bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 38
Ezekiel 38
Lao Bible 2012 (ພຣະຄຳພີສັກສິ)
← Chapter 37
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 39 →
1
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
2
“ມະນຸດເອີຍ ຈົ່ງປະນາມເຈົ້າໂກກ ນາຍຜູ້ປົກຄອງຊົນຊາດເມເຊັກແລະຕູບານ ຢູ່ໃນດິນແດນຂອງມາໂກກ.
3
ຈົ່ງທຳນວາຍຕໍ່ສູ້ລາວ ແລະກ່າວວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ວ່າ: ເຮົາເປັນສັດຕູຂອງເຈົ້າ.
4
ເຮົາຈະປິ່ນເຈົ້າກັບຄືນແລະເອົາເບັດເກາະທີ່ຄາງກະໄຕ ແລະລາກເຈົ້າໃຫ້ໜີໄປພ້ອມກັບກອງທັບ. ກອງທັບຂອງເຈົ້າປະກອບດ້ວຍຝູງມ້າແລະທະຫານມ້າທີ່ສວມເຄື່ອງແບບ; ພວກເຂົາມີຈຳນວນຫລວງຫລາຍ ແລະທະຫານແຕ່ລະຄົນກໍຖືໂລ້ແລະດາບ.
5
ຊາຍສະກັນຈາກເປີເຊຍ, ເອທີໂອເປຍ ແລະລີເບຍກໍມາກັບເຈົ້າ ແລະທຸກຄົນກໍຖືໂລ້ແລະໝວກເຫລັກທັງນັ້ນ.
6
ນັກຮົບທຸກຄົນຈາກດິນແດນໂກເມແລະເບັດໂຕກາມາທາງທິດເໜືອ ກໍມາກັບເຈົ້າຕະຫລອດທັງຊົນຊາດອື່ນໆດ້ວຍ.
7
ຈົ່ງຕຽມຕົວ ແລະຕຽມກອງທັບໃຫ້ພ້ອມເຮັດຕາມຄຳສັ່ງຂອງເຈົ້າ.
8
ຫລັງຈາກນັ້ນມາຫລາຍປີ ເຮົາຈະສັ່ງໃຫ້ເຈົ້າຮຸກຮານປະເທດໜຶ່ງ ຊຶ່ງປະຊາຊົນໄດ້ຖືກນຳຄືນມາແຕ່ປະເທດຕ່າງໆ ແລະໃຊ້ຊີວິດຢູ່ໂດຍບໍ່ຢ້ານກົວສົງຄາມ. ເຈົ້າຈະຮຸກຮານພູຕ່າງໆຂອງອິດສະຣາເອນ ທີ່ໄດ້ຖືກປະຖິ້ມໃຫ້ຮົກຮ້າງຫວ່າງເປົ່າມານານແລ້ວ; ແຕ່ບັດນີ້ ເປັນບ່ອນທີ່ປະຊາຊົນທຸກຄົນອາໄສຢູ່ຢ່າງປອດໄພ.
9
ເຈົ້າກັບກອງທັບຂອງເຈົ້າຕະຫລອດທັງບັນດາຊົນຊາດທີ່ໄດ້ມາກັບເຈົ້ານັ້ນ ຈະໂຈມຕີດັ່ງພະຍຸຮ້າຍ ແລະຄວບຄຸມດິນແດນດັ່ງກ້ອນເມກ.”’
10
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ເມື່ອເວລານັ້ນມາເຖິງ ເຈົ້າຈະເລີ່ມຄິດແຜນການອັນຊົ່ວຮ້າຍ.
11
ເຈົ້າຈະຕັດສິນໃຈຮຸກຮານປະເທດທີ່ຂາດບ່ອນເພິ່ງ ຊຶ່ງປະຊາຊົນຢູ່ຢ່າງສັນຕິສຸກແລະປອດໄພໃນເມືອງ ທີ່ບໍ່ມີກຳແພງອ້ອມແລະຂາດການປ້ອງກັນ.
12
ເຈົ້າຈະປຸ້ນຈີ້ປະຊາຊົນທີ່ອາໄສຢູ່ໃນເມືອງຕ່າງໆ ຊຶ່ງຄັ້ງໜຶ່ງ ເຄີຍຮົກຮ້າງເພພັງ. ພວກເຂົາໄດ້ມາຈາກຊົນຊາດຕ່າງໆເພື່ອເຕົ້າໂຮມກັນ; ບັດນີ້ ປະຊາຊົນເຫຼົ່ານັ້ນໄດ້ມີຝູງສັດແລະຊັບສົມບັດ ແລະທັງຕັ້ງຢູ່ທີ່ສີ່ແຍກຂອງໂລກດ້ວຍ.
