bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 31
Ezekiel 31
Lao Bible 2012 (ພຣະຄຳພີສັກສິ)
← Chapter 30
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 32 →
1
ໃນວັນທີໜຶ່ງຂອງເດືອນທີສາມ ອັນກົງກັບປີທີສິບເອັດ ແຫ່ງການເປັນຊະເລີຍໃນຕ່າງຖິ່ນຂອງພວກເຮົານັ້ນ ຖ້ອຍຄຳຊອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
2
“ມະນຸດເອີຍ ຈົ່ງບອກກະສັດແຫ່ງເອຢິບແລະປະຊາຊົນທັງໝົດຂອງລາວວ່າ ເຈົ້ານັ້ນມີອຳນາດສໍ່າໃດກັນນໍ ເຮົາຈະປຽບເຈົ້າໃສ່ຫຍັງຈຶ່ງຈະເໝາະໄດ້?
3
ເຈົ້ານັ້ນເປັນດັ່ງ ຕົ້ນແປກທີ່ເລບານອນ ມີງ່າໃບດົກງາມເປັນຕົ້ນໄມ້ສູງຈົນວ່າຈຸເມກ.
4
ບ່ອນນັ້ນມີນໍ້າທີ່ເຮັດໃຫ້ມັນເຕີບໃຫຍ່ຂຶ້ນມາ ມີລຳນໍ້າຕ່າງໆທີ່ພື້ນດິນຄອຍລໍ່ລ້ຽງ. ມັນໃຫ້ຄວາມຊຸ່ມຊື່ນບ່ອນທີ່ຕົ້ນໄມ້ໃຫຍ່ຂຶ້ນມາ ແລະລໍ່ລ້ຽງຕົ້ນໄມ້ທຸກຕົ້ນໃນປ່າ.
5
ມັນສູງກວ່າຕົ້ນໄມ້ອື່ນໆ ເພາະມີນໍ້າລໍ່ລ້ຽງຢ່າງດີ ຕົ້ນໄມ້ນັ້ນຕ່າງກໍມີງ່າທັງໃຫຍ່ແລະຍາວດ້ວຍ;
6
ນົກທຸກຊະນິດຕ່າງກໍໄດ້ເຮັດເຮືອນຮັງ ໃສ່ເທິງງ່າທັງຫລາຍຂອງຕົ້ນໄມ້ນັ້ນ; ສັດປ່າທັງຫລາຍໄດ້ເກີດລູກໃນທີ່ກຳບັງຂອງມັນ ຊົນຊາດໃນໂລກພັກຜ່ອນຢູ່ໃຕ້ຮົ່ມຂອງມັນດ້ວຍ.
7
ມັນແມ່ນຕົ້ນໄມ້ທີ່ສວຍສົດງົດງາມຫລາຍ ລຳຕົ້ນສູງດີແລະງ່າທັງຫລາຍກໍຍາວດ້ວຍ. ຮາກທັງຫລາຍຕ່າງກໍຢັ່ງລົງເລິກສູ່ພື້ນດິນ ບ່ອນທີ່ມີລຳທານໄຫລລິນບໍ່ຂາດ.
8
ໃນສວນຂອງພຣະເຈົ້າບໍ່ມີຕົ້ນແປກໃດຈະປຽບທັນ ບໍ່ມີຕົ້ນແປກເທດໃດ ເຄີຍມີງ່າຍາວເຊັ່ນນີ້ ແລະບໍ່ມີກົກໂພໃດ ທີ່ມີກິ່ງກ້ານເຊັ່ນນີ້ເລີຍ ແມ່ນແຕ່ຕົ້ນໄມ້ໃນສວນຂອງພຣະເຈົ້າກໍບໍ່ງາມເທົ່າ.
9
ເຮົາໄດ້ເຮັດໃຫ້ມັນງາມຂຶ້ນທັງມີງ່າແພ່ໄປ ຕົ້ນໄມ້ທຸກຕົ້ນໃນເອເດນສວນຂອງພຣະເຈົ້າກໍອິດສາມັນ.
10
ເພາະສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈຶ່ງບອກເຈົ້າ ເຖິງສິ່ງທີ່ກຳລັງຈະເກີດຂຶ້ນກັບຕົ້ນໄມ້ທີ່ສູງຈົນຈຸເມກນັ້ນ. ມັນສູງຫລາຍເທົ່າໃດ ມັນກໍອວດອົ່ງທະນົງຕົວຫລາຍເທົ່ານັ້ນ;
11
ສະນັ້ນ ເຮົາຈຶ່ງໄດ້ປະຖິ້ມມັນ ແລະປ່ອຍໃຫ້ຜູ້ປົກຄອງຊາວຕ່າງດ້າວເອົາມັນໄປ. ຜູ້ປົກຄອງຈະໃຫ້ຕົ້ນໄມ້ນັ້ນໄດ້ຮັບຕາມຄວາມຊົ່ວຊ້າທີ່ມັນໄດ້ເຮັດ.
