bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 32
Ezekiel 32
Lao Bible 2012 (ພຣະຄຳພີສັກສິ)
← Chapter 31
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 33 →
1
ໃນວັນທີໜຶ່ງຂອງເດືອນທີສິບສອງ ອັນກົງກັບປີທີສິບສອງ ແຫ່ງການເປັນຊະເລີຍໃນຕ່າງຖິ່ນຂອງພວກເຮົານັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
2
“ມະນຸດເອີຍ ຈົ່ງຕັກເຕືອນກະສັດແຫ່ງເອຢິບຢ່າງໜັກແໜ້ນ. ຈົ່ງມອບຖ້ອຍຄຳຂອງເຮົານີ້ໃຫ້ລາວວ່າ, ‘ເຈົ້າປະພຶດຕົນດັ່ງສິງໂຕໜຶ່ງໃນທ່າມກາງຊົນຊາດທັງຫລາຍ. ແຕ່ເຈົ້າກໍເປັນດັ່ງແຂ້ທີ່ກຳລັງຟາດຫາງໃສ່ແມ່ນໍ້າ. ເຈົ້າໃຊ້ຕີນກວນນໍ້າໃຫ້ຂຸ່ນ ແລະເຮັດໃຫ້ແມ່ນໍ້າຕ່າງໆເປິເປື້ອນ.
3
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: ເມື່ອຫລາຍຊົນຊາດມາເຕົ້າໂຮມກັນ ເຮົາຈະໃຊ້ຕາໜ່າງຈັບເຈົ້າໄວ້ແລະໃຫ້ພວກເຂົາລາກເຈົ້າຂຶ້ນມາເທິງຫາດ.
4
ເຮົາຈະໂຍນເຈົ້າລົງເທິງພື້ນດິນ ແລະນຳຝູງນົກກັບຝູງສັດທັງໝົດໃນໂລກມາກັດກິນເຈົ້າ.
5
ເຮົາຈະໃຫ້ຊາກສົບອັນເປື່ອຍເນົ່າຂອງເຈົ້າປົກຄຸມພູກັບຮ່ອມພູທັງຫລາຍ.
6
ເຮົາຈະເທເລືອດຂອງເຈົ້າອອກໃຫ້ແຜ່ໄປຖ້ວມພູແລະໃຫ້ລົ້ນລຳນໍ້າ.
7
ເມື່ອເຮົາທຳລາຍເຈົ້ານັ້ນ ເຮົາຈະອັດຟ້າສະຫວັນໄວ້ແລະໃຫ້ດວງດາວມືດມົວໄປ. ຕາເວັນຈະລີ້ຢູ່ຫລັງກ້ອນເມກແລະດວງຈັນຈະບໍ່ສ່ອງແສງ.
8
ເຮົາຈະໃຫ້ແສງທັງໝົດໃນຟ້າສະຫວັນດັບໄປ ແລະໃຫ້ປະເທດຂອງເຈົ້າມືດມົນ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
9
ຫລາຍຊົນຊາດຈະເດືອດຮ້ອນ ເມື່ອເຮົາແຜ່ຂ່າວການທຳລາຍເຈົ້າ ໄປທົ່ວບັນດາປະເທດທີ່ເຈົ້າບໍ່ເຄີຍໄດ້ຍິນ.
10
ສິ່ງທີ່ເຮົາກະທຳກັບເຈົ້ານັ້ນ ຈະເຮັດໃຫ້ຫລາຍຊົນຊາດສະດຸ້ງຕົກໃຈ. ເມື່ອເຮົາແກວ່ງດາບຂອງເຮົາກວາດໄປມາ ກະສັດທັງຫລາຍຈະຢ້ານກົວຈົນຕົວສັ່ນ. ໃນມື້ທີ່ເຈົ້າລົ້ມລົງນັ້ນ ພວກເຂົາຈະສັ່ນເຊັນດ້ວຍຄວາມຢ້ານເພາະຫ່ວງຊີວິດຕົນເອງ.
