bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 34
Job 34
Lao Bible 2012 (ພຣະຄຳພີສັກສິ)
← Chapter 33
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 35 →
1
“ພວກເຈົ້າເປັນຄົນສະຫລາດແລະຫລັກແຫລມ ບັດນີ້ ຈົ່ງພາກັນຟັງສິ່ງທີ່ຂ້ອຍຈະເວົ້າ.
3
ພວກເຈົ້າຮູ້ວ່າອາຫານແຊບ ເມື່ອພວກເຈົ້າຊີມມັນ ແຕ່ເມື່ອໄດ້ຍິນຄຳເວົ້າອັນມີປັນຍາພັດເຂົ້າໃຈບໍ່ໄດ້.
4
ສະນັ້ນ ຈົ່ງຊອກຫາສິ່ງທີ່ຊອບທຳເບິ່ງດູ ແລະຊອກຮູ້ນຳກັນສິ່ງໃດທີ່ຖືກຕ້ອງ.
5
ໂຢບອ້າງຕົນວ່າເປັນຄົນບໍ່ມີຄວາມຜິດ ວ່າພຣະເຈົ້າບໍ່ຍອມໃຫ້ຄວາມຍຸດຕິທຳແກ່ຕົນໄດ້.
6
ລາວຖາມວ່າ, ‘ຂ້ອຍຕົວະວ່າຂ້ອຍມີຜິດໄດ້ຢ່າງໃດ? ທັງໆທີ່ຂ້ອຍເປັນຄົນຊອບທຳ, ຂ້ອຍບາດເຈັບສາຫັດແຕ່ຂ້ອຍບໍ່ໄດ້ເຮັດບາບ.’
7
ພວກເຈົ້າເຄີຍເຫັນຜູ້ໃດແດ່ຄືໂຢບຄົນນີ້ບໍ? ລາວບໍ່ໃຫ້ຄວາມນັບຖືຕໍ່ພຣະເຈົ້າຈັກເທື່ອ.
8
ລາວເປັນດັ່ງພັກພວກຄົນຊົ່ວຮ້າຍທັງຫລາຍ ແລະວົນວຽນໄປມາກັບພວກຄົນບາບ.
9
ລາວເວົ້າວ່າ ຈະມີສິ່ງດີຫຍັງແດ່ກັບຕົວລາວເອງ ທີ່ພະຍາຍາມເຮັດຕາມພຣະປະສົງຂອງພຣະເຈົ້າ.
10
ຈົ່ງຟັງຂ້ອຍເວົ້າ ພວກເຈົ້າຜູ້ເຂົ້າໃຈເອີຍ ພຣະເຈົ້າອົງຍິ່ງໃຫຍ່ບໍ່ຫ່ອນຈະເຮັດຜິດພາດໄດ້?
11
ພຣະອົງໃຫ້ບຳເໜັດມະນຸດໃນສິ່ງທີ່ພວກເຂົາກະທຳ ແລະເຮັດຕໍ່ພວກເຂົາ ສົມກັບສິ່ງທີ່ພວກເຂົາຄວນໄດ້ຮັບ.
12
ພຣະເຈົ້າອົງຍິ່ງໃຫຍ່ນັ້ນ ບໍ່ເຄີຍເຮັດຊົ່ວຫຍັງເລີຍ ພຣະອົງບໍ່ເຄີຍອະຍຸດຕິທຳ ກັບຜູ້ໃດຜູ້ໜຶ່ງທັງນັ້ນ.
13
ພຣະເຈົ້າໄດ້ຮັບອຳນາດມາຈາກຜູ້ໃດຜູ້ໜຶ່ງຊັ້ນບໍ? ຜູ້ໃດຜູ້ໜຶ່ງໄດ້ໃຫ້ພຣະອົງເບິ່ງແຍງໂລກເຮົາຫລືນີ້?
