bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 33
Ezekiel 33
Lao Bible 2012 (ພຣະຄຳພີສັກສິ)
← Chapter 32
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 34 →
1
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
2
“ມະນຸດເອີຍ ຈົ່ງບອກປະຊາຊົນສິ່ງທີ່ຈະເກີດຂຶ້ນ ເມື່ອເຮົານຳສົງຄາມມາສູ່ປະເທດໜຶ່ງ. ປະຊາຊົນໃນປະເທດນັ້ນກໍແຕ່ງຕັ້ງຄົນໜຶ່ງໃນພວກເຂົາໃຫ້ເປັນຄົນເຝົ້າຍາມ.
3
ເມື່ອຄົນເຝົ້າຍາມເຫັນສັດຕູມາໃກ້ ລາວຈະເປົ່າແກປຸກເຕືອນທຸກໆຄົນ.
4
ຖ້າຄົນໜຶ່ງໄດ້ຍິນສຽງແກ ແຕ່ບໍ່ເອົາໃຈໃສ່ຕໍ່ສຽງປຸກເຕືອນ ສັດຕູກໍຈະມາຂ້າຄົນນັ້ນເສຍ ແລ້ວລາວກໍຈະຖືກປະນາມເພາະການຕາຍນັ້ນ.
5
ຄວາມຜິດເປັນຂອງຜູ້ທີ່ຕາຍນັ້ນເອງ ເພາະລາວບໍ່ໄດ້ເອົາໃຈໃສ່ຕໍ່ສຽງປຸກເຕືອນ. ຖ້າເອົາໃຈໃສ່ລາວກໍຈະປົບໜີໄປໄດ້.
6
ແຕ່ຖ້າຄົນເຝົ້າຍາມເຫັນສັດຕູກຳລັງມາ ແລະບໍ່ເປົ່າແກປຸກເຕືອນ ສັດຕູກໍຈະມາຂ້າຄົນບາບທັງຫລາຍຖິ້ມ; ແລ້ວເຮົາກໍຈະຖືວ່າ ການຕາຍນັ້ນເປັນຄວາມຜິດຂອງຜູ້ເຝົ້າຍາມ.
7
ບັດນີ້ມະນຸດເອີຍ ເຮົາແຕ່ງຕັ້ງເຈົ້າໃຫ້ເປັນຜູ້ເຝົ້າຍາມຊົນຊາດອິດສະຣາເອນ. ເຈົ້າຕ້ອງນຳຄຳຕັກເຕືອນທີ່ເຮົາໄດ້ມອບໃຫ້ເຈົ້ານັ້ນໄປບອກພວກເຂົາ.
8
ຖ້າເຮົາປະກາດວ່າຄົນຊົ່ວຜູ້ໜຶ່ງກຳລັງຈະຕາຍ ແຕ່ເຈົ້າບໍ່ໄດ້ຕັກເຕືອນລາວໃຫ້ປ່ຽນທິດທາງເພື່ອຊ່ວຍຊີວິດຂອງຕົນໄວ້; ແລ້ວລາວກໍຈະຕາຍເສຍທັງໆທີ່ຍັງເປັນຄົນບາບຢູ່; ເຮົາຈະຖືວ່າການຕາຍຂອງຄົນນັ້ນ ເປັນຄວາມຮັບຜິດຊອບຂອງເຈົ້າ.
9
ຖ້າເຈົ້າຕັກເຕືອນຄົນຊົ່ວຜູ້ໜຶ່ງ ແລະລາວບໍ່ເຊົາເຮັດບາບ ລາວກໍຈະຕາຍທັງໆທີ່ລາວຍັງເປັນຄົນບາບຢູ່, ແຕ່ເຈົ້າເອງຈະລອດຊີວິດ.”
