bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 7
Ezekiel 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 8 →
1
ຖ້ອຍຄຳຂອງພຣະເຈົ້າຢາເວກໍໄດ້ມາເຖິງຂ້າພະເຈົ້າວ່າ,
2
“ມະນຸດເອີຍ ອັນນີ້ ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກຳລັງກ່າວແກ່ດິນແດນຂອງຊາດອິດສະຣາເອນຄື: ຕໍ່ໄປນີ້ແມ່ນຈຸດຈົບຂອງດິນແດນທັງໝົດ.
3
ຊາດອິດສະຣາເອນເອີຍ ຈຸດຈົບໄດ້ມາເຖິງແລ້ວ. ເຈົ້າຈະໄດ້ຊີມຣິດແຫ່ງຄວາມໂກດຮ້າຍຂອງເຮົາ ເພາະເຮົາຈະຕັດສິນລົງໂທດເຈົ້າໃນສິ່ງທີ່ເຈົ້າໄດ້ເຮັດ. ເຮົາຈະຕອບແທນສິ່ງອັນໜ້າກຽດຊັງທັງໝົດທີ່ເຈົ້າໄດ້ປະພຶດ.
4
ເຮົາຈະບໍ່ໄວ້ຊີວິດຂອງເຈົ້າ ຫລືສະແດງຄວາມເມດຕາໃດໆຕໍ່ເຈົ້າ. ເຮົາຈະລົງໂທດເຈົ້າ ເພາະສິ່ງອັນໜ້າກຽດຊັງທີ່ເຈົ້າໄດ້ເຮັດນັ້ນ ເພື່ອເຈົ້າຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”
5
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: “ໄພພິບັດຈະມາເຖິງເຈົ້າບໍ່ຂາດສາຍ.
6
ເຖິງຈຸດຈົບສາແລ້ວ. ອັນນີ້ແມ່ນຄາວສຸດທ້າຍ. ໝົດສິ້ນກັນສາແລ້ວ.
7
ຈຸດຈົບກຳລັງມາເຖິງປະຊາຊົນທີ່ອາໄສຢູ່ໃນດິນແດນນີ້. ເວລານັ້ນມາໃກ້ແລ້ວ ເມື່ອການສະຫລອງທີ່ພູແຫ່ງຮູບປັ້ນຈະບໍ່ມີອີກຕໍ່ໄປ ມີແຕ່ຄວາມສັບສົນວຸ້ນວາຍເທົ່ານັ້ນ.
8
ແຕ່ໃນໄວໆນີ້ ເຈົ້າຈະໄດ້ຊີມຣິດແຫ່ງຄວາມໂກດຮ້າຍທັງໝົດຂອງເຮົາ. ເຮົາຈະຕັດສິນລົງໂທດສິ່ງທີ່ເຈົ້າໄດ້ເຮັດ ແລະເຮົາຈະຕອບແທນສິ່ງອັນໜ້າກຽດຊັງທັງໝົດທີ່ເຈົ້າໄດ້ເຮັດນັ້ນ.
9
ເຮົາຈະບໍ່ໄວ້ຊີວິດເຈົ້າ ຫລືສະແດງຄວາມເມດຕາໃດໆຕໍ່ເຈົ້າ. ເຮົາຈະທຳລາຍເຈົ້າໃນສິ່ງອັນໜ້າກຽດຊັງທີ່ເຈົ້າໄດ້ເຮັດນັ້ນ ເພື່ອເຈົ້າຈະໄດ້ຮູ້ວ່າເຮົາແມ່ນພຣະເຈົ້າຢາເວ ຜູ້ທີ່ລົງໂທດ.
10
ວັນແຫ່ງໄພພິບັດກຳລັງມາເຖິງຊາດອິດສະຣາເອນ. ຄວາມຮຸນແຮງຈະເພີ່ມຂຶ້ນ. ຄວາມຈອງຫອງກໍສູງຂຶ້ນສຸດຍອດແລ້ວ.
11
ຄວາມຮຸນແຮງຂະຫຍາຍຕົວເປັນອາວຸດຂອງຄວາມຊົ່ວຮ້າຍ. ບໍ່ມີສິ່ງໃດທີ່ເປັນຂອງພວກເຂົາຈະເຫຼືອຢູ່ເຊັ່ນ: ຊັບສົມບັດ, ຄວາມສະຫງ່າງາມ ຫລືສະຫງ່າຣາສີ.
