bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 28
Ezekiel 28
Lao Bible 2012 (ພຣະຄຳພີສັກສິ)
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 29 →
1
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
2
“ມະນຸດເອີຍ ຈົ່ງບອກຜູ້ປົກຄອງນະຄອນຕີເຣ ສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວຕໍ່ລາວວ່າ, ‘ເພາະເຈົ້າອວດຕົວຂຶ້ນ ເຈົ້າຈຶ່ງອ້າງຕົນເອງວ່າເປັນພະ. ເຈົ້າກ່າວວ່າເຈົ້າເປັນດັ່ງພະຕົນໜຶ່ງທີ່ນັ່ງເທິງບັນລັງ ຊຶ່ງມີທະເລທັງຫລາຍອ້ອມລ້ອມເຈົ້າໄວ້. ເຈົ້າທຳຕົນເປັນພະບໍ່ໄດ້ດອກ ເພາະເຈົ້າເປັນມະນຸດແຕ່ບໍ່ແມ່ນພະ.
3
ເຈົ້າຄິດວ່າເຈົ້າສະຫລາດກວ່າດາເນນ ຈົນບໍ່ມີຄວາມລັບໃດໆປິດບັງເຈົ້າໄວ້ໄດ້.
4
ສະຕິປັນຍາກັບຄວາມຊຳນິຊຳນານຂອງເຈົ້ານັ້ນໄດ້ເຮັດໃຫ້ເຈົ້າຮັ່ງມີ ດ້ວຍຊັບສົມບັດທີ່ເປັນຄຳແລະເງິນ.
5
ເຈົ້າໄດ້ເຮັດທຸລະກິດຢ່າງຫລັກແຫລມແລະສືບຕໍ່ໄດ້ກຳໄລ. ເຈົ້າຊ່າງອວດອົ່ງທະນົງຕົວກັບຊັບສົມບັດຂອງເຈົ້າແທ້ໆນໍ.
6
ບັດນີ້ຕໍ່ໄປນີ້ ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວ: ຍ້ອນເຈົ້າຄິດວ່າເຈົ້າສະຫລາດເໝືອນພະຕົນໜຶ່ງ
7
ເຮົາຈະນຳເຫຼົ່າສັດຕູຜູ້ຫ້ຽມໂຫດມາໂຈມຕີເຈົ້າ. ພວກເຂົາຈະທຳລາຍສິ່ງອັນສວຍງາມທັງໝົດທີ່ເຈົ້າໄດ້ມາ ໂດຍຄວາມຊຳນິຊຳນານແລະສະຕິປັນຍາຂອງເຈົ້ານັ້ນ.
8
ພວກເຂົາຈະສັງຫານເຈົ້າແລະໂຍນເຈົ້າລົງໄປສູ່ຂຸມທີ່ພື້ນທະເລ.
9
ເມື່ອພວກເຂົາມາສັງຫານເຈົ້ານັ້ນ ເຈົ້າຍັງຈະອ້າງເຈົ້າເອງວ່າ, ເຈົ້າເປັນພຣະຕົນໜຶ່ງຢູ່ບໍ? ເມື່ອປະເຊີນໜ້າກັບຜູ້ມາສັງຫານເຈົ້ານັ້ນ ເຈົ້າຈະເປັນມະນຸດແລະບໍ່ແມ່ນພຣະຫຍັງເລີຍ.
