bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 13
Ezekiel 13
Lao Bible 2012 (ພຣະຄຳພີສັກສິ)
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 14 →
1
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ,
2
“ມະນຸດເອີຍ ຈົ່ງປະນາມພວກຜູ້ທຳນວາຍຂອງຊາດອິດສະຣາເອນ ຜູ້ທີ່ທຳນວາຍໄປຕາມຄວາມຄິດຂອງຕົນເອງ. ຈົ່ງບອກພວກເຂົາວ່າ, ‘ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ
3
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: ເຄາະກຳເປັນຂອງບັນດາຜູ້ທຳນວາຍໂງ່ຈ້າເຫຼົ່ານີ້ສາແລ້ວ ພວກເຂົາກຳນົດການດົນໃຈເອົາເອງ ແລະຄິດແຕ່ງການນິມິດຂອງພວກເຂົາຂຶ້ນເອງ.
4
ປະຊາຊົນອິດສະຣາເອນເອີຍ ພວກຜູ້ທຳນວາຍຂອງພວກເຈົ້າບໍ່ມີປະໂຫຍດຫຍັງ ເປັນດັ່ງໝາຈອກທີ່ອາໄສຢູ່ໃນທ່າມກາງສິ່ງຮົກຮ້າງເພພັງໃນເມືອງໜຶ່ງ.
5
ພວກເຂົາບໍ່ໄດ້ເຝົ້າເບິ່ງບ່ອນທີ່ກຳແພງຫລຸ ແລະບໍ່ໄດ້ສ້າງກຳແພງເມືອງຂຶ້ນໃໝ່; ສະນັ້ນ ຊາດອິດສະຣາເອນ ຈຶ່ງບໍ່ສາມາດປ້ອງກັນ ເມື່ອເສິກມາເຖິງໃນວັນຂອງພຣະເຈົ້າຢາເວ.
6
ນິມິດຂອງພວກເຂົາຈອມປອມ ແລະຄຳທຳນວາຍຂອງພວກເຂົາກໍບໍ່ຈິງ. ພວກເຂົາອ້າງວ່າພວກເຂົາກຳລັງເວົ້າຖ້ອຍຄຳຂອງພຣະເຈົ້າຢາເວ ແຕ່ພຣະເຈົ້າຢາເວບໍ່ໄດ້ໃຊ້ພວກເຂົາໃຫ້ເວົ້າ. ແຕ່ປານນັ້ນ ພວກເຂົາກໍຍັງຫວັງໃຫ້ຄຳເວົ້າຂອງພວກເຂົາກາຍເປັນຈິງ.
7
ເຮົາບອກພວກເຂົາດັ່ງນີ້: ນິມິດຕ່າງໆທີ່ພວກເຈົ້າເຫັນນັ້ນ ແມ່ນນິມິດທີ່ຈອມປອມ ແລະຄຳທີ່ພວກເຈົ້າທຳນວາຍນັ້ນກໍບໍ່ຈິງ. ພວກເຈົ້າເວົ້າວ່າ ສິ່ງນັ້ນເປັນຄຳເວົ້າຂອງເຮົາ ແຕ່ເຮົາບໍ່ເຄີຍໄດ້ກ່າວແກ່ພວກເຈົ້າເລີຍ.’
8
ສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈຶ່ງກ່າວຕໍ່ພວກເຂົາວ່າ, ‘ຄຳເວົ້າຂອງພວກເຈົ້າຈອມປອມ ແລະນິມິດຕ່າງໆຂອງພວກເຈົ້າກໍບໍ່ຈິງ. ເຮົາຕໍ່ສູ້ພວກເຈົ້າ, ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
9
ເຮົາໃກ້ຈະລົງໂທດພວກເຈົ້າ ຄືພວກຜູ້ທຳນວາຍທີ່ມີນິມິດຈອມປອມ ແລະເວົ້າຄຳທຳນວາຍທີ່ນຳໄປສູ່ທາງຜິດ. ພວກເຈົ້າຈະບໍ່ໄດ້ຢູ່ໃນທີ່ນັ້ນ ເມື່ອປະຊາຊົນຂອງເຮົາມາປະຊຸມກັນ; ຊື່ພວກເຈົ້າຈະບໍ່ໄດ້ລວມເຂົ້າ ໃນບັນຊີລາຍຊື່ຂອງພົນລະເມືອງຂອງຊາດອິດສະຣາເອນ; ພວກເຈົ້າຈະບໍ່ໄດ້ກັບຄືນເມືອສູ່ດິນແດນຂອງພວກເຈົ້າອີກ. ແລ້ວພວກເຈົ້າກໍຈະຮູ້ວ່າເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າ.
