bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 34
Ezekiel 34
Lao Bible 2012 (ພຣະຄຳພີສັກສິ)
← Chapter 33
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 35 →
1
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
2
“ມະນຸດເອີຍ ຈົ່ງປະນາມບັນດາພວກຜູ້ລ້ຽງແກະຂອງຊາດອິດສະຣາເອນ. ຈົ່ງປະກາດສູ່ພວກເຂົາຟັງ ແລະບອກສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວແກ່ພວກເຂົາດັ່ງນີ້: ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກເຈົ້າຜູ້ລ້ຽງແກະຂອງຊາດອິດສະຣາເອນເອີຍ ພວກເຈົ້າດູແລຕົນເອງແຕ່ບໍ່ໄດ້ດູແລຝູງແກະເລີຍ.
3
ພວກເຈົ້າດື່ມນໍ້ານົມ, ນຸ່ງຫົ່ມເຄື່ອງທີ່ເຮັດດ້ວຍຂົນແກະ ແລະຂ້າແກະໂຕດີທີ່ສຸດກິນ, ແຕ່ພວກເຈົ້າບໍ່ເຄີຍລ້ຽງຝູງແກະເລີຍ.
4
ພວກເຈົ້າບໍ່ໄດ້ດູແລແກະໂຕທີ່ຈ່ອຍຜອມ, ບໍ່ໄດ້ປິ່ນປົວໂຕທີ່ເຈັບໂຊ, ບໍ່ໄດ້ພັນບາດແຜໃຫ້ໂຕທີ່ຖືກທຳຮ້າຍ, ບໍ່ໄດ້ນຳໂຕທີ່ຫລົງຝູງກັບຄືນມາ, ຫລືບໍ່ໄດ້ຊອກຫາໂຕທີ່ຫລົງເສຍໄປ. ແຕ່ພວກເຈົ້າພັດເຮັດກັບພວກເຂົາຢ່າງໂຫດຮ້າຍທາລຸນ.
5
ຍ້ອນຝູງແກະບໍ່ມີຜູ້ລ້ຽງ ແກະຈຶ່ງໄດ້ກະຈັດກະຈາຍໄປ ແລະຝູງສັດປ່າກໍມາກັດກິນເສຍ.
6
ສະນັ້ນ ແກະຂອງເຮົາຈຶ່ງຊັດເຊພະເນຈອນໄປ ຕາມເນີນພູແລະຕາມເທິງພູເຂົາຕ່າງໆ. ຝູງແກະໄດ້ກະຈັດກະຈາຍໄປທົ່ວໂລກ ແລະບໍ່ມີຜູ້ໃດຊອກຄົ້ນຫາຫລືສະແຫວງຫາເລີຍ.
7
ເພາະສະນັ້ນ ພວກເຈົ້າຜູ້ລ້ຽງແກະເອີຍ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກ່າວເທີ້ນ
8
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຮົາເປັນພຣະເຈົ້າອົງຊົງພຣະຊົນຢູ່ຢ່າງແນ່ແທ້ສັນໃດ ພວກເຈົ້າຄວນເຊື່ອຟັງເຮົາສັນນັ້ນ. ແກະຂອງເຮົາໄດ້ຖືກສັດປ່າກັດກິນເພາະບໍ່ມີຜູ້ລ້ຽງ. ບັນດາຜູ້ລ້ຽງຂອງເຮົາບໍ່ໄດ້ພະຍາຍາມຊອກຫາແກະ. ພວກເຂົາລ້ຽງດູຕົນເອງແຕ່ບໍ່ໄດ້ລ້ຽງດູແກະ.
9
ດັ່ງນັ້ນ ພວກເຈົ້າຜູ້ລ້ຽງແກະເອີຍ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວເທີ້ນ.
10
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າປະກາດວ່າ, ເຮົາເປັນສັດຕູຂອງພວກເຈົ້າ. ເຮົາຈະເອົາຝູງແກະຂອງເຮົາໜີໄປຈາກພວກເຈົ້າ ແລະຈະບໍ່ຍອມໃຫ້ພວກເຈົ້າເປັນຜູ້ລ້ຽງພວກເຂົາອີກຈັກເທື່ອ; ເຮົາຈະບໍ່ໃຫ້ພວກເຈົ້າລ້ຽງພວກເຈົ້າເອງອີກຕໍ່ໄປ. ເຮົາຈະຊ່ວຍກູ້ເອົາແກະຂອງເຮົາໜີໄປຈາກພວກເຈົ້າ ແລະບໍ່ໃຫ້ພວກເຈົ້າກິນພວກເຂົາອີກ.