11
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, ເຈົ້າຈະປະເຊີນກັບດາບຂອງກະສັດແຫ່ງບາບີໂລນ.
12
ເຮົາຈະປ່ອຍໃຫ້ທະຫານຈາກຊາດຕ່າງໆທີ່ໂຫດຫ້ຽມ ຊັກດາບຂອງພວກເຂົາອອກມາຂ້າປະຊາຊົນຂອງເຈົ້າ. ປະຊາຊົນທັງໝົດແລະທຸກສິ່ງທີ່ເຈົ້າພູມໃຈນຳນັ້ນຈະຖືກທຳລາຍ.
13
ເຮົາຈະຂ້າຝູງງົວຂອງເຈົ້າຕາມບ່ອນທີ່ມີນໍ້າທຸກແຫ່ງ. ຈະບໍ່ມີຄົນຫລືສັດໃດໆກວນນໍ້າໃຫ້ຂຸ່ນອີກຕໍ່ໄປ.
14
ເຮົາຈະເຮັດໃຫ້ນໍ້າຂອງເຈົ້ານອນລົງຈົນໄສ ແລະໃຫ້ແມ່ນໍ້າທັງຫລາຍໄຫລຢ່າງສະຫງົບງຽບ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
15
ເມື່ອເຮົາໄດ້ກະທຳໃຫ້ປະເທດເອຢິບເປັນດິນແດນຮົກຮ້າງຫວ່າງເປົ່າ ແລະທຳລາຍທຸກຄົນທີ່ຢູ່ໃນທີ່ນັ້ນແລ້ວ ພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.
16
ຄຳຕັກເຕືອນອັນໜັກແໜ້ນນີ້ຈະກາຍເປັນເພງອາໄລອາວອນ. ພວກຜູ້ຍິງຂອງຊົນຊາດທັງຫລາຍຕ່າງກໍຈະຮ້ອງເພງນີ້ ໄວ້ທຸກໃຫ້ແກ່ປະເທດເອຢິບແລະປະຊາຊົນທັງໝົດໃນປະເທດ.’ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.”
17
ໃນວັນທີສິບຫ້າຂອງເດືອນທີໜຶ່ງ ອັນກົງກັບປີທີສິບສອງ ແຫ່ງການເປັນຊະເລີຍໃນຕ່າງຖິ່ນຂອງພວກເຮົານັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
18
“ມະນຸດເອີຍ ຈົ່ງໄວ້ທຸກໃຫ້ປະຊາຊົນທັງໝົດຂອງປະເທດເອຢິບ. ຈົ່ງສົ່ງພວກເຂົາລົງໄປກັບຊົນຊາດອື່ນໆທີ່ມີອຳນາດສູ່ແດນມໍຣະນາ.
19
ຈົ່ງກ່າວຕໍ່ພວກເຂົາວ່າ, ‘ເຈົ້າຄິດວ່າເຈົ້ານັ້ນງາມຫລາຍຊັ້ນບໍ? ງາມລື່ນກວ່າຄົນອື່ນໆຫລືນີ້? ເຈົ້າຈະລົງໄປຍັງແດນມໍຣະນາ ນອນຢູ່ຫັ້ນໃນທ່າມກາງຄົນບໍ່ນັບຖືພຣະເຈົ້າ.’
20
ປະຊາຊົນເອຢິບຈະລົ້ມລົງນຳພວກທີ່ໄດ້ຖືກຂ້າໃນສະໜາມຮົບ. ດາບມີຕຽມພ້ອມໄວ້ແລ້ວເພື່ອຈະຂ້າພວກເຂົາຖິ້ມໝົດ.
