bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 5
Ezekiel 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 6 →
1
ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ມະນຸດເອີຍ ຈົ່ງໃຊ້ດາບຄົມໆແຖໜວດກັບຕັດຜົມຂອງເຈົ້າ ແລ້ວຈົ່ງຊັ່ງຜົມຂອງເຈົ້າໃສ່ຊິງ ແລະແບ່ງມັນອອກເປັນສາມສ່ວນ.
2
ຈົ່ງເຜົາສ່ວນທີໜຶ່ງໃນເມືອງ ເມື່ອການປິດລ້ອມໄດ້ສິ້ນສຸດລົງແລ້ວ. ຈົ່ງໃຊ້ດາບຂອງເຈົ້າຟັນສ່ວນໜຶ່ງອີກ ເມື່ອເຈົ້າຍ່າງອ້ອມໄປມາທີ່ນອກເມືອງ. ສ່ວນທີ່ເຫຼືອນັ້ນ ຈົ່ງຫວ່ານຂຶ້ນໃຫ້ລົມພັດກະຈັດກະຈາຍໄປ ແລະເຮົາຈະໃຊ້ດາບຂອງເຮົາໄລ່ຕາມຟັນ.
3
ຈົ່ງຮັກສາເສັ້ນຜົມບາງເລັກນ້ອຍ ແລະຫໍ່ໄວ້ໃນຖົງເສື້ອຂອງເຈົ້າ.
4
ແລ້ວຈົ່ງເອົາຜົມບາງເສັ້ນໃນນັ້ນອອກມາອີກ ແລະຈູດໄຟເຜົາ. ໄຟນັ້ນຈະໄໝ້ລາມໄປທົ່ວທັງຊົນຊາດອິດສະຣາເອນ.”
5
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ຈົ່ງເບິ່ງນະຄອນເຢຣູຊາເລັມພຸ້ນແມ. ເຮົາໄດ້ວາງນາງໄວ້ທີ່ສູນກາງຂອງໂລກ ໂດຍມີບັນດາປະເທດອື່ນທັງໝົດຢູ່ອ້ອມຮອບ.
6
ແຕ່ນະຄອນເຢຣູຊາເລັມໄດ້ກະບົດຕໍ່ຂໍ້ຄຳສັ່ງຂອງເຮົາ ແລະສະແດງວ່ານາງຊົ່ວຊ້າກວ່າບັນດາປະເທດອື່ນໆ ແລະບໍ່ເຊື່ອຟັງກວ່າບັນດາປະເທດທີ່ຢູ່ອ້ອມຮອບນາງນັ້ນ. ນະຄອນເຢຣູຊາເລັມປະຖິ້ມຂໍ້ຄຳສັ່ງຂອງເຮົາ ແລະທັງບໍ່ຍອມນັບຖືກົດບັນຍັດຕ່າງໆຂອງເຮົາດ້ວຍ.
7
ນະຄອນເຢຣູຊາເລັມເອີຍ ບັດນີ້ ຈົ່ງຟັງສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກຳລັງກ່າວ. ໂດຍບໍ່ຟັງກົດບັນຍັດຕ່າງໆຂອງເຮົາ ຫລືຮັກສາຂໍ້ຄຳສັ່ງທັງຫລາຍຂອງເຮົານັ້ນ ເຈົ້າໄດ້ກໍ່ຄວາມເດືອດຮ້ອນຫລາຍກວ່າບັນດາປະເທດທີ່ຢູ່ອ້ອມຮອບເຈົ້າ. ເຈົ້າໄດ້ເຮັດຕາມປະເພນີຕ່າງໆຂອງບັນດາຊົນຊາດອື່ນໆ.
8
ເພາະສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈຶ່ງກ່າວວ່າ, ເຮົາເປັນສັດຕູຂອງເຈົ້າ. ເຮົາຈະຕັດສິນລົງໂທດເຈົ້າ ໃນບ່ອນທີ່ບັນດາຊົນຊາດທັງໝົດເຫັນເຈົ້າໄດ້.
9
ຍ້ອນເຮົາກຽດຊັງສິ່ງທັງໝົດທີ່ເຈົ້າເຮັດນັ້ນ ເຮົາຈະລົງໂທດນະຄອນເຢຣູຊາເລັມຢ່າງທີ່ເຮົາບໍ່ເຄີຍເຮັດມາກ່ອນ ແລະການລົງໂທດຢ່າງນີ້ກໍຈະບໍ່ມີອີກຈັກເທື່ອ.
