bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 11
Ezekiel 11
Lao Bible 2012 (ພຣະຄຳພີສັກສິ)
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 12 →
1
ແລ້ວພຣະວິນຍານຂອງພຣະເຈົ້າກໍຍົກຂ້າພະເຈົ້າຂຶ້ນ ທັງໄດ້ນຳຂ້າພະເຈົ້າໄປທີ່ປະຕູທາງທິດຕາເວັນອອກຂອງວິຫານຂອງພຣະເຈົ້າຢາເວ. ໃກ້ປະຕູນັ້ນ ຂ້າພະເຈົ້າໄດ້ເຫັນຊາຍຊາວຫ້າຄົນ ໂດຍມີຢາອາຊານີຢາລູກຊາຍຂອງອັດຊູຣະ ແລະເປລາຕີຢາລູກຊາຍຂອງເບນາອີຢາ ຮ່ວມຢູ່ດ້ວຍ.
2
ພຣະເຈົ້າໄດ້ກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ຄົນເຫຼົ່ານີ້ວາງແຜນການຊົ່ວຮ້າຍ ແລະໃຫ້ຄຳແນະນຳແນວບໍ່ດີໃນເມືອງນີ້.
3
ພວກເຂົາເວົ້າວ່າ, ‘ພວກເຮົາຈະປຸກເຮືອນຂຶ້ນອີກ ໃນໄວໆນີ້. ເມືອງນີ້ເປັນດັ່ງໝໍ້ຄົວກິນແລະພວກເຮົາກໍເປັນດັ່ງຊີ້ນໃນໝໍ້.’
4
ເພາະສະນັ້ນ ບັດນີ້ມະນຸດເອີຍ ຈົ່ງກ່າວໂທດພວກເຂົາສາ.”
5
ແລ້ວພຣະວິນຍານຂອງພຣະເຈົ້າຢາເວກໍເຂົ້າຄວບຄຸມຂ້າພະເຈົ້າ ແລະພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າ ໃຫ້ກ່າວຖ້ອຍຄຳນີ້ສູ່ປະຊາຊົນຟັງວ່າ: “ປະຊາຊົນອິດສະຣາເອນເອີຍ ເຮົາຮູ້ສິ່ງທີ່ພວກເຈົ້າກຳລັງເວົ້າ ແລະສິ່ງທີ່ພວກເຈົ້າກຳລັງວາງແຜນການ.
6
ພວກເຈົ້າໄດ້ຂ້າປະຊາຊົນຢ່າງຫລວງຫລາຍໃນເມືອງນີ້ ຈົນວ່າຕາມທ້ອງຖະໜົນຫົນທາງເຕັມໄປດ້ວຍຊາກສົບ.
7
ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວແກ່ພວກເຈົ້າວ່າ: ເມືອງນີ້ເປັນໝໍ້ຄົວກິນຖືກຕ້ອງແລ້ວ ແຕ່ຊີ້ນຢູ່ໃສ? ກໍແມ່ນຊາກສົບຂອງຄົນທີ່ພວກເຈົ້າໄດ້ຂ້ານັ້ນເອງ ພວກເຈົ້າຈະບໍ່ໄດ້ຢູ່ທີ່ນີ້ ເຮົາຈະໂຍນພວກເຈົ້າອອກໄປຈາກເມືອງນີ້
8
ພວກເຈົ້າຢ້ານດາບບໍ? ເຮົາຈະນຳນັກຟັນດາບມາໂຈມຕີພວກເຈົ້າ, ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
9
ເຮົາຈະໄລ່ພວກເຈົ້າອອກໄປຈາກເມືອງນີ້ ແລະຈະມອບພວກເຈົ້າໃຫ້ຢູ່ໃຕ້ອຳນາດຂອງຊາວຕ່າງດ້າວ. ເຮົາຈະລົງໂທດພວກເຈົ້າໃຫ້ເຖິງຕາຍ
10
ແລະພວກເຈົ້າກໍຈະຖືກຂ້າໃນສົງຄາມທີ່ປະເທດຂອງພວກເຈົ້າເອງ. ແລ້ວທຸກຄົນກໍຈະໄດ້ຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.
11
ເມືອງນີ້ຈະບໍ່ປ້ອງກັນພວກເຈົ້າໄວ້ ດັ່ງໝໍ້ປ້ອງກັນຊີ້ນທີ່ຢູ່ໃນໝໍ້ນັ້ນເລີຍ. ເຮົາຈະລົງໂທດພວກເຈົ້າ ບໍ່ວ່າພວກເຈົ້າຈະຢູ່ບ່ອນໃດກໍຕາມໃນດິນແດນອິດສະຣາເອນ.
12
ພວກເຈົ້າຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ ແລະທັງຈະຮູ້ວ່າ ໃນຂະນະທີ່ພວກເຈົ້າຢຶດຖືກົດໝາຍຕ່າງໆຂອງຊົນຊາດໃກ້ຄຽງນັ້ນ ພວກເຈົ້າໄດ້ລະເມີດກົດບັນຍັດທັງຫລາຍຂອງເຮົາ ແລະບໍ່ຍອມເຊື່ອຟັງຂໍ້ຄຳສັ່ງຂອງເຮົາ.”
13
ໃນຂະນະທີ່ຂ້າພະເຈົ້າກຳລັງປະກາດພຣະທຳຢູ່ນັ້ນ ເປລາຕີຢາກໍລົ້ມລົງສິ້ນໃຈຕາຍ. ຂ້າພະເຈົ້າຈຶ່ງໝູບໜ້າລົງກັບພື້ນດິນແລະຮ້ອງຂຶ້ນວ່າ, “ຂໍນຳ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ! ພຣະອົງຈະຂ້າທຸກໆຄົນທີ່ຍັງເຫລືອຢູ່ໃນຊາດອິດສະຣາເອນບໍ?”