11
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, ເຮົາຈະຊອກຫາແລະເບິ່ງແຍງລ້ຽງດູແກະຂອງເຮົາເອງ
12
ດັ່ງຜູ້ລ້ຽງເອົາໃຈໃສ່ເຕົ້າໂຮມແກະທີ່ໄດ້ແຕກຝູງໄປນັ້ນ ມາໂຮມເຂົ້າກັນອີກສັນໃດ; ເຮົາກໍຈະນຳເອົາແກະທີ່ໄດ້ແຕກຝູງໄປ ໃນຍາມອັນຕະລາຍແລະໃນຍາມອັນມືດມົນກັບຄືນມາຈາກທຸກບ່ອນສັນນັ້ນ.
13
ເຮົາຈະນຳເອົາພວກເຂົາອອກມາຈາກຕ່າງປະເທດ, ເຕົ້າໂຮມເຂົ້າກັນ ແລະນຳກັບຄືນໄປສູ່ດິນແດນຂອງພວກເຂົາເອງ. ເຮົາຈະນຳພວກເຂົາກັບຄືນມາສູ່ໜ່ວຍພູແລະລຳນໍ້າຂອງຊາດອິດສະຣາເອນ ແລະຈະລ້ຽງດູພວກເຂົາຢູ່ຕາມທົ່ງຫຍ້າອັນຂຽວສົດ.
14
ເຮົາຈະປ່ອຍໃຫ້ພວກເຂົາກິນຫຍ້າຕາມຮ່ອມພູທັງຫລາຍ ແລະຕາມທົ່ງຫຍ້າຂຽວສົດຕ່າງໆໃນດິນແດນອິດສະຣາເອນ.
15
ເຮົາຈະເປັນຜູ້ລ້ຽງແກະຂອງເຮົາເອງ ແລະເຮົາຈະຊອກຫາບ່ອນໃຫ້ພວກເຂົາພັກຜ່ອນ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
16
ເຮົາຈະຊອກຫາແກະໂຕທີ່ຫລົງເສຍໄປ, ຈະນຳແກະໂຕທີ່ຊັດເຊພະເນຈອນໄປນັ້ນກັບຄືນມາ, ຈະພັນບາດແຜໂຕທີ່ໄດ້ຖືກທຳຮ້າຍ ແລະຈະປິ່ນປົວໂຕທີ່ເຈັບໂຊ, ແຕ່ໂຕໃດທີ່ຕຸ້ຍພີດີ ແລະແຂງແຮງ ເຮົາຈະທຳລາຍ ເພາະເຮົາເປັນຜູ້ລ້ຽງທີ່ເຮັດໃນສິ່ງທີ່ຖືກຕ້ອງ.
17
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, ຝູງແກະຂອງເຮົາເອີຍ ບັດນີ້ ເຮົາຈະຕັດສິນພວກເຈົ້າແຕ່ລະຄົນ ແລະຈະແຍກໂຕດີ ແລະໂຕບໍ່ດີອອກຈາກກັນ ແຍກໂຕແກະອອກຈາກຝູງແບ້.
18
ມີບາງໂຕໃນພວກເຈົ້າຈະບໍ່ພໍໃຈກິນຫຍ້າຢ່າງດີທີ່ສຸດ; ພວກເຈົ້າຢຽບຢໍ່າຫຍ້າທີ່ຕົນບໍ່ກິນ ພວກເຈົ້າດື່ມນໍ້າໄສ ແລ້ວກໍກວນນໍ້າທີ່ຍັງເຫລືອໃຫ້ຂຸ່ນ
19
ແກະໂຕອື່ນຂອງເຮົາຕ້ອງກິນຫຍ້າທີ່ພວກເຈົ້າຢຽບຢໍ່າ ແລະດື່ມນໍ້າທີ່ພວກເຈົ້າເຮັດໃຫ້ຂຸ່ນ.
20
ເພາະສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈຶ່ງບອກພວກເຈົ້າວ່າ, ເຮົາຈະຕັດສິນພວກເຈົ້າ ຄືລະຫວ່າງແກະໂຕແຂງແຮງ ແລະໂຕອ່ອນແຮງ.
