bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 27
Ezekiel 27
Lao Bible 2012 (ພຣະຄຳພີສັກສິ)
← Chapter 26
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 28 →
1
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ,
2
“ມະນຸດເອີຍ ຈົ່ງຮ້ອງເພງອາໄລອາວອນໃຫ້ຕີເຣ
3
ຊຶ່ງເປັນນະຄອນທີ່ຕັ້ງຢູ່ແຄມທະເລ ແລະພວກພໍ່ຄ້າກັບປະຊາຊົນທີ່ອາໄສຢູ່ຕາມຝັ່ງທະເລທຸກແຫ່ງ. ຈົ່ງບອກສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວຕໍ່ເມືອງຕີເຣວ່າ: ‘ນະຄອນຕີເຣເອີຍ ເຈົ້ານັ້ນອວດອົ່ງທະນົງຕົວ ເຖິງຄວາມງາມອັນສົມບູນແບບຂອງເຈົ້າ.’
4
ເຮືອນເຈົ້າຄືທ້ອງທະເລອັນກວ້າງໃຫຍ່ ຜູ້ສ້າງເຈົ້າໄດ້ເຮັດໃຫ້ເຈົ້າເປັນດັ່ງເຮືອລຳງາມ;
5
ພວກເຂົາໄດ້ໄມ້ແປກເທດມາຈາກພູເຂົາເຮີໂມນເປັນລຳ ແລະໄມ້ແປກຈາກເລບານອນເຮັດເສົາຄໍ້າເຈົ້າ.
6
ພວກເຂົາໄດ້ຕົ້ນກໍ່ມາຈາກບາຊານເຮັດໄມ້ພາຍ ໄດ້ໄມ້ສົນຈາກໄຊປຣັດເຮັດຂົວເຮືອຂັດງາຊ້າງ.
7
ຜ້າໃບຂອງເຈົ້າເຮັດດ້ວຍຜ້າປ່ານຈາກປະເທດເອຢິບ ຜ້າແສ່ວເປັນສີແດງເຂັ້ມເບິ່ງເຫັນແຕ່ໄກໄດ້. ຜ້າເຫຼົ່ານີ້ໄດ້ເຮັດມາຈາກເກາະໄຊປຣັດ ຜ້າປ່ານສີມ່ວງຊັ້ນດີເປັນສິນຄ້າຂອງເຈົ້າ.
8
ສ່ວນຄົນພາຍເຮືອມາຈາກຊີໂດນແລະອັກວັດ ລູກເຮືອຄືຊາວຕີເຣທີ່ຊຳນານເດີນເຮືອທັງນັ້ນ.
9
ພວກສ້າງເຮືອນັ້ນໄດ້ມາຈາກເມືອງບິບໂລ ເປັນຜູ້ທີ່ໄດ້ຮັບການຝຶກຫັດຢ່າງດີທັງນັ້ນ. ພວກລູກເຮືອທີ່ແລ່ນເຮືອໃນທະເລທຸກລຳ ຕ່າງກໍໄດ້ເຮັດທຸລະກິດໃນຫ້າງຮ້ານຂອງເຈົ້າ.
10
ພວກທະຫານຈາກປະເທດເປີເຊຍ, ລີເດຍ ແລະລີເບຍໄດ້ຮັບໃຊ້ໃນກອງທັບຂອງເຈົ້າ. ພວກເຂົາໄດ້ຫ້ອຍໂລ້ແລະໝວກເຫຼັກຂອງພວກເຂົາໄວ້ໃນໂຮງທະຫານຂອງເຈົ້າ. ພວກເຂົາເປັນທະຫານທີ່ໄດ້ນຳກຽດແລະຊື່ສຽງມາໃຫ້ເຈົ້າ.
11
ພວກທະຫານຈາກເມືອງອັກວັດໄດ້ເຝົ້າຍາມກຳແພງຂອງເຈົ້າ ແລະທະຫານຈາກເມືອງກາມາດໄດ້ເຝົ້າຍາມຫໍຄອຍຂອງເຈົ້າ. ພວກເຂົາໄດ້ຫ້ອຍໂລ້ຂອງພວກເຂົາໄວ້ເທິງກຳແພງຂອງເຈົ້າ. ພວກເຂົາເປັນຄົນທີ່ເຮັດໃຫ້ເຈົ້າສວຍງາມ.
12
ເຈົ້າໄດ້ເຮັດທຸລະກິດກັບຕາກຊິດແລະໄດ້ເອົາເງິນ, ເຫຼັກ, ກົ່ວ ແລະຊືນ ຈ່າຍເປັນຄ່າສິນຄ້າອັນຫລວງຫລາຍຂອງເຈົ້າ.