10
“ມະນຸດເອີຍ ຈົ່ງກ່າວຢໍ້າສິ່ງທີ່ຊາວອິດສະຣາເອນກຳລັງເວົ້າ, ‘ຜົນບາບກຳແລະການກະທຳຜິດຂອງພວກເຮົາກໍຢູ່ເທິງພວກເຮົາ. ພວກເຮົາກຳລັງເສື່ອມເສຍໄປ. ເຮັດແນວໃດພວກເຮົາຈຶ່ງຈະມີຊີວິດຢູ່ໄດ້?’
11
ຈົ່ງບອກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຮົາມີຊີວິດຢູ່ຢ່າງແນ່ແທ້ ເຮົາຈະບໍ່ດີໃຈເມື່ອເຫັນຄົນບາບຜູ້ໜຶ່ງຕາຍໄປ. ເຮົາຈະດີໃຈຫລາຍກວ່າເມື່ອເຫັນລາວເຊົາເຮັດບາບແລະມີຊີວິດຢູ່. ຊາດອິດສະຣາເອນເອີຍ ຈົ່ງເຊົາເຮັດການຊົ່ວຮ້າຍທີ່ພວກເຈົ້າກຳລັງເຮັດຢູ່ນັ້ນສາ. ເປັນຫຍັງພວກເຈົ້າຈຶ່ງຢາກຕາຍ?’
12
ບັດນີ້ມະນຸດເອີຍ ຈົ່ງບອກຊາວອິດສະຣາເອນວ່າ, ‘ເມື່ອຄົນດີຜູ້ໜຶ່ງເຮັດບາບ ການດີທີ່ລາວໄດ້ເຮັດມານັ້ນຈະບໍ່ຊ່ວຍລາວເລີຍ. ຖ້າຄົນຊົ່ວຜູ້ໜຶ່ງເຊົາເຮັດຊົ່ວ ລາວຈະບໍ່ໄດ້ຖືກລົງໂທດ; ຖ້າຄົນດີຜູ້ໜຶ່ງເລີ່ມເຮັດບາບ ຊີວິດຂອງລາວຈະບໍ່ຖືກຍົກເວັ້ນ.’
13
ເຮົາອາດສັນຍາວ່າຈະໃຫ້ຊີວິດແກ່ຄົນດີຜູ້ໜຶ່ງ; ແຕ່ຖ້າລາວເລີ່ມຄິດວ່າ ການກະທຳດີຂອງລາວທີ່ຜ່ານມານັ້ນພຽງພໍແລ້ວ ແລະເລີ່ມເຮັດບາບ ເຮົາຈະບໍ່ລະນຶກເຖິງການດີໃດໆທີ່ລາວໄດ້ເຮັດມານັ້ນ. ລາວຈະຕ້ອງຕາຍເພາະການບາບຂອງລາວ.
14
ເຮົາອາດຈະຕັກເຕືອນຄົນຊົ່ວຜູ້ໜຶ່ງວ່າລາວຈະຕ້ອງຕາຍ; ແຕ່ຖ້າລາວເຊົາເຮັດບາບແລະເຮັດໃນສິ່ງທີ່ຖືກຕ້ອງແລະດີງາມ
15
ຖ້າລາວຄືນຂອງຈຳນຳໃຫ້ແກ່ລູກໜີ້ ຫລືສົ່ງຂອງທີ່ຕົນໄດ້ລັກມານັ້ນ; ຖ້າລາວເຊົາເຮັດບາບແລະປະພຶດຕາມກົດບັນຍັດທັງຫລາຍທີ່ໃຫ້ຊີວິດ ລາວກໍຈະບໍ່ຕາຍ ແຕ່ຈະມີຊີວິດ.
16
ເຮົາຈະອະໄພການບາບທີ່ລາວໄດ້ເຮັດນັ້ນ ແລະລາວຈະມີຊີວິດ ເພາະລາວໄດ້ເຮັດສິ່ງທີ່ຖືກຕ້ອງແລະດີງາມ.
