bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 29
Ezekiel 29
Lao Bible 2012 (ພຣະຄຳພີສັກສິ)
← Chapter 28
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 30 →
1
ໃນວັນທີສິບສອງຂອງເດືອນທີສິບ ອັນກົງກັບປີທີສິບ ແຫ່ງການເປັນຊະເລີຍໃນຕ່າງຖິ່ນຂອງພວກເຮົານັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
2
“ມະນຸດເອີຍ ຈົ່ງປະນາມກະສັດເອຢິບ. ຈົ່ງບອກວ່າ ລາວເອງແລະປະເທດຂອງລາວຈະຖືກລົງໂທດຢ່າງໃດ.
3
ຈົ່ງບອກວ່າ ຕໍ່ໄປນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວແກ່ກະສັດແຫ່ງເອຢິບວ່າ, ‘ເຮົາເປັນສັດຕູຂອງເຈົ້າ, ເຈົ້າເປັນແຂ້ຕົວຮ້າຍກາດທີ່ກຳລັງນອນຢູ່ໃນນໍ້າ. ເຈົ້າກ່າວວ່ານໍ້ານິນເປັນຂອງເຈົ້າແລະເຈົ້າສ້າງມັນຂຶ້ນມາ.
4
ເຮົາກຳລັງຈະເອົາເບັດເກາະຄາງຂອງເຈົ້າ ແລະເຮັດໃຫ້ປາໃນແມ່ນໍ້ານັ້ນຕິດຕົວຂອງເຈົ້າ.
5
ເຮົາຈະລາກເຈົ້າພ້ອມກັບປາທັງໝົດຂຶ້ນໄປທີ່ຖິ່ນແຫ້ງແລ້ງກັນດານ. ຮ່າງຂອງເຈົ້າຈະຕົກລົງກັບພື້ນດິນແລະຖືກປະໄວ້ໂດຍບໍ່ມີຜູ້ໃດຝັງ. ເຮົາຈະເອົາຮ່າງນັ້ນໃຫ້ຝູງນົກແລະຝູງສັດປ່າກິນເປັນອາຫານ.
6
ແລ້ວປະຊາຊົນເອຢິບທັງໝົດກໍຈະຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ. ຊາວອິດສະຣາເອນເພິ່ງພາອາໄສເຈົ້າຄືຊາວເອຢິບ ເພື່ອໃຫ້ການສະໜັບສະໜູນ, ແຕ່ເຈົ້າບໍ່ໄດ້ດີໄປກວ່າໄມ້ຄ້ອນເທົ້າອັນໜຶ່ງ.
7
ເມື່ອພວກເຂົາມາອາໄສເຈົ້າ, ເຈົ້າກໍຫັກບ່າໄຫລ່ ແລະແທງຂີ້ແຮ້ພວກເຂົາ ແລະເຮັດໃຫ້ຫລັງຂອງພວກເຂົາກົ່ງລົງ.
8
ເພາະສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈຶ່ງກ່າວຕໍ່ເຈົ້າວ່າ ເຮົາຈະສົ່ງຄົນຖືດາບມາໂຈມຕີເຈົ້າ ແລະພວກເຂົາຈະຂ້າປະຊາຊົນແລະຝູງສັດຂອງເຈົ້າ.
9
ປະເທດເອຢິບຈະກາຍເປັນທີ່ຮົກຮ້າງຫວ່າງເປົ່າ. ແລ້ວເຈົ້າກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ. ຍ້ອນເຈົ້າໄດ້ກ່າວວ່ານໍ້ານິນເປັນຂອງເຈົ້າແລະເຈົ້າໄດ້ສ້າງມັນຂຶ້ນມາ
10
ເຮົາຈຶ່ງເປັນສັດຕູຂອງເຈົ້າແລະເປັນສັດຕູແມ່ນໍ້ານິນຂອງເຈົ້າດ້ວຍ. ເຮົາຈະເຮັດໃຫ້ປະເທດເອຢິບທັງໝົດເປັນທີ່ຮົກຮ້າງຫວ່າງເປົ່າ ຄືຕັ້ງແຕ່ເມືອງມິກໂດນທາງທິດເໜືອ ເຖິງເມືອງອາຊວານທາງທິດໃຕ້ ຈົນໄປຮອດຊາຍແດນຂອງເອທີໂອເປຍ.
11
ບໍ່ມີຄົນຫລືສັດໃດໆເລີຍຈະຍ່າງຜ່ານເຂດນັ້ນ. ຕະຫລອດສີ່ສິບປີຈະບໍ່ມີຫຍັງອາໄສຢູ່ໃນທີ່ນັ້ນ.
