bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 17
Ezekiel 17
Lao Bible 2012 (ພຣະຄຳພີສັກສິ)
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 18 →
1
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ,
2
“ມະນຸດເອີຍ ຈົ່ງບອກຄຳປຽບທຽບເລື່ອງໜຶ່ງ
3
ໃຫ້ຊາວອິດສະຣາເອນຟັງວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກຳລັງກ່າວແກ່ພວກເຂົາດັ່ງນີ້: ຍັງມີນົກອິນຊີໃຫຍ່ໂຕໜຶ່ງ ຊຶ່ງມີຂົນງາມ ແລະປີກກໍໃຫຍ່ທັງພືອອກໄດ້ກວ້າງດ້ວຍ. ມັນໄດ້ບິນໄປທີ່ພູເຂົາເລບານອນ ແລະຫັກເອົາຍອດຂອງໄມ້ແປກຕົ້ນໜຶ່ງ
4
ຊຶ່ງມັນຖືໄປສູ່ດິນແດນທີ່ມີການຄ້າຂາຍ ແລະວາງມັນໄວ້ໃນເມືອງໜຶ່ງຂອງພວກພໍ່ຄ້າ.
5
ແລ້ວມັນກໍເອົາເບ້ຍໄມ້ຕົ້ນໜຶ່ງຈາກດິນແດນອິດສະຣາເອນໄປປູກໃນນາ ທີ່ມີດິນດີທົ່ງໜຶ່ງ ຄືໃນບ່ອນທີ່ມີນໍ້າຢູ່ສະເໝີເພື່ອໃຫ້ມັນໃຫຍ່ຂຶ້ນ.
6
ເບ້ຍໄມ້ຕົ້ນນັ້ນໄດ້ແຕກໜໍ່ເລືອລາມໄປເປັນເຄືອອະງຸ່ນ. ງ່າຕ່າງໆໄດ້ໃຫຍ່ຂຶ້ນ ແລະເດ່ໄປທາງນົກອິນຊີ ແລະຮາກຕ່າງໆກໍຢັ່ງລົງເລິກໃນດິນ. ເຄືອອະງຸ່ນນັ້ນແຕກໜໍ່ແໜ່ງອອກເປັນງ່າ ແລະມີໃບເຕັມກົກ.
7
ແຕ່ໄດ້ມີນົກອິນຊີໃຫຍ່ອີກໂຕໜຶ່ງທີ່ມີປີກໃຫຍ່ ແລະຂົນໜາ. ດັ່ງນັ້ນ ເຄືອອະງຸ່ນຈຶ່ງຢັ່ງຮາກທັງຫລາຍຂອງຕົນລົງ ພ້ອມທັງປິ່ນໃບທັງໝົດໄປຫານົກອິນຊີໂຕນີ້ ໂດຍຫວັງວ່າມັນຈະໃຫ້ນໍ້າຫລາຍກວ່າ ທີ່ມີຢູ່ໃນສວນບ່ອນທີ່ຕົນໄດ້ເຕີບໃຫຍ່ຂຶ້ນມານັ້ນ.
8
ແຕ່ເຄືອອະງຸ່ນໄດ້ຖືກປູກໄວ້ໃນບ່ອນທີ່ມີດິນດີແລ້ວ ໃນນາທີ່ມີນໍ້າຊຸ່ມຊື່ນຢູ່ສະເໝີ ເພື່ອວ່າມັນຈະໄດ້ປົ່ງໃບທັງມີໝາກຫລາຍ ແລະເປັນເຄືອອະງຸ່ນທີ່ສວຍງາມເຄືອໜຶ່ງ.’
9
ສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈຶ່ງຖາມວ່າ, ‘ເຄືອອະງຸ່ນນັ້ນຈະມີຊີວິດຢູ່ ແລະໃຫຍ່ຂຶ້ນໄດ້ບໍ? ນົກອິນຊີໂຕທີໜຶ່ງຈະບໍ່ຫລົກມັນອອກ, ດຶງໝາກມັນຖິ້ມ ແລະຫັກງ່າປ່ອຍໃຫ້ມັນຫ່ຽວແຫ້ງບໍ? ຄົງບໍ່ຕ້ອງການໃຊ້ກຳລັງຫລາຍ ຫລືໃຫ້ຊົນຊາດທີ່ມີອຳນາດມາຫລົກຖິ້ມດອກ.
