bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 36
Ezekiel 36
Lao Bible 2012 (ພຣະຄຳພີສັກສິ)
← Chapter 35
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 37 →
1
ອົງພຣະຜູ້ເປັນເຈົ້າໄດ້ສັ່ງວ່າ, “ມະນຸດເອີຍ ເຈົ້າຈົ່ງກ່າວແກ່ພູທັງຫລາຍຂອງຊາດອິດສະຣາເອນ ແລະບອກໃຫ້ເຊື່ອຟັງຖ້ອຍຄຳຂອງພຣະເຈົ້າຢາເວ
2
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ວ່າ: ເຫຼົ່າສັດຕູໄດ້ສົມນໍ້າໜ້າຊາດອິດສະຣາເອນໂດຍເວົ້າວ່າ, ‘ບັດນີ້ ທີ່ສູງອັນເກົ່າແກ່ຕ່າງໆນັ້ນເປັນຂອງພວກເຮົາສາແລ້ວ.’
3
ແລ້ວເຈົ້າຈົ່ງປະກາດ ແລະບອກໃນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກຳລັງກ່າວ. ເມື່ອຊົນຊາດໃກ້ຄຽງທັງຫລາຍໄດ້ຢຶດ ແລະປຸ້ນຈີ້ພູຕ່າງໆຂອງຊາດອິດສະຣາເອນນັ້ນ ທຸກຄົນໄດ້ຫົວເຍາະເຍີ້ຍຊາດອິດສະຣາເອນ.
4
ດັ່ງນັ້ນ ພູຕ່າງໆຂອງຊາດອິດສະຣາເອນ ຈົ່ງຟັງຖ້ອຍຄຳທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວເຖີດ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ: ພູເຂົາຕ່າງໆ ແລະເນີນພູຕ່າງໆ, ຫ້ວຍນໍ້າແລະຮ່ອມພູທັງຫຼາຍ ບ່ອນທີ່ຖືກປະປ່ອຍໃຫ້ຮົກຮ້າງເປົ່າປ່ຽວ ແລະເມືອງຮົກຮ້າງຫວ່າງເປົ່າທີ່ຖືກປຸ້ນ ແລະຖືກຫຍໍ້ຫຍັນຈາກທຸກຊົນຊາດທີ່ຢູ່ອ້ອມແອ້ມ.
5
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ກ່າວອອກໄປ ດ້ວຍຄວາມໂກດຮ້າຍອັນຮ້ອນແຮງຕໍ່ສູ້ຊົນຊາດທີ່ຢູ່ອ້ອມແອ້ມ ແລະສະເພາະຢ່າງຍິ່ງແລ້ວຕໍ່ສູ້ເອໂດມ. ດ້ວຍຄວາມຍິນດີ ແລະການຫຍໍ້ຫຍັນ ພວກເຂົາໄດ້ຢຶດຄອງດິນແດນແລະໄດ້ຄອບຄອງທົ່ງຫຍ້າໃນດິນແດນນັ້ນ.
6
ສະນັ້ນ ເຈົ້າຈົ່ງທຳນວາຍແກ່ດິນແດນອິດສະຣາເອນ; ຈົ່ງບອກພູເຂົາຕ່າງໆ, ເນີນພູຕ່າງໆ, ຫ້ວຍນໍ້າ ແລະຮ່ອມພູທັງຫຼາຍ ສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: ດ້ວຍຄວາມໂກດຮ້າຍອັນຫວງແຫນ ຍ້ອນວິທີທີ່ຊົນຊາດທັງຫລາຍໄດ້ດູໝິ່ນປະໝາດ ແລະເຮັດໃຫ້ພວກເຂົາອັບອາຍຂາຍໜ້າ.
7
ເພາະສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າສັນຍາຢ່າງໜັກແໜ້ນວ່າ ຊົນຊາດທີ່ອ້ອມແອ້ມນັ້ນຈະໄດ້ຮັບຄວາມອັບອາຍຂາຍໜ້າ.