21
ບັນດາວິລະບູລຸດຜູ້ຍິ່ງໃຫຍ່ ແລະພວກທີ່ໄດ້ສູ້ຮົບໃຫ້ຝ່າຍເອຢິບ ຍິນດີຕ້ອນຮັບຊາວເອຢິບລົງໄປສູ່ແດນມໍຣະນາ. ພວກເຂົາຮ້ອງຂຶ້ນວ່າ, ‘ພວກບໍ່ນັບຖືພຣະເຈົ້າທີ່ໄດ້ຖືກຂ້າໃນສະໜາມຮົບລົງມາທີ່ນີ້ແລ້ວ ແລະພວກເຂົາກໍນອນຕາຍຢູ່ທີ່ນີ້.’
22
ອັດຊີເຣຍຢູ່ໃນທີ່ນັ້ນ ພ້ອມທັງມີຂຸມຝັງສົບຂອງບັນດາທະຫານຂອງຕົນອ້ອມຮອບຢູ່. ພວກເຂົາລ້ວນແຕ່ຖືກຂ້າໃນສະໜາມຮົບ
23
ແລະຂຸມຝັງສົບຂອງພວກເຂົາແມ່ນຢູ່ບ່ອນເລິກທີ່ສຸດຂອງແດນມໍຣະນາ. ບັນດາທະຫານຂອງຕົນກໍລົ້ມຕາຍໃນສະໜາມຮົບ ແລະຂຸມຝັງສົບຂອງພວກເຂົາກໍອ້ອມຮອບຂຸມຝັງສົບຂອງອັດຊີເຣຍ. ຄັ້ງໜຶ່ງ ພວກເຂົາເປັນທີ່ສະທ້ານຢ້ານກົວຂອງໂລກຄົນເປັນ.
24
ເອລາມກໍຢູ່ທີ່ນັ້ນ ພ້ອມທັງມີຂຸມຝັງສົບພວກທະຫານຂອງຕົນອ້ອມຮອບຢູ່. ພວກເຂົາລ້ວນແຕ່ຖືກຂ້າໃນສະໜາມຮົບ ແລະພວກເຂົາໄດ້ລົງໄປສູ່ແດນມໍຣະນາໂດຍບໍ່ໄດ້ຮັບພິທີຕັດ. ເມື່ອຍັງມີຊີວິດຢູ່ ພວກເຂົາເຄີຍກະຈາຍຄວາມຢ້ານກົວອັນໃຫຍ່; ແຕ່ບັດນີ້ ພວກເຂົາກໍຕາຍແລະຖືກຫຍໍ້ຫຍັນ.
25
ຊາວເອລາມນອນຕາຍຢູ່ທ່າມກາງພວກທີ່ຖືກຂ້າໃນສະໜາມຮົບ ແລະຂຸມຝັງສົບຂອງບັນດາທະຫານຂອງຕົນກໍອ້ອມຮອບຕົນຢູ່. ພວກເຂົາລ້ວນແຕ່ບໍ່ໄດ້ຮັບພິທີຕັດ ໄດ້ຖືກຂ້າໃນສະໜາມຮົບ. ເວລາຍັງມີຊີວິດຢູ່ນັ້ນ ພວກເຂົາໄດ້ແຜ່ຄວາມຢ້ານກົວອັນໃຫຍ່; ແຕ່ບັດນີ້ພວກເຂົາກໍນອນຕາຍແລະຖືກຫຍໍ້ຫຍັນ ໂດຍຮ່ວມຊາຕາກຳກັບພວກທີ່ໄດ້ຖືກຂ້າໃນສະໜາມຮົບ.
26
ເມເຊັກກັບຕູບານກໍຢູ່ທີ່ນັ້ນ ພ້ອມທັງມີຂຸມຝັງສົບຂອງບັນດາທະຫານຂອງພວກເຂົາອ້ອມຮອບຢູ່. ພວກເຂົາລ້ວນແຕ່ບໍ່ໄດ້ຮັບພິທີຕັດ ໄດ້ຖືກຂ້າໃນສະໜາມຮົບ. ຄັ້ງໜຶ່ງ ພວກເຂົາໄດ້ເປັນທີ່ສະທ້ານຢ້ານກົວຂອງໂລກຄົນເປັນ.
