bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 14
Ezekiel 14
Lao Bible 2012 (ພຣະຄຳພີສັກສິ)
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 15 →
1
ຕໍ່ມາ ພວກຜູ້ປົກຄອງບາງຄົນຂອງຊາວອິດສະຣາເອນກໍໄດ້ມາປຶກສາກັບຂ້າພະເຈົ້າ ເຖິງຄວາມປະສົງຂອງອົງພຣະຜູ້ເປັນເຈົ້າ.
2
ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວກໍໄດ້ມາເຖິງຂ້າພະເຈົ້າວ່າ,
3
“ມະນຸດເອີຍ ຄົນເຫຼົ່ານີ້ໄດ້ມອບຈິດໃຈຂອງພວກເຂົາໃຫ້ແກ່ຮູບເຄົາຣົບ ແລະປ່ອຍຮູບເຄົາຣົບໃຫ້ນຳພວກເຂົາໄປສູ່ການກະທຳບາບ. ເຈົ້າຄິດວ່າເຮົາຈະຕອບພວກເຂົາບໍ?
4
ບັດນີ້ ຈົ່ງກ່າວແກ່ພວກເຂົາແລະບອກພວກເຂົາວ່າອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ວ່າ: ຊາວອິດສະຣາເອນທຸກໆຄົນທີ່ໄດ້ມອບຈິດໃຈຂອງຕົນໃຫ້ແກ່ຮູບເຄົາຣົບ ແລະປ່ອຍຮູບເຄົາຣົບໃຫ້ນຳຕົນໄປສູ່ການບາບ ແລ້ວຊໍ້າມາປຶກສາຫາລືນຳຜູ້ທຳນວາຍຜູ້ໜຶ່ງ ພວກເຂົາກໍຈະໄດ້ຮັບຄຳຕອບຈາກເຮົາ ຄືພຣະເຈົ້າຢາເວຈະຕອບຕາມທີ່ບັນດາຮູບເຄົາຣົບຂອງພວກເຂົາຄວນຈະໄດ້ຮັບ
5
ຮູບເຄົາຣົບທັງໝົດເຫຼົ່ານັ້ນໄດ້ເຮັດໃຫ້ຊາວອິດສະຣາເອນ ຫັນໜີໄປຈາກເຮົາ; ແຕ່ໂດຍຄຳຕອບຂອງເຮົານີ້ ເຮົາຫວັງວ່າຈະໄດ້ພວກເຂົາກັບຄືນມາສັດຊື່ຕໍ່ເຮົາ.
6
ເພາະສະນັ້ນ ‘ຈົ່ງບອກຊາວອິດສະຣາເອນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວຄື: ຈົ່ງກັບຄືນມາສາ ແລະປະຖິ້ມຮູບເຄົາຣົບອັນໜ້າກຽດຊັງຂອງພວກເຈົ້ານັ້ນເຖີດ.
7
ເມື່ອຊາວອິດສະຣາເອນ ຫລືຊາວຕ່າງດ້າວຄົນໜຶ່ງຄົນໃດທີ່ອາໄສຢູ່ໃນຊຸມນຸມປະຊາຊົນອິດສະຣາເອນ ຫັນໜີຈາກເຮົາໄປຂາບໄຫວ້ຮູບເຄົາຣົບ; ແລະຕໍ່ມາໄປປຶກສາຫາລືນຳຜູ້ທຳນວາຍຜູ້ໜຶ່ງ ເມື່ອນັ້ນເຮົາຄືພຣະເຈົ້າຢາເວຈະໃຫ້ຄຳຕອບຂອງເຮົາແກ່ພວກເຂົາເອງ.
8
ເຮົາຈະຕໍ່ສູ້ພວກເຂົາ. ເຮົາຈະເຮັດໃຫ້ເປັນໝາຍສຳຄັນ ແລະເປັນສຸພາສິດ. ເຮົາຈະຕັດພວກເຂົາອອກຈາກຊຸມນຸມປະຊາຊົນຂອງເຮົາ ເພື່ອພວກເຈົ້າຈະໄດ້ຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.
9
ຖ້າຜູ້ທຳນວາຍຜູ້ໜຶ່ງຫລອກລວງຄົນໜຶ່ງຄົນໃດ ໂດຍໃຫ້ຄຳຕອບຢ່າງຜິດພາດວ່າ ເປັນເພາະເຮົາຄືພຣະເຈົ້າຢາເວໄດ້ຫລອກລວງລາວ. ເຮົາຈະຢຽດມືຂອງເຮົາອອກຕໍ່ສູ້ລາວ ແລະເຮົາຈະທຳລາຍລາວອອກຈາກທ່າມກາງປະຊາຊົນອິດສະຣາເອນ.
10
ທັງຜູ້ທຳນວາຍ ແລະຜູ້ທີ່ໄປປຶກສາຫາລືນຳລາວນັ້ນ ຈະໄດ້ຮັບໂທດຢ່າງດຽວກັນ.
11
ເຮົາຈະເຮັດເຊັ່ນນີ້ເພື່ອປ້ອງກັນບໍ່ໃຫ້ຊາວອິດສະຣາເອນໜີໄປຈາກເຮົາ ແລະເປັນມົນທິນໂດຍການເຮັດບາບຂອງພວກເຂົາ. ພວກເຂົາຕ້ອງເປັນປະຊາຊົນຂອງເຮົາ ແລະເຮົາຈະເປັນພຣະເຈົ້າຂອງພວກເຂົາ.’ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.”
