bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 12
Ezekiel 12
Lao Bible 2012 (ພຣະຄຳພີສັກສິ)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 13 →
1
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ,
2
“ມະນຸດເອີຍ ເຈົ້າກຳລັງຢູ່ທ່າມກາງປະຊາຊົນທີ່ກະບົດ. ພວກເຂົາມີຕາ ແຕ່ພວກເຂົາເບິ່ງບໍ່ເຫັນຫຍັງ ພວກເຂົາມີຫູ ແຕ່ພວກເຂົາຟັງບໍ່ໄດ້ຍິນຫຍັງ ເພາະພວກເຂົາເປັນຄົນກະບົດ.”
3
“ມະນຸດເອີຍ ບັດນີ້ ຈົ່ງຈັດແຈ່ງຫໍ່ເອົາເຂົ້າຂອງເໝືອນອົບພະຍົບຄົນໜຶ່ງ ແລະເລີ່ມອອກເດີນທາງກ່ອນຕາເວັນຕົກດິນ. ຈົ່ງໃຫ້ທຸກຄົນເຫັນເຈົ້າໜີໄປບ່ອນອື່ນ. ບາງທີຄົນກະບົດເຫຼົ່ານັ້ນຈະສັງເກດເຫັນເຈົ້າກໍໄດ້.
4
ໃນຂະນະທີ່ຍັງເວັນຢູ່ ຈົ່ງຫໍ່ເອົາເຂົ້າຂອງສຳລັບໜີໄປຕ່າງຖິ່ນ ເພື່ອວ່າພວກເຂົາຈະເຫັນເຈົ້າໄດ້, ແຕ່ແລ້ວໃຫ້ພວກເຂົາເຝົ້າເບິ່ງເຈົ້າໃນຕອນແລງ ເໝືອນກັບວ່າເຈົ້າກຳລັງຖືກກວາດໄປເປັນຊະເລີຍໃນຕ່າງຖິ່ນ.
5
ໃນຂະນະທີ່ພວກເຂົາກຳລັງເຝົ້າເບິ່ງຢູ່ນັ້ນ ຈົ່ງເຈາະຝາເຮືອນຂອງເຈົ້າໃຫ້ເປັນຮູ ແລະຫໍ່ເອົາພົກເຄື່ອງຂອງອອກໄປທາງຮູນີ້.
6
ຈົ່ງໃຫ້ພວກເຂົາເບິ່ງເຈົ້າຍົກພົກໃສ່ບ່າ ແລະອອກໄປໃນຕອນມືດ ໂດຍເອົາຜ້າບັງຕາໄວ້ເພື່ອເຈົ້າຈະບໍ່ສາມາດເຫັນໄດ້ວ່າ ເຈົ້າກຳລັງຈະເດີນທາງໄປໃສ. ສິ່ງທີ່ເຈົ້າເຮັດນັ້ນຈະເປັນໝາຍສຳຄັນໃຫ້ແກ່ຊົນຊາດອິດສະຣາເອນ.”
7
ຂ້າພະເຈົ້າໄດ້ເຮັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ບອກ. ໃນວັນນັ້ນ ຂ້າພະເຈົ້າໄດ້ພົກເອົາເຄື່ອງຂອງດັ່ງອົບພະຍົບຜູ້ໜຶ່ງ ແລະໃນຕອນແລງໃນຂະນະທີ່ມືດຢູ່ນັ້ນ ຂ້າພະເຈົ້າໄດ້ເຈາະຝາເຮືອນດ້ວຍມືເປົ່າ ແລະອອກໄປ. ຂະນະທີ່ທຸກຄົນເຝົ້າເບິ່ງຢູ່ນັ້ນ ຂ້າພະເຈົ້າກໍຍົກພົກຂຶ້ນໃສ່ບ່າແລະຈາກໄປ.