14
ຖ້າພຣະເຈົ້າສົນໃຈໃນແຕ່ພຣະອົງເອງ ແລະເອົາລົມຫາຍໃຈຄືນໄປຢ່າງໝົດສິ້ນ
15
ແລ້ວທຸກໆຄົນທີ່ມີຊີວິດຢູ່ກໍຈະຕາຍໄປໝົດ ຕ່າງກໍຈະພາກັນກັບຄືນເປັນຂີ້ຝຸ່ນດິນອີກ.
16
ບັດນີ້ ຈົ່ງຟັງຂ້ອຍ ຖ້າເຈົ້າເປັນຄົນມີປັນຍາ ແລະຈົ່ງເອົາໃຈໃສ່ໃຫ້ດີຕໍ່ສິ່ງທີ່ຂ້ອຍຈະເວົ້າ.
17
ພວກເຈົ້າກຳລັງປະນາມພຣະເຈົ້າອົງຍຸດຕິທຳບໍ? ເຈົ້າຄິດວ່າພຣະອົງຊັງຄວາມຍຸດຕິທຳຫລືນີ້?
18
ພຣະອົງປະນາມກະສັດແລະຜູ້ປົກຄອງທັງຫລາຍ ເມື່ອພວກເຂົາສິ້ນຄຸນຄ່າຫລືເຮັດໃນສິ່ງທີ່ຊົ່ວຊ້າ.
19
ພຣະອົງບໍ່ໄດ້ເຂົ້າຂ້າງພວກນັກປົກຄອງເລີຍ ທັງບໍ່ເຄີຍເຫັນດີນຳຄົນຮັ່ງມີດ້ວຍ ຄືຄົນຮັ່ງມີທີ່ເອົາປຽບຄົນຍາກຈົນ ເພາະທຸກໆຄົນແມ່ນພຣະອົງໄດ້ສ້າງ.
20
ຄົນໜຶ່ງອາດຕາຍກະທັນຫັນໃນຕອນກາງຄືນ ພຣະເຈົ້າຕີມະນຸດໃຫ້ລົ້ມລົງ ແລະເຂົາກໍຕາຍໂລດ ພຣະອົງຂ້າມະນຸດໄດ້ຢ່າງແສນງ່າຍດາຍ ໂດຍບໍ່ໄດ້ໃຊ້ຄວາມພະຍາຍາມຫຍັງຈັກດີ້.
21
ທີ່ຈິງ ພຣະອົງເຝົ້າເບິ່ງການກະທຳຂອງທຸກຄົນ ຂີດໝາຍການເດີນໄປຂອງມະນຸດທຸກບາດກ້າວ.
22
ບໍ່ມີຄວາມມືດອັນໃດທີ່ຈະມືດໜາຫລາຍ ພໍທີ່ຈະປິດບັງຄົນບາບໜາຈາກພຣະເຈົ້າໄວ້ໄດ້.
23
ພຣະເຈົ້າບໍ່ຈຳເປັນຕັ້ງເວລາໃດເວລາໜຶ່ງ ໄວ້ ເພື່ອຈະນຳມະນຸດຂຶ້ນໄປຍັງສານຕັດສິນ.
24
ພຣະອົງບໍ່ຈຳເປັນຕ້ອງໄປສືບສວນໃດໆໝົດ ເພື່ອຍ້າຍພວກຜູ້ນຳ ແລະເອົາຄົນອື່ນມາແທນທີ່.
25
ເພາະວ່າພຣະອົງຮູ້ສິ່ງທີ່ພວກເຂົາໄດ້ກະທຳ ພຣະອົງໂຄ່ນລົ້ມ ແລະທຳລາຍພວກເຂົາໃນກາງຄືນໂລດ.