21
ພວກເຈົ້າໄດ້ຊົນແກະໂຕທີ່ເຈັບໂຊອອກໄປ ແລະໄລ່ພວກເຂົາໃຫ້ອອກໄປຈາກຝູງ.
22
ແຕ່ເຮົາຈະຊ່ວຍກູ້ເອົາແກະຂອງເຮົາ ແລະຈະບໍ່ໃຫ້ພວກເຂົາຖືກຂົ່ມເຫັງອີກຕໍ່ໄປ. ເຮົາຈະຕັດສິນແກະແຕ່ລະໂຕຂອງເຮົາ ແລະແຍກໂຕດີອອກຈາກໂຕບໍ່ດີ.
23
ເຮົາຈະມອບກະສັດຜູ້ໜຶ່ງໃຫ້ພວກເຂົາ ຄືດາວິດຜູ້ເປັນຜູ້ຮັບໃຊ້ຂອງເຮົາ ໃຫ້ເປັນຜູ້ລ້ຽງແຕ່ຜູ້ດຽວຂອງພວກເຂົາ ແລະລາວຈະເປັນຜູ້ລ້ຽງຂອງພວກເຂົາ.
24
ເຮົາຄືພຣະເຈົ້າຢາເວຈະເປັນພຣະເຈົ້າຂອງພວກເຂົາ ແລະກະສັດດາວິດຜູ້ເປັນຜູ້ຮັບໃຊ້ຂອງເຮົາຈະເປັນຜູ້ປົກຄອງຂອງພວກເຂົາ. ເຮົາຄືພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ.
25
ເຮົາຈະເຮັດພັນທະສັນຍາປະກັນຄວາມປອດໄພໃຫ້ແກ່ພວກເຂົາ. ເຮົາຈະກຳຈັດສັດຮ້າຍທັງໝົດອອກໄປຈາກດິນແດນ ເພື່ອແກະຂອງເຮົາຈະໄດ້ຢູ່ຢ່າງປອດໄພຕາມທົ່ງນາຫລືໃນປ່າ.
26
ເຮົາຈະອວຍພອນພວກເຂົາແລະອະນຸຍາດໃຫ້ພວກເຂົາ ຢູ່ອ້ອມຮອບເນີນພູສັກສິດຂອງເຮົາ. ໃນທີ່ນັ້ນ ເຮົາຈະອວຍພອນໃຫ້ມີນໍ້າຝົນຕາມທີ່ພວກເຂົາຕ້ອງການ.
27
ຕົ້ນໄມ້ຈະເກີດໝາກ, ທົ່ງນາຈະໃຫ້ຜົນລະປູກ ແລະທຸກຄົນຈະຢູ່ຢ່າງປອດໄພໃນດິນແດນຂອງຕົນ. ເມື່ອເຮົາໄດ້ປົດໂສ້ກັບປົດປ່ອຍປະຊາຊົນຂອງເຮົາອອກຈາກການເປັນທາດແລ້ວ ພວກເຂົາຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.
28
ຊາດອື່ນໆທັງຫລາຍຈະບໍ່ມາປຸ້ນຈີ້ພວກເຂົາອີກຕໍ່ໄປ ແລະສັດປ່າທັງຫລາຍຈະບໍ່ກັດກິນພວກເຂົາອີກ. ພວກເຂົາຈະຢູ່ຢ່າງປອດໄພ ແລະຈະບໍ່ມີຜູ້ໃດເຮັດໃຫ້ພວກເຂົາສະທ້ານຢ້ານກົວ.
29
ເຮົາຈະມອບທົ່ງນາອັນອຸດົມສົມບູນທັງຫລາຍໃຫ້ພວກເຂົາ ແລະຈະໃຫ້ການອຶດຢາກໃນດິນແດນສິ້ນສຸດໄປ. ຊົນຊາດອື່ນໆຈະບໍ່ດູໝິ່ນປະໝາດພວກເຂົາອີກຕໍ່ໄປ.
30
ທຸກຄົນຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາສະຖິດກັບພວກເຂົາ ແລະພວກເຂົາຄືຄອບຄົວຊາດອິດສະຣາເອນເປັນປະຊາຊົນຂອງເຮົາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
31
ພວກເຈົ້າຜູ້ເປັນຝູງແກະຂອງເຮົາເອີຍ ພວກເຈົ້າເປັນປະຊາຊົນຂອງເຮົາ ແລະເຮົາເປັນພຣະເຈົ້າຂອງພວກເຈົ້າ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
← Chapter 33
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 35 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48