17
ແລ້ວປະຊາຊົນຂອງພວກເຈົ້າກໍເວົ້າວ່າ, ‘ທາງຂອງອົງພຣະຜູ້ເປັນເຈົ້ານັ້ນບໍ່ຖືກຕ້ອງ’ ແຕ່ແມ່ນຄວາມປະພືດຂອງພວກເຂົານັ້ນແຫຼະທີ່ບໍ່ຖືກຕ້ອງ.
18
ເມື່ອຄົນຊອບທຳຜູ້ໜຶ່ງເຊົາເຮັດດີແລະເລີ່ມເຮັດຊົ່ວ ລາວກໍຈະຕາຍສຳລັບການນັ້ນ.
19
ເມື່ອຄົນຊົ່ວຜູ້ໜຶ່ງເຊົາເຮັດຊົ່ວ ແລະເຮັດສິ່ງທີ່ຖືກຕ້ອງດີງາມ ລາວກໍໄດ້ຊ່ວຍຊີວິດລາວ.
20
ພວກເຈົ້າເວົ້າວ່າ, ‘ທາງຂອງອົງພຣະຜູ້ເປັນເຈົ້ານັ້ນບໍ່ຖືກຕ້ອງ’ ແຕ່ຊາດອິດສະຣາເອນເອີຍ ເຮົາຈະຕັດສິນພວກເຈົ້າຕາມທີ່ພວກເຈົ້າກະທຳ.”
21
ໃນວັນທີຫ້າຂອງເດືອນທີສິບ ອັນກົງກັບປີທີສິບສອງ ແຫ່ງການເປັນຊະເລີຍໃນຕ່າງຖິ່ນຂອງພວກເຮົານັ້ນ ມີຊາຍຄົນໜຶ່ງໄດ້ປົບໜີຈາກນະຄອນເຢຣູຊາເລັມມາບອກຂ້າພະເຈົ້າວ່າ, “ນະຄອນເຢຣູຊາເລັມແຕກແລ້ວ.”
22
ໃນຕອນຄໍ່າກ່ອນຊາຍຄົນນັ້ນມາເຖິງ ຂ້າພະເຈົ້າຕົກຢູ່ພາຍໃຕ້ອຳນາດຂອງພຣະເຈົ້າຢາເວ. ເມື່ອຊາຍຄົນນັ້ນມາຮອດໃນຕອນເຊົ້າ ພຣະອົງຈຶ່ງໄດ້ໃຫ້ຂ້າພະເຈົ້າມີຣິດປາກເວົ້າໄດ້ອີກ.
23
ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
24
“ມະນຸດເອີຍ ປະຊາຊົນທີ່ກຳລັງອາໄສຢູ່ໃນບັນດາເມືອງຮົກຮ້າງເພພັງ ຂອງດິນແດນອິດສະຣາເອນກຳລັງເວົ້າວ່າ, ‘ອັບຣາຮາມພຽງຄົນດຽວ ກໍຍັງໄດ້ຮັບດິນແດນ. ພວກເຮົາມີຕັ້ງຫລວງຫລາຍ ສະນັ້ນ ແນ່ນອນດິນແດນຈຶ່ງເປັນຂອງພວກເຮົາ.’
25
ຈົ່ງບອກພວກເຂົາເຖິງສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ: ‘ພວກເຈົ້າກິນຊີ້ນທີ່ຍັງມີເລືອດຢູ່. ພວກເຈົ້າຂາບໄຫວ້ບັນດາຮູບເຄົາຣົບ. ພວກເຈົ້າຂ້າຄົນ. ແມ່ນຫຍັງທີ່ເຮັດໃຫ້ພວກເຈົ້າຄິດວ່າ ດິນແດນນັ້ນເປັນຂອງພວກເຈົ້າ?
26
ພວກເຈົ້າເພິ່ງດາບຂອງຕົນ. ການກະທຳຂອງພວກເຈົ້າເປັນທີ່ໜ້າກຽດຊັງ. ທຸກຄົນຫລີ້ນຊູ້ສູ່ຜົວເມຍເຂົາ. ແມ່ນຫຍັງເຮັດໃຫ້ພວກເຈົ້າຄິດວ່າ ດິນແດນເປັນຂອງພວກເຈົ້າ?’
