bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 10
Ezekiel 10
Lao Bible 2012 (ພຣະຄຳພີສັກສິ)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 11 →
1
ຂ້າພະເຈົ້າໄດ້ແນມເບິ່ງວົງໂຄ້ງທີ່ເທິງຫົວເຄຣຸບນັ້ນ ມີສິ່ງໜຶ່ງທີ່ເບິ່ງເໝືອນບັນລັງທີ່ເຮັດດ້ວຍແກ້ວມໍຣະກົດ.
2
ພຣະອົງໄດ້ກ່າວແກ່ຊາຍຜູ້ນຸ່ງເຄື່ອງທີ່ເຮັດດ້ວຍຜ້າປ່ານນັ້ນວ່າ, “ຈົ່ງເຂົ້າໄປລະຫວ່າງລໍ້ທີ່ຢູ່ລຸ່ມເຄຣຸບ ແລະກອບເອົາຖ່ານໄຟທີ່ລຸກຢູ່ໃຫ້ເຕັມກຳມື. ແລ້ວຈົ່ງໂຮຍຖ່ານໄຟນັ້ນໄປທົ່ວເທິງນະຄອນ.” ຂ້າພະເຈົ້າເຝົ້າເບິ່ງຊາຍຄົນນັ້ນເຂົ້າໄປ.
3
ເຄຣຸບນັ້ນກຳລັງຢືນຢູ່ທາງດ້ານໃຕ້ຂອງພຣະວິຫານ ເມື່ອຄົນນັ້ນເຂົ້າໄປ ແລະເມກໄດ້ປົກຄຸມເຕັມທີ່ເດີ່ນຂ້າງໃນ.
4
ສະຫງ່າຣາສີຂອງພຣະເຈົ້າຢາເວສາດຂຶ້ນຈາກເຄຣຸບນັ້ນ ແລະເຄື່ອນຍ້າຍໄປສູ່ທາງເຂົ້າຂອງພຣະວິຫານ. ແລ້ວເມກກໍໄດ້ປົກຄຸມພຣະວິຫານ ແລະເດີ່ນພຣະວິຫານກໍແຈ້ງສະຫວ່າງສະໄຫວດ້ວຍສະຫງ່າຣາສີຂອງພຣະເຈົ້າຢາເວ.
5
ສຽງປີກຂອງເຄຣຸບທີ່ກະທົບກັນໄດ້ຍິນໄປຮອດເດີ່ນຂ້າງນອກ. ສຽງນັ້ນດັງກ້ອງສະໜັ່ນເໝືອນສຽງຂອງພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່.
6
ເມື່ອພຣະອົງໄດ້ສັ່ງຊາຍຜູ້ນຸ່ງເຄື່ອງທີ່ເຮັດດ້ວຍຜ້າປ່ານ ໃຫ້ກອບເອົາຖ່ານໄຟຢູ່ໃນລະຫວ່າງລໍ້ທີ່ລຸ່ມເຄຣຸບ ຊາຍຄົນນັ້ນກໍເຂົ້າໄປຢືນຢູ່ທີ່ຂ້າງລໍ້ອັນໜຶ່ງ.
7
ເຄຣຸບຕົນໜຶ່ງໃນຈຳນວນເຄຣຸບເຫຼົ່ານັ້ນໄດ້ເດ່ມືອອກໄປສູ່ໄຟ ທີ່ຢູ່ໃນທ່າມກາງເຄຣຸບເຫຼົ່ານັ້ນແລະກອບເອົາຖ່ານໄຟບາງສ່ວນ ແລ້ວນຳເອົາໄປໃສ່ມືຂອງຊາຍຜູ້ນຸ່ງເຄື່ອງທີ່ເຮັດດ້ວຍຜ້າປ່ານ. ຊາຍຄົນນີ້ຮັບເອົາຖ່ານໄຟແລະຈາກໄປ.
8
ແລ້ວຂ້າພະເຈົ້າກໍເຫັນວ່າ ຢູ່ລຸ່ມປີກຂອງເຄຣຸບແຕ່ລະຕົນເບິ່ງຄ້າຍຄືມືມະນຸດ.
9
ຂ້າພະເຈົ້າໄດ້ເຫັນອີກວ່າ ມີລໍ້ສີ່ອັນ ຄືກັນໝົດແລະລໍ້ອັນໜຶ່ງຢູ່ຂ້າງເຄຣຸບຕົນໜຶ່ງ. ລໍ້ນັ້ນສ່ອງແສງໃສດັ່ງແກ້ວປະເສີດ ແລະແຕ່ລະລໍ້ກໍມີລໍ້ອີກອັນໜຶ່ງຕັດຜ່ານທາງກາງ.