10
ເຈົ້າຈະຕາຍດັ່ງໝາໂຕໜຶ່ງໃນເງື້ອມມືຂອງຄົນຕ່າງດ້າວ ຜູ້ທີ່ບໍ່ນັບຖືພຣະເຈົ້າ. ເຮົາໄດ້ບອກໄວ້ແລ້ວ.”’ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
11
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
12
“ມະນຸດເອີຍ ຈົ່ງຄໍ່າຄວນເຖິງຊາຕາກຳທີ່ກຳລັງລໍຄອຍກະສັດແຫ່ງຕີເຣຢູ່. ຈົ່ງບອກສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກຳລັງກ່າວຕໍ່ລາວວ່າ, ‘ຄັ້ງໜຶ່ງ ເຈົ້າເຄີຍເປັນແບບຢ່າງເຖິງຄວາມຄົບຖ້ວນບໍຣິບູນ. ເຈົ້າເປັນຄົນສະຫລາດຫລັກແຫລມ ແລະຮູບຮ່າງກໍສະຫງ່າງາມແທ້ໆ
13
ເຈົ້າເຄີຍໄດ້ຢູ່ໃນເອເດນສວນຂອງພຣະເຈົ້າ ທັງປະດັບກາຍດ້ວຍເພັດພອຍນາໆຊະນິດເຊັ່ນ: ທັບທີມແລະເພັດນິນຈິນດາ; ພອຍເຫລືອງ, ນິນ, ມະນີໂຊດ ແລະໂມລາ; ນິນສີຄາມ, ມໍຣະກົດ ແລະໂກເມນ. ເຈົ້າມີເຄື່ອງເອ້ເປັນຄຳຢ່າງຫລວງຫລາຍ. ສິ່ງເຫຼົ່ານີ້ໄດ້ເຮັດໄວ້ສຳລັບເຈົ້າ ຕັ້ງແຕ່ມື້ທີ່ ເຈົ້າໄດ້ຖືກສ້າງຂຶ້ນມາ.
14
ເຮົາໄດ້ຕັ້ງເທວະດາຕົນໜຶ່ງທີ່ໜ້າຢ້ານກົວຍິ່ງໄວ້ໃນທີ່ນັ້ນ ເພື່ອໃຫ້ເຝົ້າປົກປ້ອງຄຸ້ມຄອງເຈົ້າ. ເຈົ້າໄດ້ອາໄສຢູ່ເທິງພູສັກສິດຂອງເຮົາ ແລະຍ່າງໄປມາທ່າມກາງເພັດພອຍຕ່າງໆທີ່ເຫລືອງເຫລື້ອມແວວວາວ.
15
ການປະພຶດຂອງເຈົ້າຄົບຖ້ວນບໍຣິບູນທຸກຢ່າງ ແຕ່ມື້ທີ່ເຈົ້າໄດ້ຖືກສ້າງຂຶ້ນມາ ຈົນກວ່າການຊົ່ວຊ້າໄດ້ປາກົດໃນຕົວເຈົ້າ.
16
ເຈົ້າໄດ້ຫຍຸ້ງຢູ່ນຳແຕ່ການຊື້ຂາຍ ແລະມັນໄດ້ນຳເຈົ້າໄປສູ່ການຮຸນແຮງແລະການກະທຳບາບ. ສະນັ້ນ ເຮົາຈຶ່ງບັງຄັບເຈົ້າໃຫ້ໜີໄປຈາກພູເຂົາຂອງພຣະເຈົ້າ ແລະປົດເຈົ້າລົງສູ່ຖັນແຖວທຳມະດາຂອງມະນຸດທີ່ຕາຍເປັນ ແລະຂັບໄລ່ເຈົ້າໃຫ້ໜີຈາກເພັດພອຍຕ່າງໆອັນເຫລືອງເຫລື້ອມແວວວາວນັ້ນ.
17
ເຈົ້າອວດອົ່ງທະນົງຕົວເພາະຮູບຮ່າງອັນສະຫງ່າງາມຂອງເຈົ້າ ແລະຊື່ສຽງຂອງເຈົ້າກໍໄດ້ພາໃຫ້ເຈົ້າປະພຶດຕົນດັ່ງຄົນໂງ່ຈ້າ. ຍ້ອນເລື່ອງນີ້ ເຮົາຈຶ່ງໂຍນເຈົ້າລົງໄປສູ່ພື້ນດິນ ແລະປ່ອຍປະເຈົ້າໃຫ້ເປັນສິ່ງເຕືອນໃຈແກ່ກະສັດຄົນອື່ນໆ.