26
ພຣະອົງລົງໂທດໃນຄວາມຊົ່ວຊ້າຂອງພວກເຂົາ ຄືໃນບ່ອນທີ່ທຸກຄົນເບິ່ງເຫັນພວກເຂົາໄດ້
27
ເພາະເຂົາຍົກເລີກທີ່ຈະຕິດຕາມພຣະອົງໄປ ແລະບໍ່ໄດ້ໃສ່ໃຈຕໍ່ຂໍ້ບັນຊາຂອງພຣະເຈົ້າ.
28
ພວກເຂົາບັງຄັບຄົນທຸກໄຮ້ ທີ່ຮ້ອງຫາພຣະເຈົ້າໃຫ້ຊ່ວຍເຫຼືອ ແລະພຣະອົງກໍໄດ້ຍິນຄຳຮ້ອງຂໍຂອງເຂົາເຈົ້າ.
29
ຖ້າພຣະເຈົ້າຕັດສິນໃຈບໍ່ເຮັດສິ່ງໜຶ່ງສິ່ງໃດ ກໍບໍ່ມີຜູ້ໃດຕິຕຽນວ່າກ່າວພຣະອົງໄດ້. ຖ້າພຣະອົງເຊື່ອງໜ້າ ມະນຸດກໍຂາດທີ່ເພິ່ງພາອາໄສ ແຕ່ພຣະອົງບັງຄັບທຸກຊາດ ແລະທຸກພາສາໄດ້.
30
ບໍ່ມີຫຍັງທີ່ຊົນຊາດຕ່າງໆເຮັດໄດ້ເພື່ອປ້ອງກັນ ຄົນບໍ່ນັບຖືພຣະເຈົ້າໃຫ້ມາປົກຄອງຢ່າງກົດຂີ່.
31
ໂຢບເອີຍ ເຈົ້າສາລະພາບບາບຕໍ່ພຣະເຈົ້າແລ້ວບໍ? ແລະໄດ້ສັນຍາວ່າເຈົ້າເອງຈະບໍ່ເຮັດບາບອີກ?
32
ເຈົ້າໄດ້ຂໍໃຫ້ພຣະເຈົ້າຊີ້ຄວາມຜິດຂອງເຈົ້າແລ້ວບໍ? ແລະຕົກລົງປົງໃຈຈະເຊົາເຮັດຊົ່ວແລ້ວຫລືບໍ່?
33
ໃນເມື່ອເຈົ້າຄັດຄ້ານຕໍ່ສິ່ງທີ່ພຣະເຈົ້າກະທຳ ເຈົ້າຫວັງໃຫ້ພຣະອົງເຮັດຕາມເຈົ້າຕ້ອງການໄດ້ບໍ່? ການຕັດສິນໃຈແມ່ນເຈົ້າແລະບໍ່ແມ່ນຂ້ອຍເດີ ບັດນີ້ ຈົ່ງບອກພວກເຮົາມາວ່າເຈົ້າຄິດຢ່າງໃດແລ້ວ?
34
ຄົນໃດທີ່ສຳນຶກຕົນໄດ້ກໍຈະຍິນຍອມແນ່ນອນ ຄົນໃດທີ່ມີປັນຍາກໍຈະໄດ້ຍິນຂ້ອຍເວົ້າ
35
ໂຢບກຳລັງເວົ້າມາຈາກຄວາມໂງ່ງ່າວຂອງຕົນ ແລະສິ່ງທີ່ລາວເວົ້າມາບໍ່ມີແກ່ນສານຈັກດີ້.
36
ຈົ່ງຄິດເບິ່ງຄັກໆທຸກສິ່ງທີ່ໂຢບໄດ້ເວົ້າມາ ພວກເຈົ້າຈະເຫັນວ່າລາວເວົ້າຈາດັ່ງຄົນຊົ່ວຊ້າ.
37
ໃນບາບຂອງລາວນັ້ນ ລາວພັດຕື່ມການກະບົດ ຢູ່ຕໍ່ໜ້າພວກເຮົາທັງໝົດ ລາວເຍາະເຍີ້ຍພຣະເຈົ້າ.”
← Chapter 33
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 35 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42