13
ເຈົ້າໄດ້ເຮັດທຸລະກິດໃນກຣີກ, ຕູບານ ແລະເມເຊັກ ທັງໄດ້ເອົາສິນຄ້າຂອງເຈົ້າປ່ຽນເອົາພວກທາດຮັບໃຊ້ແລະເຄື່ອງທອງສຳຣິດ.
14
ເຈົ້າໄດ້ຂາຍສິນຄ້າເພື່ອຊື້ເອົາຝູງມ້າສຳລັບເຮັດວຽກ, ຝູງມ້າສຳລັບເຮັດເສິກ ແລະຝູງລໍຈາກເມືອງເບັດໂຕກາມາ.
15
ປະຊາຊົນໂຣເດັດ ໄດ້ຄ້າຂາຍກັບເຈົ້າ; ປະຊາຊົນໃນດິນແດນຝັ່ງທະເລຫລາຍແຫ່ງໄດ້ເອົາງາຊ້າງ ແລະໄມ້ຍູງແລກປ່ຽນເອົາສິນຄ້າຂອງເຈົ້າ.
16
ປະຊາຊົນຊີເຣຍໄດ້ຊື້ສິນຄ້າ ແລະຜະລິດຕະພັນຫລາຍຢ່າງຂອງເຈົ້າ. ພວກເຂົາໄດ້ມອບແກ້ວມໍຣະກົດ, ຜ້າສີມ່ວງ, ຜ້າປັກແສ່ວ, ຜ້າປ່ານເນື້ອລະອຽດດີ, ຫີນງອກ ແລະທັບທີມໃຫ້ເປັນຄ່າໃຊ້ຈ່າຍພາຊະນະຕ່າງໆຂອງເຈົ້າ.
17
ດິນແດນຢູດາຍແລະອິດສະຣາເອນໄດ້ເອົາເຂົ້າບາເລ, ນໍ້າເຜິ້ງ, ນໍ້າມັນໝາກກອກເທດ ແລະເຄື່ອງເທດໃຫ້ເປັນຄ່າໃຊ້ຈ່າຍສິນຄ້າຂອງເຈົ້າ.
18
ປະຊາຊົນດາມັສກັດໄດ້ຊື້ສິນຄ້າແລະຜະລິດຕະພັນຂອງເຈົ້າ ໂດຍໄດ້ເອົາເຫຼົ້າອະງຸ່ນມາແຕ່ເມືອງເຮນໂບນ ແລະຂົນແກະມາແຕ່ເມືອງສາຮາ ໃຫ້ເປັນຄ່າໃຊ້ຈ່າຍ. ພວກເຂົາໄດ້ແລກປ່ຽນເຫຼັກທີ່ຊຸບແລ້ວແລະເຄື່ອງເທດຕ່າງໆ ກັບສິນຄ້າຂອງເຈົ້າ.
20
ປະຊາຊົນເດດານໄດ້ແລກປ່ຽນຜ້າປົກອານມ້າກັບສິນຄ້າຂອງເຈົ້າ.
21
ຊາວອາຣັບແລະພວກຜູ້ປົກຄອງດິນແດນເກດາ ກໍເອົາຝູງລູກແກະ, ຝູງແກະ ແລະຝູງແບ້ຈ່າຍເປັນຄ່າສິນຄ້າຂອງເຈົ້າ.
22
ພວກພໍ່ຄ້າແຫ່ງເມືອງເຊບາກັບເມືອງຣາອາມາ ກໍແລກປ່ຽນເພັດພອຍ, ຄຳ ແລະເຄື່ອງເທດກັບສິນຄ້າຂອງເຈົ້າ.
23
ພວກພໍ່ຄ້າໃນເມືອງຮາຣານ, ການເນ ແລະເອເດນ, ຕະຫລອດທັງພວກພໍ່ຄ້າໃນເມືອງເຊບາ, ອັດຊູຣະ ແລະກິນມາດ; ພວກເຂົາທັງໝົດລ້ວນແຕ່ໄດ້ຄ້າຂາຍກັບເຈົ້າ.
24
ພວກເຂົາໄດ້ຂາຍເຄື່ອງນຸ່ງອັນຟູມເຟືອຍ, ຜ້າສີມ່ວງ ແລະຜ້າປັກແສ່ວ, ພົມສີສົດໃສ ແລະເຊືອກທີ່ໝັ້ນທົນທານດີ.
25
ຂະບວນເຮືອສິນຄ້າຂະໜາດໃຫຍ່ທີ່ສຸດແຫ່ງຕາກຊິດໄດ້ມາຂົນສິນຄ້າຂອງເຈົ້າ. ເຈົ້າເປັນດັ່ງເຮືອລຳໜຶ່ງນອນຢູ່ເທິງທ້ອງທະເລ ເປັນເຮືອໃຫຍ່ດີທີ່ບັນທຸກສິນຄ້າຂະໜາດໃຫຍ່.
