bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 8
Ezekiel 8
Lao Bible 2012 (ພຣະຄຳພີສັກສິ)
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 9 →
1
ໃນວັນທີຫ້າຂອງເດືອນທີຫົກ ອັນກົງກັບປີທີຫົກ ແຫ່ງການເປັນຊະເລີຍໃນຕ່າງຖິ່ນຂອງພວກເຮົານັ້ນ ບັນດາຜູ້ປົກຄອງຂອງພວກຊະເລີຍໃນຕ່າງຖິ່ນຈາກຢູດາຍ ກຳລັງນັ່ງຢູ່ໃນເຮືອນຂອງຂ້າພະເຈົ້າກັບຂ້າພະເຈົ້າ. ໃນທັນໃດນັ້ນ ຣິດອຳນາດຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າກໍມາຄວບຄຸມຂ້າພະເຈົ້າ.
2
ຂ້າພະເຈົ້າຈຶ່ງເງີຍໜ້າຂຶ້ນເບິ່ງ ແລະເຫັນນິມິດເປັນໄຟທີ່ເໝືອນຮ່າງຂອງມະນຸດ. ແຕ່ແອວລົງໄປຮ່າງກາຍນັ້ນເບິ່ງເໝືອນໄຟ ແລະແຕ່ແອວຂຶ້ນໄປຮ່າງກາຍນັ້ນໃສເຫລື້ອມ ເປັນເງົາເໝືອນທອງສຳຣິດ.
3
ທ່ານໄດ້ເດ່ສ່ວນທີ່ເບິ່ງຄືມືນັ້ນອອກມາຈັບຜົມຂ້າພະເຈົ້າ. ແລ້ວໃນນິມິດນີ້ ພຣະວິນຍານຂອງພຣະເຈົ້າກໍຍົກຂ້າພະເຈົ້າຂຶ້ນສູ່ອາກາດ ແລະນຳຂ້າພະເຈົ້າໄປທີ່ນະຄອນເຢຣູຊາເລັມ. ພຣະອົງໄດ້ນຳຂ້າພະເຈົ້າເຂົ້າໄປຂ້າງໃນເດີ່ນປະຕູທາງທິດເໜືອຂອງພຣະວິຫານ ບ່ອນທີ່ມີຮູບເຄົາຣົບຂອງຄວາມຫວງແຫນ ຊຶ່ງກະທຳໃຫ້ເກີດຄວາມຫວງແຫນ.
4
ໃນທີ່ນັ້ນ ຂ້າພະເຈົ້າກໍໄດ້ເຫັນສະຫງ່າຣາສີຂອງພຣະເຈົ້າແຫ່ງຊາດອິດສະຣາເອນ ດັ່ງທີ່ຂ້າພະເຈົ້າໄດ້ເຫັນທີ່ແຄມແມ່ນໍ້າເກບາກ.
5
ພຣະເຈົ້າໄດ້ກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງແນມເບິ່ງໄປທາງທິດເໜືອ.” ຂ້າພະເຈົ້າຈຶ່ງແນມເບິ່ງ ແລະໃນທີ່ນັ້ນໃກ້ກັບແທ່ນບູຊາທີ່ຂ້າງທາງຍ່າງ ຂ້າພະເຈົ້າໄດ້ເຫັນຮູບເຄົາຣົບທີ່ເຮັດໃຫ້ພຣະເຈົ້າກິ້ວໂກດ.
6
ແລ້ວພຣະອົງກໍກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ເຈົ້າເຫັນບໍວ່າມີຫຍັງແດ່ເກີດຂຶ້ນ? ຈົ່ງເບິ່ງສິ່ງອັນໜ້າກຽດຊັງທີ່ປະຊາຊົນອິດສະຣາເອນກຳລັງເຮັດຢູ່ໃນທີ່ນີ້ ໂດຍຂັບໄລ່ເຮົາໃຫ້ໄປໄກແສນໄກຈາກບ່ອນສັກສິດຂອງເຮົາ. ເຈົ້າຈະໄດ້ເຫັນສິ່ງທີ່ໜ້າອັບອາຍຫລາຍກວ່ານີ້.”
7
ແລ້ວພຣະອົງກໍໄດ້ນຳຂ້າພະເຈົ້າໄປທີ່ທາງເຂົ້າຂ້າງນອກເດີ່ນ ແລະຊີ້ໃຫ້ຂ້າພະເຈົ້າເຫັນຮູທີ່ກຳແພງ.
8
ພຣະອົງກ່າວວ່າ, “ມະນຸດເອີຍ ເຈາະກຳແພງບ່ອນນີ້ໄປ.” ຂ້າພະເຈົ້າກໍເຈາະກຳແພງເຂົ້າໄປ ແລະໄດ້ພົບປະຕູບານໜຶ່ງ.
9
ພຣະອົງບອກຂ້າພະເຈົ້າວ່າ, “ຈົ່ງເຂົ້າໄປ ແລະເບິ່ງສິ່ງຊົ່ວຊ້າອັນໜ້າກຽດຊັງທີ່ພວກເຂົາກຳລັງເຮັດຢູ່ໃນທີ່ນັ້ນ.”
10
ສະນັ້ນ ຂ້າພະເຈົ້າຈຶ່ງເຂົ້າໄປເບິ່ງ. ກຳແພງທັງໝົດກໍເຕັມໄປແຕ່ຮູບແຕ້ມຂອງຝູງງູ ແລະສັດຕ່າງໆທີ່ເປັນມົນທິນ ແລະຮູບສິ່ງຂອງອື່ນໆອີກທີ່ຊາວອິດສະຣາເອນກຳລັງຂາບໄຫວ້ຢູ່.
