bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 1
Ezekiel 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 2 →
1
ເມື່ອວັນທີຫ້າຂອງເດືອນທີສີ່ ໃນປີທີສາມສິບ; ຂ້າພະເຈົ້າຄືປະໂຣຫິດເອເຊກຽນລູກຊາຍຂອງບູຊີ ໄດ້ຢູ່ກັບພວກຢິວທີ່ຖືກຈັບໄປເປັນຊະເລີຍທີ່ແຄມແມ່ນໍ້າເກບາກໃນບາບີໂລນ. ຟ້າສະຫວັນໄດ້ຖືກໄຂອອກ ແລະຂ້າພະເຈົ້າກໍໄດ້ເຫັນນິມິດຂອງພຣະເຈົ້າ.
2
ແມ່ນປີທີຫ້າ ນັບແຕ່ກະສັດເຢໂຮຍອາກິນຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.
3
ທີ່ແຄມແມ່ນໍ້າເກບາກໃນບາບີໂລນນັ້ນ ຂ້າພະເຈົ້າໄດ້ຍິນຖ້ອຍຄຳຂອງພຣະເຈົ້າຢາເວກ່າວແກ່ຂ້າພະເຈົ້າ ແລະຣິດເດດຂອງພຣະເຈົ້າຢາເວກໍໄດ້ຄວບຄຸມຂ້າພະເຈົ້າ.
4
ແລ້ວຂ້າພະເຈົ້າກໍເງີຍໜ້າຂຶ້ນ ແລະເຫັນລົມພະຍຸກຳລັງພັດມາແຕ່ທາງທິດເໜືອ. ຟ້າແມບເຫລື້ອມສາດແສງອອກມາຈາກເມກກ້ອນໃຫຍ່ ແລະທ້ອງຟ້າກໍລຸກຂຶ້ນເປັນໄຟອ້ອມຮອບ. ບ່ອນທີ່ມີແສງຟ້າແມບເຫລື້ອມນັ້ນ ມີສິ່ງໜຶ່ງສ່ອງແສງເໝືອນທອງສຳຣິດ.
5
ໃນໃຈກາງຂອງພະຍຸນັ້ນ ຂ້າພະເຈົ້າໄດ້ເຫັນຮູບຮ່າງຂອງສິ່ງທີ່ມີຊີວິດສີ່ຕົນ ເບິ່ງເໝືອນຮູບຮ່າງຂອງມະນຸດ
6
ແຕ່ລະຕົນນັ້ນ ມີສີ່ໜ້າແລະສີ່ປີກ.
7
ຂາພວກມັນຊື່ຕົງແລະຕີນພວກມັນເບິ່ງແລ້ວຄືເລັບງົວເຖິກ ມີມືສ່ອງແສງດັ່ງທອງສຳຣິດ.
8
ນອກຈາກໜ້າສີ່ໜ້າແລະປີກສີ່ປີກແລ້ວ ແຕ່ລະຕົນນັ້ນຍັງມີສີ່ມືດັ່ງມືຂອງມະນຸດ ຄືມືແຕ່ລະເບື້ອງຢູ່ລຸ່ມປີກ.
9
ປີກສອງປີກຂອງແຕ່ລະຕົນ ພືອອກໄປຈຸກັບປີກຂອງກັນແລະກັນເປັນຮູບສີ່ຫລ່ຽມ. ເມື່ອພວກມັນເຄື່ອນຍ້າຍ ພວກມັນກໍຈະໄປເປັນໝູ່ໂດຍບໍ່ຫັນຕົນຕົວ.
10
ແຕ່ລະຕົນນັ້ນມີໜ້າສີ່ໜ້າບໍ່ຄືກັນເຊັ່ນ: ຢູ່ເບື້ອງໜ້າເປັນໜ້າຂອງມະນຸດ, ຢູ່ເບື້ອງຂວາເປັນໜ້າຂອງສິງ ຢູ່ເບື້ອງຊ້າຍເປັນໜ້າຂອງງົວເຖິກ ແລະຢູ່ເບື້ອງຫລັງເປັນໜ້າຂອງນົກອິນຊີ.
11
ປີກສອງປີກ ຂອງແຕ່ລະຕົນພືອອກໄປຈຸກັບປາຍປີກຂອງຕົນອື່ນ ແລະສອງປີກອື່ນອີກກໍປົກຫຸ້ມຕົນຕົວໄວ້.
12
ແຕ່ລະຕົນໄດ້ຫັນໜ້າໄປສູ່ທິດທັງສີ່. ສະນັ້ນ ພວກມັນຈຶ່ງໄປເປັນໝູ່ສູ່ບ່ອນທີ່ພວກມັນຢາກໄປໄດ້ ໂດຍບໍ່ຕ້ອງຫັນຕົນຕົວ.
13
ໃນຫວ່າງກາງ ພວກມັນ ມີສິ່ງໜຶ່ງເບິ່ງຄ້າຍຄືໂຄມໄຟ ເຄື່ອນໄຫວຢູ່ຕະຫລອດເວລາ. ຄັນໄຟລຸກພຸ່ງຂຶ້ນເມື່ອໃດ ຟ້າກໍແມບເຫລື້ອມຂຶ້ນເມື່ອນັ້ນ.
14
ພວກມັນກະໂດດໄປມາເອງດ້ວຍຄວາມໄວສຸດຂີດ ເໝືອນດັ່ງຟ້າຜ່າ.