12
ເວລານັ້ນກຳລັງມາ. ເວລາກໍໃກ້ເຂົ້າມາແລ້ວ ເມື່ອການຊື້ຂາຍຈະບໍ່ມີປະໂຫຍດຫຍັງໝົດ ເພາະການລົງໂທດຈະຕົກຖືກທຸກໆຄົນຄືກັນ.
13
ບໍ່ມີຄົນຄ້າຂາຍຜູ້ໃດທີ່ຈະມີຊີວິດຢູ່ນານພໍ ເພື່ອເອົາສິ່ງທີ່ຕົນໄດ້ສູນເສຍໄປນັ້ນກັບຄືນມາ ເພາະຄວາມໂກດຮ້າຍຕົກຖືກທຸກໆຄົນ. ຄົນໃດທີ່ຊົ່ວຊ້າ ຄົນນັ້ນກໍມີຊີວິດຢູ່ບໍ່ໄດ້.
14
ເມື່ອສຽງແກດັງຂຶ້ນທຸກຄົນຕ່າງກໍຕຽມພ້ອມ, ແຕ່ບໍ່ມີຜູ້ໃດເຂົ້າເຮັດເສິກ ເພາະຄວາມໂກດຮ້າຍຂອງເຮົາຈະຕົກຖືກທຸກໆຄົນຄືກັນ.
15
ການສູ້ຮົບກຳລັງເກີດຂຶ້ນຢູ່ຕາມທ້ອງຖະໜົນຫົນທາງ ຕະຫລອດທັງການເຈັບໄຂ້ໄດ້ປ່ວຍ ແລະການອຶດຢາກກໍມີຢູ່ຕາມເຮືອນ. ຜູ້ໃດຜູ້ໜຶ່ງທີ່ອອກໄປຢູ່ຕາມບ້ານນອກຈະຕາຍໃນການສູ້ຮົບ; ຜູ້ໃດຜູ້ໜຶ່ງທີ່ຢູ່ໃນເມືອງ ຈະຕົກເປັນເຫຍື່ອຂອງການເຈັບໄຂ້ໄດ້ປ່ວຍແລະການອຶດຢາກ.
16
ບາງຄົນຈະປົບໜີໄປເທິງພູຕ່າງໆ ດັ່ງຝູງນົກເຂົາທີ່ສະທ້ານຢ້ານກົວມາແຕ່ຮ່ອມພູທັງຫລາຍ. ພວກເຂົາທັງໝົດຈະຄວນຄາງເພາະການບາບທີ່ພວກເຂົາໄດ້ເຮັດ.
17
ມືທຸກຄົນຈະອ່ອນເພຍເປ້ຍລ່ອຍ ແລະຫົວເຂົ່າກໍຈະສັ່ນເຊັນ.
18
ພວກເຂົາຈະນຸ່ງຜ້າກະສອບເຂົ້າແລະຈະສັ່ນເຊັນທັງຕົວດ້ວຍຄວາມຢ້ານ. ພວກເຂົາຈະແຖຫົວຕົນເອງ ແລະລ້ວນແຕ່ໄດ້ຮັບຄວາມອັບອາຍຂາຍໜ້າ.
19
ພວກເຂົາຈະໂຍນເງິນແລະຄຳຂອງຕົນຖິ້ມ ຕາມທ້ອງຖະໜົນຫົນທາງດັ່ງຖິ້ມຂີ້ເຫຍື້ອ ຍ້ອນວ່າທັງເງິນແລະຄຳຊ່ວຍພວກເຂົາບໍ່ໄດ້ອີກແລ້ວ ເມື່ອພຣະເຈົ້າຢາເວຖອກເທຄວາມໂກດຮ້າຍຂອງພຣະອົງ. ພວກເຂົາໃຊ້ມັນໃຫ້ຕອບສະໜອງຄວາມຕ້ອງການບໍ່ໄດ້ ຫລືໃຫ້ກະເພາະອີ່ມຍ້ອນເງິນຄຳບໍ່ໄດ້. ເງິນແລະຄຳພາໃຫ້ພວກເຂົາເຮັດບາບ.