8
ເຊົ້າມື້ໃໝ່ມາ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ,
9
“ບັດນີ້ມະນຸດເອີຍ ເມື່ອພວກອິດສະຣາເອນຜູ້ທີ່ກະບົດເຫຼົ່ານັ້ນຖາມເຈົ້າວ່າ, ‘ເຈົ້າກຳລັງເຮັດຫຍັງ?’
10
ຈົ່ງບອກພວກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: ຖ້ອຍຄຳນີ້ແມ່ນສຳລັບເຈົ້າຊາຍທີ່ກຳລັງປົກຄອງຢູ່ໃນນະຄອນເຢຣູຊາເລັມ ແລະສຳລັບປະຊາຊົນທັງໝົດທີ່ຢູ່ໃນທີ່ນັ້ນ.’
11
ຈົ່ງບອກພວກເຂົາວ່າ, ‘ສິ່ງທີ່ຂ້ອຍໄດ້ເຮັດນັ້ນຈະເປັນໝາຍສຳຄັນຂອງເຫດການທີ່ຈະເກີດຂຶ້ນກັບພວກເຂົາ ຄືພວກເຂົາຈະຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.’
12
ເຈົ້າຊາຍທີ່ປົກຄອງພວກເຂົານັ້ນຈະແບກພົກເຄື່ອງຂອງໃສ່ບ່າຂອງຕົນ ແລະປົບໜີໄປໃນກາງຄືນໂດຍຜ່ານທາງຮູທີ່ພວກເຂົາໄດ້ເຈາະເອງທີ່ກຳແພງເມືອງ. ພວກເຂົາຈະເອົາຜ້າບັງໜ້າຕົນເອງໄວ້ ແລະຈະບໍ່ເຫັນວ່າຕົນກຳລັງໄປໃສ.
13
ແຕ່ເຮົາຈະກາງຕາໜ່າງດັກຈັບເອົາລາວ. ແລ້ວເຮົາຈະນຳລາວໄປສູ່ນະຄອນບາບີໂລນ ຄືບ່ອນທີ່ລາວຈະຕາຍໂດຍບໍ່ໄດ້ເຫັນນະຄອນນີ້.
14
ເຮົາຈະກະຈັດກະຈາຍພວກບໍລິວານທັງໝົດໃນສຳນັກຂອງລາວ ຕະຫລອດທັງບັນດາທີ່ປຶກສາ ແລະພວກຜູ້ປ້ອງກັນຕົວຂອງລາວໄປທຸກທິດທຸກທາງ ແລະຄົນກໍຈະຊອກຫາເພື່ອສັງຫານພວກເຂົາ.
15
ເມື່ອເຮົາກະຈັດກະຈາຍພວກເຂົາໄປໃນທ່າມກາງຊົນຊາດອື່ນໆ ແລະໃນຕ່າງປະເທດນັ້ນ ພວກເຂົາຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.
16
ເຮົາຈະໃຫ້ມີໜ້ອຍຄົນໃນພວກເຂົາລອດຕາຍຈາກເສິກສົງຄາມ, ຈາກການຕາຍອຶດຕາຍຢາກ ແລະຈາກການເຈັບໄຂ້ໄດ້ປ່ວຍ ເພື່ອວ່າໃນທ່າມກາງຊົນຊາດທັງຫລາຍນັ້ນ ພວກເຂົາຈະສຳນຶກເຖິງການກະທຳອັນໜ້າກຽດຊັງຕ່າງໆຂອງພວກເຂົາ ແລະທັງຈະຮັບຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”
17
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ,
18
“ມະນຸດເອີຍ ຈົ່ງສັ່ນເຊັນເມື່ອເຈົ້າກິນເຂົ້າ ແລະສັ່ນເຊັນດ້ວຍຄວາມຢ້ານເມື່ອເຈົ້າດື່ມນໍ້າ.