12
ຊາວຕ່າງດ້າວຜູ້ທີ່ໂຫດຫ້ຽມຈະປໍ້າມັນລົງ ແລະປະມັນໄວ້. ງ່າແລະກິ່ງກ້ານຕ່າງໆຂອງມັນຈະຕົກລົງໃສ່ພູທຸກໜ່ວຍ ແລະຮ່ອມພູທຸກບ່ອນໃນປະເທດ. ບັນດາຊົນຊາດທັງໝົດທີ່ອາໄສຮົ່ມຂອງມັນນັ້ນຈະໜີໄປໝົດ.
13
ຝູງນົກຈະມາງອຍຢູ່ເທິງຕົ້ນໄມ້ທີ່ຕາຍນັ້ນ ແລະຝູງສັດປ່າກໍຈະຢຽບງ່າຂອງມັນໄປ.
14
ເພາະສະນັ້ນ ແຕ່ນີ້ໄປຈະບໍ່ມີຕົ້ນໄມ້ໃດໆ ບໍ່ວ່າຈະມີນໍ້າລໍ່ລ້ຽງດີປານໃດກໍຕາມ ມີຍອດຢຽດສູງຈົນຈຸເມກ ຫລືຈະໃຫຍ່ ແລະສູງຂຶ້ນເຊັ່ນນີ້ອີກ. ພວກມັນທັງໝົດຈະຕາຍເພາະເຄາະກຳຢ່າງມະນຸດທຳມະດາ ຄືໄດ້ຮັບເຄາະກຳເພື່ອຈະລົງໄປຮ່ວມກັບພວກທີ່ຢູ່ແດນມໍຣະນາ.
15
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, ໃນມື້ທີ່ຕົ້ນໄມ້ນັ້ນໄດ້ລົງໄປສູ່ແດນມໍຣະນາ ເຮົາຈະເຮັດໃຫ້ລຳນໍ້າຕ່າງໆໃຕ້ພື້ນດິນ ປົກຄຸມມັນເພື່ອເປັນການໄວ້ທຸກໃຫ້. ເຮົາຈະໃຫ້ແມ່ນໍ້າທັງຫລາຍຢຸດໄຫລ ແລະລຳນໍ້າຫລາຍສາຍກໍຈະບໍ່ຫລັ່ງໄຫລອອກ. ເພາະຕົ້ນໄມ້ນັ້ນໄດ້ຕາຍສາແລ້ວ; ສະນັ້ນ ເຮົາຈຶ່ງຈະນຳເອົາຄວາມມືດມາທີ່ເທິງພູເຂົາຂອງເລບານອນ ແລະເຮັດໃຫ້ຕົ້ນໄມ້ທັງໝົດໃນປ່າຫ່ຽວແຫ້ງໄປ.
16
ເມື່ອເຮົາສົ່ງມັນລົງໄປສູ່ແດນມໍຣະນານັ້ນ ສຽງແຫ່ງການລົ້ມລົງຂອງມັນຈະເຮັດໃຫ້ຫລາຍຊາດສັ່ນສະເທືອນ. ຕົ້ນໄມ້ທຸກຕົ້ນໃນສວນເອເດນແລະຕົ້ນໄມ້ທີ່ຖືກເລືອກຢ່າງດີທີ່ສຸດ ຄືຕົ້ນໄມ້ທີ່ມີນໍ້າລໍ່ລ້ຽງຢ່າງດີຂອງເລບານອນ ກໍຈະພໍໃຈໃນການລົ້ມລົງຂອງມັນ.
17
ພວກມັນຈະລົງໄປສູ່ແດນມໍຣະນາຮ່ວມກັບພວກທີ່ໄດ້ລົ້ມລົງ. ແລ້ວທຸກຄົນທີ່ອາໄສຢູ່ໃຕ້ຮົ່ມກໍຈະຖືກກະຈັດກະຈາຍໄປ ໃນທ່າມກາງຊົນຊາດຕ່າງໆ.
18
ຕົ້ນໄມ້ນັ້ນແມ່ນກະສັດແຫ່ງເອຢິບແລະປະຊາຊົນທັງໝົດຂອງລາວ. ບໍ່ມີຕົ້ນໄມ້ກົກໃດໃນສວນເອເດນຈະສູງ ແລະປະທັບໃຈເທົ່າກັບມັນ. ແຕ່ບັດນີ້ ມັນຈະລົງໄປສູ່ແດນມໍຣະນາດັ່ງຕົ້ນໄມ້ຕ່າງໆໃນສວນເອເດນຮ່ວມກັບພວກທີ່ບໍ່ນັບຖືພຣະເຈົ້າ ແລະພວກທີ່ໄດ້ຖືກຂ້າໃນສະໜາມຮົບ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນັ້ນແຫຼະ.
← Chapter 30
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 32 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48