bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 3
Ezekiel 3
Lao Bible 2012 (ພຣະຄຳພີສັກສິ)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 4 →
1
ແລ້ວພຣະອົງກໍກ່າວຕໍ່ຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງກິນໜັງສືມ້ວນນີ້ ແລະໄປກ່າວແກ່ປະຊາຊົນອິດສະຣາເອນເຖີດ.”
2
ດັ່ງນັ້ນ ຂ້າພະເຈົ້າຈຶ່ງອ້າປາກ ແລະພຣະອົງກໍປ້ອນໜັງສືມ້ວນໃສ່ປາກຂ້າພະເຈົ້າ.
3
ພຣະອົງກ່າວຕໍ່ຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງກິນໜັງສືມ້ວນທີ່ເຮົາໃຫ້ເຈົ້າຈົນອີ່ມເຖີດ.” ຂ້າພະເຈົ້າກິນໜັງສືມ້ວນນັ້ນ ແລະມີຣົດຫວານເໝືອນດັ່ງນໍ້າເຜິ້ງ.
4
ແລ້ວພຣະອົງບອກຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງໄປຫາປະຊາຊົນອິດສະຣາເອນ ແລະກ່າວແກ່ພວກເຂົາເຖິງສິ່ງທີ່ເຮົາບອກເຈົ້າໃຫ້ກ່າວ.
5
ເຮົາບໍ່ໄດ້ສົ່ງເຈົ້າໄປຫາຊົນຊາດທີ່ເວົ້າພາສາຕ່າງປະເທດທີ່ຍາກ ແຕ່ໄປຫາຊາວອິດສະຣາເອນ.
6
ຖ້າເຮົາສົ່ງເຈົ້າໄປຫາປະເທດທີ່ມີປະຊາຊົນຫລາຍ ທັງເວົ້າພາສາຍາກທີ່ເຈົ້າບໍ່ເຂົ້າໃຈ ພວກເຂົາກໍຈະຟັງເຈົ້າເປັນແນ່.
7
ແຕ່ຈະບໍ່ມີປະຊາຊົນອິດສະຣາເອນຄົນໃດມີນໍ້າໃຈຢາກຟັງເຈົ້າ; ແມ່ນແຕ່ເຮົາ ພວກເຂົາກໍຍັງບໍ່ຟັງ. ພວກເຂົາທັງໝົດດື້ດ້ານ ແລະໃຈແຂງ.
8
ບັດນີ້ເຮົາຈະເຮັດໃຫ້ເຈົ້າເປັນຄົນດື້ດ້ານ ແລະໃຈແຂງດັ່ງພວກເຂົາ.
9
ເຮົາຈະເຮັດໃຫ້ເຈົ້າໜັກແໜ້ນດັ່ງຫີນ ແຂງແກ່ນດັ່ງເພັດ; ສະນັ້ນ ເຈົ້າຢ່າສູ່ຢ້ານຄົນກະບົດເຫຼົ່ານີ້ເລີຍ.”
10
ພຣະອົງໄດ້ກ່າວຕໍ່ຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງຈົດຈຳແລະເອົາໃຈໃສ່ຢ່າງແທ້ຈິງໃນສິ່ງທີ່ເຮົາບອກເຈົ້າ.
11
ຈົ່ງໄປຫາເພື່ອນຮ່ວມຊາດຂອງເຈົ້າທີ່ຕົກເປັນຊະເລີຍໃນຕ່າງຖິ່ນ ແລະບອກພວກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້.’ ບໍ່ວ່າພວກເຂົາຈະຟັງເຈົ້າຫລືບໍ່ກໍຕາມ.”
12
ຕໍ່ມາ ພຣະວິນຍານຂອງພຣະເຈົ້າໄດ້ຍົກຂ້າພະເຈົ້າຂຶ້ນ ແລະຂ້າພະເຈົ້າກໍໄດ້ຍິນສຽງໜຶ່ງດັງກ້ອງຂຶ້ນທາງຫລັງຂອງຂ້າພະເຈົ້າວ່າ, “ຈົ່ງສັນລະເສີນສະຫງ່າຣາສີຂອງພຣະເຈົ້າຢາເວທີ່ເທິງຟ້າສະຫວັນ.”
13
ຂ້າພະເຈົ້າໄດ້ຍິນສຽງປີກຂອງສິ່ງທີ່ມີຊີວິດດັງກະທົບກັນໃນອາກາດ ແລະສຽງຂອງລໍ້ກໍດັງກ້ອງເໝືອນດັ່ງແຜ່ນດິນໄຫວ.
14
ຣິດອຳນາດຂອງພຣະເຈົ້າຢາເວໄດ້ລົງມາສູ່ຂ້າພະເຈົ້າເຕັມກຳລັງ ແລະຂະນະທີ່ພຣະວິນຍານໄດ້ຍົກຂ້າພະເຈົ້າຂຶ້ນນັ້ນ ຂ້າພະເຈົ້າກໍຮູ້ສຶກວ່າຂົມຂື່ນ ແລະຄຽດແຄ້ນຫລາຍ.
15
ສະນັ້ນ ຂ້າພະເຈົ້າຈຶ່ງໄປທີ່ເທນ-ອາບີບ ທີ່ແຄມແມ່ນໍ້າເກບາກ ບ່ອນທີ່ພວກຊະເລີຍອາໄສຢູ່ນັ້ນ ແລະພັກຢູ່ທີ່ນັ້ນຢ່າງຕົກຕະລຶງເປັນເວລາເຈັດວັນ.
