bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 30
Ezekiel 30
Lao Bible 2012 (ພຣະຄຳພີສັກສິ)
← Chapter 29
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 31 →
1
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
2
“ມະນຸດເອີຍ ຈົ່ງທຳນວາຍ ແລະປະກາດສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຈົ້າຈົ່ງໂຮຮ້ອງຂຶ້ນດ້ວຍຖ້ອຍຄຳເຫຼົ່ານີ້ສາ ວ່າມື້ຢ້ານກົວອັນໃຫຍ່ຫລວງກຳລັງມາຮອດ
3
ມາໃກ້ແລ້ວຄືມື້ທີ່ພຣະເຈົ້າຢາເວຈະກະທຳການ ມື້ໜຶ່ງທີ່ມີເມກໝອກໜາ ແລະນາໆຊາດເດືອດຮ້ອນ.
4
ເສິກສົງຄາມຈະເກີດຂຶ້ນໃນປະເທດເອຢິບ ແລະເອທີໂອເປຍກໍຈະເກີດລຳບາກໃຫຍ່. ມີຫລາຍຄົນຈະຖືກຂ້າຢູ່ໃນປະເທດເອຢິບ ຖືກປຸ້ນຈີ້ ແລະປະໃຫ້ຮົກຮ້າງຫວ່າງເປົ່າ.
5
ສົງຄາມນັ້ນຈະຂ້າທະຫານຮັບຈ້າງຈາກເອທີໂອເປຍ, ລີເບຍ, ລີເດຍ, ອາຣາເບຍ, ກຸບ ແລະແມ່ນແຕ່ທະຫານທີ່ມາຈາກປະຊາຊົນຂອງເຮົາເອງດ້ວຍ.”
6
ພຣະເຈົ້າຢາເວຊົງກ່າວວ່າ, “ຈາກເມືອງມິກໂດນທາງທິດເໜືອ ເຖິງເມືອງອາຊວານທາງທິດໃຕ້ ທະຫານໜ່ວຍປ້ອງກັນທັງໝົດຂອງປະເທດເອຢິບຈະຖືກຂ້າໃນສະໜາມຮົບ. ກອງທັບອັນອວດອົ່ງທະນົງຕົວຂອງປະເທດເອຢິບຈະຖືກທຳລາຍກ້ຽງ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
7
ດິນແດນຈະຖືກປະປ່ອຍໃຫ້ຮົກຮ້າງຫວ່າງເປົ່າທີ່ສຸດໃນໂລກ ແລະເມືອງຕ່າງໆກໍຈະຖືກປະປ່ອຍໃຫ້ຮົກຮ້າງເພພັງລົງ.
8
ເມື່ອເຮົາໄດ້ຈູດໄຟເຜົາປະເທດເອຢິບ ແລະໜ່ວຍປ້ອງກັນຂອງປະເທດຖືກທຳລາຍໝົດສິ້ນແລ້ວ ພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.
9
ເມື່ອວັນນັ້ນມາເຖິງ ແລະເມື່ອປະເທດເອຢິບຖືກທຳລາຍແລ້ວ ເຮົາຈະສົ່ງຄະນະຜູ້ນຳຂ່າວລົງເຮືອໄປປຸກປັ່ນປະຊາຊົນເອທີໂອເປຍ ໃຫ້ມີຄວາມປອດໄພອັນຈອມປອມ ແລະພວກເຂົາກໍຈະສະທ້ານຢ້ານກົວໃຫຍ່. ວັນນັ້ນໃກ້ເຂົ້າມາສາແລ້ວ.”
10
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ເຮົາຈະໃຊ້ກະສັດເນບູກາດເນັດຊາແຫ່ງບາບີໂລນ ມາເຮັດໃຫ້ຊັບສົມບັດຂອງເອຢິບສູນສິ້ນໄປ.
11
ລາວຕະຫລອດທັງກອງທັບອັນໂຫດຫ້ຽມຂອງລາວ ຈະທຳລາຍລ້າງຜານດິນແດນ. ພວກເຂົາຈະໃຊ້ດາບບຸກໂຈມຕີປະເທດເອຢິບ ແລະດິນແດນກໍຈະເຕັມໄປດ້ວຍຊາກສົບ.
12
ເຮົາຈະເຮັດໃຫ້ແມ່ນໍ້ານິນແຫ້ງ ແລະຈະມອບເອຢິບໃຫ້ຢູ່ໃຕ້ອຳນາດຂອງຄົນຊົ່ວຮ້າຍ. ຊາວຕ່າງດ້າວຈະທຳລາຍລ້າງຜານທັງໝົດປະເທດ. ເຮົາຄືພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ.”
13
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ເຮົາຈະທຳລາຍບັນດາຮູບເຄົາຣົບ ແລະພຣະປອມທັງຫລາຍທີ່ເມືອງມຳຟິດ ບໍ່ມີຜູ້ໃດຈະຂຶ້ນປົກຄອງເອຢິບ ແລະເຮົາຈະເຮັດໃຫ້ປະຊາຊົນທັງໝົດສະທ້ານຢ້ານກົວ.