20
ຄັ້ງໜຶ່ງ ພວກເຂົາເຄີຍອວດອົ່ງທະນົງຕົວໃນເຄື່ອງເອ້ອັນສວຍງາມຂອງພວກເຂົາ; ແຕ່ພວກເຂົາກໍໄດ້ໃຊ້ມັນເຮັດຮູບເຄົາຣົບຕ່າງໆອັນໜ້າກຽດຊັງ. ສະນັ້ນ ເຮົາຈຶ່ງເຮັດໃຫ້ຊັບສົມບັດນັ້ນ ຊຸກດັນໃຫ້ພວກເຂົາເກີດເບື່ອໜ່າຍ.
21
ເຮົາຈະປ່ອຍໃຫ້ພວກຄົນຕ່າງດ້າວມາປຸ້ນພວກເຂົາ ພວກຝ່າຝືນກົດໝາຍຈະຢຶດເອົາຊັບສົມບັດທັງໝົດຂອງພວກເຂົາໄປ ແລະເຮັດໃຫ້ເປັນມົນທິນ.
22
ເຮົາຈະບໍ່ເຂົ້າໄປຫຍຸ້ງກ່ຽວ ເມື່ອຊັບສົມບັດໃນພຣະວິຫານຂອງເຮົາເປັນມົນທິນ ແລະເມື່ອບັນດານັກປຸ້ນບຸກເຂົ້າໄປທຳລາຍພຣະວິຫານນັ້ນ.
23
ທຸກໆສິ່ງເກີດອົນລະຫົນວຸ້ນວາຍ ຄືດິນແດນເຕັມໄປດ້ວຍຄາດຕະກອນ ແລະໃນຕົວເມືອງຕ່າງໆກໍລ້ວນແຕ່ໃຊ້ການຮຸນແຮງ.
24
ເຮົາຈະນຳຊາດຕ່າງໆທີ່ໂຫດຮ້າຍທີ່ສຸດມາທີ່ນີ້ ແລະຈະປ່ອຍໃຫ້ພວກເຂົາຢຶດເອົາເຮືອນຂອງພວກເຈົ້າ. ຄົນແຂງແຮງທີ່ສຸດໃນພວກເຈົ້າຈະສູນເສຍຄວາມໝັ້ນໃຈ ເມື່ອເຮົາໄດ້ນຳເອົາຊົນຊາດທັງຫລາຍມາເຮັດໃຫ້ບ່ອນຕ່າງໆທີ່ພວກເຈົ້ານະມັດສະການນີ້ເປັນມົນທິນ.
25
ຄວາມສິ້ນຫວັງກຳລັງມາເຖິງ. ພວກເຈົ້າຈະຊອກຫາສັນຕິສຸກ ແຕ່ຈະບໍ່ພົບຈັກເທື່ອ.
26
ໄພພິບັດຈະມາເຖິງພວກເຈົ້າບໍ່ຂາດສາຍ ແລະຂ່າວຮ້າຍກໍຈະມາເຖິງພວກເຈົ້າດັ່ງສາຍນໍ້າ. ພວກເຈົ້າຈະຮ້ອງຂໍໃຫ້ບັນດາຜູ້ທຳນວາຍບອກເຖິງເຫດການທີ່ຈະເກີດຂຶ້ນລ່ວງໜ້າສູ່ພວກເຈົ້າຟັງ. ບັນດາປະໂຣຫິດຈະບໍ່ມີຫຍັງສັ່ງສອນປະຊາຊົນ ແລະບັນດາເຖົ້າແກ່ກໍຈະບໍ່ໃຫ້ຄຳແນະນຳຫຍັງ.
27
ກະສັດຈະໄວ້ທຸກ ເຈົ້າຊາຍຈະໝົດຄວາມຫວັງ ແລະປະຊາຊົນກໍຈະສັ່ນເຊັນດ້ວຍຄວາມຢ້ານ. ເຮົາຈະລົງໂທດພວກເຈົ້າໃຫ້ສົມກັບສິ່ງທັງໝົດທີ່ພວກເຈົ້າໄດ້ເຮັດ ແລະຈະຕັດສິນພວກເຈົ້າຢ່າງດຽວກັນກັບທີ່ພວກເຈົ້າໄດ້ຕັດສິນຄົນອື່ນ. ສິ່ງນີ້ແຫລະ ຈະສະແດງໃຫ້ພວກເຈົ້າຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48