27
ພວກເຂົາບໍ່ໄດ້ຖືກຝັງຢ່າງມີກຽດດັ່ງບັນດາວິລະບູລຸດຂອງພວກເຂົາໃນສະໄໝກ່ອນກີ້ ຜູ້ທີ່ໄດ້ລົງໄປສູ່ແດນມໍຣະນາໂດຍມີອາວຸດຕິດຕົວຄົບຊຸດ ຄືດາບຂອງພວກເຂົາຖືກວາງໄວ້ທີ່ກ້ອງຫົວ ແລະໂລ້ຂອງພວກເຂົາ ກໍຖືກວາງໄວ້ທີ່ເທິງຮ່າງກາຍ. ຄັ້ງໜຶ່ງ ວິລະບູລຸດເຫຼົ່ານີ້ໄດ້ມີອຳນາດ ພໍທີ່ຈະເຮັດໃຫ້ໂລກຄົນເປັນສະທ້ານຢ້ານກົວໄດ້.
28
ສະນັ້ນ ຊາວເອຢິບຈຶ່ງຈະນອນຢູ່ໃນທ່າມກາງພວກທີ່ບໍ່ໄດ້ຮັບພິທີຕັດ ຄືພວກທີ່ໄດ້ຖືກຂ້າໃນສະໜາມຮົບ.
29
ເອໂດມກໍຢູ່ທີ່ນັ້ນ ພ້ອມທັງບັນດາກະສັດກັບພວກຜູ້ປົກຄອງຂອງຕົນ. ພວກເຂົາເຄີຍເປັນທະຫານທີ່ມີອຳນາດ; ແຕ່ບັດນີ້ ພວກເຂົານອນຢູ່ໃນແດນມໍຣະນາກັບຄົນທີ່ບໍ່ໄດ້ຮັບພິທີຕັດ ຄືພວກທີ່ໄດ້ຖືກຂ້າໃນສະໜາມຮົບ.
30
ບັນດາກະສັດທັງໝົດທາງທິດເໜືອກໍຢູ່ທີ່ນັ້ນເຊັ່ນດຽວກັນກັບຊາວຊີໂດນ. ຄັ້ງໜຶ່ງ ອຳນາດຂອງພວກເຂົາໄດ້ກະຈາຍຄວາມຢ້ານກົວອັນໃຫຍ່; ແຕ່ບັດນີ້ ພວກເຂົາລົງໄປຢ່າງອັບອາຍຂາຍໜ້າກັບພວກທີ່ໄດ້ຖືກຂ້າໃນສະໜາມຮົບ ແລະໄດ້ນອນພັກຜ່ອນໂດຍບໍ່ໄດ້ຮັບພິທີຕັດ. ພວກເຂົາແບ່ງຄວາມອັບອາຍຂາຍໜ້າກັບພວກທີ່ລົງໄປສູ່ແດນມໍຣະນານັ້ນ.
31
ກະສັດແຫ່ງເອຢິບຈະເຫັນຄົນເຫຼົ່ານີ້ທີ່ໄດ້ຖືກຂ້າໃນສະໜາມຮົບ ແລ້ວລາວກໍຈະໄດ້ຮັບຄວາມບັນເທົາໃຈພ້ອມກັບກອງທັບຂອງລາວ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
32
ເຮົາໄດ້ບັນດານໃຫ້ກະສັດແຫ່ງເອຢິບ ເປັນທີ່ສະທ້ານຢ້ານກົວຂອງຜູ້ທີ່ມີຊີວິດຢູ່ ແຕ່ລາວພ້ອມທັງທະຫານຂອງລາວຈະຖືກຂ້າ ແລະນອນພັກຜ່ອນກັບຄົນທັງປວງທີ່ບໍ່ໄດ້ຮັບພິທີຕັດ ຄືຜູ້ທີ່ໄດ້ຖືກຂ້າຢູ່ໃນສະໜາມຮົບ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
← Chapter 31
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 33 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48