bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 26
Ezekiel 26
Lao Bible 2012 (ພຣະຄຳພີສັກສິ)
← Chapter 25
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 27 →
1
ໃນວັນທີໜຶ່ງຂອງເດືອນ ອັນກົງກັບປີທີສິບເອັດ ແຫ່ງການເປັນຊະເລີຍໃນຕ່າງຖິ່ນຂອງພວກເຮົານັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
2
“ມະນຸດເອີຍ ນີ້ແມ່ນສິ່ງທີ່ປະຊາຊົນໃນເມືອງຕີເຣກຳລັງໂຮຮ້ອງ. ພວກເຂົາຮ້ອງຂຶ້ນວ່າ, ‘ນະຄອນເຢຣູຊາເລັມພັງທະລາຍແລ້ວ ອຳນາດຂອງນະຄອນເຢຣູຊາເລັມສິ້ນສຸດລົງແລ້ວ ຄູ່ແຂ່ງຂອງພວກເຮົາບໍ່ມີຕໍ່ໄປອີກແລ້ວ.’
3
ບັດນີ້ແມ່ນສິ່ງນີ້ແຫຼະ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກຳລັງກ່າວ: ນະຄອນຕີເຣເອີຍ ເຮົາເປັນສັດຕູຂອງເຈົ້າ. ເຮົາຈະນຳຊົນຊາດທັງຫລາຍມາໂຈມຕີເຈົ້າ ແລະພວກເຂົາຈະມາເໝືອນຄື້ນທະເລ.
4
ພວກເຂົາຈະທຳລາຍກຳແພງເມືອງຂອງເຈົ້າແລະທັງຮື້ຫໍຄອຍທັງຫລາຍລົງ. ແລ້ວເຮົາກໍຈະກວາດຂີ້ຝຸ່ນດິນໄປ ໃຫ້ຍັງເຫລືອແຕ່ດານຫີນ.
5
ພວກຫາປາຈະຕາກມອງຂອງພວກເຂົາເທິງນັ້ນ ອັນເປັນບ່ອນທີ່ຕັ້ງຢູ່ກາງທະເລ. ເຮົາໄດ້ບອກໄວ້ແລ້ວ, ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. ຊົນຊາດຕ່າງໆຈະປຸ້ນຈີ້ເມືອງຕີເຣ
6
ແລະພວກເຂົາຈະໃຊ້ດາບຂ້າພວກທີ່ອາໄສຢູ່ ຕາມເມືອງຕ່າງໆໃນແຜ່ນດິນໃຫຍ່ນັ້ນ. ແລ້ວຕີເຣກໍຈະໄດ້ຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”
7
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ເຮົາກຳລັງນຳເອົາກະສັດຜູ້ຍິ່ງໃຫຍ່ທີ່ສຸດ ຄືເຈົ້າເນບູກາດເນັດຊາແຫ່ງບາບີໂລນ ມາໂຈມຕີດິນແດນຕີເຣ. ລາວຈະມາຈາກທິດເໜືອພ້ອມທັງກອງທັບອັນໃຫຍ່ໂຕ ໂດຍມີທັງມ້າກັບລົດຮົບແລະທະຫານມ້າ.
8
ພວກທີ່ອາໄສຢູ່ເມືອງຕ່າງໆໃນແຜ່ນດິນໃຫຍ່ນັ້ນຈະຖືກຂ້າໃນເວລາສູ້ຮົບກັນ. ສັດຕູຈະຂຸດຮ່ອງປ້ອງກັນຕົວແລະສ້າງຄັນຄູ ຕະຫລອດທັງສ້າງກຳແພງອັນແໜ້ນໜາ ເພື່ອປ້ອງກັນໃນການຕໍ່ສູ້ເຈົ້າ.
9
ພວກເຂົາຈະໃຊ້ເຄື່ອງທະລຸແລະພັງກຳແພງເມືອງລົງ ແລະຮື້ຫໍຄອຍທັງຫລາຍດ້ວຍທ່ອນເຫລັກ.
10
ຂີ້ຝຸ່ນດິນທີ່ຟົ້ງຂຶ້ນຍ້ອນມ້າຂອງພວກເຂົາແລ່ນນັ້ນຈະປົກຄຸມເຈົ້າ. ສຽງຕີນມ້າແກ່ກວຽນແລະແກ່ລົດຮົບ ຈະເຮັດໃຫ້ກຳແພງເມືອງຂອງເຈົ້າສັ່ນສະເທືອນ ເມື່ອພວກເຂົາຜ່ານປະຕູເມືອງທີ່ຮົກຮ້າງເພພັງໄປ.
11
ທະຫານມ້າຈະບຸກໄປຕາມທ້ອງຖະໜົນໂດຍໃຊ້ດາບຂ້າປະຊາຊົນຂອງເຈົ້າ. ເສົາຫີນອັນແຂງແກ່ນຂອງເຈົ້າຈະຖືກຖອນຖິ້ມ.
12
ເຫຼົ່າສັດຕູຈະຢຶດເອົາຊັບສົມບັດແລະສິນຄ້າຂອງເຈົ້າໄປ. ພວກເຂົາຈະຮື້ກຳແພງແລະທຳລາຍເຮືອນອັນສວຍງາມຂອງເຈົ້າ. ພວກເຂົາຈະເອົາກ້ອນຫີນກັບທ່ອນໄມ້ແລະເສດດິນຈີ່ ຖິ້ມລົງໃນທະເລ.
