bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 37
Ezekiel 37
Lao Bible 2012 (ພຣະຄຳພີສັກສິ)
← Chapter 36
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 38 →
1
ຂ້າພະເຈົ້າໄດ້ຕົກຢູ່ພາຍໃຕ້ຣິດເດດຂອງພຣະເຈົ້າຢາເວ ແລະວິນຍານຂອງພຣະເຈົ້າຢາເວໄດ້ນຳຂ້າພະເຈົ້າລົງໄປໃນຮ່ອມພູແຫ່ງໜຶ່ງ ຊຶ່ງມີກະດູກເຕັມໄປໝົດ.
2
ພຣະອົງໄດ້ນຳຂ້າພະເຈົ້າໄປທົ່ວບໍລິເວນຮ່ອມພູ ແລະຂ້າພະເຈົ້າໄດ້ເຫັນວ່າຢູ່ໃນທີ່ນັ້ນມີກະດູກຢ່າງຫລວງຫລາຍ ເປັນກະດູກຫລ້ອນທີ່ແຫ້ງຫຼາຍ.
3
ພຣະອົງໄດ້ຖາມຂ້າພະເຈົ້າວ່າ, “ມະນຸດເອີຍ ກະດູກເຫຼົ່ານີ້ຄືນມີຊີວິດໄດ້ອີກບໍ?” ຂ້າພະເຈົ້າຈຶ່ງຕອບວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ພຣະອົງເທົ່ານັ້ນທີ່ຕອບຄຳຖາມນີ້ໄດ້.”
4
ພຣະອົງໄດ້ກ່າວຕໍ່ຂ້າພະເຈົ້າວ່າ, “ຈົ່ງປະກາດພຣະທຳໃຫ້ກະດູກແຫ້ງທັງຫລາຍນີ້ ແລະກ່າວຕໍ່ພວກເຂົາວ່າ: ໂອ ກະດູກແຫ້ງທັງຫຼາຍເອີຍ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ.
5
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວແກ່ພວກກະດູກນີ້ວ່າ, ‘ເຮົາຈະເອົາລົມຫາຍໃຈເຂົ້າໄປໃນພວກເຈົ້າ ແລະນຳພວກເຈົ້າໃຫ້ຄືນມີຊີວິດອີກ.
6
ເຮົາຈະໃຫ້ພວກເຈົ້າມີເສັ້ນເອັນກັບກ້ອນຊີ້ນ ແລະມີໜັງຫຸ້ມຫໍ່ພວກເຈົ້າໄວ້. ເຮົາຈະເອົາລົມຫາຍໃຈເຂົ້າໄປໃນພວກເຈົ້າ ແລະນຳພວກເຈົ້າໃຫ້ຄືນມີຊີວິດອີກ. ແລ້ວພວກເຈົ້າກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”’
7
ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ປະກາດພຣະທຳຕາມຄຳສັ່ງນັ້ນ. ໃນຂະນະທີ່ກຳລັງກ່າວຢູ່ນັ້ນ ຂ້າພະເຈົ້າໄດ້ຍິນສຽງດັງກຸກກິກ ແລະກະດູກທັງຫລາຍກໍເລີ່ມເຊື່ອມເຂົ້າກັນ.
8
ໃນຂະນະທີ່ຂ້າພະເຈົ້າໄດ້ເຝົ້າເບິ່ງຢູ່ນັ້ນ ເສັ້ນເອັນແລະກ້ອນຊີ້ນກໍຕິດເຂົ້າກັບກະດູກ ແລະມີໜັງຫຸ້ມໄວ້. ແຕ່ຮ່າງກາຍຍັງບໍ່ທັນມີລົມຫາຍໃຈເທື່ອ.
9
ພຣະອົງໄດ້ກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງປະກາດພຣະທຳຕໍ່ລົມ. ຈົ່ງບອກລົມວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າສັ່ງວ່າ ຈົ່ງມາຈາກທິດທັງສີ່ ແລະຈົ່ງພັດເຂົ້າໄປເປັນລົມຫາຍໃຈຢູ່ໃນຄົນທີ່ຖືກຂ້າເຫຼົ່ານີ້ ເພື່ອໃຫ້ພວກເຂົາມີຊີວິດຢູ່.”’
