bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 24
Ezekiel 24
Lao Bible 2012 (ພຣະຄຳພີສັກສິ)
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 25 →
1
ມື້ທີສິບຂອງເດືອນທີສິບໃນປີທີເກົ້າ ແຫ່ງການເປັນຊະເລີຍໃນຕ່າງຖິ່ນຂອງພວກເຮົານັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
2
“ມະນຸດເອີຍ ຈົ່ງຂຽນວັນທີຂອງວັນນີ້ໄວ້ ເພາະແມ່ນມື້ທີ່ກະສັດແຫ່ງບາບີໂລນ ເລີ່ມຕົ້ນປິດລ້ອມນະຄອນເຢຣູຊາເລັມ.
3
ຈົ່ງບອກເລື່ອງປຽບທຽບນີ້ແກ່ປະຊາຊົນຂອງເຮົາຜູ້ມັກກະບົດວ່າ, ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວຕໍ່ພວກເຂົາດັ່ງນີ້: ຈົ່ງຕັ້ງໝໍ້ຂາງໃສ່ທີ່ເທິງເຕົາໄຟ ແລະຖອກນໍ້າລົງໃສ່ເຕັມໝໍ້ຂາງນັ້ນ.
4
ຈົ່ງເອົາຊີ້ນດີທີ່ສຸດໃສ່ລົງໃນໝໍ້ຂາງ ຊີ້ນຂາໂຕ້ ຊີ້ນສັນຂາ ເລືອກກະດູກແນວດີໆດ້ວຍ.
5
ຈົ່ງໃຊ້ຕ່ອນຊີ້ນຂອງແກະໂຕດີທີ່ສຸດ ແລະກອງຟືນ ໃສ່ລຸ່ມໝໍ້ຂາງນັ້ນ. ຈົ່ງປະໃຫ້ນໍ້າຟົດເດືອດຂຶ້ນມາ ຕົ້ມກະດູກແລະຕ່ອນຊີ້ນດ້ວຍ.”
6
ສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ວິບັດເປັນຂອງເມືອງແຫ່ງພວກຄາດຕະກອນສາແລ້ວ ມັນເປັນດັ່ງໝໍ້ຂາງຂີ້ໝ້ຽງທີ່ລ້າງໃຫ້ສະອາດບໍ່ໄດ້. ພວກເຂົາໄດ້ຢິບເອົາຊີ້ນອອກເທື່ອແລ້ວເທື່ອອີກ ຈົນມັນບໍ່ມີເຫຼືອຢູ່ເລີຍ.
7
ໃນເມືອງກໍມີແຕ່ຄາດຕະກຳ; ສ່ວນເລືອດນັ້ນ ພວກເຂົາກໍບໍ່ໄດ້ປ່ອຍໃຫ້ໄຫລລົງໃສ່ພື້ນດິນ ຊຶ່ງຂີ້ຝຸ່ນດິນສາມາດຈະປິດບັງມັນໄດ້; ແຕ່ຊໍ້າພັດປ່ອຍໃຫ້ມັນຢົດລົງເທິງຫີນດານ.
8
ເຮົາໄດ້ປະເລືອດໄວ້ຢູ່ທີ່ນັ້ນ ຊຶ່ງເປັນບ່ອນທີ່ບໍ່ມີຜູ້ໃດຈະເຊື່ອງໄວ້ໄດ້ ຄືບ່ອນທີ່ມັນຮ້ອງຂໍແກ້ແຄ້ນຄືນຢ່າງຮ້າຍກາດ.”
9
ສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ວິບັດເປັນຂອງເມືອງແຫ່ງພວກຄາດຕະກອນສາແລ້ວ ເຮົາເອງຈະກອງຟືນຂຶ້ນ.