10
ຜົນກໍຄື ພວກຜູ້ເປັນພໍ່ແມ່ໃນນະຄອນເຢຣູຊາເລັມຈະກິນລູກຂອງຕົນເອງ ແລະພວກລູກໆກໍຈະກິນພໍ່ແມ່ຂອງຕົນເອງ. ເຮົາຈະລົງໂທດເຈົ້າ; ສ່ວນພວກທີ່ຍັງເຫລືອມີຊີວິດຢູ່ນັ້ນ ເຮົາຈະກະຈັດກະຈາຍພວກເຂົາໄປທົ່ວທຸກທິດ.”
11
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ເພາະສະນັ້ນ ໃນເມື່ອເຮົາມີຊີວິດຢູ່ ຍ້ອນເຈົ້າໄດ້ເຮັດໃຫ້ວິຫານຂອງເຮົາເປັນມົນທິນ ດ້ວຍການເຮັດຊົ່ວທຸກຢ່າງອັນໜ້າກຽດຊັງ; ສະນັ້ນ ເຮົາຈະຕັດເຈົ້າອອກ ໂດຍປາສະຈາກຄວາມເມດຕາກະລຸນາ.
12
ສ່ວນໜຶ່ງຂອງປະຊາຊົນຂອງເຈົ້ານັ້ນຈະຕາຍຍ້ອນການເຈັບໄຂ້ໄດ້ປ່ວຍ ຕະຫລອດທັງການອຶດຢາກຢູ່ໃນເມືອງ; ສ່ວນໜຶ່ງນັ້ນຈະຖືກຄົມດາບຢູ່ນອກເມືອງ ແລະສ່ວນສຸດທ້າຍນັ້ນເຮົາຈະໃຫ້ກະຈັດກະຈາຍໄປຕາມລົມ ແລະທັງຈະໃຊ້ດາບໄລ່ຕິດຕາມພວກເຂົາໄປດ້ວຍ.
13
ເຈົ້າຈະໄດ້ຊີມຣິດແຫ່ງຄວາມໂກດຮ້າຍ ແລະໂມໂຫຂອງເຮົາ ຈົນກວ່າເຮົາຈະພໍໃຈ. ເມື່ອສິ່ງທັງໝົດນີ້ເກີດຂຶ້ນ ເຈົ້າຈະມີຄວາມແນ່ໃຈວ່າ ເຮົາຄືພຣະເຈົ້າຢາເວໄດ້ກ່າວຕໍ່ເຈົ້າຢ່າງຮຸນແຮງຈົນສຸດຂີດ ຍ້ອນຄວາມບໍ່ສັດຊື່ຂອງເຈົ້າ.
14
ຄົນໃນປະເທດຕ່າງໆທີ່ຢູ່ອ້ອມຮອບເຈົ້າ ແລະທຸກຄົນທີ່ຜ່ານໄປກໍຈະເຫັນວ່າ ເຮົາໄດ້ເຮັດໃຫ້ນະຄອນເຢຣູຊາເລັມຮົກຮ້າງ ແລະໄຮ້ກຽດ.
15
ເມື່ອເຮົາໃຈຮ້າຍ ແລະໂກດເຄືອງ ແລະລົງໂທດເຈົ້ານັ້ນ ບັນດາຊົນຊາດທັງໝົດທີ່ຢູ່ອ້ອມຮອບເຈົ້າຈະສະທ້ານຢ້ານກົວ. ພວກເຂົາຈະແນມເບິ່ງເຈົ້າດ້ວຍຄວາມກຽດຊັງ ແລະຈະຫຍໍ້ຫຍັນເຈົ້າ. ເຮົາຄືພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ.
16
ເຮົາຈະຕັດສະບຽງອາຫານຂອງເຈົ້າ ແລະປະໃຫ້ເຈົ້າອຶດຕາຍ. ເຈົ້າ ຈະເຈັບປວດດ້ວຍຄວາມອຶດຫິວ ດັ່ງຖືກລູກທະນູອັນແຫລມຄົມທຳລາຍ.
17
ເຮົາຈະສົ່ງການອຶດຢາກ ແລະຝູງສັດປ່າມາຂ້າລູກຂອງເຈົ້າ ພ້ອມທັງຈະສົ່ງການເຈັບໄຂ້ໄດ້ປ່ວຍ, ການຮຸນແຮງ ແລະສົງຄາມມາຂ້າເຈົ້າ. ເຮົາຄືພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ.”
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48