bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 42
Ezekiel 42
Lao Bible 2012 (ພຣະຄຳພີສັກສິ)
← Chapter 41
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 43 →
1
ແລ້ວຊາຍຄົນນີ້ກໍໄດ້ນຳຂ້າພະເຈົ້າເຂົ້າໄປສູ່ເດີ່ນທາງນອກ ແລະພາຂ້າພະເຈົ້າໄປທີ່ອາຄານຫລັງໜຶ່ງທາງດ້ານເໜືອຂອງພຣະວິຫານ ຊຶ່ງຢູ່ບໍ່ໄກຈາກອາຄານເບື້ອງສົ້ນສຸດ ທາງທິດຕາເວັນຕົກຂອງພຣະວິຫານພໍເທົ່າໃດ.
2
ອາຄານຫລັງນີ້ຍາວຫ້າສິບແມັດ ແລະກວ້າງຊາວຫ້າແມັດ.
3
ທາງດ້ານໜຶ່ງນັ້ນຢູ່ກົງກັບບ່ອນເປົ່າຫວ່າງຂອງພຣະວິຫານ ກວ້າງສິບແມັດ; ແລະອີກດ້ານໜຶ່ງຢູ່ຊື່ກັບພື້ນປູດ້ວຍຫີນທີ່ເດີ່ນຂ້າງນອກ. ອາຄານນີ້ມີສາມຊັ້ນ ແຕ່ລະຊັ້ນຢອງກັນຂຶ້ນ.
4
ທາງດ້ານເໜືອຂອງອາຄານຫລັງນີ້ມີທາງຍ່າງ ກວ້າງຫ້າແມັດ ແລະຍາວຫ້າສິບແມັດ ໂດຍມີທາງເຂົ້າທາງດ້ານໜຶ່ງອີກ.
5
ຫ້ອງຕ່າງໆທີ່ຢູ່ຊັ້ນເທິງຂອງອາຄານ ແຄບກວ່າຫ້ອງທີ່ຢູ່ຊັ້ນກາງ ແລະຫ້ອງທີ່ຢູ່ຊັ້ນລຸ່ມ ຍ້ອນສ້າງຢອງກັນຂຶ້ນໄປ.
6
ຫ້ອງຕ່າງໆທັງສາມຊັ້ນນັ້ນຢູ່ເທິງລະບຽງ ແລະບໍ່ມີເສົາຄໍ້າດັ່ງອາຄານຕ່າງໆຢູ່ໃນເດີ່ນ.
7
ທີ່ຊັ້ນລຸ່ມຝາຊັ້ນນອກຂອງອາຄານຍາວຊາວຫ້າແມັດ
8
ຊຶ່ງແມ່ນເຄິ່ງໜຶ່ງຂອງລວງຍາວ; ອີກຊາວຫ້າແມັດທີ່ເຫຼືອນັ້ນໄດ້ຖືກສ້າງໃຫ້ເປັນຫລາຍໆຫ້ອງ. ທີ່ຊັ້ນເທິງມີຫ້ອງຕ່າງໆ ຢູ່ຕະຫລອດລວງຍາວຂອງອາຄານ.
9
ຢູ່ລຸ່ມຫ້ອງເຫຼົ່ານີ້ ທີ່ສົ້ນສຸດທາງດ້ານຕາເວັນອອກຂອງອາຄານ ຄືບ່ອນເລີ່ມຕົ້ນຂອງກຳແພງນັ້ນ
10
ມີປະຕູໄຂອອກໄປສູ່ເດີ່ນດ້ານນອກ. ທາງດ້ານໃຕ້ຂອງພຣະວິຫານມີຕຶກຫລັງໜຶ່ງຄ້າຍຄືກັນ ຢູ່ບໍ່ໄກຈາກອາຄານທາງດ້ານຕາເວັນຕົກສຸດຂອງພຣະວິຫານ.
11
ຢູ່ຕໍ່ໜ້າຫ້ອງຕ່າງໆນັ້ນມີທາງຍ່າງເໝືອນກັນກັບທາງດ້ານເໜືອ. ມັນມີຂະໜາດເທົ່າກັນ, ມີແບບຄືກັນ ແລະທັງມີປະຕູເຂົ້າຢ່າງດຽວກັນ.