10
ເອົາຟືນມາຕື່ມ ເປົ່າໄຟຂຶ້ນ ເອົາຊີ້ນມາຕົ້ມ ຕົ້ມໃຫ້ເປື່ອຍ ຈົນນໍ້າຕົ້ມແຫ້ງ
11
ບັດນີ້ ຈົ່ງຕັ້ງໝໍ້ຂາງທອງສຳຣິດໃສ່ເທິງຖ່ານໄຟ ແລະໃຫ້ໝໍ້ຂາງຮ້ອນຈົນມັນແດງ. ແລ້ວໝໍ້ນັ້ນກໍຈະສະອາດອີກ ຫລັງຈາກທີ່ຂີ້ໝ້ຽງໄດ້ໄໝ້ໝົດແລ້ວ
12
ເຖິງແມ່ນວ່າຂີ້ໝ້ຽງຈະບໍ່ສູນຫາຍໄປໃນໄຟໝົດກໍດີ.
13
ນະຄອນເຢຣູຊາເລັມເອີຍ ການກະທຳອັນຜິດສິນທຳຕ່າງໆຂອງເຈົ້ານັ້ນ ໄດ້ເຮັດໃຫ້ເຈົ້າເປັນມົນທິນ. ແມ່ນວ່າເຮົາພະຍາຍາມຊຳລະເຈົ້າໃຫ້ບໍຣິສຸດກໍດີ ເຈົ້າກໍຍັງມີມົນທິນຢູ່. ເຈົ້າຈະບໍ່ສະອາດແທ້ ຈົນກວ່າເຈົ້າໄດ້ຊີມຣິດແຫ່ງຄວາມໂກດຮ້າຍອັນເຕັມຂະໜາດຂອງເຮົາ.
14
ເຮົາຄືພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ. ເວລາທີ່ເຮົາຈະລົງມືດຳເນີນການນັ້ນມາເຖິງແລ້ວ. ເຮົາຈະບໍ່ເມີນເສີຍຕໍ່ບາບນາໆປະການຂອງເຈົ້າ ຫລືສະແດງຄວາມເມດຕາຕໍ່ເຈົ້າ. ເຈົ້າຈະຖືກລົງໂທດເພາະສິ່ງທີ່ເຈົ້າໄດ້ເຮັດນັ້ນ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
15
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
16
“ມະນຸດເອີຍ ພຽງແຕ່ອືດລົມຫາຍໃຈດຽວເທົ່ານັ້ນ ເຮົາກໍຈະພັດຄົນທີ່ເຈົ້າຮັກທີ່ສຸດໃຫ້ໜີໄປ. ເຈົ້າບໍ່ຕ້ອງຈົ່ມ ຫລືຮ້ອງໄຫ້ຮໍ່າໄຮ ຫລືຫລັ່ງນໍ້າຕານຳດອກ.
17
ຢ່າໃຫ້ຜູ້ໃດໄດ້ຍິນສຽງເຈົ້າສະອຶກສະອື້ນ. ຢ່າໄວ້ທຸກໂດຍໄປມາບໍ່ມີຜ້າປົກຫົວ ຫລືຍ່າງຕີນເປົ່າ. ຢ່າປົກໜ້າ ຫລືກິນອາຫານທີ່ຄົນໄວ້ທຸກກິນ.”
18
ແຕ່ເຊົ້າໆຂອງວັນນັ້ນ ຂ້າພະເຈົ້າກຳລັງໂອ້ລົມຢູ່ກັບຄົນ. ໃນແລງຂອງວັນນັ້ນເມຍຂອງຂ້າພະເຈົ້າກໍຕາຍ ແລະໃນວັນຕໍ່ມາ ຂ້າພະເຈົ້າກໍເຮັດຕາມທີ່ພຣະເຈົ້າໄດ້ບອກ.
19
ປະຊາຊົນໄດ້ຖາມຂ້າພະເຈົ້າວ່າ, “ເປັນຫຍັງເຈົ້າຈຶ່ງເຮັດເຊັ່ນນີ້?”