13
ເຮົາຈະໃຫ້ສຽງເພງສຸດສິ້ນລົງ ແລະຈະໃຫ້ສຽງພິນມິດງຽບຫາຍໄປ.
14
ເຮົາຈະປະໄວ້ແຕ່ດານຫີນທີ່ຊາວຫາປາໃຊ້ຕາກມອງຂອງພວກເຂົາ. ເມືອງຕີເຣນີ້ຈະບໍ່ໄດ້ຖືກສ້າງຂຶ້ນອີກຈັກເທື່ອ. ເຮົາຄືພຣະເຈົ້າຢາເວໄດ້ບອກໄວ້ແລ້ວ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
15
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າມີຖ້ອຍຄຳທີ່ຈະຕ້ອງກ່າວແກ່ເມືອງຕີເຣວ່າ, “ເມື່ອເຈົ້າຖືກພວກເຂົາຕີຊະນະແລ້ວ ປະຊາຊົນທີ່ອາໄສຢູ່ຕາມແຄມທະເລຈະສະທ້ານຢ້ານກົວ ເມື່ອໄດ້ຍິນສຽງຮ້ອງຄວນຄາງຂອງພວກທີ່ຖືກຂ້າ.
16
ບັນດາກະສັດທັງໝົດຜູ້ທີ່ເປັນເຈົ້າຖິ່ນຂອງທ້ອງທະເລຈະລົງຈາກບັນລັງຂອງຕົນ. ພວກເຂົາຈະຖືກບັງຄັບໃຫ້ແກ້ເຄື່ອງຊັ້ນນອກ ແລະເຄື່ອງນຸ່ງທີ່ປັກແສ່ວຂອງຕົນອອກ ແລະປະໃຫ້ນັ່ງສັ່ນເຊັນຕາມພື້ນດິນ. ພວກເຂົາຈະສະທ້ານຢ້ານກົວຫລາຍທີ່ສຸດຍ້ອນຊາຕາກຳຂອງເຈົ້າ ຈົນພວກເຂົາບໍ່ສາມາດຢຸດສັ່ນເຊັນໄດ້.
17
ແລ້ວພວກເຂົາກໍຈະຮ້ອງເພງອາໄລອາວອນນີ້ເຖິງເຈົ້າວ່າ: ນະຄອນມີຊື່ສຽງນັ້ນຖືກທຳລາຍລົງແລ້ວເດ ເຮືອຂອງຕີເຣກໍຖືກກວາດໄປກ້ຽງ ຄົນໃນເມືອງນີ້ເຄີຍມີອຳນາດທາງທະເລ ຜູ້ທີ່ຢູ່ຕາມແຄມຝັ່ງກໍສະທ້ານຢ້ານກົວທັງນັ້ນ.
18
ບັດນີ້ ເຖິງວັນທີ່ຕີເຣຖືກທຳລາຍໃຫ້ໝຸ່ນທະລາຍ ເກາະດອນກໍຫວັ່ນໄຫວທັງຄົນກໍສະດຸ້ງຕົກໃຈດ້ວຍ.”
19
ແລ້ວອົງພຣະຜູ້ເປັນເຈົ້າ ພຣະເຈົ້າກໍກ່າວວ່າ: “ເຮົາຈະເຮັດໃຫ້ເຈົ້າກາຍເປັນດັ່ງເມືອງທີ່ເປົ່າຫວ່າງແລະຮົກຮ້າງເພພັງທີ່ບໍ່ມີຜູ້ໃດຢູ່ອາໄສ. ເຮົາຈະໃຫ້ນໍ້າຈາກມະຫາສະໝຸດເລິກໄຫລມາຖ້ວມເຈົ້າ.
20
ເຮົາຈະສົ່ງເຈົ້າລົງໄປຮ່ວມກັບຄົນທີ່ໄດ້ອາໄສຢູ່ໃນແດນມໍຣະນາແຕ່ກ່ອນກີ້. ເຮົາຈະເຮັດໃຫ້ເຈົ້າຢູ່ຮ່ວມກັບພວກຄົນຕາຍໃນໂລກໃຕ້ດິນທີ່ເປັນບ່ອນຮົກຮ້າງເພພັງຕະຫລອດໄປ. ໃນທີ່ສຸດ ເຈົ້າຈະບໍ່ມີຜູ້ໃດອາໄສຢູ່ ແລະບໍ່ມີວັນທີ່ຈະກັບຄືນໄປບ່ອນຂອງເຈົ້າ ໃນດິນແດນຂອງຄົນເປັນ.
21
ເຮົາຈະເຮັດໃຫ້ເຈົ້າເປັນຕົວຢ່າງອັນໜ້າຢ້ານກົວຫລາຍ ແລະນັ້ນແຫຼະແມ່ນຈຸດຈົບຂອງເຈົ້າ. ຄົນທັງຫລາຍຈະສະແຫວງຫາເຈົ້າ, ແຕ່ເຈົ້າຈະບໍ່ໄດ້ພົບ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
← Chapter 25
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 27 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48