bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 41
Ezekiel 41
Lao Bible 2012 (ພຣະຄຳພີສັກສິ)
← Chapter 40
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 42 →
1
ຕໍ່ມາ ຊາຍຄົນນັ້ນໄດ້ນຳພາຂ້າພະເຈົ້າເຂົ້າໄປສູ່ຫ້ອງກາງ ຄືບ່ອນສັກສິດ. ເພິ່ນໄດ້ແທກທາງຍ່າງຊຶ່ງນຳເຂົ້າໄປຫາຫ້ອງກາງມີດັ່ງນີ້: ເລິກສາມແມັດ
2
ແລະກວ້າງຫ້າແມັດ ແລະມີຝາໜາສອງແມັດເຄິ່ງທັງສອງດ້ານ. ເພິ່ນແທກຫ້ອງນັ້ນໄດ້ດັ່ງນີ້: ທາງຍາວຊາວແມັດແລະທາງກວ້າງສິບແມັດ.
3
ແລ້ວເພິ່ນກໍໄປທີ່ຫ້ອງສຸດທ້າຍດ້ານໃນ. ເພິ່ນແທກທາງຍ່າງໄປສູ່ຫ້ອງນັ້ນໄດ້ດັ່ງນີ້: ເລິກໜຶ່ງແມັດ ແລະກວ້າງສາມແມັດ ແລະມີຝາໜາແຕ່ລະດ້ານສາມແມັດເຄິ່ງ.
4
ເພິ່ນໄດ້ແທກຫ້ອງນັ້ນ ຊຶ່ງເປັນຮູບສີ່ຫລ່ຽມມົນທົນ ຍາວຂ້າງລະສິບແມັດ. ຫ້ອງນີ້ຢູ່ຟາກໜຶ່ງອີກຂອງຫ້ອງກາງ. ແລ້ວເພິ່ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຫ້ອງນີ້ເປັນບ່ອນສັກສິດທີ່ສຸດ.”
5
ຊາຍຄົນນັ້ນໄດ້ແທກຄວາມໜາຂອງຝາດ້ານໃນຕົວຕຶກຂອງພຣະວິຫານ ແລະແທກໄດ້ສາມແມັດ. ຕິດກັບຝານີ້ຄືອ້ອມຮອບພຣະວິຫານ ມີຫ້ອງເລັກຫ້ອງນ້ອຍຕ່າງໆ ກວ້າງສອງແມັດ.
6
ຫ້ອງເຫຼົ່ານີ້ມີຢູ່ສາມຊັ້ນ ຊັ້ນໜຶ່ງມີສາມສິບຫ້ອງ. ກຳແພງຊັ້ນນອກຂອງພຣະວິຫານແຕ່ລະຊັ້ນ ຍິ່ງສູງຂຶ້ນກໍຍິ່ງບາງ ເພື່ອວ່າຫ້ອງຕ່າງໆນັ້ນຈະຕັ້ງຢູ່ກັບຝາໂດຍບໍ່ອີງກຳແພງ.
7
ສະນັ້ນ ກຳແພງຂອງພຣະວິຫານ ເມື່ອເບິ່ງແຕ່ຂ້າງນອກແລ້ວ ເຫັນວ່າມີຄວາມໜາສະເໝີກັນແຕ່ລຸ່ມເຖິງຈອມ. ຕິດກັບກຳແພງຊັ້ນນອກຂອງພຣະວິຫານ ຄືທາງນອກຂອງຫ້ອງຕ່າງໆ ມີຂັ້ນໄດກວ້າງສອງອັນຖືກສ້າງຂຶ້ນ ເພື່ອຍ່າງຂຶ້ນຈາກຊັ້ນລຸ່ມຫາຊັ້ນກາງ ແລະສູ່ຊັ້ນເທິງໄດ້.
8
ຝາດ້ານນອກຂອງຫ້ອງເຫຼົ່ານີ້ໜາສອງແມັດເຄິ່ງ; ມີປະຕູອັນໜຶ່ງນຳເຂົ້າໄປສູ່ຫ້ອງຕ່າງໆທາງດ້ານເໜືອພຣະວິຫານ ແລະມີປະຕູອັນໜຶ່ງນຳເຂົ້າໄປສູ່ຫ້ອງຕ່າງໆທາງດ້ານໃຕ້. ຂ້າພະເຈົ້າຍັງເຫັນວ່າ ມີລະບຽງກວ້າງສອງແມັດເຄິ່ງອ້ອມຮອບພຣະວິຫານ ແລະລະບຽງນັ້ນສູງສາມແມັດ ຈາກລະດັບພື້ນດິນຂອງຫ້ອງຕ່າງໆທີ່ຕິດກັບຝາ. ລະຫວ່າງລະບຽງກັບອາຄານມີບ່ອນຫວ່າງກວ້າງສິບແມັດ ລຽບຕາມແຄມຂອງພຣະວິຫານ ຊຶ່ງໃຊ້ເປັນບ່ອນຢູ່ຂອງພວກປະໂຣຫິດ.
12
ທີ່ສົ້ນສຸດຂອງບ່ອນຫວ່າງທາງດ້ານຕາເວັນຕົກຂອງພຣະວິຫານນັ້ນ ມີອາຄານຫລັງໜຶ່ງ ຍາວສີ່ສິບຫ້າແມັດ ແລະກວ້າງສາມສິບຫ້າແມັດ; ຝາທັງໝົດທີ່ອ້ອມຮອບນັ້ນໜາສອງແມັດເຄິ່ງ.
