bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 46
Ezekiel 46
Lao Bible 2012 (ພຣະຄຳພີສັກສິ)
← Chapter 45
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 47 →
1
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ປະຕູໃຫຍ່ທີ່ນຳໄປສູ່ເດີ່ນດ້ານໃນທາງທິດຕາເວັນອອກນັ້ນ ຕ້ອງອັດໄວ້ຕະຫລອດວັນ ເຮັດວຽກໃນຫົກວັນ ແຕ່ໃຫ້ໄຂໃນວັນທີເຈັດ ແລະວັນເດືອນຂຶ້ນໃໝ່.
2
ເຈົ້າຊາຍຜູ້ປົກຄອງຈະໄປຈາກເດີ່ນດ້ານນອກ ສູ່ຫ້ອງໂຖງທາງປະຕູໃຫຍ່ ແລະຢືນຢູ່ໃກ້ເສົາຂອງປະຕູເຂົ້າ ໃນຂະນະທີ່ພວກປະໂຣຫິດເຜົາສັດຂອງຕົນຖວາຍບູຊາທັງໂຕ ແລະຖວາຍເຄື່ອງບູຊາເພື່ອຄວາມສາມັກຄີທຳ. ເພິ່ນຈະຕ້ອງນະມັດສະການທີ່ປະຕູໃຫຍ່ ແລ້ວກໍກັບອອກໄປ. ພວກເຂົາຈະບໍ່ອັດປະຕູໃຫຍ່ນັ້ນຈົນກວ່າຈະເຖິງຕອນແລງ.
3
ແຕ່ລະວັນຊະບາໂຕກັບແຕ່ລະວັນສະຫລອງເດືອນຂຶ້ນໃໝ່ ປະຊາຊົນທັງໝົດຈະຕ້ອງກົ້ມຂາບນ້ອມນະມັດສະການພຣະເຈົ້າຢາເວ ຕໍ່ໜ້າປະຕູໃຫຍ່ຄືກັນ.
4
ໃນວັນຊະບາໂຕ ເຈົ້າຊາຍຈະຕ້ອງນຳມາຖວາຍແກ່ພຣະເຈົ້າຢາເວດັ່ງນີ້: ລູກແກະເຖິກຫົກໂຕ ແລະແກະເຖິກໂຕໜຶ່ງ ທັງໝົດໃຫ້ເປັນສັດທີ່ມີສຸຂະພາບດີແລະບໍ່ມີຕຳໜິ.
5
ພ້ອມແກະເຖິກໂຕນີ້ ໃຫ້ເພິ່ນນຳເອົາພືດຜົນເປັນເມັດມາຖວາຍສິບເຈັດລິດເຄິ່ງ; ແລະພ້ອມລູກແກະເຖິກແຕ່ລະໂຕ ໃຫ້ນຳສິ່ງທີ່ເຈົ້າຊາຍເຫັນສົມຄວນມາຖວາຍກໍໄດ້. ສຳລັບແປ້ງສິບເຈັດລິດເຄິ່ງນັ້ນ ໃຫ້ຖວາຍນໍ້າມັນໝາກກອກເທດສາມລິດພ້ອມ.
6
ໃນວັນສະຫລອງເດືອນຂຶ້ນໃໝ່ ເພິ່ນຈະຕ້ອງຖວາຍງົວເຖິກໜຸ່ມໜຶ່ງໂຕ, ລູກແກະເຖິກຫົກໂຕ, ແກະເຖິກໜຶ່ງໂຕ ທັງໝົດໃຫ້ເປັນສັດທີ່ມີສຸຂະພາບດີແລະບໍ່ມີຕຳໜິ.
7
ພ້ອມງົວເຖິກແລະແກະເຖິກແຕ່ລະໂຕນັ້ນ ໃຫ້ນຳເອົາພືດຜົນເປັນເມັດມາຖວາຍສິບເຈັດລິດເຄິ່ງ ແລະພ້ອມລູກແກະເຖິກແຕ່ລະໂຕນັ້ນ ໃຫ້ນຳສິ່ງທີ່ເຈົ້າຊາຍເຫັນສົມຄວນມາຖວາຍກໍໄດ້. ໃຫ້ຖວາຍນໍ້າມັນໝາກກອກເທດສາມລິດ ພ້ອມກັບພືດຜົນເປັນເມັດສິບເຈັດລິດເຄິ່ງ.
8
ເຈົ້າຊາຍຈະຕ້ອງອອກຈາກຫ້ອງໂຖງ ທາງປະຕູໃຫຍ່ບ່ອນເກົ່າທີ່ຕົນໄດ້ເຂົ້າມາ.
