bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 47
Ezekiel 47
Lao Bible 2012 (ພຣະຄຳພີສັກສິ)
← Chapter 46
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 48 →
1
ຊາຍຜູ້ນັ້ນໄດ້ນຳຂ້າພະເຈົ້າກັບຄືນມາທີ່ປະຕູເຂົ້າພຣະວິຫານ. ມີນໍ້າໄຫລອອກມາຈາກລຸ່ມທາງປະຕູເຂົ້າໄປສູ່ທາງທິດຕາເວັນອອກ ສູ່ທິດທີ່ຢູ່ກົງກັບພຣະວິຫານ. ລຳນໍ້ານັ້ນໄດ້ໄຫລລົງຈາກເບື້ອງລຸ່ມຂອງພຣະວິຫານດ້ານໃຕ້ ແລະຜ່ານດ້ານໃຕ້ຂອງແທ່ນບູຊາໄປ.
2
ແລ້ວຊາຍຄົນນັ້ນກໍໄດ້ນຳຂ້າພະເຈົ້າອອກຈາກບໍລິເວນພຣະວິຫານ ໂດຍທາງປະຕູດ້ານເໜືອ ແລະນຳຂ້າພະເຈົ້າອ້ອມໄປສູ່ປະຕູທີ່ຢູ່ກົງກັບທິດຕາເວັນອອກ. ມີຫ້ວຍນ້ອຍຫ້ວຍໜຶ່ງໄຫລອອກຈາກທີ່ດ້ານໃຕ້ຂອງປະຕູເຂົ້າ.
3
ຊາຍຄົນນັ້ນໄດ້ໃຊ້ເຊືອກວັດແທກສາຍນໍ້າໄປທາງທິດຕາເວັນອອກ ຈຶ່ງເຫັນວ່າມີຢູ່ຫ້າຮ້ອຍແມັດ ແລະບອກໃຫ້ຂ້າພະເຈົ້າຂ້າມຫ້ວຍນໍ້າໄປໃນທີ່ນັ້ນ. ນໍ້າເລິກພຽງແຕ່ຂໍ້ຕີນ.
4
ແລ້ວເພິ່ນກໍໄດ້ແທກອີກຫ້າຮ້ອຍແມັດ ແລະນໍ້າກໍເລິກພຽງຫົວເຂົ່າ. ເພິ່ນແທກຫ້າຮ້ອຍແມັດລົງໄປອີກ ນໍ້າເລິກພຽງແອວ.
5
ເພິ່ນໄດ້ແທກຕື່ມອີກຫ້າຮ້ອຍແມັດ ໃນທີ່ນັ້ນນໍ້າເລິກທີ່ສຸດ ຈົນຂ້າພະເຈົ້າລຸຍໄປບໍ່ໄດ້. ນໍ້າເລິກຫຼາຍທີ່ຈະຂ້າມໄປ ນອກຈາກລອຍເອົາເທົ່ານັ້ນ.
6
ເພິ່ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງສັງເກດສິ່ງທັງໝົດນີ້ຢ່າງເອົາໃຈໃສ່.” ແລ້ວຊາຍຄົນນັ້ນກໍໄດ້ນຳຂ້າພະເຈົ້າກັບຄືນໄປທີ່ແຄມຫ້ວຍນໍ້າ,
7
ແລະເມື່ອຂ້າພະເຈົ້າໄປຮອດບ່ອນນັ້ນແລ້ວ ຂ້າພະເຈົ້າກໍເຫັນວ່າທີ່ແຄມຫ້ວຍນໍ້າແຕ່ລະຟາກນັ້ນ ມີຕົ້ນໄມ້ຢ່າງຫລວງຫລາຍ.