8
ແຕ່ຕາມເທິງພູທັງຫລາຍຂອງຊາດອິດສະຣາເອນ ຕົ້ນໄມ້ທັງຫລາຍຈະມີໃບອີກ ແລະຈະເກີດໝາກໃຫ້ພວກເຈົ້າ ປະຊາຊົນອິດສະຣາເອນຂອງເຮົາເອີຍ. ພວກເຈົ້າຈະໄດ້ກັບຄືນມາສູ່ເຮືອນໃນບໍ່ຊ້ານີ້.
9
ເຮົາຢູ່ຝ່າຍເຈົ້າແລະເຮົາຈະເຮັດໃຫ້ແນ່ໃຈວ່າ ດິນແດນຂອງພວກເຈົ້າຈະມີການຄາດໄຖ ແລະການປູກຝັງອີກ.
10
ເຮົາຈະເຮັດໃຫ້ປະຊາຊົນຂອງເຈົ້າເພີ່ມຂຶ້ນ. ເຈົ້າຈະອາໄສຢູ່ໃນເມືອງຕ່າງໆ ແລະສ້າງທຸກສິ່ງທີ່ໄດ້ຖືກປະໃຫ້ຮົກຮ້າງເພພັງນັ້ນຂຶ້ນໃໝ່.
11
ເຮົາຈະໃຫ້ປະຊາຊົນ ແລະຝູງສັດເພີ່ມຂຶ້ນຈຳນວນຫລວງຫລາຍ. ພວກເຈົ້າຈະມີຄົນຫລາຍກວ່າແຕ່ກ່ອນ ແລະພວກເຈົ້າກໍຈະມີລູກຫລາຍຄົນ. ເຮົາຈະໃຫ້ພວກເຈົ້າອາໄສຢູ່ທີ່ນັ້ນ ດັ່ງທີ່ພວກເຈົ້າເຄີຍໄດ້ຢູ່ມາກ່ອນ ແລະເຮົາຈະເຮັດໃຫ້ພວກເຈົ້າຈະເລີນຮຸ່ງເຮືອງຂຶ້ນຫລາຍກວ່າເກົ່າອີກ. ແລ້ວພວກເຈົ້າກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.
12
ປະຊາຊົນອິດສະຣາເອນຂອງເຮົາເອີຍ ເຮົາຈະນຳພວກເຈົ້າກັບມາສູ່ດິນແດນອີກ. ດິນແດນນີ້ຈະເປັນຂອງພວກເຈົ້າເອງ ແລະຈະບໍ່ປ່ອຍໃຫ້ລູກຂອງພວກເຈົ້າອຶດຕາຍອີກຈັກເທື່ອ.
13
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ: ມັນເປັນຄວາມຈິງທີ່ປະຊາຊົນເອີ້ນດິນແດນນັ້ນເປັນມະນຸດກິນຄົນ ແລະພວກເຂົາເວົ້າວ່າ, ມັນປຸ້ນກິນຊາດທີ່ເປັນຂອງລູກພວກຕົນ.
14
ແຕ່ຕໍ່ນີ້ໄປ ດິນແດນຈະບໍ່ກິນພົນລະເມືອງຂອງຕົນອີກຕໍ່ໄປ ຄືຜູ້ທີ່ປຸ້ນເອົາບັນດາເດັກນ້ອຍໄປຈາກຊາດຂອງຕົນ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
15
ດິນແດນຈະບໍ່ຟັງສຽງຊົນຊາດທັງຫລາຍທີ່ຫຍໍ້ຫຍັນ ຫລືເຫັນປະຊາຊົນທັງປວງຫົວເຍາະເຍີ້ຍໃສ່ຕົນອີກຕໍ່ໄປ. ດິນແດນຈະບໍ່ສັງຫານພວກເດັກນ້ອຍຂອງຕົນອີກຕໍ່ໄປ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
16
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
17
“ມະນຸດເອີຍ ເມື່ອຊາວອິດສະຣາເອນໄດ້ອາໄສຢູ່ໃນດິນແດນຂອງພວກເຂົາແລ້ວ ຄວາມປະພຶດ ແລະການກະທຳຂອງພວກເຂົາກໍຍັງເປັນມົນທິນຢູ່. ສຳລັບເຮົາແລ້ວ ຄວາມປະພຶດຂອງພວກເຂົາຍັງເປັນມົນທິນ ເໝືອນຜູ້ຍິງເປັນປະຈຳເດືອນ.
