bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 19
Ezekiel 19
Lao Bible 2012 (ພຣະຄຳພີສັກສິ)
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 20 →
1
ພຣະເຈົ້າໄດ້ບອກຂ້າພະເຈົ້າໃຫ້ຮ້ອງເພງແຫ່ງຄວາມທຸກໃຈນີ້ ເຖິງກະສັດແຫ່ງຊາດອິດສະຣາເອນສອງຄົນວ່າ:
2
ມານດາເຈົ້າເປັນດັ່ງສິງແມ່ທີ່ໜ້າເບິ່ງຫລາຍ ນາງລ້ຽງລູກຂອງຕົນທ່າມກາງສິງເຖິກຮ້າຍກາດ.
3
ນາງລ້ຽງສິງນ້ອຍໂຕໜຶ່ງທັງສອນໃຫ້ລ່າເນື້ອເປັນ ຈຶ່ງກາຍເປັນສັດກັດກິນມະນຸດໂຕໜຶ່ງ.
4
ຊົນຊາດທັງຫລາຍໄດ້ຍິນຈຶ່ງດັກໃຫ້ຕົກຂຸມ ພວກເຂົາໃຊ້ຂໍເກາະລາກມັນໄປສູ່ເອຢິບພຸ້ນ.
5
ສິງແມ່ຈຶ່ງລໍຖ້າຢ່າງບາກບັ່ນອົດທົນ ແລ້ວກໍເຫັນວ່າຕົນບໍ່ມີຫວັງຫຍັງສາແລ້ວ. ສະນັ້ນ ນາງຈຶ່ງລ້ຽງລູກໂຕອື່ນຂຶ້ນມາແທນ ແລະກໍໃຫຍ່ຂຶ້ນມາເປັນສິງໂຕຮ້າຍກາດ.
6
ມັນໄດ້ໃຊ້ຊີວິດຢູ່ໃນທ່າມກາງຝູງສິງໂຕ ແລະໃຫຍ່ໂຕຂຶ້ນມາເປັນສິງໂຕຮ້າຍກາດ. ມັນໄດ້ຮຽນຮູ້ຈັກຈີກເນື້ອກິນຄືກັນ ຈຶ່ງກາຍເປັນສັດກັດກິນມະນຸດໂຕໜຶ່ງ
7
ມັນໄດ້ທຳລາຍປ້ອມ ແລະເມືອງຂອງພວກເຂົາ ຄົນໃນທີ່ນັ້ນສະທ້ານຢ້ານກົວເມື່ອມັນຮ້ອງຂຶ້ນ.
8
ຊົນຊາດທັງຫລາຍໄດ້ມາແຕ່ທຸກທິດທາງ ລວມເປັນພັນທະມິດເພື່ອຕໍ່ສູ້ກັບສິງໂຕນັ້ນ; ພວກເຂົາໄດ້ດັກສະກັດມັນແລະປິດລ້ອມໄວ້ທຸກທາງ ເພື່ອເຮັດໃຫ້ມັນຕົກໃນຕາໜ່າງທີ່ວາງໄວ້.
9
ພວກເຂົາໄດ້ຈັບມັນແລ້ວຂັງໃສ່ໄວ້ຢູ່ໃນກົງ ແລະນຳໄປຫາກະສັດແຫ່ງບາບີໂລນພຸ້ນ. ພວກເຂົາຈັບມັນຍັດໃສ່ຄຸກເພາະບໍ່ຢາກໄດ້ຍິນສຽງຂອງມັນ ຮ້ອງຄາງຢູ່ຕາມເທິງພູຂອງອິດສະຣາເອນນັ້ນ.
10
ສ່ວນແມ່ຂອງເຈົ້ານັ້ນເປັນດັ່ງເຄືອໝາກອະງຸ່ນ ທີ່ຖືກປູກໄວ້ໃກ້ແຄມລຳທານແຫ່ງໜຶ່ງ. ຍ້ອນໃນທີ່ນັ້ນມີນໍ້າຊຸ່ມຊື່ນຢ່າງຫລວງຫລາຍ ເຄືອອະງຸ່ນຈຶ່ງມີໃບດົກໜາເຕັມແຕ່ໝາກ.
11
ເຄືອອະງຸ່ນນັ້ນຈຶ່ງໄດ້ມີກິ່ງແຂງແຮງດີ ແລະໃຫຍ່ຂຶ້ນມາເປັນຄ້ອນເທົ້າແຫ່ງຣາຊາເຈົ້າ. ເຄືອອະງຸ່ນໃຫຍ່ສູງຂຶ້ນພໍຈະຈຸເມກເທິງເວຫາ ທຸກຄົນໄດ້ເຫັນມັນມີກິ່ງແຂງແຮງສູງສໍ່າໃດແທ້
12
ແຕ່ມືຜູ້ໂກດຮ້າຍໄດ້ຫລົກຮາກມັນຖິ້ມເສຍ ທັງໄດ້ໂຍນມັນຖິ້ມລົງສູ່ພື້ນດິນດ້ວຍ. ລົມທິດຕາເວັນອອກເຮັດໃຫ້ໝາກຫ່ຽວແຫ້ງໄປ ກິ່ງກໍຫ່ຽວແຫ້ງຕາຍຖືກເຜົາໄຟຖິ້ມຈົນກ້ຽງ.
13
ບັດນີ້ ຖືກນຳໄປປູກໃນຖິ່ນແຫ້ງແລ້ງກັນດານ ໃນດິນແຫ້ມທີ່ແຂງແລະດິນແດນທີ່ຂາດນໍ້າ.
14
ໄຟໄດ້ໄໝ້ເຄືອໃຫຍ່ຂອງເຄືອອະງຸ່ນ ຈຶ່ງໄໝ້ລຸກລາມໄປເຖິງງ່າແລະໝາກດ້ວຍ ງ່າຕ່າງໆຂອງມັນນັ້ນຈະບໍ່ເຂັ້ມແຂງຕໍ່ໄປ ມັນຈະບໍ່ໄດ້ເປັນຄ້ອນເທົ້າແຫ່ງຣາຊາອີກແລ້ວ. ນີ້ແຫລະ ຄືບົດເພງລະບາຍຄວາມທຸກໃຈ; ຄົນຈະຮ້ອງເພງນີ້ຫລົບໄປຫລົບມາ.
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 20 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48