8
ເພິ່ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ນໍ້ານີ້ໄຫລຜ່ານດິນແດນໄປທາງທິດຕາເວັນອອກ ແລະໄຫລລົງໄປສູ່ຮ່ອມພູຈໍແດນແລະໄປສູ່ທະເລຕາຍ. ເມື່ອໄຫລລົງໄປໃນທະເລຕາຍ ນໍ້ານີ້ກໍເຮັດໃຫ້ນໍ້າເຄັມໃນທະເລກາຍເປັນນໍ້າຈືດ.
9
ບ່ອນໃດທີ່ລຳນໍ້ານີ້ໄຫລໄປ ບ່ອນນັ້ນກໍຈະມີສັດແລະປາທຸກໆຊະນິດ. ລຳນໍ້ານີ້ຈະເຮັດໃຫ້ນໍ້າໃນທະເລຕາຍນັ້ນຈືດ ແລະເມື່ອມັນໄຫລໄປທີ່ໃດ ກໍຈະນຳຊີວິດໄປສູ່ທີ່ນັ້ນ.
10
ຕັ້ງແຕ່ນໍ້າພຸເອນ-ເກດີໄປ ຈົນເຖິງນໍ້າພຸເອເນັກລາອີມ ຈະມີຊາວຫາປາຕາມແຄມຝັ່ງທະເລ ແລະພວກເຂົາຈະກາງມອງຂອງພວກເຂົາຕາກໄວ້ໃນທີ່ນັ້ນ. ທີ່ນັ້ນຈະມີປາຫລາຍຊະນິດ ດັ່ງທີ່ມີຢູ່ໃນທະເລເມດີແຕຣາເນ.
11
ສ່ວນນໍ້າໃນບຶງ ແລະນໍ້າໃນໜອງຕາມແຄມຝັ່ງທະເລຈະບໍ່ຈືດ ແຕ່ຈະກາຍເປັນບໍ່ເກືອ.
12
ແຕ່ລະຟາກຂອງລຳນໍ້ານັ້ນຈະມີຕົ້ນໄມ້ທຸກຊະນິດ ເກີດຂຶ້ນເພື່ອເປັນອາຫານ. ໃບຂອງຕົ້ນໄມ້ເຫຼົ່ານີ້ຈະບໍ່ຫ່ຽວແຫ້ງຈັກເທື່ອ ແລະຕົ້ນໄມ້ນັ້ນຈະບໍ່ຢຸດເກີດໝາກຈັກເທື່ອ. ຕົ້ນໄມ້ເຫຼົ່ານີ້ຈະໃຫ້ໝາກໄມ້ສົດແຕ່ລະເດືອນ ເພາະໄດ້ຮັບນໍ້າລໍ່ລ້ຽງ ທີ່ໄຫລມາຈາກພຣະວິຫານ. ຕົ້ນໄມ້ຕ່າງໆຈະໃຫ້ໝາກໄມ້ເປັນອາຫານ ແລະໃບຂອງມັນກໍຈະຖືກນຳມາເພື່ອໃຊ້ໃນການປິ່ນປົວຄົນ.”
13
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ຕໍ່ໄປນີ້ແມ່ນອານາເຂດຂອງດິນແດນທີ່ຈະຕ້ອງແບ່ງປັນກັນໃນທ່າມກາງສິບສອງເຜົ່າ ລວມທັງເຜົ່າຂອງໂຢເຊັບ ທີ່ຈະຕ້ອງໄດ້ຮັບສອງສ່ວນ.
14
ເຮົາໄດ້ສັນຍາຕໍ່ປູ່ຍ່າຕາຍາຍຂອງພວກເຈົ້າຢ່າງໜັກແໜ້ນວ່າ ເຮົາຈະໃຫ້ພວກເຂົາເປັນກຳມະສິດດິນແດນນີ້; ບັດນີ້ ຈົ່ງແບ່ງປັນໃນທ່າມກາງພວກເຈົ້າໃຫ້ເທົ່າກັນເຖີດ.
