bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 18
Ezekiel 18
Lao Bible 2012 (ພຣະຄຳພີສັກສິ)
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 19 →
1
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າ
2
ວ່າ, “ສຸພາສິດທີ່ຄົນມັກເວົ້າກັນໃນດິນແດນແຫ່ງຊາດອິດສະຣາເອນນີ້ ມີຄວາມໝາຍວ່າຢ່າງໃດ? ‘ພໍ່ແມ່ກິນໝາກອະງຸ່ນສົ້ມ ແຕ່ລູກຊໍ້າພັດເຂັດແຂ້ວນຳ.”’
3
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ເຮົາມີຊີວິດຢູ່ຢ່າງແນ່ແທ້ສັນໃດ ເຈົ້າຈະບໍ່ໄດ້ເວົ້າຊໍ້າສຸພາສິດນີ້ໃນຊາດອິດສະຣາເອນອີກຕໍ່ໄປ.
4
ຊີວິດແຕ່ລະບຸກຄົນຂຶ້ນຢູ່ກັບເຮົາ ຄືຊີວິດຜູ້ເປັນພໍ່ແມ່ ກໍເໝືອນກັນກັບຊີວິດຂອງຜູ້ເປັນລູກ. ບຸກຄົນໃດທີ່ເຮັດບາບ ບຸກຄົນນັ້ນແຫຼະທີ່ສົມຄວນຈະຕ້ອງຕາຍ.
5
ຖ້າວ່າມີຄົນດີທີ່ສັດຊື່ ແລະຊອບທຳແທ້ໆຈັກຄົນໜຶ່ງ.
6
ລາວບໍ່ໄດ້ຂາບໄຫວ້ບັນດາຮູບເຄົາຣົບຂອງຊາວອິດສະຣາເອນ ຫລືບໍ່ກິນເຄື່ອງທີ່ໄດ້ບູຊາໃນບ່ອນສັກສິດທີ່ໄດ້ຫວງຫ້າມ. ລາວບໍ່ໄດ້ລໍ້ລວງຫລີ້ນເມຍຂອງຄົນອື່ນ ຫລືສົມສູ່ກັບຍິງທີ່ກຳລັງເປັນປະຈຳເດືອນ.
7
ລາວບໍ່ສໍ້ໂກງຫລືບໍ່ປຸ້ນເຈົ້າເອົາຂອງຜູ້ໃດ. ລາວຄືນຂອງທີ່ລູກໜີ້ເອົາມາຈຳນຳ; ລາວລ້ຽງຄົນທີ່ອຶດຫິວ ແລະໃຫ້ເຄື່ອງນຸ່ງຫົ່ມແກ່ຄົນທີ່ຂາດເຂີນ.
8
ລາວໃຫ້ຄົນຢືມເງິນໂດຍບໍ່ຄິດດອກເບ້ຍ. ລາວບໍ່ຍອມປະພຶດຕົນຢ່າງບໍ່ເປັນທຳ, ແຕ່ກັບໃຫ້ຄວາມເປັນທຳແກ່ຜູ້ທີ່ເປັນຄວາມ.
9
ຄົນເຊັ່ນນີ້ ເຊື່ອຟັງຂໍ້ຄຳສັ່ງຂອງເຮົາ ແລະຢຶດຖືບັນດາກົດບັນຍັດຂອງເຮົາຢ່າງເອົາໃຈໃສ່. ລາວເປັນຄົນຊອບທຳແລະຈະມີຊີວິດຢູ່.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
10
“ແລ້ວຖ້າວ່າຊາຍຜູ້ນີ້ມີລູກຊາຍຄົນໜຶ່ງ ທີ່ມັກປຸ້ນ ແລະຂ້າເຈົ້າເອົາຂອງ ຄືຜູ້ທີ່ເຮັດສິ່ງທັງໝົດເຫຼົ່ານີ້
11
ທີ່ພໍ່ຂອງຕົນບໍ່ເຄີຍເຮັດມາກ່ອນ. ລາວກິນເຄື່ອງບູຊາໃນບ່ອນສັກສິດທີ່ໄດ້ຫວງຫ້າມ ແລະລໍ້ລວງຫລີ້ນເມຍຂອງຄົນອື່ນ.
12
ລາວສໍ້ໂກງຄົນຍາກຈົນ, ລາວປຸ້ນເຈົ້າເອົາຂອງ ແລະບໍ່ຄືນຂອງທີ່ລູກໜີ້ເອົາມາຈຳນຳ. ລາວຂາບໄຫວ້ບັນດາຮູບເຄົາຣົບອັນໜ້າກຽດຊັງຢູ່ໃນບ່ອນສັກສິດຂອງຄົນຕ່າງຊາດ
13
ແລະໃຫ້ຄົນຢືມເງິນໂດຍຄິດດອກເບ້ຍ. ລາວຈະມີຊີວິດຢູ່ບໍ? ບໍ່ແມ່ນດອກ ລາວຈະບໍ່ມີຊີວິດຢູ່. ລາວເຮັດແຕ່ສິ່ງທີ່ໜ້າກຽດຊັງ; ສະນັ້ນ ລາວຈະຕ້ອງຕາຍ. ລາວຈະຕ້ອງຮັບຜິດຊອບຕໍ່ການຕາຍເອົາເອງ.