10
ແມ່ນຢູ່ ມັນໄດ້ຖືກປູກໄວ້ ແຕ່ມັນຈະມີຊີວິດ ແລະໃຫຍ່ຂຶ້ນໄດ້ບໍ? ມັນຈະບໍ່ຫ່ຽວແຫ້ງລົງ ເມື່ອຖືກລົມທາງທິດຕາເວັນອອກພັດໃສ່ບໍ? ມັນຈະບໍ່ຫ່ຽວແຫ້ງໃນບ່ອນທີ່ມັນກຳລັງໃຫຍ່ຂຶ້ນມານັ້ນບໍ?”’
11
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ,
12
“ຈົ່ງຖາມຄົນກະບົດເຫຼົ່ານັ້ນເບິ່ງດູວ່າ, ‘ພວກເຈົ້າຮູ້ຄວາມໝາຍຂອງຄຳປຽບທຽບນັ້ນຫລືບໍ?’ ຈົ່ງບອກພວກເຂົາວ່າ, ‘ກະສັດແຫ່ງບາບີໂລນໄດ້ມາທີ່ນະຄອນເຢຣູຊາເລັມ ແລະຈັບກະສັດພ້ອມທັງບັນດາຂ້າຣາຊການຂອງກະສັດກັບຄືນໄປສູ່ບາບີໂລນກັບຕົນ.
13
ລາວໄດ້ເອົາຄົນໜຶ່ງໃນຄອບຄົວຂອງກະສັດເຮັດຄຳໝັ້ນສັນຍາກັບຜູ້ນັ້ນ ແລະໃຫ້ສາບານວ່າຈະສັດຊື່ຕໍ່ລາວ. ລາວໄດ້ຈັບເອົາຄົນສຳຄັນໄປເປັນຕົວປະກັນ
14
ເພື່ອບໍ່ໃຫ້ປະຊາຊົນໃນຊາດນີ້ລຸກຂຶ້ນໄດ້ ແລະເພື່ອໃຫ້ແນ່ໃຈວ່າຄຳໝັ້ນສັນຍານັ້ນໄດ້ຮັບການຢຶດຖື.
15
ແຕ່ກະສັດແຫ່ງຢູດາຍໄດ້ກໍ່ການກະບົດ ແລະສົ່ງຄະນະຜູ້ຕາງໜ້າຂອງຕົນໄປປະເທດເອຢິບ ເພື່ອຫາຝູງມ້າ ແລະກອງທັບອັນມີທະຫານຫລວງຫລາຍມາ. ລາວຈະເຮັດຫລ້ອນໜ້າທີ່ຫລື? ລາວຈະໄປລອດບໍ? ລາວຝ່າຝືນຄຳໝັ້ນສັນຍາໂດຍບໍ່ຮັບໂທດໄດ້ບໍ?
16
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຮົາມີຊີວິດຢູ່ຢ່າງແນ່ແທ້ສັນໃດ ກະສັດຜູ້ນີ້ກໍຈະຕາຍໃນບາບີໂລນສັນນັ້ນ; ເພາະລາວໄດ້ລະເມີດຄຳສາບານ ແລະຄຳໝັ້ນສັນຍາ ທີ່ໄດ້ເຮັດໄວ້ກັບກະສັດແຫ່ງບາບີໂລນ ຜູ້ທີ່ໄດ້ຕັ້ງລາວຂຶ້ນນັ່ງບັນລັງນັ້ນ.