18
ພວກເຂົາໄດ້ເຮັດໃຫ້ດິນແດນເປັນມົນທິນ ໂດຍການຄາດຕະກຳຕ່າງໆ ຊຶ່ງພວກເຂົາໄດ້ກໍ່ຂຶ້ນ ແລະໂດຍການຂາບໄຫວ້ຮູບເຄົາຣົບອັນໜ້າກຽດຊັງ. ສະນັ້ນ ເຮົາຈຶ່ງປ່ອຍໃຫ້ພວກເຂົາໄດ້ຊີມຣິດແຫ່ງຄວາມໂກດຮ້າຍຂອງເຮົາ.
19
ເຮົາໄດ້ກ່າວໂທດພວກເຂົາ ເຖິງການດຳເນີນຊີວິດ ແລະຄວາມປະພຶດຂອງພວກເຂົາ ແລະເຮົາໄດ້ເຮັດໃຫ້ພວກເຂົາກະຈັດກະຈາຍໄປ ໃນທ່າມກາງຊາວຕ່າງຊາດທັງຫລາຍ.
20
ເມື່ອພວກເຂົາໄດ້ໄປຢູ່ທີ່ໃດ ພວກເຂົາກໍໄດ້ນຳຄວາມອັບອາຍຂາຍໜ້າມາສູ່ນາມອັນບໍຣິສຸດຂອງເຮົາທີ່ນັ້ນ ຍ້ອນຄົນໄດ້ເວົ້າວ່າ, ‘ປະຊາຊົນຂອງພຣະເຈົ້າຢາເວເຫຼົ່ານີ້ຕ້ອງປົບໜີແຕ່ດິນແດນ ທີ່ພຣະເຈົ້າຂອງພວກເຂົາເອງໄດ້ມອບໃຫ້.’
21
ການເວົ້າເຊັ່ນນີ້ໄດ້ເຮັດໃຫ້ເຮົາເປັນຫ່ວງນຳນາມອັນບໍຣິສຸດຂອງເຮົາ ເນື່ອງຈາກວ່າຊາວອິດສະຣາເອນໄດ້ນຳຄວາມອັບອາຍຂາຍໜ້າມາສູ່ນາມຂອງເຮົາ ໃນທຸກບ່ອນທີ່ພວກເຂົາໄດ້ໄປ.
22
ເພາະສະນັ້ນ ເຈົ້າຈົ່ງມອບຖ້ອຍຄຳໃຫ້ຊາວອິດສະຣາເອນວ່າອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ວ່າ, ‘ຊາວອິດສະຣາເອນເອີຍ ສິ່ງທີ່ເຮົາກຳລັງຈະເຮັດນີ້ບໍ່ແມ່ນເຫັນແກ່ພວກເຈົ້າ; ແຕ່ເພື່ອເຫັນແກ່ນາມອັນບໍຣິສຸດຂອງເຮົາ ຊຶ່ງພວກເຈົ້າໄດ້ດູຖູກໃນທຸກປະເທດທີ່ພວກເຈົ້າໄດ້ໄປນັ້ນ.
23
ເມື່ອເຮົາສຳແດງໃຫ້ຊົນຊາດທັງຫລາຍ ເຫັນຄວາມສັກສິດຂອງນາມອັນຍິ່ງໃຫຍ່ຂອງເຮົາແລ້ວ ຄືນາມທີ່ພວກເຈົ້າໄດ້ດູຖູກໃນທ່າມກາງພວກເຂົາ; ພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ກ່າວດັ່ງນີ້ແຫຼະ. ເຮົາຈະໃຊ້ພວກເຈົ້າເພື່ອສະແດງຕໍ່ໜ້າຊົນຊາດທັງຫລາຍຮູ້ວ່າເຮົາບໍຣິສຸດ.