26
ເມື່ອຄົນພາຍເຮືອນຳເຈົ້າອອກສູ່ທ້ອງທະເລ ລົມທິດຕາເວັນອອກພັດເຈົ້າໄກຝັ່ງຈົນເຮືອແຕກ.
27
ສິນຄ້າທັງໝົດຂອງເຈົ້າທີ່ເປັນຊັບສົມບັດ ແລະລູກເຮືອທັງໝົດທີ່ຢູ່ໃນເຮືອຂອງເຈົ້າ ພວກກໍ່ສ້າງເຮືອພ້ອມສິນຄ້າຂອງເຈົ້າທັງໝົດ ຕະຫລອດທັງທະຫານທຸກຄົນທີ່ຢູ່ໃນເຮືອນັ້ນ ທັງໝົດລ້ວນແຕ່ໄດ້ສູນເສຍທີ່ທ້ອງທະເລ ເມື່ອເຮືອເຈົ້າຖືກຕີແຕກເພພັງໄປສິ້ນ.
28
ສຽງຮ້ອງລູກເຮືອຜູ້ທີ່ກຳລັງຈະຈົມນໍ້າຕາຍ ກໍໄດ້ຍິນກ້ອງໄປເຖິງແຄມຝັ່ງທະເລພຸ້ນ.
29
ບັດນີ້ ຄົນໃນເຮືອທຸກລຳໄດ້ຖິ້ມໜ້າທີ່ຂອງຕົນ ແລະລູກເຮືອທຸກຄົນຕ່າງກໍໜີຂຶ້ນຝັ່ງ.
30
ພວກເຂົາລ້ວນແຕ່ໄວ້ທຸກໃຫ້ເຈົ້າຢ່າງຂົມຂື່ນ ໂດຍໂຮຍຂີ້ຝຸ່ນໃສ່ຫົວທັງກິ້ງເກືອກຕົວໃນຂີ້ເຖົ່າ.
31
ເພາະຍ້ອນເຈົ້າ ພວກເຂົາຈຶ່ງພາກັນແຖຫົວ ຕ່າງກໍນຸ່ງຖືເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ. ພວກເຂົາຮ້ອງໄຫ້ທັງມີຈິດໃຈເປັນທຸກໃຫຍ່ ຈົ່ງພາກັນຄໍ່າຄວນດ້ວຍໃຈທຸກລະທົມ.
32
ພວກເຂົາຮ້ອງເພງປົງສົບໃຫ້ຢ່າງອາໄລອາວອນວ່າ, ‘ຜູ້ໃດແດ່ປຽບໄດ້ດຸດດັ່ງເມືອງຕີເຣ? ບັດນີ້ ເມືອງນັ້ນໄດ້ມິດງຽບໄປແລ້ວເດ ຢູ່ໃນທ່າມກາງທ້ອງທະເລສາແລ້ວ
33
ເມື່ອສິນຄ້າເຈົ້າໄດ້ໄປເທິງທະເລ ໄດ້ໃຫ້ຄວາມຈຳເປັນຂອງທຸກປະເທດໃຫ້ອີ່ມເຕັມ. ບັນດາກະສັດຕ່າງກໍໄດ້ສ້າງຮັ່ງຄູນມີ ຍ້ອນຄວາມມັ່ງຄັ່ງສົມບູນແຫ່ງສິນຄ້າຂອງເຈົ້າ.
34
ບັດນີ້ ເຈົ້າຖືກຕີໃຫ້ແຕກຈົມຢູ່ໃນພື້ນທະເລ ຢູ່ໃນພື້ນທ້ອງຂອງມະຫາສະໝຸດເລິກ. ສິນຄ້າແລະທຸກຄົນທີ່ໄດ້ເຮັດວຽກໃຫ້ເຈົ້າທັງໝົດ ຕ່າງກໍໄດ້ສູນຫາຍໃນທ້ອງທະເລກັບເຈົ້າ.
35
ທຸກຄົນທີ່ຢູ່ຕາມຝັ່ງທະເລກໍສະດຸ້ງຕົກໃຈໃນຊາຕາກຳຂອງເຈົ້າ. ແມ່ນແຕ່ກະສັດຂອງພວກເຂົາ ຕ່າງກໍສະທ້ານຢ້ານກົວຈົນເບິ່ງສີໜ້າກໍຮູ້.
36
ເຈົ້າຈາກໄປແລ້ວແລະຈາກໄປເລີຍ ພວກພໍ່ຄ້າທົ່ວໂລກກໍສະທ້ານຢ້ານກົວ ຢ້ານວ່າພວກຕົນຈະຮັບສ່ວນໃນຊາຕາກຳຂອງເຈົ້າ.”’
← Chapter 26
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 28 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48