11
ເມື່ອເຄຣຸບເຫຼົ່ານັ້ນເຄື່ອນຍ້າຍໄປກໍໄປໄດ້ທຸກທິດທາງ ໂດຍບໍ່ຕ້ອງຫັນຕົນຕົວ. ເຄຣຸບທັງໝົດນັ້ນໄດ້ເຄື່ອນຍ້າຍໄປພ້ອມກັນ ໃນທິດທາງທີ່ພວກຕົນຢາກໄປໂດຍບໍ່ຕ້ອງຫັນຕົນຕົວ.
12
ຕົນຕົວຂອງເຄຣຸບຕະຫລອດທັງຫລັງ, ມື, ປີກແລະລໍ້ ລ້ວນແຕ່ມີຕາເຕັມໄປໝົດ.
13
ລໍ້ເຫຼົ່ານັ້ນຄືກັນກັບລໍ້ທີ່ຂ້າພະເຈົ້າໄດ້ເຫັນໃນນິມິດຄັ້ງທີໜຶ່ງ.
14
ເຄຣຸບແຕ່ລະຕົນມີສີ່ໜ້າ. ໜ້າເບື້ອງທີໜຶ່ງເປັນໜ້າງົວເຖິກ, ໜ້າເບື້ອງທີສອງເປັນໜ້າຄົນ, ໜ້າເບື້ອງທີສາມເປັນໜ້າສິງ ແລະໜ້າເບື້ອງທີສີ່ເປັນໜ້ານົກອິນຊີ. (
15
ແມ່ນເຄຣຸບພວກດຽວທີ່ຂ້າພະເຈົ້າໄດ້ເຫັນທີ່ແຄມແມ່ນໍ້າເກບາກ.)
16
ເມື່ອເຄຣຸບເຫຼົ່ານັ້ນເຫາະຂຶ້ນສູ່ອາກາດແລະເຄື່ອນຍ້າຍໄປ ລໍ້ທັງຫລາຍນັ້ນກໍເຄື່ອນໄປນຳ. ເມື່ອໃດພືປີກບິນໄປ ລໍ້ກໍໄປນຳເມື່ອນັ້ນ.
17
ເມື່ອເຄຣຸບເຫຼົ່ານັ້ນຢຸດ ລໍ້ນັ້ນກໍຢຸດນຳ ແລະເມື່ອເຄຣຸບເຫຼົ່ານັ້ນບິນໄປ ລໍ້ນັ້ນກໍບິນໄປນຳເພາະເຄຣຸບຄວບຄຸມລໍ້ເຫຼົ່ານັ້ນ.
18
ແລ້ວສະຫງ່າຣາສີຂອງພຣະເຈົ້າຢາເວກໍໄດ້ຈາກທາງເຂົ້າຂອງພຣະວິຫານ ແລະເຄື່ອນຍ້າຍໄປຢູ່ເໜືອເຄຣຸບເຫຼົ່ານັ້ນ.
19
ໃນຂະນະທີ່ຂ້າພະເຈົ້າກຳລັງເຝົ້າເບິ່ງຢູ່ ເຄຣຸບໄດ້ພືປີກຂອງພວກຕົນອອກແລະບິນຂຶ້ນໄປຈາກພື້ນດິນແລະລໍ້ນັ້ນໄດ້ເຫາະຂຶ້ນໄປນຳ. ແລະໄດ້ຢຸດຢູ່ທີ່ປະຕູເຂົ້າທາງດ້ານຕາເວັນອອກຂອງວິຫານຂອງພຣະເຈົ້າຢາເວ ແລະສະຫງ່າຣາສີຂອງພຣະເຈົ້າແຫ່ງຊາດອິດສະຣາເອນ ກໍໄດ້ຫຸ້ມຫໍ່ພວກເພິ່ນໄວ້.
20
ຂ້າພະເຈົ້າຈຶ່ງຮູ້ວ່າແມ່ນສິ່ງທີ່ມີຊີວິດພວກດຽວກັນກັບທີ່ຂ້າພະເຈົ້າໄດ້ເຫັນ ຢູ່ທາງລຸ່ມຂອງພຣະເຈົ້າແຫ່ງຊາດອິດສະຣາເອນທີ່ແຄມແມ່ນໍ້າເກບາກ ແລະຂ້າພະເຈົ້າຈຶ່ງເຂົ້າໃຈວ່າແມ່ນເຄຣຸບ.
21
ສິ່ງທີ່ມີຊີວິດແຕ່ລະຕົນມີໜ້າສີ່ໜ້າ, ສີ່ປີກ ແລະຢູ່ໃຕ້ຂອງແຕ່ລະປີກເບິ່ງຄ້າຍຄືມືຂອງມະນຸດ.
22
ໜ້າຂອງພວກເພິ່ນແຕ່ລະຕົນເບິ່ງເໝືອນໜ້າຕ່າງໆ ທີ່ຂ້າພະເຈົ້າໄດ້ເຫັນທີ່ແຄມແມ່ນໍ້າເກບາກຢ່າງບໍ່ມີຜິດເລີຍ. ແຕ່ລະຕົນມຸ່ງໜ້າໄປຢ່າງຊື່ຕົງ.
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 11 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48