24
ເຮົາຈະນຳພວກເຈົ້າອອກມາຈາກທຸກໆຊົນຊາດ ແລະທຸກໆປະເທດ ເພື່ອນຳພາພວກເຈົ້າມາສູ່ດິນແດນຂອງພວກເຈົ້າເອງ.
25
ເຮົາຈະເອົານໍ້າສະອາດຫົດສົງພວກເຈົ້າໃຫ້ພົ້ນມົນທິນທັງໝົດ ອັນເນື່ອງມາຈາກການຂາບໄຫວ້ຮູບເຄົາຣົບ.
26
ເຮົາຈະໃຫ້ພວກເຈົ້າມີຄວາມຄິດ ແລະຈິດໃຈໃໝ່. ເຮົາຈະເອົາຈິດໃຈດື້ດ້ານທີ່ແຂງດັ່ງຫີນໜີໄປ ແລະຈະເອົາຈິດໃຈເປັນເນື້ອໜັງທີ່ເຊື່ອຟັງໃຫ້ພວກເຈົ້າ.
27
ເຮົາຈະເອົາຈິດວິນຍານຂອງເຮົາໃສ່ໃຫ້ພວກເຈົ້າ ເພື່ອພວກເຈົ້າຈະປະຕິບັດຕາມກົດບັນຍັດຕ່າງໆ ພ້ອມທັງຂໍ້ຄຳສັ່ງທັງໝົດຂອງເຮົາ ທີ່ໄດ້ມອບໃຫ້ແກ່ພວກເຈົ້ານັ້ນ.
28
ແລ້ວພວກເຈົ້າກໍຈະອາໄສຢູ່ໃນດິນແດນ ທີ່ເຮົາໄດ້ມອບໃຫ້ແກ່ປູ່ຍ່າຕາຍາຍຂອງພວກເຈົ້າ. ພວກເຈົ້າຈະເປັນປະຊາຊົນຂອງເຮົາ ແລະເຮົາກໍຈະເປັນພຣະເຈົ້າຂອງພວກເຈົ້າ.
29
ເຮົາຈະຊ່ວຍພວກເຈົ້າໃຫ້ພົ້ນຈາກມົນທິນທັງໝົດຂອງພວກເຈົ້າ. ເຮົາຈະສັ່ງໃຫ້ມີເຂົ້າຢ່າງອຸດົມສົມບູນ ເພື່ອວ່າພວກເຈົ້າຈະບໍ່ໄດ້ອຶດຢາກອີກຈັກເທື່ອ.
30
ເຮົາຈະເຮັດໃຫ້ຕົ້ນໄມ້ ແລະທົ່ງນາຂອງພວກເຈົ້າເກີດຜົນຫລາຍ ເພື່ອວ່າການອຶດຢາກຈະບໍ່ເກີດຂຶ້ນອີກຕໍ່ໄປ ອັນເປັນການອັບອາຍຂາຍໜ້າໃຫ້ແກ່ພວກເຈົ້າໃນທ່າມກາງຊົນຊາດທັງຫລາຍ.
31
ພວກເຈົ້າຈະຈົດຈຳຄວາມປະພຶດຊົ່ວ ແລະການເຮັດຜິດຕ່າງໆ ທີ່ພວກເຈົ້າໄດ້ກະທຳ ແລະພວກເຈົ້າຈະເບື່ອໜ່າຍຕົນເອງ ເພາະການບາບແລະການອະທຳທີ່ພວກເຈົ້າໄດ້ເຮັດນັ້ນ.