15
ໃນຂະນະທີ່ຂ້າພະເຈົ້າຫລຽວເບິ່ງສິ່ງທີ່ມີຊີວິດທັງສີ່ນັ້ນ ຂ້າພະເຈົ້າກໍເຫັນກົງລໍ້ສີ່ອັນ ຈຸພື້ນດິນຢູ່ຂ້າງແຕ່ລະຕົນຂອງພວກມັນ.
16
ລໍ້ທັງສີ່ນັ້ນຄືກັນໝົດ ແຕ່ລະອັນສ່ອງແສງເໝືອນດັ່ງເພັດພອຍ ແລະແຕ່ລະລໍ້ກໍມີລໍ້ອີກອັນໜຶ່ງຕັດຜ່ານທາງກາງ
17
ເພື່ອວ່າລໍ້ເຫຼົ່ານັ້ນຈະເຄື່ອນຍ້າຍໄປມາໄດ້ໃນທິດທັງສີ່.
18
ຂອບວົງລໍ້ມີຕາເຕັມໄປໝົດ.
19
ສິ່ງທີ່ມີຊີວິດນັ້ນຍ້າຍໄປເມື່ອໃດ ລໍ້ກໍຍ້າຍໄປນຳເມື່ອນັ້ນ ແລະຖ້າສິ່ງທີ່ມີຊີວິດນັ້ນເຫາະຂຶ້ນຈາກແຜ່ນດິນໄປຍາມໃດ ລໍ້ກໍເຫາະຂຶ້ນນຳຍາມນັ້ນ.
20
ເມື່ອສິ່ງທີ່ມີຊີວິດນັ້ນໄປບ່ອນໃດທີ່ມັນຕ້ອງການ ລໍ້ກໍໄປນຳບ່ອນນັ້ນໂລດ ເພາະມັນເປັນຜູ້ຄວບຄຸມລໍ້.
21
ສະນັ້ນ ທຸກເທື່ອທີ່ສິ່ງທີ່ມີຊີວິດນັ້ນເຄື່ອນຍ້າຍໄປຫລືຢຸດຢູ່ ຫລືເຫາະຂຶ້ນໃນອາກາດ ລໍ້ນັ້ນກໍເຄື່ອນຍ້າຍໄປນຳທັນທີ.
22
ຢູ່ເທິງຫົວສິ່ງທີ່ມີຊີວິດນັ້ນມີສິ່ງໜຶ່ງ ເບິ່ງເໝືອນວົງໂຄ້ງທີ່ເຮັດດ້ວຍແກ້ວຜະລຶກສີສົດໃສ.
23
ຢູ່ລຸ່ມວົງໂຄ້ງນັ້ນມີສິ່ງທີ່ມີຊີວິດຢືນຢູ່ ແຕ່ລະຕົນພືປີກສອງປີກອອກໄປຈຸກັບປາຍປີກຂອງຕົນອື່ນ ແລະອີກສອງປີກອື່ນໄດ້ປົກຫຸ້ມຕົວມັນເອງໄວ້.
24
ເມື່ອສິ່ງທີ່ມີຊີວິດເຫຼົ່ານັ້ນບິນໄປ ຂ້າພະເຈົ້າກໍໄດ້ຍິນສຽງປີກດັງເໝືອນສຽງຄື້ນຂອງທະເລ, ເໝືອນສຽງຂອງກອງທັບໃຫຍ່ ເໝືອນສຽງຂອງພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່. ເມື່ອເຊົາບິນ ພວກມັນກໍຫຸບປີກເຂົ້າໄວ້
25
ແຕ່ຍັງມີສຽງໜຶ່ງດັງອອກມາຈາກວົງໂຄ້ງຢູ່ເໜືອຫົວຂອງພວກມັນ.
26
ຢູ່ເທິງວົງໂຄ້ງນັ້ນມີສິ່ງໜຶ່ງ ເບິ່ງເໝືອນບັນລັງທີ່ເຮັດດ້ວຍແກ້ວມໍຣະກົດ ແລະມີຮູບຮ່າງໜຶ່ງເບິ່ງເໝືອນມະນຸດທີ່ກຳລັງນັ່ງເທິງບັນລັງນັ້ນ.
27
ຂ້າພະເຈົ້າໄດ້ເຫັນຮູບຮ່າງນັ້ນເຫລື້ອມຍິບຍັບເໝືອນທອງສຳຣິດຢູ່ໃນໄຟ. ມັນສ່ອງແສງເຫລືອງເຫລື້ອມທົ່ວໄປ
28
ຊຶ່ງຢູ່ໃນນັ້ນມີສີສັນຕ່າງໆຂອງຮຸ້ງກິນນໍ້າ. ອັນນີ້ ແມ່ນສະຫງ່າຣາສີທີ່ສຳແດງໃຫ້ຮູ້ວ່າ ພຣະເຈົ້າຢາເວສະຖິດຢູ່ໃນທີ່ນັ້ນ. ເມື່ອຂ້າພະເຈົ້າໄດ້ເຫັນດັ່ງນີ້ແລ້ວຈຶ່ງໝູບໜ້າລົງກັບພື້ນດິນ ແລ້ວຂ້າພະເຈົ້າກໍໄດ້ຍິນສຽງໜຶ່ງກ່າວຈາ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 2 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48