19
ຈົ່ງບອກຊົນຊາດທັງໝົດວ່າ, ‘ຕໍ່ໄປນີ້ແມ່ນຖ້ອຍຄຳຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ທີ່ກ່າວແກ່ປະຊາຊົນເຢຣູຊາເລັມຜູ້ທີ່ຍັງອາໄສຢູ່ໃນດິນແດນຂອງຕົນ ຄືພວກເຂົາຈະສັ່ນເຊັນເມື່ອພວກເຂົາກິນເຂົ້າ ແລະຈະສັ່ນເຊັນດ້ວຍຄວາມຢ້ານເມື່ອພວກເຂົາດື່ມນໍ້າ. ດິນແດນຂອງພວກເຂົາຈະຖືກຢຶດເອົາເຂົ້າຂອງໄປໝົດ ເພາະທຸກຄົນທີ່ອາໄສຢູ່ໃນທີ່ນັ້ນບໍ່ໄດ້ນັບຖືກົດໝາຍ.
20
ບັດນີ້ ເມືອງຕ່າງໆທີ່ເຕັມໄປດ້ວຍປະຊາຊົນຈະຖືກທຳລາຍຖິ້ມ ແລະປະເທດກໍຈະກາຍເປັນຖິ່ນແຫ້ງແລ້ງກັນດານ. ແລ້ວພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”’
21
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ,
22
“ມະນຸດເອີຍ ເປັນຫຍັງປະຊາຊົນອິດສະຣາເອນຈຶ່ງເວົ້າສຸພາສິດນີ້ ຊໍ້າແລ້ວຊໍ້າອີກວ່າ, ‘ເວລາຜ່ານໄປ ຄຳທຳນວາຍບໍ່ເຫັນກາຍເປັນຈິງຈັກເທື່ອ?’
23
ຈົ່ງບອກພວກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: ເຮົາຈະເຮັດໃຫ້ສຸພາສິດນີ້ສຸດສິ້ນໄປ. ຈະບໍ່ມີຜູ້ໃດເວົ້າຊໍ້າໄປຊໍ້າມາອີກຕໍ່ໄປໃນຊາດອິດສະຣາເອນ.’ ຈົ່ງກ່າວແກ່ພວກເຂົາວ່າ, ‘ເວລາມາເຖິງແລ້ວ ແລະຄຳທຳນວາຍກໍກຳລັງກາຍເປັນຈິງ.
24
ໃນທ່າມກາງປະຊາຊົນອິດສະຣາເອນຈະບໍ່ມີນິມິດປອມ ຫລືຄຳທຳນວາຍທີ່ນຳໄປສູ່ທາງຜິດ.
25
ແຕ່ພຣະເຈົ້າຢາເວຈະກ່າວແກ່ພວກເຂົາວ່າ ເຮົາຈະກ່າວແລະສິ່ງທີ່ເຮົາກ່າວກໍຈະເກີດຂຶ້ນ. ມັນຈະບໍ່ຊັກຊ້າອີກຕໍ່ໄປ. ຄົນກະບົດເອີຍ ໃນຄາວທີ່ພວກເຈົ້າຍັງມີຊີວິດຢູ່ນີ້ ເຮົາຈະເຮັດຕາມຖ້ອຍຄຳທີ່ເຮົາໄດ້ເຕືອນພວກເຈົ້າແລ້ວ.’ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.”
26
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ,
27
“ມະນຸດເອີຍ ຊາວອິດສະຣາເອນກ່າວວ່າ, ‘ນິມິດກັບການທຳນວາຍຕ່າງໆຂອງເຈົ້າ ແມ່ນເວົ້າເຖິງອະນາຄົດອັນຫ່າງໄກ.’
28
ສະນັ້ນ ຈົ່ງບອກພວກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ມັນຈະບໍ່ຊັກຊ້າອີກຕໍ່ໄປ. ຖ້ອຍຄຳທີ່ເຮົາໄດ້ເວົ້ານັ້ນຈະເກີດຂຶ້ນ.’ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.”
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48