14
ບັດນີ້ ຖ້າວ່າຊາຍຜູ້ທີສອງນີ້ມີລູກຊາຍຢູ່ຄົນໜຶ່ງ. ລູກຊາຍຜູ້ນີ້ເຫັນບາບທັງໝົດທີ່ພໍ່ຂອງຕົນໄດ້ເຮັດ ແຕ່ລາວບໍ່ໄດ້ເຮັດຕາມແບບຢ່າງຂອງພໍ່.
15
ລາວບໍ່ໄດ້ຂາບໄຫວ້ບັນດາຮູບເຄົາຣົບຂອງຊາວອິດສະຣາເອນ ຫລືກິນເຄື່ອງບູຊາໃນບ່ອນສັກສິດທີ່ໄດ້ຫວງຫ້າມ. ລາວບໍ່ໄດ້ລໍ້ລວງຫລີ້ນເມຍຂອງຄົນອື່ນ
16
ຫລືຂົ່ມເຫັງ ຫລືປຸ້ນເຈົ້າເອົາຂອງຜູ້ໃດ. ລາວສົ່ງຄືນຂອງທີ່ລູກໜີ້ເອົາມາຈຳນຳ. ລາວລ້ຽງຄົນທີ່ອຶດຫິວ ແລະໃຫ້ເຄື່ອງນຸ່ງຫົ່ມແກ່ຄົນທີ່ຂັດສົນ.
17
ລາວບໍ່ຍອມເຮັດຊົ່ວ ແລະໃຫ້ຄົນຢືມເງິນໂດຍບໍ່ຄິດດອກເບ້ຍ. ລາວຢຶດຖືບັນດາກົດບັນຍັດຂອງເຮົາ ແລະເຊື່ອຟັງຂໍ້ຄຳສັ່ງຂອງເຮົາ. ລາວຈະບໍ່ຕາຍເພາະບາບຂອງພໍ່ລາວ ແຕ່ລາວຈະມີຊີວິດຢູ່ຢ່າງແນ່ນອນ.
18
ພໍ່ຂອງລາວຕ່າງຫາກທີ່ໄດ້ສໍ້ໂກງ ແລະໄດ້ປຸ້ນເຈົ້າເອົາຂອງ ແລະເຮັດຊົ່ວໃຫ້ແກ່ທຸກຄົນ. ສະນັ້ນ ລາວຈຶ່ງຕາຍເພາະບາບທີ່ຕົນໄດ້ເຮັດນັ້ນ.
19
ແຕ່ຖ້າເຈົ້າຖາມວ່າ, ‘ເປັນຫຍັງລູກຊາຍຈຶ່ງບໍ່ໄດ້ຮັບໂທດກຳ ເພາະບາບຂອງຜູ້ເປັນພໍ່?’ ຄຳຕອບກໍຄືລູກຊາຍໄດ້ເຮັດສິ່ງທີ່ດີແລະຖືກຕ້ອງ. ລາວໄດ້ຮັກສາກົດບັນຍັດຂອງເຮົາ ແລະປະຕິບັດຕາມກົດບັນຍັດນັ້ນຢ່າງລະມັດລະວັງ; ສະນັ້ນ ລາວຈຶ່ງຈະມີຊີວິດຢູ່ຢ່າງແນ່ນອນ.
20
ຜູ້ທີ່ເຮັດບາບຄືຜູ້ທີ່ຈະຕ້ອງຕາຍ. ລູກຊາຍບໍ່ຕ້ອງຮັບໂທດກຳເພາະພໍ່ຂອງຕົນໄດ້ເຮັດບາບ; ຫລືພໍ່ບໍ່ຕ້ອງຮັບໂທດກຳເພາະລູກຂອງຕົນໄດ້ເຮັດບາບ. ຄົນຊອບທຳຈະໄດ້ຮັບບຳເໜັດສຳລັບການດີທີ່ຕົນໄດ້ເຮັດ ແລະຄົນຊົ່ວກໍຈະໄດ້ຮັບໂທດກຳສຳລັບການຊົ່ວທີ່ຕົນໄດ້ເຮັດ.
21
ຖ້າຄົນຊົ່ວຜູ້ໜຶ່ງເຊົາເຮັດບາບ ແລະຖ້າລາວຢຶດຖືບັນດາກົດບັນຍັດຂອງເຮົາ ຄືເຮັດໃນສິ່ງທີ່ດີ ແລະຖືກຕ້ອງ ລາວກໍຈະບໍ່ຕາຍ; ແຕ່ລາວຈະມີຊີວິດຢູ່ຢ່າງແນ່ນອນ.
22
ບາບທັງໝົດຂອງລາວຈະໄດ້ຮັບການອະໄພ ແລະລາວຈະມີຊີວິດຢູ່ ເພາະລາວໄດ້ເຮັດໃນສິ່ງທີ່ຖືກຕ້ອງ.”