17
ເຖິງແມ່ນວ່າກອງທັບອັນເຂັ້ມແຂງຂອງກະສັດແຫ່ງເອຢິບ ກໍຈະບໍ່ສາມາດສູ້ຮົບຊ່ວຍລາວໄດ້ ໃນເມື່ອຊາວບາບີໂລນໄດ້ສ້າງຄັນຄູປ້ອງກັນ ແລະຂຸດຫລຸມໄວ້ເພື່ອຈະຂ້າຫລາຍຄົນ.
18
ລາວໄດ້ລະເມີດຄຳສາບານຂອງຕົນ ຕະຫລອດທັງໄດ້ລະເມີດຄຳໝັ້ນສັນຍາ ທີ່ຕົນໄດ້ເຮັດໄວ້ນັ້ນ. ລາວໄດ້ຝ່າຝືນສິ່ງທັງໝົດເຫຼົ່ານີ້ທີ່ລາວໄດ້ເຮັດໄວ້. ສະນັ້ນ ບັດນີ້ ລາວບໍ່ຫ່ອນຈະປົບໜີໄປໄດ້.
19
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຮົາມີຊີວິດຢູ່ຢ່າງແນ່ແທ້ສັນໃດ ເຮົາກໍຈະລົງໂທດລາວທີ່ໄດ້ລະເມີດຄຳໝັ້ນສັນຍາສັນນັ້ນ ຄືຄຳໝັ້ນສັນຍາຂອງເຮົາທີ່ລາວໄດ້ສາບານໄວ້ວ່າຈະຢຶດຖື.
20
ເຮົາຈະຫວ່ານຕາໜ່າງຂອງພວກນັກໂຫ່ເນື້ອຈັບເອົາລາວ. ເຮົາຈະນຳລາວໄປສູ່ບາບີໂລນ ແລະລົງໂທດລາວຢູ່ທີ່ນັ້ນ ເພາະລາວບໍ່ໄດ້ສັດຊື່ຕໍ່ເຮົາ.
21
ພວກທະຫານທີ່ເກັ່ງກ້າຂອງລາວຈະຖືກຂ້າໃນສະໜາມຮົບ ແລະຜູ້ທີ່ລອດຕາຍມາໄດ້ຈະຖືກກະຈັດກະຈາຍໄປທົ່ວທຸກທິດທາງ. ແລ້ວພວກເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ.
22
ຕໍ່ໄປນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວ: ເຮົາຈະຈັບເອົາຍອດຕົ້ນແປກສູງ ແລະຫັກເອົາຍອດທີ່ກຳລັງແຕກໜໍ່; ເຮົາຈະເພາະປູກມັນໄວ້ບ່ອນໜຶ່ງທີ່ເທິງພູເຂົາສູງ ຄືທີ່ເທິງພູເຂົາສູງສຸດຂອງຊາດອິດສະຣາເອນນັ້ນ. ໃບມັນຈະດົກໜາທັງຈະແຕກໜໍ່ແນວ ກາຍເປັນໄມ້ແປກແຂງແຮງສວຍງາມຕົ້ນໜຶ່ງ. ຝູງນົກນາໆຊະນິດຕ່າງກໍຈະມາພັກພາອາໄສ ພົບເຮືອນຮັງຂອງຕົນຢູ່ຕາມຮົ່ມຕົ້ນໄມ້ນັ້ນ.
24
ຕົ້ນໄມ້ທຸກຕົ້ນທີ່ນັ້ນຈະຮູ້ວ່າເຮົາຄືພຣະເຈົ້າຢາເວ. ເຮົາໄດ້ຕັດຕົ້ນສູງລົງ ແລະເຮັດໃຫ້ຕົ້ນຕໍ່າສູງຂຶ້ນ. ເຮົາເຮັດໃຫ້ຕົ້ນໄມ້ໃບຂຽວຫ່ຽວແຫ້ງຕາຍໄປ ເຮັດໃຫ້ຕົ້ນໄມ້ຫ່ຽວແຫ້ງໄປມີໃບຂຽວຂຶ້ນໃໝ່. ເຮົາຄືພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ. ເຮົາຈະເຮັດຕາມທີ່ເຮົາໄດ້ກ່າວນັ້ນທຸກປະການ.”’
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 18 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48