16
ພໍຄົບເຈັດວັນແລ້ວ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ,
17
“ມະນຸດເອີຍ ເຮົາຈະຕັ້ງເຈົ້າໃຫ້ເປັນຜູ້ເຝົ້າຍາມຊົນຊາດອິດສະຣາເອນ. ເຈົ້າຈະຖ່າຍທອດຄຳຕັກເຕືອນທີ່ເຮົາໃຫ້ເຈົ້າສູ່ພວກເຂົາຟັງ.
18
ຖ້າເຮົາປະກາດວ່າຄົນຊົ່ວຜູ້ໜຶ່ງຈະຕ້ອງຕາຍ, ແຕ່ເຈົ້າບໍ່ໄດ້ຕັກເຕືອນລາວໃຫ້ປ່ຽນຈາກທາງຊົ່ວຂອງລາວເພື່ອຈະໄດ້ຊີວິດ, ລາວກໍຈະຕາຍໄປຍ້ອນບາບກຳຂອງລາວ ແລະເຮົາຈະຖືວ່າເຈົ້າເປັນຜູ້ຮັບຜິດຊອບຕໍ່ການຕາຍຂອງຄົນນັ້ນ.
19
ຖ້າເຈົ້າຕັກເຕືອນຄົນຊົ່ວແລ້ວ ແລະລາວບໍ່ເຊົາເຮັດບາບ ລາວກໍຈະຕາຍຍ້ອນການບາບຂອງລາວເອງ, ແຕ່ເຈົ້າຈະຊ່ວຍຊີວິດຂອງເຈົ້າໄວ້ໄດ້.
20
ຖ້າຄົນດີມີສິນທຳຜູ້ໜຶ່ງເລີ່ມເຮັດຊົ່ວ ແລະເຮົາໄດ້ໃຫ້ລາວຕົກໃນສະພາບອັນຕະລາຍ ລາວກໍຈະຕາຍຍ້ອນການເຮັດບາບນັ້ນ ຖ້າເຈົ້າບໍ່ຕັກເຕືອນລາວ; ເຮົາຈະບໍ່ລະນຶກເຖິງຄຸນງາມຄວາມດີທີ່ລາວໄດ້ເຮັດມານັ້ນ ແລະເຮົາຈະຖືວ່າເຈົ້າເປັນຜູ້ຮັບຜິດຊອບຕໍ່ການຕາຍຂອງຄົນນັ້ນ.
21
ຖ້າເຈົ້າຕັກເຕືອນຄົນດີມີສິນທຳຜູ້ໜຶ່ງບໍ່ໃຫ້ເຮັດບາບ ແລະລາວເຊື່ອຟັງເຈົ້າໂດຍບໍ່ເຮັດບາບນັ້ນ ລາວຈະມີຊີວິດຢູ່ ແລະເຈົ້າກໍໄດ້ຊ່ວຍຊີວິດຂອງເຈົ້າໄວ້.”
22
ແລ້ວຣິດອຳນາດຂອງພຣະເຈົ້າຢາເວກໍມາຄວບຄຸມຂ້າພະເຈົ້າອີກ. ພຣະອົງກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງລຸກຂຶ້ນ ແລະອອກໄປທີ່ຮ່ອມພູ. ເຮົາຈະກ່າວແກ່ເຈົ້າຢູ່ທີ່ນັ້ນ.”
23
ດັ່ງນັ້ນ ຂ້າພະເຈົ້າຈຶ່ງອອກໄປທີ່ຮ່ອມພູ ແລະຢູ່ໃນທີ່ນັ້ນ ຂ້າພະເຈົ້າໄດ້ເຫັນສະຫງ່າຣາສີຂອງພຣະເຈົ້າຢາເວ ດັ່ງທີ່ຂ້າພະເຈົ້າໄດ້ເຫັນທີ່ແຄມແມ່ນໍ້າເກບາກ. ຂ້າພະເຈົ້າໝູບໜ້າລົງກັບພື້ນດິນ
24
ແຕ່ພຣະວິນຍານຂອງພຣະເຈົ້າໄດ້ລົງມາສະຖິດຂ້າພະເຈົ້າ ແລະເຮັດໃຫ້ຂ້າພະເຈົ້າຢືນຂຶ້ນ. ພຣະອົງກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງກັບເມືອ ແລະລີ້ຢູ່ໃນເຮືອນສາ.
25
ເຈົ້າຈະຖືກມັດດ້ວຍເຊືອກ ແລະເຈົ້າຈະອອກໄປຂ້າງນອກບໍ່ໄດ້.
26
ເຮົາຈະເຮັດໃຫ້ລີ້ນຂອງເຈົ້າແຂງ ເພື່ອວ່າເຈົ້າຈະບໍ່ສາມາດຕັກເຕືອນຄົນກະບົດເຫຼົ່ານີ້ໄດ້.
27
ຄັນເມື່ອເຮົາກ່າວແກ່ເຈົ້າອີກ ເຮົາຈຶ່ງຈະໃຫ້ເຈົ້າສາມາດເວົ້າໄດ້ອີກ. ເຈົ້າຈະບອກພວກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້.’ ບາງຄົນໃນພວກເຂົາຈະຟັງແຕ່ບາງຄົນຈະເມີນເສີຍຕໍ່ເຈົ້າ ເພາະພວກເຂົາເປັນຊົນຊາດຂອງຄົນກະບົດ.”
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 4 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48