12
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ,
13
“ມະນຸດເອີຍ ຖ້າປະເທດໜຶ່ງເຮັດບາບ ແລະບໍ່ສັດຊື່ຕໍ່ເຮົາ ເຮົາຈະຢຽດມືອອກໄປທຳລາຍສະບຽງອາຫານຂອງປະເທດນັ້ນ. ເຮົາຈະສົ່ງການອຶດຢາກໄປຂ້າມະນຸດຕະຫລອດສັດທັງຫລາຍດ້ວຍ.
14
ເຖິງແມ່ນວ່າສາມຄົນນີ້ ຄືໂນອາ, ດາເນນ, ແລະໂຢບອາໄສຢູ່ທີ່ນັ້ນກໍຕາມ; ຄຸນງາມຄວາມດີຂອງພວກເຂົາກໍຊ່ວຍໄດ້ແຕ່ຊີວິດຂອງພວກເຂົາເອງເທົ່ານັ້ນ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
15
“ຫລືເຮົາອາດສົ່ງສັດປ່າໄປທຳລາຍປະຊາຊົນ ໂດຍກະທຳໃຫ້ດິນແດນເຕັມແຕ່ອັນຕະລາຍ ຈົນບໍ່ມີຜູ້ໃດທ່ອງທ່ຽວໄປມາໄດ້
16
ເຖິງແມ່ນວ່າສາມຄົນນີ້ໄດ້ອາໄສຢູ່ທີ່ນັ້ນກໍຕາມ; ແຕ່ເຮົາຄືອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ເຮົາມີຊີວິດຢູ່ຢ່າງແນ່ແທ້ສັນໃດ; ພວກເຂົາກໍບໍ່ສາມາດຊ່ວຍແມ່ນແຕ່ລູກຂອງພວກເຂົາໄດ້ສັນນັ້ນ. ພວກເຂົາສາມາດຊ່ວຍຊີວິດຂອງພວກເຂົາເອງໄດ້ເທົ່ານັ້ນ ແລະດິນແດນກໍຈະກາຍເປັນຖິ່ນແຫ້ງແລ້ງກັນດານ.
17
ຫລືເຮົາອາດນຳສົງຄາມມາສູ່ປະເທດນັ້ນ ທັງນຳອາວຸດອັນຮ້າຍແຮງທີ່ສຸດມາທຳລາຍຊີວິດມະນຸດ ຕະຫລອດທັງສັດທັງຫລາຍໃຫ້ພິນາດໄປໝົດ
18
ແລະເຖິງແມ່ນວ່າສາມຄົນນີ້ອາໄສຢູ່ໃນທີ່ນັ້ນກໍຕາມ, ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າເຮົາມີຊີວິດຢູ່ຢ່າງແນ່ແທ້ສັນໃດ ພວກເຂົາກໍບໍ່ສາມາດຊ່ວຍລູກຂອງພວກເຂົາເອງໄດ້ສັນນັ້ນ; ຊ່ວຍໄດ້ແຕ່ພວກເຂົາເອງເທົ່ານັ້ນ.
19
ຖ້າເຮົາສົ່ງໂຣກລະບາດມາສູ່ປະເທດນັ້ນ ແລະດ້ວຍຄວາມໂກດຮ້າຍເຮົາໄດ້ເຮັດໃຫ້ຫລາຍຊີວິດສູນເສຍ ໂດຍຂ້າມະນຸດຕະຫລອດສັດທັງຫລາຍ
20
ເຖິງແມ່ນວ່າໂນອາ, ດານີເອນ ແລະໂຢບໄດ້ອາໄສຢູ່ທີ່ນັ້ນກໍຕາມ; ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າເຮົາມີຊີວິດຢູ່ຢ່າງແນ່ແທ້ສັນໃດ ພວກເຂົາກໍບໍ່ສາມາດຊ່ວຍແມ່ນແຕ່ຊີວິດລູກຂອງພວກເຂົາເອງໄດ້ສັນນັ້ນ. ຄຸນງາມຄວາມດີຂອງພວກເຂົາຈະຊ່ວຍຊີວິດຂອງພວກເຂົາເອງເທົ່ານັ້ນໄດ້.”
21
“ເຫດວ່າອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: ເຮົາຈະສົ່ງການລົງໂທດອັນຮ້າຍແຮງທີ່ສຸດສີ່ຢ່າງມາສູ່ນະຄອນເຢຣູຊາເລັມເຊັ່ນ: ສົງຄາມ, ການອຶດຢາກ, ເຫຼົ່າສັດປ່າທັງຫລາຍ ແລະການເຈັບໄຂ້ໄດ້ປ່ວຍ ເພື່ອທຳລາຍມະນຸດກັບຝູງສັດທັງຫລາຍ.
22
ຖ້າຜູ້ໃດຜູ້ໜຶ່ງລອດຊີວິດແລະຊ່ວຍລູກຂອງຕົນໄດ້ ຈົ່ງເບິ່ງພວກເຂົາໃຫ້ດີໆ ເມື່ອພວກເຂົາມາຫາພວກເຈົ້າ. ຈົ່ງເບິ່ງວ່າພວກເຂົາຊົ່ວຮ້າຍສໍ່າໃດ ແລະຈົ່ງໝັ້ນໃຈວ່າ ການລົງໂທດທີ່ເຮົາກຳລັງນຳມາສູ່ນະຄອນເຢຣູຊາເລັມນັ້ນ ເປັນການຍຸດຕິທຳ;
23
ແລ້ວພວກເຈົ້າກໍຈະຮູ້ວ່າ ທຸກສິ່ງທີ່ເຮົາໄດ້ເຮັດນັ້ນມີເຫດຜົນດີທັງໝົດ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.”
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 15 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48