10
ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ປະກາດພຣະທຳຕາມທີ່ພຣະອົງໄດ້ບອກ. ລົມຫາຍໃຈໄດ້ເຂົ້າໄປໃນພວກເຂົາ ແລະພວກເຂົາໄດ້ມີຊີວິດຢູ່ ແລະໄດ້ພ້ອມກັນຢືນຂຶ້ນ. ພວກເຂົາມີຫລວງຫລາຍທີ່ສຸດ ຈົນລວມກັນເປັນກອງທັບໜຶ່ງໄດ້.
11
ແລ້ວພຣະອົງໄດ້ກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ປະຊາຊົນອິດສະຣາເອນກໍເປັນດັ່ງກະດູກເຫຼົ່ານີ້ແຫຼະ. ພວກເຂົາເວົ້າວ່າ, ຕົນເອງແຫ້ງແລ້ງ, ໄຮ້ຄວາມຫວັງ ແລະບໍ່ມີອະນາຄົດ.
12
ສະນັ້ນ ເຈົ້າຈົ່ງປະກາດພຣະທຳໃຫ້ແກ່ປະຊາຊົນອິດສະຣາເອນຂອງເຮົາ ແລະບອກພວກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, ເຮົາກຳລັງໄຂຂຸມຝັງສົບຂອງພວກເຂົາອອກ. ເຮົາກຳລັງຈະເອົາພວກເຂົາອອກມາ ແລະນຳກັບຄືນໄປສູ່ດິນແດນຂອງຊາດອິດສະຣາເອນ.
13
ເມື່ອເຮົາໄຂຂຸມບ່ອນທີ່ປະຊາຊົນຂອງເຮົາຖືກຝັງໄວ້ນັ້ນ ແລະນຳພວກເຂົາອອກມາແລ້ວ ພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.
14
ເຮົາຈະເປົ່າລົມຫາຍໃຈເຂົ້າໄປໃນພວກເຂົາ ເພື່ອຈະນຳພວກເຂົາໃຫ້ຄືນມີຊີວິດອີກ ແລະເຮົາຈະໃຫ້ພວກເຂົາອາໄສຢູ່ໃນດິນແດນຂອງຕົນເອງ. ແລ້ວພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ. ເຮົາຈະເຮັດຕາມທີ່ເຮົາໄດ້ສັນຍາໄວ້ນັ້ນແທ້ໆ.’ ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.”
15
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
16
“ມະນຸດເອີຍ ຈົ່ງເອົາໄມ້ທ່ອນໜຶ່ງມາ ແລະຂຽນໃສ່ນັ້ນວ່າ, ‘ອານາຈັກຢູດາຍ.’ ແລ້ວເອົາໄມ້ອີກທ່ອນໜຶ່ງມາ ແລະຂຽນໃສ່ນັ້ນວ່າ, ‘ອານາຈັກອິດສະຣາເອນ.’
17
ແລ້ວຈົ່ງກຳໄມ້ທັງສອງທ່ອນນັ້ນຕໍ່ໃສ່ກັນໃຫ້ເບິ່ງເປັນຄືໄມ້ທ່ອນດຽວ.
18
ເມື່ອປະຊາຊົນຂອງເຈົ້າຖາມ ໃຫ້ເຈົ້າບອກຄວາມໝາຍໃຫ້ພວກເຂົາໄດ້ຮູ້.
19
ໃຫ້ເຈົ້າບອກພວກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ວ່າ: ເຮົາຈະເອົາໄມ້ທ່ອນ ທີ່ແທນອິດສະຣາເອນໃສ່ເຂົ້າກັບໄມ້ທ່ອນທີ່ແທນຢູດາຍ. ເຮົາຈະລວມມັນເຂົ້າກັນ ແລະຖືມັນໄວ້ໃນກຳມືຂອງເຮົາໃຫ້ເປັນໄມ້ທ່ອນດຽວ.’
20
ຈົ່ງຖືໄມ້ສອງທ່ອນນີ້ໄວ້ແລະໃຫ້ປະຊາຊົນເຫັນ.
21
ແລ້ວຈົ່ງບອກພວກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ: ເຮົາຈະເອົາປະຊາຊົນຂອງເຮົາອອກມາຈາກຊົນຊາດທັງຫລາຍ ບ່ອນທີ່ພວກເຂົາໄດ້ຖືກຈັບໄປ, ຈະທ້ອນໂຮມພວກເຂົາເຂົ້າກັນ ແລະຈະນຳພວກເຂົາກັບຄືນມາສູ່ດິນແດນຂອງພວກເຂົາເອງ.