10
ເພາະພວກເຂົາໄດ້ນຳປະຊາຊົນຂອງເຮົາໄປໃນທາງຜິດ ໂດຍກ່າວວ່າ, “ສະຫງົບສຸກ.” ເມື່ອທຸກສິ່ງບໍ່ໄດ້ສະຫງົບສຸກ ປະຊາຊົນຂອງເຮົາໄດ້ເອົາຫີນມາວາງຢອງເປັນກຳແພງ ແລະຕໍ່ມາພວກຜູ້ທຳນວາຍກໍເອົາປູນຂາວທາໂອບ.
11
ຈົ່ງບອກພວກຜູ້ທຳນວາຍວ່າ ກຳແພງຂອງພວກເຂົາຈະລົ້ມທະລາຍລົງ. ເຮົາຈະສົ່ງຝົນເທລົງມາ. ໝາກເຫັບຈະຕົກເທິງກຳແພງນັ້ນ ແລະລົມພະຍຸກໍຈະພັດໃສ່.
12
ກຳແພງຈະລົ້ມທະລາຍລົງ ແລະທຸກຄົນກໍຈະຖາມພວກເຈົ້າວ່າ, “ການທີ່ໃຊ້ປູນຂາວທາໂອບນັ້ນດີຫຍັງແດ່?”
13
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: ດ້ວຍຄວາມໂກດຮ້າຍ ເຮົາຈະສົ່ງລົມພະຍຸ, ຫ່າຝົນ ແລະໝາກເຫັບມາທຳລາຍກຳແພງ.
14
ເຮົາຕັ້ງໃຈທີ່ຈະພັງກຳແພງ ຊຶ່ງພວກເຂົາໄດ້ໃຊ້ປູນຂາວທາໂອບນັ້ນ ໃຫ້ແຕກເປັນປ່ຽງໆ ແລະໃຫ້ເຫຼືອໄວ້ແຕ່ຮາກຖານ. ມັນຈະລົ້ມທະລາຍລົງທັບພວກເຈົ້າຕາຍໝົດ. ແລ້ວທຸກໆຄົນກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.
15
ກຳແພງແລະພວກທີ່ໃຊ້ປູນຂາວທາໂອບກຳແພງນັ້ນ ກໍຈະໄດ້ຊີມຣິດແຫ່ງຄວາມໂກດຮ້າຍຂອງເຮົາ. ແລ້ວເຮົາກໍຈະບອກພວກເຈົ້າວ່າກຳແພງຖືກທຳລາຍໄປສັນໃດ ພວກທີ່ໃຊ້ປູນຂາວທາໂອບກໍຈະຖືກທຳລາຍໄປສັນນັ້ນ
16
ຄືບັນດາຜູ້ທຳນວາຍທີ່ຮັບຮອງວ່ານະຄອນເຢຣູຊາເລັມສະຫງົບສຸກ ທັງໆທີ່ບໍ່ໄດ້ເປັນໄປດັ່ງນັ້ນ.’ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.”