32
ຊາດອິດສະຣາເອນເອີຍ ເຮົາຢາກໃຫ້ພວກເຈົ້າຮູ້ວ່າເຮົາບໍ່ໄດ້ເຮັດສິ່ງທັງໝົດນີ້ ເພາະເຫັນແກ່ພວກເຈົ້າ. ເຮົາຢາກໃຫ້ພວກເຈົ້າໄດ້ຮັບຄວາມອັບອາຍຂາຍໜ້າ ຍ້ອນສິ່ງທີ່ພວກເຈົ້າກຳລັງເຮັດຢູ່.’ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
33
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, ‘ເມື່ອເຮົາຊຳລະພວກເຈົ້າໃຫ້ສະອາດຈາກທຸກການບາບຂອງພວກເຈົ້າແລ້ວ ເຮົາກໍຈະໃຫ້ພວກເຈົ້າອາໄສຢູ່ຕາມເມືອງຕ່າງໆຂອງພວກເຈົ້າອີກ ແລະອະນຸຍາດໃຫ້ພວກເຈົ້າສ້າງສິ່ງທີ່ຮົກຮ້າງເພພັງນັ້ນຂຶ້ນໃໝ່.
34
ສ່ວນທົ່ງນາຂອງພວກເຈົ້າທີ່ທຸກຄົນເຄີຍຍ່າງຜ່ານໄປມາ ແລະເຫັນມັນຮົກເຕັມໄປດ້ວຍຫຍ້າ ແລະເປັນປ່ານັ້ນ ເຮົາຈະໃຫ້ພວກເຈົ້າປູກຝັງໃສ່ທີ່ນັ້ນອີກ.
35
ທຸກໆຄົນຈະເວົ້າເຖິງດິນແດນນີ້ ຊຶ່ງຄັ້ງໜຶ່ງ ເຄີຍເປັນຖິ່ນແຫ້ງແລ້ງກັນດານ; ແຕ່ບັດນີ້ ກາຍເປັນດັ່ງສວນເອເດນ; ສ່ວນເມືອງຕ່າງໆທີ່ໄດ້ຖືກພັງທະລາຍ, ຖືກປຸ້ນຈີ້ ແລະຖືກປ່ອຍປະໃຫ້ຮົກຮ້າງເພພັງນັ້ນ ບັດນີ້ ກໍມີຄົນຢູ່ອາໄສແລະມີປ້ອມລ້ອມດ້ວຍກຳແພງ.
36
ແລ້ວຊົນຊາດໃກ້ຄຽງທັງຫລາຍທີ່ລອດຊີວິດມາໄດ້ ກໍຈະໄດ້ຮູ້ວ່າເຮົາແມ່ນພຣະເຈົ້າຢາເວຜູ້ທີ່ສ້າງເມືອງຮົກຮ້າງເພພັງນັ້ນຂຶ້ນໃໝ່ ແລະປູກພືດໃສ່ທົ່ງນາອັນຮົກຮ້າງເຫຼົ່ານີ້. ເຮົາຄືພຣະເຈົ້າຢາເວໄດ້ສັນຍາວ່າເຮົາຈະເຮັດສິ່ງນີ້ ແລະເຮົາຈະເຮັດແທ້.’
37
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, ‘ອີກຄັ້ງໜຶ່ງ ເຮົາຈະໃຫ້ຊາວອິດສະຣາເອນ ຂໍຄວາມຊ່ວຍເຫລືອຈາກເຮົາ; ແລະເຮົາຈະໃຫ້ພວກເຂົາເພີ່ມຂຶ້ນເປັນຈຳນວນພົນອັນຫລວງຫລາຍ ດັ່ງຝູງແກະ.
38
ເມືອງຕ່າງໆທີ່ຮົກຮ້າງເພພັງໃນປັດຈຸບັນນີ້ ກໍຈະມີຄົນຢູ່ເຕັມດັ່ງນະຄອນເຢຣູຊາເລັມ ຊຶ່ງຄັ້ງໜຶ່ງ ມີແກະຢ່າງຫລວງຫລາຍ ເພື່ອໃຊ້ຖວາຍເປັນເຄື່ອງບູຊາໃນຍາມເທດສະການ. ແລ້ວພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”’
← Chapter 35
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 37 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48