14
ເຮົາຈະເຮັດໃຫ້ເອຢິບທາງພາກໃຕ້ຮົກຮ້າງຫວ່າງເປົ່າ ທັງຈະຈູດໄຟເຜົາເມືອງໂຊອານທາງທິດເໜືອດ້ວຍ. ເຮົາຈະລົງໂທດເມືອງເອກຂອງເທເບ.
15
ເຮົາຈະປ່ອຍໃຫ້ເປລູສີອຳ ເມືອງທີ່ມີປ້ອມປ້ອງກັນອັນໃຫຍ່ໂຕຂອງປະເທດເອຢິບ ໄດ້ຊີມຣິດແຫ່ງຄວາມໂກດຮ້າຍອັນໃຫຍ່ຂອງເຮົາ. ເຮົາຈະທຳລາຍຊັບສົມບັດຂອງເມືອງເທເບ.
16
ເຮົາຈະຈູດໄຟເຜົາເອຢິບແລະເມືອງເປລູສີອຳກໍຈະແຄ້ນໃຈ ກຳແພງເມືອງເທເບຈະພັງທະລາຍ ແລະນໍ້າກໍຈະໄຫລຖ້ວມເມືອງ.
17
ຊາວໜຸ່ມໃນເມືອງເຮລີໂອໂປລີກັບເມືອງບູບາຊະຕີ ຈະຕາຍໃນສົງຄາມ ແລະປະຊາຊົນອື່ນໆກໍຈະຖືກຈັບໄປເປັນຊະເລີຍ.
18
ຄວາມມືດຈະເຂົ້າປົກຄຸມເມືອງຕາປັນເຮັດ ເມື່ອເຮົາທັບມ້າງອຳນາດຂອງປະເທດເອຢິບ ແລະເຮັດໃຫ້ກຳລັງທີ່ເອຢິບໄດ້ອວດອ້າງຢ່າງໜັກໜານັ້ນສິ້ນສູນໄປ. ເມກໝອກຈະປົກຄຸມປະເທດເອຢິບ ແລະປະຊາຊົນຕາມເມືອງທັງຫລາຍກໍຈະຖືກຈັບໄປເປັນຊະເລີຍ.
19
ເມື່ອເຮົາລົງໂທດເອຢິບດັ່ງນີ້ແລ້ວ ພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”
20
ໃນວັນທີເຈັດຂອງເດືອນທີໜຶ່ງ ອັນກົງກັບປີທີສິບເອັດ ແຫ່ງການເປັນຊະເລີຍໃນຕ່າງຖິ່ນຂອງພວກເຮົານັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
21
“ມະນຸດເອີຍ ເຮົາໄດ້ເຮັດໃຫ້ແຂນກະສັດແຫ່ງເອຢິບຫັກ. ບໍ່ມີຜູ້ໃດເອົາຜ້າພັນແຂນໃຫ້ຫລືເຮັດຫ່ວງຫ້ອຍຄໍໃຫ້ ເພື່ອວ່າແຂນນັ້ນຈະດີແລະແຂງແຮງແລະຈັບດາບໄດ້ອີກ.
22
ບັດນີ້ ຕໍ່ໄປແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວ: ເຮົາເປັນສັດຕູຂອງກະສັດແຫ່ງເອຢິບ. ເຮົາກຳລັງຈະຫັກແຂນທັງສອງຂອງລາວ ຄືແຂນທີ່ຍັງດີແລະແຂນທີ່ໄດ້ຫັກແລ້ວນັ້ນດ້ວຍ ແລະດາບກໍຈະຕົກລົງຈາກມືລາວ.
23
ເຮົາຈະເຮັດໃຫ້ຊາວເອຢິບກະຈັດກະຈາຍໄປໃນທ່າມກາງບັນດາປະຊາຊາດ ແລະກະຈາຍພວກເຂົາໄປຕາມປະເທດຕ່າງໆ.
24
ແລ້ວເຮົາຈະເຮັດໃຫ້ແຂນກະສັດແຫ່ງບາບີໂລນແຂງແຮງ ແລະເອົາດາບຂອງເຮົາໃຫ້ລາວຖື. ແຕ່ເຮົາຈະເຮັດໃຫ້ແຂນກະສັດແຫ່ງເອຢິບຫັກ ແລະລາວຈະຄວນຄາງດ້ວຍຄວາມເຈັບປວດຢ່າງໜັກ ແລະຕາຍຕໍ່ໜ້າສັດຕູຂອງລາວ.
25
ເຮົາຈະເຮັດໃຫ້ລາວອ່ອນແຮງ ແລະໃຫ້ກະສັດແຫ່ງບາບີໂລນເຂັ້ມແຂງ. ເມື່ອເຮົາມອບດາບຂອງເຮົາໃຫ້ລາວແລະລາວຊີ້ດາບນັ້ນໄປສູ່ປະເທດເອຢິບ ພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.
26
ເຮົາຈະເຮັດໃຫ້ຊາວເອຢິບກະຈັດກະຈາຍໄປໃນທ່າມກາງບັນດາປະຊາຊາດ ແລະກະຈາຍພວກເຂົາໄປຕາມປະເທດຕ່າງໆ. ແລ້ວພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”
← Chapter 29
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 31 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48