15
ເຂດແດນທາງທິດເໜືອ ນັບໄປແຕ່ດ້ານຕາເວັນອອກຂອງທະເລເມດີແຕຣາເນ ຈົນເຖິງເມືອງເຮດໂລນ, ຊ່ອງແຄບຮາມັດເຖິງເຊດາດ,
16
ເມືອງຕ່າງໆຂອງເບໂຣທາ ແລະຊິບຣາອິມ (ເມືອງເຫຼົ່ານັ້ນໄດ້ຕັ້ງຢູ່ລະຫວ່າງເຂດແດນຂອງອານາຈັກດາມັສກັດ ແລະອານາຈັກຮາມັດ) ແລະເມືອງຕີໂກນ (ໄດ້ຕັ້ງຢູ່ຕາມຊາຍແດນຂອງອານາຈັກແຫ່ງຮາອູຣານ.)
17
ສະນັ້ນ ເຂດແດນທາງທິດເໜືອ ຈຶ່ງນັບໄປຈາກດ້ານຕາເວັນອອກຂອງທະເລເມດີແຕຣາເນຈົນເຖິງເມືອງຮາຊາເອໂນນ ລວມທັງຊາຍແດນຂອງຂົງເຂດດາມັສກັດ ແລະຮາມັດໄປທາງທິດເໜືອ.
18
ຊາຍແດນທາງທິດຕາເວັນອອກນັບແຕ່ດ້ານໃຕ້ ຈາກຈຸດລະຫວ່າງເຂດແດນດາມັສກັດ ແລະຮາອູຣານ ພ້ອມດ້ວຍແມ່ນໍ້າຈໍແດນລວມເປັນຊາຍແດນ ລະຫວ່າງດິນແດນອິດສະຣາເອນດ້ານຕາເວັນຕົກ ແລະເມືອງກີເລອາດດ້ານຕາເວັນອອກໄປເຖິງເມືອງຕາມາ ທີ່ທະເລຕາຍ.
19
ຊາຍແດນດ້ານໃຕ້ ນັບຈາກທິດຕາເວັນອອກສ່ຽງໃຕ້ຂອງຕາມາ ເຖິງນໍ້າພຸກາເດັດເມຣີບາ ແມ່ນໄປທາງທິດຕາເວັນຕົກສ່ຽງເໜືອ ລຽບຕາມຊາຍແດນປະເທດເອຢິບຈົນເຖິງທະເລເມດີແຕຣາເນ.
20
ຊາຍແດນທາງທິດຕາເວັນຕົກປະກອບດ້ວຍ ທະເລເມດີແຕຣາເນໄປສູ່ພາກເໜືອ ເຖິງຈຸດໜຶ່ງຢູ່ທາງຕາເວັນຕົກຂອງຊ່ອງແຄບຮາມັດ.
21
ຈົ່ງແບ່ງປັນດິນແດນນີ້ໃນທ່າມກາງບັນດາເຜົ່າຂອງພວກເຈົ້າ;
22
ມັນເປັນກຳມະສິດອັນຖາວອນຂອງພວກເຈົ້າ. ຊາວຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າ ແລະຜູ້ທີ່ມີລູກເກີດໃນທີ່ນີ້ ກໍມີສ່ວນໃນດິນແດນນີ້ຄືກັນເມື່ອເຈົ້າແບ່ງປັນດິນແດນ. ໃຫ້ຖືພວກເຂົາເປັນພົນລະເມືອງອິດສະຣາເອນຢ່າງເຕັມສ່ວນ ແລະໃຫ້ພວກເຂົາໃຊ້ສະຫລາກເອົາສ່ວນດິນແດນກັບເຜົ່າຕ່າງໆຂອງຊາດອິດສະຣາເອນ.
23
ຊາວຕ່າງດ້າວແຕ່ລະຄົນທີ່ອາໄສຢູ່ນຳ ຈະໄດ້ຮັບສ່ວນແບ່ງຂອງຕົນກັບປະຊາຊົນໃນເຜົ່າທີ່ຕົນຢູ່ນຳນັ້ນ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
← Chapter 46
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 48 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48