9
ເມື່ອປະຊາຊົນຂອງດິນແດນເຂົ້າມາຕໍ່ໜ້າພຣະເຈົ້າຢາເວ ບໍ່ວ່າງານສະຫລອງໃດໆກໍດີ ຜູ້ທີ່ເຂົ້າມາທາງປະຕູດ້ານເໜືອໃຫ້ອອກໄປທາງປະຕູດ້ານໃຕ້ ຫລັງຈາກທີ່ນະມັດສະການແລ້ວ ແລະຜູ້ທີ່ເຂົ້າມາທາງປະຕູດ້ານໃຕ້ໃຫ້ອອກໄປທາງປະຕູດ້ານເໜືອ. ບໍ່ໃຫ້ຜູ້ໃດກັບອອກໄປທາງປະຕູເກົ່າທີ່ຕົນໄດ້ເຂົ້າມາ, ແຕ່ໃຫ້ອອກໄປທາງປະຕູກົງກັນຂ້າມ.
10
ເຈົ້າຊາຍຈະຕ້ອງເຂົ້າມາໃນເມື່ອປະຊາຊົນເຂົ້າມາ ແລະອອກໄປໃນເມື່ອປະຊາຊົນອອກໄປ.
11
ໃນວັນກິນລ້ຽງຫລືວັນສະຫລອງຕ່າງໆ ໃຫ້ຖວາຍພືດຜົນເປັນເມັດສິບເຈັດລິດເຄິ່ງ ພ້ອມກັບງົວເຖິກ ຫລືແກະເຖິກໂຕໜຶ່ງ ແລະພ້ອມກັບລູກແກະແຕ່ລະໂຕນັ້ນ ສຸດແລ້ວແຕ່ຜູ້ຢາກຖວາຍ. ໃຫ້ຖວາຍນໍ້າມັນໝາກກອກເທດສາມລິດ ພ້ອມກັບພືດຜົນເປັນເມັດສິບເຈັດລິດເຄິ່ງ.
12
ເມື່ອເຈົ້າຊາຍຜູ້ປົກຄອງຢາກຈະຖວາຍເຄື່ອງບູຊາ ຕາມໃຈສະໝັກຂອງຕົນແກ່ພຣະເຈົ້າຢາເວ ບໍ່ວ່າຈະນຳສັດມາເຜົາທັງໂຕຖວາຍບູຊາ ຫລືຖວາຍເຄື່ອງເພື່ອຄວາມສາມັກຄີທຳກໍຕາມ; ໃຫ້ໄຂປະຕູໃຫຍ່ທາງດ້ານຕາເວັນອອກໄປສູ່ເດີ່ນໃນໃຫ້ເພິ່ນ. ເພິ່ນຈະຕ້ອງຖວາຍເຄື່ອງຕາມແບບຢ່າງອັນດຽວກັນກັບທີ່ເພິ່ນຖວາຍໃນວັນຊະບາໂຕ; ຫລັງຈາກເສັດສິ້ນແລ້ວ ປະຕູກໍຈະຖືກອັດໄວ້ ຫລັງຈາກທີ່ເພິ່ນກັບຄືນອອກໄປ.”
13
“ທຸກໆເຊົ້າໃຫ້ນຳລູກແກະອາຍຸໜຶ່ງປີ ໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິມາເຜົາທັງໂຕຖວາຍບູຊາແກ່ພຣະເຈົ້າຢາເວ. ເຄື່ອງບູຊາເຊັ່ນນີ້ຈະຕ້ອງຖວາຍທຸກວັນ.
14
ເຊັ່ນດຽວກັນໃຫ້ຖວາຍແປ້ງເຂົ້າສາມກິໂລກຼາມ ພ້ອມກັບນໍ້າມັນໝາກກອກເທດໜຶ່ງລິດປົນໃສ່ກັບແປ້ງ. ກົດສຳລັບການຖວາຍແກ່ພຣະເຈົ້າຢາເວດັ່ງນີ້ ໃຫ້ປະຕິບັດກັນຢ່າງເຂັ້ມງວດສືບໆໄປ.
15
ສ່ວນລູກແກະ, ແປ້ງເຂົ້າ ແລະນໍ້າມັນໝາກກອກເທດນີ້ ຕ້ອງນຳມາຖວາຍແກ່ອົງພຣະຜູ້ເປັນເຈົ້າທຸກໆເຊົ້າຕະຫລອດໄປ.”
16
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ຖ້າເຈົ້າຊາຍຜູ້ປົກຄອງມອບທີ່ດິນ ຊຶ່ງເປັນກຳມະສິດຂອງຕົນໃຫ້ລູກຊາຍຜູ້ໃດຜູ້ໜຶ່ງເປັນຂອງຂວັນ ທີ່ດິນນັ້ນກໍຈະເປັນຊັບສົມບັດສ່ວນໜຶ່ງໃນຄອບຄົວຂອງລູກຊາຍຜູ້ນັ້ນ.