20
ດັ່ງນັ້ນ ຂ້າພະເຈົ້າຈຶ່ງກ່າວແກ່ພວກເຂົາວ່າ, “ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າໃຫ້ກ່າວ
21
ແກ່ພວກເຈົ້າຊາວອິດສະຣາເອນວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ: ‘ເຮົາຈະເຮັດໃຫ້ພຣະວິຫານຂອງເຮົາເປັນມົນທິນ ຍ້ອນພວກເຈົ້າພາກພູມໃຈເຖິງຄວາມໝັ້ນຄົງຂອງພຣະວິຫານ. ພວກເຈົ້າມັກຈະແນມເບິ່ງພຣະວິຫານນັ້ນ ແລະມັກຈະເຂົ້າໄປໃນທີ່ນັ້ນ; ພວກລູກຊາຍຍິງຂອງພວກເຈົ້າທີ່ເຫຼືອຢູ່ໃນນະຄອນເຢຣູຊາເລັມ ຈະຖືກຂ້າໃນສົງຄາມ.
22
ແລ້ວພວກເຈົ້າກໍຈະເຮັດຕາມທີ່ຂ້ອຍໄດ້ເຮັດ. ພວກເຈົ້າຈະບໍ່ປົກໜ້າ ຫລືບໍ່ກິນຂອງທີ່ຄົນໄວ້ທຸກກິນ.
23
ພວກເຈົ້າຈະບໍ່ໄປມາໂດຍບໍ່ມີຜ້າປົກຫົວ ແລະຈະບໍ່ຍ່າງຕີນເປົ່າ ຫລືໄວ້ທຸກ ຫລືຮ້ອງໄຫ້. ພວກເຈົ້າຈະຈ່ອຍຜອມຍ້ອນການບາບຂອງພວກເຈົ້າ ແລະພວກເຈົ້າຈະຄໍ່າຄວນຕໍ່ກັນແລະກັນ.
24
ແລ້ວເອເຊກຽນກໍຈະເປັນໝາຍສຳຄັນໃຫ້ແກ່ພວກເຈົ້າ; ພວກເຈົ້າຈະເຮັດຕາມທຸກສິ່ງທີ່ລາວໄດ້ເຮັດ. ເມື່ອເຫດການນີ້ເກີດຂຶ້ນ ພວກເຈົ້າກໍຈະຮູ້ວ່າເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າ.”’
25
“ບັດນີ້ມະນຸດເອີຍ ເຮົາຈະເອົາພຣະວິຫານອັນໝັ້ນຄົງແຂງແຮງ ທີ່ພວກເຂົາພາກພູມໃຈແລະຍິນດີນຳນັ້ນໜີໄປຈາກພວກເຂົາ ຄືພຣະວິຫານທີ່ພວກເຂົາມັກແນມເບິ່ງແລະມັກໄປຢ້ຽມຢາມ. ເຮົາຈະເອົາລູກຊາຍຍິງຂອງພວກເຂົາໜີໄປດ້ວຍ.
26
ໃນມື້ທີ່ເຮົາລົງມາດຳເນີນການນັ້ນ ຄົນໜຶ່ງທີ່ປົບໜີຈາກການທຳລາຍໄດ້ ຈະມາບອກເລື່ອງນີ້ສູ່ເຈົ້າຟັງ.
27
ໃນວັນດຽວກັນນັ້ນເອງ ເຈົ້າຈະໄດ້ຣິດແຫ່ງການປາກເວົ້າຊຶ່ງເຈົ້າໄດ້ເສຍໄປນັ້ນຄືນມາ ແລະເຈົ້າຈະເວົ້າກັບພວກເຂົາດ້ວຍວິທີດັ່ງກ່າວນີ້ ເຈົ້າຈະເປັນໝາຍສຳຄັນໃຫ້ແກ່ປະຊາຊົນ ແລະພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 25 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48