bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 9
Ezekiel 9
Lao Bible 2012 (ພຣະຄຳພີສັກສິ)
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 10 →
1
ແລ້ວຂ້າພະເຈົ້າກໍໄດ້ຍິນພຣະອົງຮ້ອງຂຶ້ນວ່າ, “ຈົ່ງມາພີ້ ພວກເຈົ້າຜູ້ທີ່ຈະມາລົງໂທດນະຄອນ ຈົ່ງຖືເອົາອາວຸດຂອງພວກເຈົ້າມານຳ.”
2
ໃນທັນໃດນັ້ນ ຊາຍຫົກຄົນໄດ້ອອກມາແຕ່ປະຕູຂ້າງນອກ ທາງທິດເໜືອຂອງພຣະວິຫານແຕ່ລະຄົນຖືອາວຸດຄົບມື. ໃນພວກເຂົານັ້ນມີຊາຍຜູ້ໜຶ່ງມານຳ ຊຶ່ງນຸ່ງເຄື່ອງຜ້າປ່ານເນື້ອລະອຽດດີ ແລະຖືເຄື່ອງຂຽນຢ່າງໜຶ່ງມາດ້ວຍ. ພວກເຂົາທັງໝົດມາຢືນຢູ່ໃກ້ກັບແທ່ນບູຊາທີ່ເປັນທອງສຳຣິດ.
3
ແລ້ວສະຫງ່າຣາສີຂອງພຣະເຈົ້າແຫ່ງຊາດອິດສະຣາເອນ ກໍໄດ້ພຸ່ງຂຶ້ນຈາກເຄຣຸບ ໃນບ່ອນທີ່ເຄີຍຕັ້ງຢູ່ນັ້ນ ແລະເຄື່ອນຍ້າຍໄປທາງປະຕູເຂົ້າຂອງພຣະວິຫານ. ພຣະເຈົ້າຢາເວເອີ້ນໃສ່ຊາຍຜູ້ນຸ່ງເຄື່ອງທີ່ເຮັດດ້ວຍຜ້າປ່ານນັ້ນວ່າ,
4
“ຈົ່ງໄປທົ່ວນະຄອນເຢຣູຊາເລັມ ແລະເຮັດເຄື່ອງໝາຍໃສ່ໜ້າຜາກທຸກຄົນທີ່ທຸກໃຈແລະເດືອດຮ້ອນ ເພາະສິ່ງອັນໜ້າກຽດຊັງທັງໝົດທີ່ຄົນໃນເມືອງນີ້ໄດ້ເຮັດຂຶ້ນ.”
5
ແລ້ວຂ້າພະເຈົ້າກໍໄດ້ຍິນພຣະອົງກ່າວແກ່ຊາຍຄົນອື່ນວ່າ, “ຈົ່ງຕາມລາວໄປທົ່ວເມືອງ ແລະຂ້າພົນລະເມືອງຖິ້ມ. ຢ່າໄວ້ຊີວິດຜູ້ໃດ; ຢ່າສູ່ເມດຕາຜູ້ໃດ.
6
ຈົ່ງຂ້າຄົນເຖົ້າ, ຊາຍໜຸ່ມ, ຍິງໜຸ່ມ, ບັນດາແມ່ ແລະພວກເດັກນ້ອຍ. ແຕ່ຢ່າແຕະຕ້ອງຜູ້ໃດທີ່ມີເຄື່ອງໝາຍທີ່ໜ້າຜາກ. ຈົ່ງເລີ່ມແຕ່ພຣະວິຫານຂອງເຮົາໄປ.” ສະນັ້ນ ພວກເຂົາຈຶ່ງໄດ້ເລີ່ມສັງຫານບັນດາຜູ້ປົກຄອງທີ່ກຳລັງຢືນຢູ່ໃນພຣະວິຫານ.
7
ແລ້ວພຣະອົງກໍກ່າວແກ່ພວກເຂົາວ່າ, “ຈົ່ງເຮັດໃຫ້ພຣະວິຫານເປັນມົນທິນ. ໃຫ້ເດີ່ນພຣະວິຫານເຕັມໄປແຕ່ຊາກສົບ. ລົງມືຈັດການໄດ້.” ດັ່ງນັ້ນ ພວກເຂົາຈຶ່ງລົງມືຂ້າປະຊາຊົນທີ່ຢູ່ໃນເມືອງນັ້ນ.
8
ຂະນະທີ່ການສັງຫານໝູ່ກຳລັງດຳເນີນໄປນັ້ນ ຂ້າພະເຈົ້າຢູ່ທີ່ນັ້ນແຕ່ຜູ້ດຽວ. ຂ້າພະເຈົ້າໄດ້ໝູບໜ້າລົງກັບພື້ນດິນ ແລະຮ້ອງຂຶ້ນວ່າ, “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ພຣະອົງໂກດຮ້າຍນະຄອນເຢຣູຊາເລັມ ຈົນພຣະອົງຈະຂ້າທຸກໆຄົນທີ່ຍັງເຫລືອຢູ່ໃນຊາດອິດສະຣາເອນບໍ?”
9
ແລ້ວພຣະອົງກໍຕອບວ່າ, “ປະຊາຊົນອິດສະຣາເອນ ແລະຢູດາໄດ້ເຮັດຜິດ ເພາະການບາບອັນຮ້າຍແຮງ. ພວກເຂົາໄດ້ຂ້າຄົນທົ່ວທັງດິນແດນ ແລະເຮັດໃຫ້ນະຄອນເຢຣູຊາເລັມເຕັມໄປດ້ວຍຄາດຕະກອນ. ພວກເຂົາເວົ້າວ່າ ‘ພຣະເຈົ້າຢາເວໄດ້ປະຖິ້ມປະເທດຂອງພວກເຮົາ ພຣະເຈົ້າຢາເວບໍ່ຮູ້ເຫັນສິ່ງໃດ.’
10
ແຕ່ເຮົາຈະບໍ່ເມດຕາພວກເຂົາ; ເຮົາຈະເຮັດຕໍ່ພວກເຂົາຕາມທີ່ພວກເຂົາໄດ້ເຮັດຕໍ່ຄົນອື່ນໆ.”
11
ແລ້ວຊາຍຜູ້ນຸ່ງເຄື່ອງທີ່ເຮັດດ້ວຍຜ້າປ່ານນັ້ນ ກໍໄດ້ກັບຄືນມາລາຍງານວ່າ, “ຂ້ານ້ອຍໄດ້ປະຕິບັດຕາມຄຳສັ່ງຂອງພຣະອົງແລ້ວ.”
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 10 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48