27
ຈົ່ງບອກພວກເຂົາວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, ‘ເຮົາເປັນພຣະເຈົ້າອົງຊົງຊີວິດຢູ່ຢ່າງແນ່ແທ້ ປະຊາຊົນທີ່ກຳລັງອາໄສຢູ່ໃນເມືອງທີ່ຮົກຮ້າງເພພັງຈະຖືກຂ້າ. ພວກທີ່ຢູ່ນອກເມືອງຈະຖືກສັດປ່າກິນ. ພວກທີ່ລີ້ຢູ່ຕາມພູແລະໃນຖໍ້າ ຈະຕາຍຍ້ອນການເຈັບໄຂ້ໄດ້ປ່ວຍ.
28
ເຮົາຈະເຮັດໃຫ້ປະເທດຮົກຮ້າງຫວ່າງເປົ່າ ແລະອຳນາດທີ່ພວກເຂົາແສນພູມໃຈນັ້ນກໍຈະໝົດສິ້ນໄປ. ພູທັງຫລາຍຂອງຊາດອິດສະຣາເອນຈະເປັນປ່າຮົກ ຈົນບໍ່ມີຜູ້ໃດກ້າທ່ອງທ່ຽວຜ່ານໄປ.
29
ແລ້ວພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ ເມື່ອເຮົາລົງໂທດປະຊາຊົນຍ້ອນການບາບຂອງພວກເຂົາ ແລະເຮັດໃຫ້ປະເທດຮົກຮ້າງຫວ່າງເປົ່າ.”’
30
“ມະນຸດເອີຍ ປະຊາຊົນຂອງເຈົ້າກຳລັງເວົ້າເຖິງເຈົ້າ ເມື່ອພວກເຂົາມາພົບກັນຕາມກຳແພງເມືອງ ຫລືທີ່ປະຕູເຮືອນຂອງພວກເຂົາ. ພວກເຂົາເວົ້າຕໍ່ກັນແລະກັນວ່າ, ‘ຈົ່ງໄປຟັງຖ້ອຍຄຳທີ່ມາຈາກພຣະເຈົ້າຢາເວດຽວນີ້ເຖີດ.’
31
ສະນັ້ນ ປະຊາຊົນຂອງເຮົາຈຶ່ງຫລັ່ງໄຫລກັນມາຟັງສິ່ງທີ່ເຈົ້າຕ້ອງກ່າວ, ແຕ່ພວກເຂົາບໍ່ໄດ້ເຮັດຕາມ. ພວກເຂົາຖືຄຳເວົ້າຂອງເຈົ້ານັ້ນເປັນດັ່ງບົດເພງງ່າຍໆ ແລະພວກເຂົາຍັງສືບຕໍ່ໂລບມາກໂລພາ.
32
ສຳລັບພວກເຂົາແລ້ວ ເຈົ້ານັ້ນເປັນດັ່ງນັກຮ້ອງແລະນັກດົນຕຼີ ທີ່ຮ້ອງເພງຮັກ ຫລືດີດພິນ. ພວກເຂົາຟັງຄຳເວົ້າຂອງເຈົ້າທຸກຄຳ; ແຕ່ພວກເຂົາບໍ່ໄດ້ປະຕິບັດຕາມແມ່ນແຕ່ຄຳດຽວ.
33
ແຕ່ເມື່ອທຸກຖ້ອຍຄຳຂອງເຈົ້າກາຍເປັນຈິງ ຄືມັນຈະກາຍເປັນຈິງແທ້ ແລ້ວພວກເຂົາກໍຈະຮູ້ວ່າມີຜູ້ທຳນວາຍຜູ້ໜຶ່ງຢູ່ໃນທ່າມກາງພວກເຂົາ.”
← Chapter 32
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 34 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48