກສັດຕູ ແລະປົດປ່ອຍຂ້ອຍໃຫ້ຫວິດຈາກຜູ້ທີ່ກົດຂີ່.
24
ຈົ່ງສັ່ງສອນ ແລະບອກຂ້ອຍວ່າຜິດຫຍັງ ຂ້ອຍຈະນັ່ງມິດງຽບຟັງພວກເຈົ້າວ່າກ່າວ.
25
ຄຳເວົ້າອັນສັດຊື່ນັ້ນ ເຮັດໃຫ້ແນ່ນອນໃຈໃດ ແຕ່ພວກເຈົ້າກຳລັງເວົ້າຄຳໃນສິ່ງທີ່ຜິດທັງນັ້ນ.
26
ພວກເຈົ້າຄິດວ່າຖ້ອຍຄຳຂອງຂ້ອຍເປັນພຽງແຕ່ລົມປາກຊື່ໆຊັ້ນບໍ? ແລ້ວເປັນຫຍັງບໍ່ຕອບຄຳເວົ້າອັນໝົດຫວັງນັ້ນ?
27
ພວກເຈົ້າຈົກສະຫລາກເອົາເດັກກຳພ້າເປັນທາດຮັບໃຊ້ ແລະສ້າງຮັ່ງຄູນມີເທິງຫລັງເພື່ອນສະໜິດໄດ້
28
ຈົ່ງແນມເບິ່ງຂ້ອຍໃນໃບໜ້າແດ່ແມ ຂ້ອຍບໍ່ໄດ້ເວົ້າຕົວະໃດໆທັງສິ້ນ.
29
ພວກເຈົ້າຄິດຜິດຫລາຍແລ້ວ ເຊົາເປັນຄົນອະຍຸດຕິທຳສາເທາະ ຂໍຢ່າສູ່ຢຽບຫຍາມປະນາມຂ້ອຍ ຂ້ອຍນີ້ຍັງເປັນຄົນຊອບທຳຢູ່ເດີ
30
ແຕ່ພວກເຈົ້າພັດຄິດວ່າຂ້ອຍນັ້ນ ກຳລັງເວົ້າຄວາມຕົວະຊັ້ນບໍ? ພວກເຈົ້າຄິດວ່າຂ້ອຍໄຈ້ແຍກມານຍາ ຕາມຄວາມເປັນຈິງບໍ່ໄດ້ຫລືນີ້?
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42