14
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ,
15
“ມະນຸດເອີຍ ປະຊາຊົນທີ່ອາໄສຢູ່ໃນນະຄອນເຢຣູຊາເລັມກຳລັງເວົ້າເຖິງເຈົ້າ ແລະເຖິງພີ່ນ້ອງຊາວອິດສະຣາເອນທີ່ຕົກເປັນຊະເລີຍຢູ່ຕ່າງຖິ່ນ. ພວກເຂົາເວົ້າວ່າ, ‘ພວກທີ່ຕົກເປັນຊະເລີຍໃນຕ່າງຖິ່ນນັ້ນ ຢູ່ໄກຫຼາຍຈຶ່ງນະມັດສະການພຣະເຈົ້າຢາເວບໍ່ໄດ້. ພຣະອົງໄດ້ມອບດິນແດນນີ້ໃຫ້ພວກເຮົາເປັນກຳມະສິດ.’
16
ບັດນີ້ ຈົ່ງບອກພີ່ນ້ອງຂອງພວກເຈົ້າຜູ້ຕົກເປັນຊະເລີຍໃນຕ່າງຖິ່ນວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: ເຮົາເປັນຜູ້ສົ່ງພວກເຂົາໄປຢູ່ໃນທ່າມກາງຊົນຊາດທີ່ຫ່າງໄກ ແລະໄດ້ກະຈັດກະຈາຍພວກເຂົາໄປໃນປະເທດຕ່າງໆ. ເຖິງຢ່າງໃດກໍຕາມ ເຮົາຈະຢູ່ນຳພວກເຂົາຊົ່ວໄລຍະໜຶ່ງໃນດິນແດນບ່ອນທີ່ພວກເຂົາໄປຢູ່ນັ້ນ.’
17
ສະນັ້ນ ຈົ່ງບອກພວກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກຳລັງກ່າວດັ່ງນີ້: ເຮົາຈະເຕົ້າໂຮມພວກເຂົາໃຫ້ອອກຈາກປະເທດຕ່າງໆ ທີ່ເຮົາໄດ້ກະຈັດກະຈາຍພວກເຂົາໄປນັ້ນ; ແລະເຮົາຈະມອບດິນແດນອິດສະຣາເອນຄືນໃຫ້ແກ່ພວກເຂົາ.’
18
ເມື່ອພວກເຂົາກັບຄືນມາ ພວກເຂົາຈະກຳຈັດຮູບເຄົາຣົບອັນເປິເປື້ອນ ແລະໜ້າກຽດຊັງທັງໝົດທີ່ພວກເຂົາພົບເຫັນນັ້ນໃຫ້ສິ້ນໄປ.
19
ເຮົາຈະໃຫ້ພວກເຂົາມີຄວາມຄິດແລະຈິດໃຈໃໝ່. ເຮົາຈະເອົາຈິດໃຈດື້ດ້ານທີ່ແຂງດັ່ງຫີນນັ້ນໜີໄປ ແລະຈະເອົາຈິດໃຈເປັນເນື້ອໜັງທີ່ເຊື່ອຟັງໃຫ້ພວກເຂົາ.
20
ແລ້ວພວກເຂົາກໍຈະໄດ້ຮັກສາກົດບັນຍັດທັງຫລາຍຂອງເຮົາ ແລະເຊື່ອຟັງຂໍ້ຄຳສັ່ງທັງໝົດຂອງເຮົາຢ່າງສັດຊື່. ພວກເຂົາຈະເປັນປະຊາຊົນຂອງເຮົາແລະເຮົາຈະເປັນພຣະເຈົ້າຂອງພວກເຂົາ.
21
ແຕ່ເຮົາຈະລົງໂທດປະຊາຊົນຜູ້ມັກຂາບໄຫວ້ຮູບເຄົາຣົບຕ່າງໆ ອັນເປິເປື້ອນແລະໜ້າກຽດຊັງ. ເຮົາຈະລົງໂທດພວກເຂົາສຳລັບສິ່ງທີ່ພວກເຂົາໄດ້ເຮັດ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
22
ແລ້ວເຄຣຸບເຫຼົ່ານັ້ນໄດ້ເລີ່ມບິນຂຶ້ນໄປ ແລະລໍ້ທັງຫລາຍກໍໄປນຳດ້ວຍ. ສະຫງ່າຣາສີຂອງພຣະເຈົ້າແຫ່ງຊາດອິດສະຣາເອນໄດ້ປົກຄຸມພວກເພິ່ນ.
23
ແລ້ວສະຫງ່າຣາສີຂອງພຣະເຈົ້າຢາເວກໍຈາກນະຄອນໄປ ແລະເຄື່ອນຍ້າຍໄປສູ່ພູເຂົາທາງທິດຕາເວັນອອກ.
24
ໃນນິມິດນັ້ນ ພຣະວິນຍານຂອງພຣະເຈົ້າໄດ້ຍົກຂ້າພະເຈົ້າຂຶ້ນ ແລະນຳຂ້າພະເຈົ້າກັບຄືນມາສູ່ບ່ອນທີ່ຕົກເປັນຊະເລີຍໃນຕ່າງຖິ່ນທີ່ບາບີໂລນ ແລ້ວນິມິດກໍຫາຍໄປ
25
ແລະຂ້າພະເຈົ້າກໍໄດ້ບອກທຸກໆສິ່ງ ທີ່ພຣະເຈົ້າຢາເວໄດ້ສຳແດງຕໍ່ຂ້າພະເຈົ້ານັ້ນ ສູ່ພວກທີ່ຕົກເປັນຊະເລີຍໃນຕ່າງຖິ່ນຟັງ.
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 12 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48