22
ເຮົາຈະທ້ອນໂຮມພວກເຂົາໃຫ້ເປັນຊາດໜຶ່ງໃນດິນແດນນີ້ ຄືຕາມເທິງພູເຂົາຕ່າງໆຂອງຊາດອິດສະຣາເອນ. ພວກເຂົາຈະມີກະສັດຜູ້ດຽວປົກຄອງ ແລະພວກເຂົາຈະບໍ່ຖືກແບ່ງໃຫ້ເປັນສອງຊົນຊາດ ຫລືແຍກອອກເປັນສອງອານາຈັກອີກຕໍ່ໄປ.
23
ພວກເຂົາຈະບໍ່ປະພຶດຕົນໃຫ້ເປັນມົນທິນ ໂດຍຂາບໄຫວ້ຮູບເຄົາຣົບອັນໜ້າກຽດຊັງ ຫລືປະພຶດຕົນເອງໃຫ້ເສື່ອມເສຍຍ້ອນການບາບອີກ. ເຮົາຈະໃຫ້ພວກເຂົາພົ້ນຈາກການເຮັດຊົ່ວ ແລະການທໍລະຍົດທຸກຢ່າງທີ່ຕໍ່ສູ້ເຮົາ. ເຮົາຈະຊຳລະພວກເຂົາໃຫ້ບໍຣິສຸດ; ພວກເຂົາຈະເປັນປະຊາຊົນຂອງເຮົາ ແລະເຮົາກໍຈະເປັນພຣະເຈົ້າຂອງພວກເຂົາ.
24
ຜູ້ຮັບໃຊ້ຂອງເຮົາດັ່ງດາວິດຈະເປັນກະສັດຂອງພວກເຂົາ. ພວກເຂົາທັງໝົດຈະຖືກລວມເຂົ້າກັນຢູ່ພາຍໃຕ້ຜູ້ປົກຄອງຄົນດຽວ ແລະຈະເຮັດຕາມກົດບັນຍັດຕ່າງໆຂອງເຮົາຢ່າງສັດຊື່.
25
ພວກເຂົາຈະອາໄສຢູ່ໃນດິນແດນທີ່ເຮົາໄດ້ມອບໃຫ້ແກ່ຢາໂຄບຜູ້ຮັບໃຊ້ຂອງເຮົາ ຄືດິນແດນບ່ອນທີ່ປູ່ຍ່າຕາຍາຍຂອງພວກເຂົາໄດ້ອາໄສຢູ່. ພວກເຂົາຈະອາໄສຢູ່ທີ່ນັ້ນຕະຫລອດໄປ ແລະລູກຂອງພວກເຂົາຕະຫລອດທັງເຊື້ອສາຍທຸກຄົນກໍຈະອາໄສຢູ່ທີ່ນັ້ນດ້ວຍ. ຜູ້ຮັບໃຊ້ຂອງເຮົາດັ່ງດາວິດຈະເປັນກະສັດປົກຄອງພວກເຂົາຕະຫລອດໄປ.
26
ເຮົາຈະຕັ້ງພັນທະສັນຍາຢ່າງໜຶ່ງກັບພວກເຂົາ ທີ່ຮັບຮອງຄວາມປອດໄພຕະຫລອດໄປ. ເຮົາຈະໃຫ້ພວກເຂົາຕັ້ງຫຼັກແຫຼ່ງຢູ່ໃນທີ່ນັ້ນ ແລະເຮົາຈະໃຫ້ປະຊາຊົນຂອງພວກເຂົາເພີ່ມຂຶ້ນ; ເຮົາຈະຕັ້ງພຣະວິຫານຂອງເຮົາຢູ່ທ່າມກາງພວກເຂົາຕະຫລອດໄປ.
27
ເຮົາຈະຢູ່ໃນທີ່ນັ້ນກັບພວກເຂົາ; ເຮົາຈະເປັນພຣະເຈົ້າຂອງພວກເຂົາ ແລະພວກເຂົາກໍຈະເປັນປະຊາຊົນຂອງເຮົາ.
28
ແລ້ວຕໍ່ໄປຊົນຊາດທັງໝົດຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ ຜູ້ໄດ້ເຮັດໃຫ້ຊາດອິດສະຣາເອນເປັນປະຊາຊົນບໍຣິສຸດ, ເມື່ອພຣະວິຫານຂອງເຮົາຕັ້ງຢູ່ໃນທ່າມກາງພວກເຂົາໃນທີ່ນັ້ນຕະຫລອດໄປ.”’
← Chapter 36
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 38 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48