17
“ມະນຸດເອີຍ ບັດນີ້ຈົ່ງແນມເບິ່ງພວກແມ່ຍິງ ໃນທ່າມກາງປະຊາຊົນຂອງເຈົ້າທີ່ທຳນວາຍໄປຕາມຄວາມຄິດຂອງຕົນເອງ. ຈົ່ງປະນາມພວກເຂົາ
18
ແລະຈົ່ງບອກພວກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: ເຄາະກຳເປັນຂອງພວກຜູ້ຍິງສາແລ້ວ ພວກເຈົ້າໄດ້ຫຍິບຜ້າຍັນມັດແຂນໃຫ້ທຸກໆຄົນ ແລະເຮັດຜ້າຍັນພັນຄໍເພື່ອໃຊ້ຄຽນຫົວໃຫ້ທຸກໆຄົນ ທັງນີ້ກໍເພື່ອພວກເຂົາຈະມີອຳນາດເໜືອຊີວິດຂອງຄົນອື່ນ. ພວກເຈົ້າຢາກຈະມີອຳນາດແຫ່ງຊີວິດ ແລະຄວາມຕາຍເໜືອປະຊາຊົນຂອງເຮົາ ແລະຈະໃຊ້ສິ່ງນັ້ນເພື່ອຜົນປະໂຫຍດຂອງພວກເຈົ້າເອງ.
19
ພວກເຈົ້າລຶບກຽດຂອງເຮົາຕໍ່ໜ້າປະຊາຊົນຂອງເຮົາ ເພື່ອຈະໄດ້ເຂົ້າເດືອຍບາງກຳ ແລະເຂົ້າຈີ່ບາງກ້ອນ. ພວກເຈົ້າຂ້າປະຊາຊົນທີ່ບໍ່ສົມຄວນຈະຕາຍເລີຍ ແລະພວກເຈົ້າປ່ອຍປະຊາຊົນທີ່ບໍ່ສົມຄວນຈະມີຊີວິດໃຫ້ມີຊີວິດຢູ່. ດັ່ງນັ້ນ ພວກເຈົ້າຈຶ່ງເວົ້າຕົວະຕໍ່ປະຊາຊົນຂອງເຮົາ ແລະພວກເຂົາກໍເຊື່ອພວກເຈົ້າ.’
20
ເພາະສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈຶ່ງກ່າວວ່າ, ‘ເຮົາກຽດຊັງຜ້າຍັນຜູກຂໍ້ມືທີ່ພວກເຈົ້າໃຊ້ເພື່ອຄວບຄຸມຊີວິດຂອງຄົນອື່ນ. ເຮົາຈະຕັດມັນອອກຈາກແຂນພວກເຈົ້າ ແລະປົດປ່ອຍປະຊາຊົນທີ່ຢູ່ໃຕ້ການຄວບຄຸມຂອງພວກເຈົ້າ ໃຫ້ເປັນອິດສະຫລະ.
21
ເຮົາຈະຈີກຜ້າຍັນທີ່ໃຊ້ຄຽນຫົວຂອງພວກເຈົ້າອອກ ແລະປ່ອຍໃຫ້ປະຊາຊົນຂອງເຮົາຫລຸດພົ້ນຈາກອຳນາດທີ່ພວກເຈົ້າມີນັ້ນຕະຫລອດໄປ. ແລ້ວພວກເຈົ້າກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.
22
ດ້ວຍການຕົວະຂອງພວກເຈົ້ານັ້ນ ພວກເຈົ້າເຮັດໃຫ້ຄົນຊອບທຳໝົດກຳລັງໃຈ ຄືຄົນທີ່ເຮົາບໍ່ຕ້ອງການທຳຮ້າຍ. ພວກເຈົ້າປ້ອງກັນຄົນຊົ່ວໄວ້ບໍ່ໃຫ້ພວກເຂົາປະຖິ້ມຄວາມຊົ່ວ ແລະຊ່ວຍເອົາຊີວິດຂອງພວກເຂົາໄວ້.
23
ເພາະສະນັ້ນ ບັດນີ້ນິມິດອັນຈອມປອມ ແລະຄຳທຳນວາຍທີ່ນຳໄປສູ່ທາງຜິດທັງຫລາຍນັ້ນສິ້ນສຸດສາແລ້ວ. ເຮົາກຳລັງຊ່ວຍເອົາປະຊາຊົນຂອງເຮົາໃຫ້ພົ້ນຈາກອຳນາດຂອງພວກເຈົ້າ ເພື່ອພວກເຈົ້າຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”’
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 14 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48