17
ແຕ່ຖ້າເຈົ້າຊາຍຜູ້ປົກຄອງມອບທີ່ດິນຂອງຕົນສ່ວນໃດສ່ວນໜຶ່ງ ໃຫ້ຜູ້ໃດຜູ້ໜຶ່ງທີ່ຮັບໃຊ້ໃນຣາຊການຂອງຕົນ ທີ່ດິນນັ້ນກໍຈະກາຍເປັນຊັບສົມບັດຂອງເຈົ້າຊາຍຄືນອີກ ເມື່ອເຖິງປີແຫ່ງການປົດປ່ອຍ ທີ່ດິນນັ້ນຈະເປັນຂອງເພິ່ນ ແລະເພິ່ນກັບບັນດາລູກຊາຍຂອງເພິ່ນເທົ່ານັ້ນ ສາມາດເປັນກຳມະສິດທີ່ດິນໄດ້ຢ່າງຖາວອນ.
18
ເຈົ້າຊາຍຜູ້ປົກຄອງຈະຕ້ອງບໍ່ຢຶດເອົາຊັບສົມບັດຢ່າງໃດໆຂອງປະຊາຊົນ. ທີ່ດິນທຸກຕອນຊຶ່ງເພິ່ນມອບໃຫ້ພວກລູກຊາຍ ຈະຕ້ອງໄດ້ມາແຕ່ດິນແດນທີ່ໄດ້ຖືກມອບໝາຍໃຫ້ເພິ່ນ ເພື່ອວ່າເພິ່ນຈະບໍ່ກົດຂີ່ ແລະຢຶດທີ່ດິນຂອງປະຊາຊົນຂອງເຮົາສ່ວນໜຶ່ງສ່ວນໃດ.”
19
ແລ້ວຊາຍຄົນນັ້ນກໍໄດ້ນຳຂ້າພະເຈົ້າ ໄປທີ່ທາງເຂົ້າຫ້ອງຕ່າງໆຊຶ່ງຢູ່ຊື່ກັບທິດເໜືອ ໃກ້ກັບປະຕູໃຫຍ່ທາງດ້ານໃຕ້ຂອງເດີ່ນດ້ານໃນ. ຫ້ອງສັກສິດເຫຼົ່ານີ້ແມ່ນສຳລັບພວກປະໂຣຫິດ. ເພິ່ນໄດ້ຊີ້ໄປທາງບ່ອນໜຶ່ງທາງດ້ານຕາເວັນຕົກຂອງຫ້ອງຕ່າງໆ
20
ແລະໄດ້ກ່າວວ່າ, “ນີ້ແມ່ນບ່ອນໃຫ້ພວກປະໂຣຫິດຕົ້ມຊີ້ນ ທີ່ໄດ້ຖວາຍເປັນເຄື່ອງບູຊາເພື່ອລຶບລ້າງບາບ ຫລືເຄື່ອງຖວາຍໃນການຊົດໃຊ້ຄືນ ແລະປີ້ງເຄື່ອງຖວາຍທີ່ເຮັດຈາກແປ້ງເຂົ້າ ເພື່ອວ່າບໍ່ໃຫ້ສິ່ງສັກສິດໃດໆຖືກນຳອອກໄປທີ່ເດີ່ນຂ້າງນອກ ຊຶ່ງປະຊາຊົນອາດຈະໄດ້ຮັບອັນຕະລາຍ.”
21
ແລ້ວເພິ່ນກໍໄດ້ນຳຂ້າພະເຈົ້າໄປສູ່ເດີ່ນດ້ານນອກ ແລະຊີ້ໃຫ້ຂ້າພະເຈົ້າເຫັນວ່າໃນແຕ່ລະແຈທັງສີ່ນັ້ນ ມີເດີ່ນນ້ອຍຍາວຊາວແມັດ ແລະກວ້າງສິບຫ້າແມັດ.
23
ແຕ່ລະດ້ານມີກຳແພງຫີນອ້ອມຮອບ ແລະມີເຕົາໄຟສ້າງເລີຍຕິດກັບກຳແພງ.
24
ຊາຍຄົນນັ້ນໄດ້ບອກຂ້າພະເຈົ້າວ່າ, “ເຮືອນຄົວເຫຼົ່ານີ້ແມ່ນບ່ອນທີ່ຄົນຮັບໃຊ້ໃນພຣະວິຫານ ຕົ້ມເຄື່ອງຖວາຍບູຊາທີ່ປະຊາຊົນນຳມາ.”
← Chapter 45
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 47 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48