23
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຖາມວ່າ, “ເຈົ້າຄິດວ່າເຮົາດີໃຈບໍທີ່ເຫັນຄົນບາບຜູ້ໜຶ່ງຕາຍໄປ? ບໍ່ແມ່ນດອກ ເຮົາຈະດີໃຈຫລາຍກວ່າ ທີ່ເຫັນຄົນບາບຜູ້ໜຶ່ງກັບໃຈແລະມີຊີວິດຢູ່.
24
ແຕ່ຖ້າຄົນຊອບທຳຜູ້ໜຶ່ງເຊົາເຮັດການດີ ແລະເລີ່ມເຮັດແຕ່ການຊົ່ວ ຄືເຮັດແຕ່ສິ່ງອັນໜ້າກຽດຊັງທີ່ຄົນຊົ່ວເຮັດ ລາວຈະມີຊີວິດຢູ່ບໍ? ບໍ່ແມ່ນດອກ ການດີທີ່ລາວໄດ້ເຮັດມານັ້ນ ຈະບໍ່ມີຜູ້ໃດລະນຶກເຖິງເລີຍ. ລາວຈະຕາຍ ເພາະຄວາມບໍ່ສັດຊື່ແລະການບາບທີ່ລາວໄດ້ເຮັດ.
25
ແຕ່ເຈົ້າເວົ້າວ່າ, ‘ສິ່ງທີ່ພຣະເຈົ້າຢາເວເຮັດນັ້ນ ແມ່ນບໍ່ຖືກຕ້ອງ.’ ຊາວອິດສະຣາເອນເອີຍ ຈົ່ງຟັງເຮົາເທີ້ນ ພວກເຈົ້າຄິດວ່າວິທີການທີ່ເຮົາເຮັດບໍ່ຖືກຕ້ອງບໍ? ວິທີການຂອງພວກເຈົ້ານັ້ນແຫຼະບໍ່ຖືກຕ້ອງ.
26
ເມື່ອຄົນຊອບທຳຜູ້ໜຶ່ງເຊົາເຮັດດີ ແລະເລີ່ມເຮັດຊົ່ວແລ້ວຕາຍໄປ ລາວຕາຍເພາະຄວາມຊົ່ວທີ່ລາວໄດ້ເຮັດນັ້ນ.
27
ເມື່ອຄົນຊົ່ວຜູ້ໜຶ່ງເຊົາເຮັດບາບແລະເຮັດສິ່ງທີ່ດີແລະຖືກຕ້ອງ ລາວກໍຊ່ວຍຊີວິດຂອງຕົນໃຫ້ພົ້ນ.
28
ລາວສຳນຶກໄດ້ເຖິງສິ່ງທີ່ຕົນກຳລັງເຮັດ ແລະລາວກໍເຊົາເຮັດບາບ; ສະນັ້ນ ລາວຈຶ່ງຈະບໍ່ຕາຍແຕ່ຈະມີຊີວິດຢູ່ຢ່າງແນ່ນອນ.
29
ແຕ່ພວກເຈົ້າ ຊາວອິດສະຣາເອນພັດເວົ້າວ່າ, ‘ສິ່ງທີ່ອົງພຣະຜູ້ເປັນເຈົ້າເຮັດນັ້ນບໍ່ຖືກຕ້ອງ.’ ພວກເຈົ້າຄິດວ່າວິທີທາງຂອງເຮົາບໍ່ຖືກຕ້ອງບໍ? ວິທີທາງຂອງພວກເຈົ້ານັ້ນແຫຼະບໍ່ຖືກຕ້ອງ.
30
ແຕ່ບັດນີ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ກຳລັງບອກຊາວອິດສະຣາເອນວ່າ, ເຮົາຈະຕັດສິນພວກເຈົ້າແຕ່ລະຄົນຕາມການກະທຳຂອງພວກເຈົ້າ. ຈົ່ງຫັນໜີຈາກການຊົ່ວຊ້າທັງໝົດທີ່ພວກເຈົ້າກຳລັງເຮັດນັ້ນສາ ແລະຢ່າປ່ອຍໃຫ້ການບາບທີ່ພວກເຈົ້າເຮັດຢູ່ນັ້ນທຳລາຍພວກເຈົ້າ.
31
ຈົ່ງເລີກເຮັດການຊົ່ວທັງໝົດທີ່ພວກເຈົ້າກຳລັງດຳເນີນຢູ່ນັ້ນສາ ແລະຈົ່ງຕັ້ງຄວາມຄິດໃໝ່ແລະເອົາຈິດໃຈໃໝ່. ເປັນຫຍັງຊາວອິດສະຣາເອນ ພວກເຈົ້າຈຶ່ງຢາກຕາຍ?
32
ເຮົາບໍ່ຕ້ອງການໃຫ້ຜູ້ໃດຜູ້ໜຶ່ງຕາຍ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: ຈົ່ງປະຖິ້ມການບາບທັງຫລາຍຂອງພວກເຈົ້າສາ ແລະມີຊີວິດຢູ່ເຖີດ.”
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 19 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48