bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 6
Ezekiel 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 7 →
1
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ,
2
“ມະນຸດເອີຍ ຈົ່ງແນມໄປທີ່ພູເຂົາທັງຫລາຍຂອງຊາດອິດສະຣາເອນ ແລະບອກຖ້ອຍຄຳຂອງເຮົາແກ່ພູເຂົາເຫຼົ່ານັ້ນ.
3
ຈົ່ງບອກພູເຂົາຕ່າງໆຂອງຊາດອິດສະຣາເອນໃຫ້ຟັງຖ້ອຍຄຳຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າບອກພູເຂົາແລະເນີນພູທັງຫລາຍ, ຫ້ວຍກັບຮ່ອມພູທັງຫລາຍວ່າ ເຮົາຈະໃຊ້ດາບທຳລາຍບ່ອນຕ່າງໆທີ່ປະຊາຊົນຂາບໄຫວ້ຮູບເຄົາຣົບ.
4
ແທ່ນບູຊາທັງຫລາຍຈະຖືກຮື້ຖິ້ມ ແລະແທ່ນເຜົາເຄື່ອງຫອມກໍຈະຖືກທຳລາຍ. ປະຊາຊົນທັງໝົດໃນທີ່ນັ້ນຈະຖືກຂ້າຕໍ່ໜ້າຮູບເຄົາຣົບຂອງພວກເຂົາ.
5
ເຮົາຈະເຮັດໃຫ້ຊາກສົບຂອງປະຊາຊົນອິດສະຣາເອນກະຈັດກະຈາຍໄປ; ເຮົາຈະເຮັດໃຫ້ກະດູກທັງໝົດຂອງພວກເຂົາກະຈັດກະຈາຍຢູ່ອ້ອມແທ່ນບູຊາ.
6
ເມືອງທັງໝົດຂອງຊາດອິດສະຣາເອນຈະຖືກທຳລາຍ ເພື່ອວ່າແທ່ນບູຊາກັບຮູບເຄົາຣົບຕ່າງໆຂອງພວກເຂົາຈະຖືກທຳລາຍໝົດເປັນຊີ້ນໆ, ແທ່ນເຜົາເຄື່ອງຫອມຂອງພວກເຂົາຈະຖືກຕີໃຫ້ແຕກເປັນປ່ຽງໆ ແລະທຸກໆສິ່ງທີ່ພວກເຂົາໄດ້ເຮັດນັ້ນກໍຈະສູນຫາຍໄປ.
7
ປະຊາຊົນຈະຖືກຂ້າໃນທຸກທີ່ທຸກບ່ອນ ແລະພວກທີ່ຍັງເຫລືອມີຊີວິດຢູ່ຈະຮັບຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.
8
ເຮົາຈະປ່ອຍໃຫ້ບາງຄົນຫລົບໜີຈາກການຖືກສັງຫານໝູ່ ແລະຖືກກະຈັດກະຈາຍໄປໃນທ່າມກາງຊົນຊາດຕ່າງໆ
9
ບ່ອນທີ່ພວກເຂົາຈະໃຊ້ຊີວິດຢູ່ເປັນຊະເລີຍໃນຕ່າງຖິ່ນ. ໃນທີ່ນັ້ນ ພວກເຂົາຈະລະນຶກເຖິງເຮົາ ແລະຮູ້ວ່າເຮົາລົງໂທດພວກເຂົາໃຫ້ໄດ້ຮັບການອັບອາຍຂາຍໜ້າ ກໍເພາະຈິດໃຈທີ່ຂາດຄວາມເຊື່ອຈຶ່ງພາໃຫ້ຫ່າງເຫີນຈາກເຮົາໄປ ແລະພວກເຂົາຮັກຮູບເຄົາຣົບຫລາຍກວ່າຮັກເຮົາ. ພວກເຂົາຈະກຽດຊັງຕົນເອງ ເພາະຄວາມຊົ່ວຊ້າ ແລະສິ່ງເສື່ອມເສຍທັງຫລາຍທີ່ພວກເຂົາໄດ້ເຮັດ.
10
ພວກເຂົາຈະຮູ້ວ່າເຮົາແມ່ນອົງພຣະຜູ້ເປັນເຈົ້າ ແລະການຕັກເຕືອນຂອງເຮົານັ້ນກໍບໍ່ໄດ້ເປັນການຂົ່ມຂູ່ລ້າໆ.”
11
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ຈົ່ງຕົບມືສາ ຈົ່ງທືບຕີນເຖີດ ຈົ່ງຮ້ອງຢ່າງໂສກເສົ້າເສຍໃຈເພາະຄວາມຊົ່ວທັງໝົດ ຄືສິ່ງອັນໜ້າກຽດຊັງຕ່າງໆທີ່ຊາວອິດສະຣາເອນໄດ້ເຮັດ. ພວກເຂົາຈະຕາຍໃນເສິກສົງຄາມ ຫລືໃນການອຶດຢາກ ຫລືຍ້ອນການເຈັບໄຂ້ໄດ້ປ່ວຍ.
12
ພວກທີ່ຢູ່ຫ່າງໄກຈະເຈັບໄຂ້ ແລະຕາຍ; ພວກທີ່ຢູ່ອ້ອມແອ້ມຈະຖືກຂ້າໃນສົງຄາມ; ພວກທີ່ລອດມາໄດ້ກໍຈະອຶດຕາຍ. ພວກເຂົາຈະໄດ້ຊີມຣິດແຫ່ງຄວາມໂກດຮ້າຍຂອງເຮົາຢ່າງສຸດຂີດ.
13
ຊາກສົບທັງຫລາຍຈະກະຈັດກະຈາຍ ປະປົນຢູ່ກັບຮູບເຄົາຣົບຕ່າງໆອ້ອມແທ່ນບູຊາ ມັນຈະຖືກກະຈັດກະຈາຍໄປທົ່ວເນີນພູສູງ, ຢູ່ເທິງຈອມພູທຸກໆໜ່ວຍ, ຢູ່ກ້ອງຕົ້ນໄມ້ໃບຂຽວ ແລະຕົ້ນໂອກທຸກຕົ້ນ ຄືຢູ່ໃນທຸກບ່ອນທີ່ພວກເຂົາໄດ້ເຜົາເຄື່ອງບູຊາຖວາຍແກ່ຮູບເຄົາຣົບຂອງພວກເຂົາ. ແລ້ວທຸກຄົນກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.
14
ເຮົາຈະໃຊ້ຣິດອຳນາດຂອງເຮົາທຳລາຍປະເທດຂອງພວກເຂົາ. ເຮົາຈະເຮັດໃຫ້ເປັນດິນແດນເປົ່າຫວ່າງ, ແຕ່ຖິ່ນແຫ້ງແລ້ງກັນດານທາງພາກໃຕ້ ຈົນຮອດເມືອງຣິບລາທາງທິດເໜືອ ໂດຍຈະບໍ່ປະທີ່ໃດໃຫ້ຊາວອິດສະຣາເອນອາໄສຢູ່. ແລ້ວທຸກຄົນກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48