18
ເຈົ້າໄດ້ທຳມາຄ້າຂາຍຢ່າງຊົ່ວຊ້າ ຈົນບ່ອນນະມັດສະການຂອງເຈົ້າໄດ້ຮັບການເສື່ອມເສຍໝົດ. ສະນັ້ນ ເຮົາຈຶ່ງຈູດໄຟເຜົາຕົວເມືອງຈົນໄໝ້ໝົດກ້ຽງເປັນຂີ້ເຖົ່າ. ບັດນີ້ ທຸກຄົນທີ່ແນມເບິ່ງເຈົ້າກໍຈະເຫັນເຈົ້າເປັນຂີ້ເຖົ່າໄປ.
19
ເຈົ້າໄດ້ຈາກໄປສາແລ້ວ ແລະຈາກໄປເລີຍ ແລະຊົນຊາດທັງໝົດທີ່ໄດ້ຮູ້ຈັກເຈົ້າຕ່າງກໍສະທ້ານຢ້ານກົວໃຫຍ່ ເພາະຢ້ານວ່າພວກຕົນຈະໄດ້ຮັບສ່ວນໃນຊາຕາກຳຂອງເຈົ້າ.”’
20
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
21
“ມະນຸດເອີຍ ຈົ່ງປະນາມເມືອງຊີໂດນ.
22
ຈົ່ງບອກປະຊາຊົນໃນທີ່ນັ້ນ ເຖິງສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ກ່າວກ່ຽວກັບພວກເຂົາວ່າ, ‘ເມືອງຊີໂດນເອີຍ ເຮົາເປັນສັດຕູຂອງເຈົ້າ; ປະຊາຊົນຈະສັນລະເສີນເຮົາ ຍ້ອນສິ່ງທີ່ເຮົາໄດ້ເຮັດຕໍ່ເຈົ້າ. ພວກເຂົາຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວເມື່ອເຮົາສະແດງໃຫ້ເຫັນວ່າ ເຮົາບໍຣິສຸດສໍ່າໃດໂດຍລົງໂທດຊາວເມືອງຂອງເຈົ້າ.
23
ເຮົາຈະສົ່ງການເຈັບໄຂ້ໄດ້ປ່ວຍມາສູ່ເຈົ້າ ແລະເຮັດໃຫ້ເລືອດໄຫລນອງຕາມທ້ອງຖະໜົນຫົນທາງ. ເຈົ້າຈະຖືກໂຈມຕີທຸກດ້ານແລະປະຊາຊົນຈະຖືກຂ້າ. ແລ້ວເຈົ້າກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.
24
ບໍ່ມີຊາດໃກ້ຄຽງຊາດໃດທີ່ໄດ້ດູຖູກຊາດອິດສະຣາເອນນັ້ນ ຈະເປັນສ້ຽນໜາມ ເໝືອນໜາມຍອກອົກຂອງຊາດອິດສະຣາເອນອີກຕໍ່ໄປ. ແລ້ວພວກເຂົາຈະຮູ້ວ່າເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າ.’
25
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, ‘ເຮົາຈະນຳປະຊາຊົນອິດສະຣາເອນ ກັບຄືນມາຈາກຊົນຊາດຕ່າງໆທີ່ພວກເຂົາໄດ້ຖືກກະຈັດກະຈາຍໄປນັ້ນ ແລະຊົນຊາດທັງປວງຈະຮູ້ວ່າເຮົາບໍຣິສຸດ. ປະຊາຊົນອິດສະຣາເອນຈະອາໄສຢູ່ໃນດິນແດນຂອງຕົນເອງ ຄືດິນແດນທີ່ເຮົາໄດ້ມອບໃຫ້ຢາໂຄບ ຜູ້ຮັບໃຊ້ຂອງເຮົາ.
26
ພວກເຂົາຈະຢູ່ທີ່ນັ້ນຢ່າງປອດໄພ. ພວກເຂົາຈະປຸກບ້ານເຮືອນແລະເຮັດສວນອະງຸ່ນ. ເຮົາຈະລົງໂທດບັນດາປະເທດໃກ້ຄຽງທີ່ໄດ້ດູຖູກພວກເຂົາ ແລະຊາດອິດສະຣາເອນຈະປອດໄພ. ແລ້ວພວກເຂົາກໍຈະຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ.”’
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 29 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48