12
ມີປະຕູອັນໜຶ່ງຢູ່ທາງລຸ່ມຫ້ອງຕ່າງໆ ເທິງດ້ານໃຕ້ຂອງຕົວອາຄານ ທີ່ທາງສົ້ນສຸດຂອງດ້ານທິດຕາເວັນອອກ ບ່ອນທີ່ເລີ່ມຕົ້ນມີກຳແພງ.
13
ຊາຍຄົນນັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ອາຄານທັງສອງຫລັງນີ້ສັກສິດ. ບັນດາປະໂຣຫິດທີ່ເຂົ້າໄປຢູ່ຊ້ອງໜ້າພຣະເຈົ້າຢາເວ ກິນເຄື່ອງຖວາຍອັນສັກສິດບໍຣິສຸດຢູ່ໃນຕຶກເຫຼົ່ານັ້ນ. ເພາະຫ້ອງຕ່າງໆນັ້ນສັກສິດ ບັນດາປະໂຣຫິດຈະວາງເຄື່ອງຖວາຍອັນສັກສິດທີ່ສຸດໄວ້ໃນທີ່ນັ້ນ ເຊັ່ນ: ເຄື່ອງຖວາຍພືດຜົນເປັນເມັດກັບເຄື່ອງຖວາຍສຳລັບລຶບລ້າງບາບ ຫລືເຄື່ອງຖວາຍເພື່ອຊົດໃຊ້ແທນຄືນ.
14
ເມື່ອພວກປະໂຣຫິດທີ່ເຂົ້າມາໃນພຣະວິຫານ ແລະຢາກໄປທີ່ເດີ່ນຂ້າງນອກ; ພວກເຂົາຕ້ອງແກ້ເຄື່ອງນຸ່ງອັນສັກສິດທີ່ພວກຕົນນຸ່ງໃນຂະນະທີ່ຮັບໃຊ້ຢູ່ນັ້ນອອກໄວ້ໃນຫ້ອງເຫຼົ່ານີ້. ພວກເຂົາຕ້ອງໃສ່ເຄື່ອງອື່ນກ່ອນ ຈຶ່ງຈະອອກໄປບ່ອນທີ່ປະຊາຊົນມາເຕົ້າໂຮມກັນໄດ້.”
15
ເມື່ອຊາຍຄົນນັ້ນໄດ້ວັດແທກເນື້ອທີ່ຂ້າງໃນຂອງພຣະວິຫານແລ້ວໆ ເພິ່ນໄດ້ນຳຂ້າພະເຈົ້າຜ່ານອອກໄປທາງປະຕູດ້ານທິດຕາເວັນອອກ ແລະຕໍ່ມາໄດ້ວັດແທກເນື້ອທີ່ທາງຂ້າງນອກ.
16
ເພິ່ນໄດ້ເອົາໄມ້ແທກມາວັດແທກດ້ານຕາເວັນອອກ ແລະຮູ້ວ່າໄດ້ສອງຮ້ອຍຫ້າສິບແມັດ.
17
ແລ້ວເພິ່ນກໍໄດ້ແທກດ້ານເໜືອ, ດ້ານໃຕ້ ແລະດ້ານຕາເວັນຕົກ ແລະໄດ້ຮູ້ວ່າແຕ່ລະດ້ານເທົ່າກັນໝົດ ຄືສອງຮ້ອຍຫ້າສິບແມັດ.
20
ເພິ່ນໄດ້ແທກກຳແພງທີ່ໄດ້ອ້ອມຮອບທັງສີ່ດ້ານ. ກຳແພງນີ້ເປັນສີ່ຫລ່ຽມມົນທົນ ຂ້າງລະສອງຮ້ອຍຫ້າສິບແມັດ ແລະໄດ້ໃຊ້ສຳລັບແຍກສິ່ງບໍຣິສຸດຈາກສິ່ງທຳມະດາ.
← Chapter 41
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 43 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48