13
ປະຊາຊົນເຊບາ ແລະຊາວເດດານ ຕະຫລອດທັງພວກພໍ່ຄ້າຈາກເມືອງຕ່າງໆຂອງສະເປນ ຈະຖາມເຈົ້າວ່າ, ‘ເຈົ້າໄດ້ທ້ອນໂຮມທະຫານໄວ້ເພື່ອປຸ້ນຈີ້ບໍ? ເຈົ້າຕັ້ງໃຈຈະເອົາເງິນແລະຄຳ, ຝູງງົວກັບຊັບສິນ ແລະຍົກທັບໜີໄປພ້ອມກັບສິ່ງທີ່ເຈົ້າປຸ້ນຈີ້ໄດ້ນັ້ນບໍ?”’
14
ສະນັ້ນ ມະນຸດເອີຍ ຈົ່ງທຳນວາຍແລະບອກເຈົ້າໂກກ ວ່າດັ່ງນີ້: “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: ໃນຂະນະທີ່ປະຊາຊົນອິດສະຣາເອນຂອງເຮົາຢູ່ຢ່າງປອດໄພ ເຈົ້າຈະຍົກອອກມາ
15
ຈາກທີ່ຂອງເຈົ້າທາງທິດເໜືອສຸດ ໂດຍນຳກອງທັບອັນໃຫຍ່ໂຕ ທັງມີອຳນາດຈາກຫລາຍປະເທດ ຊຶ່ງລ້ວນແຕ່ເປັນທະຫານມ້າທັງນັ້ນ.
16
ເຈົ້າຈະໂຈມຕີປະຊາຊົນອິດສະຣາເອນຂອງເຮົາ ເໝືອນດັ່ງກ້ອນເມກໄຫລຂ້າມດິນແດນໄປ. ເມື່ອເວລານັ້ນມາເຖິງ ເຮົາຈະໃຊ້ເຈົ້າໃຫ້ຮຸກຮານດິນແດນຂອງເຮົາ ເພື່ອສະແດງໃຫ້ຊົນຊາດທັງຫລາຍຮູ້ວ່າເຮົາເປັນຜູ້ໃດ ທັງໝົດນັ້ນແມ່ນເພື່ອສະແດງຄວາມບໍຣິສຸດຂອງເຮົາ ໂດຍສິ່ງທີ່ເຮົາເຮັດຜ່ານທາງເຈົ້າ.
17
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຈົ້າແມ່ນຜູ້ທີ່ເຮົາໄດ້ກ່າວເຖິງແຕ່ດົນນານມາແລ້ວ ເມື່ອເຮົາໄດ້ປະກາດຜ່ານທາງບັນດາຜູ້ຮັບໃຊ້ຂອງເຮົາ ຄືຜູ້ທຳນວາຍຂອງອິດສະຣາເອນ ວ່າໃນມື້ທີ່ຈະມາເຖິງນັ້ນ ເຮົາຈະນຳຜູ້ໃດຜູ້ໜຶ່ງມາໂຈມຕີຊາດອິດສະຣາເອນ.”
18
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ໃນມື້ທີ່ໂກກຮຸກຮານອິດສະຣາເອນນັ້ນ ເຮົາຈະໂກດເຄືອງໃຈຫລາຍ.
19
ເຮົາຂໍປະກາດດ້ວຍຄວາມໂກດຮ້າຍອັນຮຸນແຮງວ່າ ໃນມື້ນັ້ນຈະເກີດແຜ່ນດິນໄຫວຢ່າງໜັກໃນດິນແດນອິດສະຣາເອນ.
20
ປາແລະນົກທຸກໂຕຕະຫລອດທັງສັດໃຫຍ່ນ້ອຍ ແລະມະນຸດທຸກຄົນທີ່ຢູ່ເທິງແຜ່ນດິນໂລກນີ້ຈະຢ້ານເຮົາຈົນຕົວສັ່ນເຊັນ. ພູເຂົາທັງຫລາຍຈະເຈື່ອນລົງ, ໜ້າຜາຈະແຕກເປັນເສດເລັກເສດນ້ອຍ ແລະກຳແພງທຸກໆແຫ່ງຈະພັງທະລາຍລົງ.
21
ເຮົາຈະເຮັດໃຫ້ໂກກສະທ້ານຢ້ານກົວດ້ວຍໄພພິບັດນາໆປະການ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. ທະຫານຂອງລາວຈະໃຊ້ດາບຫັນມາຕໍ່ສູ້ຊຶ່ງກັນແລະກັນ.
22
ເຮົາຈະລົງໂທດລາວດ້ວຍການເຈັບໄຂ້ໄດ້ປ່ວຍ ແລະຈະໃຫ້ເລືອດນອງແຜ່ນດິນ. ພະຍຸຝົນແລະໝາກເຫັບພ້ອມທັງໄຟກັບມາດ ຈະຕົກລົງຖືກລາວ ແລະກອງທັບຕະຫລອດຊົນຊາດທັງຫລາຍທີ່ຢູ່ຝ່າຍລາວດ້ວຍ.
23
ດັ່ງນັ້ນ ເຮົາຈະສຳແດງໃຫ້ຊົນຊາດທັງໝົດເຫັນວ່າ ເຮົາຍິ່ງໃຫຍ່ ແລະບໍຣິສຸດ. ແລ້ວພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”
← Chapter 37
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 39 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48