bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 25
Ezekiel 25
Lao Bible 2012 (ພຣະຄຳພີສັກສິ)
← Chapter 24
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 26 →
1
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
2
“ມະນຸດເອີຍ ຈົ່ງກ່າວປະນາມຊາວອຳໂມນ.
3
ຈົ່ງບອກພວກເຂົາວ່າ, ‘ຈົ່ງຟັງຖ້ອຍຄຳຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວເທີ້ນ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ພວກເຈົ້າໄດ້ມີຄວາມປິຕິຍິນດີທີ່ເຫັນວິຫານຂອງເຮົາເປັນມົນທິນທີ່ເຫັນດິນແດນຂອງຊາດອິດສະຣາເອນຖືກລ້າງຜານ ແລະທີ່ເຫັນປະຊາຊົນຢູດາຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.
4
ຍ້ອນພວກເຈົ້າໄດ້ມີຄວາມປິຕິຍິນດີ ເຮົາຈຶ່ງຈະປ່ອຍໃຫ້ເຜົ່າຕ່າງໆ ທາງທິດຕາເວັນອອກຂອງຖິ່ນແຫ້ງແລ້ງກັນດານ ຕີຊະນະພວກເຈົ້າ. ພວກເຂົາຈະຕັ້ງຄ້າຍໃສ່ໃນດິນແດນຂອງພວກເຈົ້າ ແລະຕັ້ງຫຼັກແຫຼ່ງຢູ່ທີ່ນັ້ນ. ພວກເຂົາຈະກິນໝາກໄມ້ ແລະດື່ມນໍ້ານົມທີ່ຄວນເປັນຂອງພວກເຈົ້າ.
5
ເຮົາຈະປ່ຽນເມືອງຣັບບາໃຫ້ກາຍເປັນບ່ອນຮັກສາຝູງອູດ ແລະທົ່ວດິນແດນອຳໂມນໃຫ້ກາຍເປັນບ່ອນຮັກສາຝູງແກະ ກໍເພື່ອພວກເຈົ້າຈະໄດ້ຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.
6
ຕໍ່ໄປນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວ: ພວກເຈົ້າໄດ້ຕົບມືແລະເຕັ້ນຢ່າງປິຕິຍິນດີ. ພວກເຈົ້າໄດ້ດູຖູກດິນແດນຂອງຊາດອິດສະຣາເອນ.
7
ເພາະພວກເຈົ້າໄດ້ເຮັດເຊັ່ນນັ້ນ ເຮົາຈະມອບພວກເຈົ້າໃຫ້ແກ່ຊົນຊາດອື່ນ ທີ່ຈະມາລັກແລະປຸ້ນພວກເຈົ້າ. ເຮົາຈະທຳລາຍພວກເຈົ້າໃຫ້ຈົນກ້ຽງ ເພື່ອພວກເຈົ້າຈະບໍ່ໄດ້ເປັນຊົນຊາດໜຶ່ງອີກຕໍ່ໄປ ຫລືມີດິນແດນເປັນຂອງຕົນເອງ. ແລ້ວພວກເຈົ້າກໍຈະໄດ້ຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”’
8
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ກ່າວວ່າ, “ເພາະດິນແດນໂມອາບ ໄດ້ກ່າວວ່າ, ຢູດາຍເປັນດັ່ງຊົນຊາດອື່ນໆທັງໝົດ
9
ເຮົາຈະປະໃຫ້ເມືອງທັງຫລາຍທີ່ປ້ອງກັນຊາຍແດນຂອງໂມອາບ ຖືກໂຈມຕີລວມທັງເມືອງທີ່ສວຍງາມດ້ວຍ ເຊັ່ນ: ເບັດເຢຊີໂມດ, ບາອານເມໂອນ ແລະກີຣິອາດທາອິມ.
10
ເຮົາຈະປ່ອຍໃຫ້ເຜົ່າທາງທິດຕາເວັນອອກຂອງຖິ່ນແຫ້ງແລ້ງກັນດານ ຕີຊະນະໂມອາບ, ພ້ອມດ້ວຍອຳໂມນ, ເພື່ອວ່າໂມອາບ ຈະບໍ່ເປັນປະເທດໜຶ່ງອີກຕໍ່ໄປ.
11
ເຮົາຈະລົງໂທດໂມອາບ ແລະພວກເຂົາກໍຈະໄດ້ຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”
12
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ກ່າວວ່າ, “ປະຊາຊົນເອໂດມໄດ້ທຳການແກ້ແຄ້ນຢູດາຍຢ່າງໂຫດຫ້ຽມ ແລະການແກ້ແຄ້ນນີ້ໄດ້ນຳຄວາມຜິດມາໃຫ້ເອໂດມ ເປັນເວລາອັນຢຶດເຍື້ອຍາວນານ.
13
ບັດນີ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າປະກາດວ່າ ເຮົາຈະລົງໂທດເອໂດມ ແລະຂ້າທຸກຄົນແລະສັດທຸກໂຕຢູ່ໃນທີ່ນັ້ນ. ຕັ້ງແຕ່ເມືອງເຕມານ ຫາເມືອງເດດານ ເຮົາຈະເຮັດໃຫ້ເປັນບ່ອນຮົກຮ້າງຫວ່າງເປົ່າ ແລະປະຊາຊົນກໍຈະຖືກຂ້າໃນສະໜາມຮົບ.
14
ຊາດອິດສະຣາເອນປະຊາຊົນຂອງເຮົາ ຈະແກ້ແຄ້ນດິນແດນເອໂດມໃຫ້ເຮົາ; ແລະພວກເຂົາຈະເຮັດໃຫ້ເອໂດມໄດ້ຊີມຣິດແຫ່ງຄວາມໂກດຮ້າຍອັນຫ້ຽມໂຫດຂອງເຮົາ. ເອໂດມຈະຮູ້ວ່າການຕົກເປັນເປົ້າແຫ່ງການແກ້ແຄ້ນຂອງເຮົານັ້ນ ໝາຍຄວາມວ່າຢ່າງໃດ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
15
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ຊາວຟີລິດສະຕິນໄດ້ແກ້ແຄ້ນຢ່າງໂຫດຫ້ຽມເຫຼົ່າສັດຕູແຕ່ກ່ອນກີ້ຂອງຕົນ ແລະໄດ້ທຳລາຍພວກເຂົາດ້ວຍຄວາມກຽດຊັງ.
16
ເພາະສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈຶ່ງກຳລັງປະກາດວ່າເຮົາຈະໂຈມຕີຊາວຟີລິດສະຕິນ ແລະກວາດລ້າງພວກເກເຣັດໃຫ້ໝົດໄປ. ເຮົາຈະທຳລາຍທຸກຄົນທີ່ເຫຼືອຢູ່ໃນທົ່ງພຽງຟີລິດສະຕິນ.
17
ເຮົາຈະລົງໂທດພວກເຂົາຢ່າງໜັກ ແລະຈະແກ້ແຄ້ນພວກເຂົາຢ່າງເຕັມທີ່. ແລ້ວພວກເຂົາກໍຈະໄດ້ຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”
← Chapter 24
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 26 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48