11
ບັນດາຜູ້ນຳຊາວອິດສະຣາເອນເຈັດສິບຄົນກໍຢູ່ທີ່ນັ້ນ ແລະຢາອາຊານີຢາລູກຊາຍຂອງຊາຟານກໍຮ່ວມຢູ່ດ້ວຍ, ແຕ່ລະຄົນກຳລັງຖືຖາດເຜົາບູຊາເຄື່ອງຫອມທີ່ກຳລັງລຸກໄໝ້ຢູ່ ແລະຄວັນກໍກຳລັງຟົ້ງຂຶ້ນ.
12
ພຣະອົງຈຶ່ງຖາມຂ້າພະເຈົ້າວ່າ, “ມະນຸດເອີຍ ເຈົ້າເຫັນບໍ ສິ່ງທີ່ບັນດາຜູ້ນຳຂອງຊາດອິດສະຣາເອນກຳລັງເຮັດຢູ່ຢ່າງລັບລີ້ນັ້ນ? ແຕ່ລະຄົນກໍມີບ່ອນຂາບໄຫວ້ຮູບເຄົາຣົບຂອງຕົນ. ການແກ້ຕົວຂອງພວກເຂົາຄື: ‘ພຣະເຈົ້າຢາເວບໍ່ເຫັນພວກເຮົາດອກ ພຣະເຈົ້າຢາເວໄດ້ປະຖິ້ມປະເທດຂອງເຮົາສາແລ້ວ.”’
13
ແລ້ວພຣະອົງກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຈົ້າຈະໄດ້ເຫັນພວກເຂົາເຮັດໃນສິ່ງທີ່ໜ້າກຽດຊັງຫລາຍກວ່ານີ້ອີກ.”
14
ສະນັ້ນ ພຣະອົງຈຶ່ງນຳຂ້າພະເຈົ້າໄປທີ່ປະຕູທາງທິດເໜືອຂອງວິຫານຂອງພຣະເຈົ້າຢາເວ ແລະຊີ້ໃຫ້ຂ້າພະເຈົ້າເຫັນພວກຜູ້ຍິງກຳລັງຮ້ອງໄຫ້ເຖິງພະຕາມມຸດ ທີ່ໄດ້ຕາຍໄປ.
15
ຕໍ່ມາ ພຣະອົງກໍຖາມວ່າ, “ມະນຸດເອີຍ ເຈົ້າເຫັນສິ່ງນັ້ນບໍ? ເຈົ້າຈະໄດ້ເຫັນສິ່ງທີ່ໜ້າກຽດຊັງຫລາຍກວ່ານີ້ອີກ.”
16
ສະນັ້ນ ພຣະອົງຈຶ່ງນຳຂ້າພະເຈົ້າເຂົ້າໄປເດີ່ນຂ້າງໃນວິຫານຂອງພຣະເຈົ້າຢາເວ. ໃກ້ທາງເຂົ້າພຣະວິຫານຂອງພຣະເຈົ້າຢາເວ ຄືລະຫວ່າງແທ່ນບູຊາ ແລະໜ້າປະຕູໃນທີ່ນັ້ນມີພວກຜູ້ຊາຍຢູ່ປະມານຊາວຫ້າຄົນ. ພວກເຂົາໄດ້ຫັນຫລັງໃສ່ພຣະວິຫານຂອງພຣະເຈົ້າຢາເວ ແລະກຳລັງຂາບລົງໄປທາງທິດຕາເວັນອອກເພື່ອຂາບໄຫວ້ຕາເວັນທີ່ກຳລັງຂຶ້ນ.
17
ພຣະອົງໄດ້ກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ເຈົ້າເຫັນສິ່ງນັ້ນບໍ? ປະຊາຊົນຢູດາຍເຫຼົ່ານີ້ບໍ່ແມ່ນແຕ່ພໍໃຈເຮັດໃນສິ່ງທີ່ໜ້າກຽດຊັງ ແລະເຮັດໃຫ້ຄວາມຮຸນແຮງລຸກລາມໄປທົ່ວທັງປະເທດເທົ່ານັ້ນ. ເບິ່ງແມ, ພວກເຂົາຍັງຕ້ອງມາເຮັດສິ່ງເຫຼົ່ານັ້ນໃນວິຫານນີ້ ແລະຍົວະໃຫ້ເຮົາໂກດຮ້າຍຕື່ມອີກ. ເບິ່ງດຸ, ພວກເຂົາດູໝິ່ນປະໝາດເຮົາສໍ່າໃດ ທັງເຮັດໃຫ້ເຮົາຂັດເຄືອງໃຈຫລາຍທີ່ສຸດ.
18
ພວກເຂົາຈະໄດ້ຊີມຣິດແຫ່ງຄວາມໂກດຮ້າຍຂອງເຮົາ. ເຮົາຈະບໍ່ໄວ້ຊີວິດ ຫລືສະແດງຄວາມເມດຕາໃດໆຕໍ່ພວກເຂົາ. ເຖິງແມ່ນພວກເຂົາຈະຮ້ອງພາວັນນາອະທິຖານຕໍ່ເຮົາ ຈົນສຸດສຽງກໍຕາມ ແຕ່ເຮົາຈະບໍ່ຟັງພວກເຂົາ.”
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 9 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48