13
ຊາຍຄົນນັ້ນໄດ້ແທກດ້ານນອກຂອງພຣະວິຫານ ຈຶ່ງມີລວງຍາວຫ້າສິບແມັດ ແລະຈາກດ້ານຫລັງຂອງພຣະວິຫານຂ້າມບ່ອນຫວ່າງເປົ່າ ໄປຫາສົ້ນສຸດຂອງອາຄານທາງທິດຕາເວັນຕົກ ແທກໄດ້ຫ້າສິບແມັດເຊັ່ນດຽວກັນ.
14
ໄລຍະທາງທີ່ແທກຂ້າມດ້ານໜ້າຂອງພຣະວິຫານ ລວມທັງບ່ອນຫວ່າງເປົ່າທັງສອງດ້ານນັ້ນ ມີຫ້າສິບແມັດເຊັ່ນດຽວກັນ.
15
ເພິ່ນແທກລວງຍາວຂອງອາຄານໄປທາງທິດຕາເວັນຕົກ ລວມທັງທາງຍ່າງທີ່ຍາວເລີຍໄປສູ່ສອງດ້ານນັ້ນ ມີຫ້າສິບແມັດເຊັ່ນດຽວກັນ. ຫ້ອງທາງເຂົ້າຂອງພຣະວິຫານ, ຫ້ອງສັກສິດ ແລະຫ້ອງສັກສິດທີ່ສຸດ
16
ໄດ້ປູດ້ວຍໄມ້ ແຕ່ພື້ນຈົນຮອດປ່ອງຢ້ຽມ. ປ່ອງຢ້ຽມເຫຼົ່ານີ້ມີຜ້າກັ້ງອັດໄວ້.
17
ສ່ວນຝາດ້ານໃນຂອງພຣະວິຫານ ຊຶ່ງສູງຂຶ້ນໄປຈົນຮອດຂອບປະຕູຂ້າງເທິງນັ້ນໄດ້ຖືກແກະສະຫລັກ
18
ເປັນຮູບຕົ້ນຕານກັບເຄຣຸບໃສ່. ຕົ້ນຕານແລະເຄຣຸບໄດ້ຖືກສະຫລັບຕໍ່ເນື່ອງກັນໄປຈົນອ້ອມຫ້ອງ. ສັດແຕ່ລະໂຕມີສອງໜ້າ
19
ຄືໜ້າຄົນໄດ້ປິ່ນໄປທາງຕົ້ນຕານທາງດ້ານໜຶ່ງ ແລະໜ້າສິງໄດ້ປິ່ນໄປທາງຕົ້ນຕານອີກດ້ານໜຶ່ງ ແລະເປັນເຊັ່ນນີ້ໄປຕະຫລອດຈົນສຸດຝາ
20
ຕັ້ງແຕ່ພື້ນຈົນຈຸຂອບເທິງຂອງປະຕູທັງຫລາຍ.
21
ສ່ວນເສົາປະຕູຂອງບ່ອນສັກສິດນັ້ນ ເປັນຮູບສີ່ຫລ່ຽມມົນທົນ. ຕໍ່ໜ້າທາງເຂົ້າຂອງບ່ອນສັກສິດທີ່ສຸດນັ້ນມີສິ່ງໜຶ່ງເບິ່ງເໝືອນ
22
ແທ່ນບູຊາແທ່ນໜຶ່ງທີ່ເຮັດດ້ວຍໄມ້ ສູງໜຶ່ງແມັດເຄິ່ງແລະກວ້າງໜຶ່ງແມັດ. ເສົາທີ່ແຈ, ພື້ນຖານ, ກັບຂອບຂອງແທ່ນ ລ້ວນແຕ່ເຮັດດ້ວຍໄມ້ທັງນັ້ນ. ຊາຍຜູ້ນັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ນີ້ແຫຼະແມ່ນໂຕະທີ່ຕັ້ງໄວ້ຢູ່ຕໍ່ໜ້າພຣະເຈົ້າຢາເວ.”
23
ປາຍທາງຍ່າງໄປສູ່ບ່ອນສັກສິດນັ້ນມີປະຕູອັນໜຶ່ງ ແລະປາຍທາງຍ່າງໄປສູ່ບ່ອນສັກສິດທີ່ສຸດກໍມີປະຕູອັນໜຶ່ງຄືກັນ.
24
ເປັນບານປະຕູຄູ່ທີ່ເປີດໄປມາໄດ້ທາງກາງ.
25
ທີ່ປະຕູຂອງຫ້ອງສັກສິດນັ້ນມີຮູບຕົ້ນຕານ ແລະຮູບເຄຣຸບທີ່ແກະສະຫລັກຢ່າງດີ ເໝືອນກັນກັບທີ່ຝາຂອງພຣະວິຫານ. ທາງຍ່າງໄປສູ່ຫ້ອງທາງເຂົ້ານັ້ນແມ່ນໄດ້ປູດ້ວຍໄມ້.
26
ທາງດ້ານຂ້າງຂອງຫ້ອງນີ້ມີປ່ອງຢ້ຽມ ແລະຕາມຝາກໍໄດ້ຕົບແຕ່ງດ້ວຍຮູບຕົ້ນຕານ.
← Chapter 40
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 42 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48