12
ເຮົາຈະເຮັດໃຫ້ເອຢິບເປັນປະເທດທີ່ຮ້າງເປົ່າທີ່ສຸດຢູ່ໃນໂລກ. ຕະຫລອດສີ່ສິບປີເມືອງຕ່າງໆຂອງເອຢິບຈະຖືກປະປ່ອຍໃຫ້ຮົກຮ້າງເພພັງຄືເພພັງຫລາຍທີ່ສຸດກວ່າເມືອງອື່ນໆ. ເຮົາຈະເຮັດໃຫ້ຊາວເອຢິບເປັນອົບພະຍົບ. ພວກເຂົາຈະໜີໄປຢູ່ທຸກໆປະເທດ ແລະອາໄສຢູ່ທ່າມກາງປະຊາຊົນຊາດອື່ນໆ.’
13
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, ‘ຫລັງຈາກສີ່ສິບປີແລ້ວ ເຮົາຈະນຳຊາວເອຢິບກັບຄືນມາຈາກຊົນຊາດຕ່າງໆທີ່ເຮົາໄດ້ເຮັດໃຫ້ພວກເຂົາກະຈັດກະຈາຍໄປນັ້ນ
14
ແລະເຮົາຈະອະນຸຍາດໃຫ້ພວກເຂົາອາໄສຢູ່ໃນພາກໃຕ້ຂອງປະເທດເອຢິບ ຄືເມືອງດັ້ງເດີມຂອງພວກເຂົາ. ໃນທີ່ນັ້ນ ພວກເຂົາຈະເປັນອານາຈັກທີ່ອ່ອນແຮງຫລາຍ
15
ຄືອ່ອນແອທີ່ສຸດໃນບັນດາອານາຈັກທັງໝົດ ແລະພວກເຂົາຈະບໍ່ໄດ້ປົກຄອງຊົນຊາດອື່ນອີກຕໍ່ໄປ. ເຮົາຈະເຮັດໃຫ້ພວກເຂົາມີຄວາມສຳຄັນໜ້ອຍທີ່ສຸດ ຈົນບໍ່ສາມາດຊັກຈູງຊາດໃດໃຫ້ເຮັດຕາມຄວາມປະສົງຂອງຕົນໄດ້.
16
ຊາດອິດສະຣາເອນຈະບໍ່ຂຶ້ນຕໍ່ພວກເຂົາເພື່ອໃຫ້ຊ່ວຍເຫລືອອີກຕໍ່ໄປ. ຊາຕາກຳຂອງເອຢິບຈະເຕືອນຊາດອິດສະຣາເອນໃຫ້ສຳນຶກເຖິງວ່າ, ຕົນໄດ້ຜິດພາດສໍ່າໃດທີ່ເພິ່ງພາອາໄສພວກເຂົາ. ແລ້ວຊາດອິດສະຣາເອນກໍຈະຮູ້ວ່າ ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າ.”’
17
ໃນວັນທີໜຶ່ງຂອງເດືອນທີໜຶ່ງ ອັນກົງກັບປີທີຊາວເຈັດ ແຫ່ງການເປັນຊະເລີຍໃນຕ່າງຖິ່ນຂອງພວກເຮົາ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ,
18
“ມະນຸດເອີຍ ເຈົ້າເນບູກາດເນັດຊາແຫ່ງບາບີໂລນ ບຸກໂຈມຕີເມືອງຕີເຣແລ້ວ. ລາວໄດ້ເຮັດໃຫ້ທະຫານຂອງຕົນແບກຫາບພາລະໜັກ ຈົນຫົວເຂົາລ້ານແລະບ່າເຂົາດ້ານ; ແຕ່ກະສັດຕະຫລອດທັງກອງທັບຂອງຕົນບໍ່ໄດ້ຫຍັງເລີຍ ຈາກຄວາມລຳບາກນາໆປະການຂອງເຂົາ.
19
ເພາະສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈຶ່ງກ່າວວ່າ ເຮົາກຳລັງມອບດິນແດນຂອງເອຢິບໃຫ້ແກ່ກະສັດເນບູກາດເນັດຊາ. ລາວຈະລັກແລະປຸ້ນປະເທດທັງຈະຂົນເອົາຊັບສົມບັດທຸກຢ່າງ ໄປເປັນຄ່າຈ້າງແກ່ກອງທັບຂອງຕົນ.
20
ເຮົາກຳລັງມອບເອຢິບໃຫ້ເປັນຄ່າຈ້າງແຫ່ງການຮັບໃຊ້ຂອງລາວ ຍ້ອນກອງທັບຂອງລາວໄດ້ເຮັດວຽກເພື່ອເຮົາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ກ່າວດັ່ງນີ້ແຫຼະ.
21
ເມື່ອເຫດການເຫຼົ່ານີ້ເກີດຂຶ້ນ ເຮົາຈະເຮັດໃຫ້ປະຊາຊົນຊາດອິດສະຣາເອນເຂັ້ມແຂງ ແລະນຳເຈົ້າຄືເອເຊກຽນກ່າວອອກໄປໃນບ່ອນທີ່ທຸກຄົນໄດ້ຍິນເຈົ້າ ເພື່ອວ່າພວກເຂົາຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”
← Chapter 28
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 30 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48