bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ezekiel 35
Ezekiel 35
Lao Bible 2012 (ພຣະຄຳພີສັກສິ)
← Chapter 34
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 36 →
1
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
2
“ມະນຸດເອີຍ ຈົ່ງປະນາມພູເຂົາເອໂດມ ແລະທຳນວາຍຕໍ່ສູ້ມັນ.
3
ຈົ່ງບອກປະຊາຊົນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວ: ພູເຂົາຕ່າງໆແຫ່ງເອໂດມເອີຍ ເຮົາເປັນສັດຕູຂອງເຈົ້າ ເຮົາຈະເຮັດໃຫ້ເຈົ້າເປັນດິນແດນເປົ່າປ່ຽວຮົກຮ້າງ.
4
ເຮົາຈະປະປ່ອຍໃຫ້ເມືອງຂອງເຈົ້າທັງຫລາຍ ກາຍເປັນດິນແດນທີ່ເພພັງແລະຮ້າງເປົ່າ ແລະດິນແດນຂອງເຈົ້າຈະງຽບເຫງົາເປົ່າປ່ຽວ ແລ້ວເຈົ້າກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.
5
ເຈົ້າເປັນສັດຕູສະເໝີມາຂອງຊາດອິດສະຣາເອນ ແລະປ່ອຍໃຫ້ປະຊາຊົນໃນຊາດນັ້ນຖືກຂ້າໃນຄາວເກີດໄພພິບັດ ຄືເວລາທີ່ພວກເຂົາໄດ້ຖືກລົງໂທດຄັ້ງສຸດທ້າຍເພາະການບາບຂອງພວກເຂົາ.
6
ເພາະສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, ເຮົາມີຊີວິດຢູ່ຢ່າງແນ່ແທ້ສັນໃດ; ຄວາມຕາຍແມ່ນຊາຕາກຳທີ່ພວກເຈົ້າປົບໜີໄປບໍ່ໄດ້ສັນນັ້ນ. ພວກເຈົ້າມີຄວາມຜິດ ໃນຖານຂ້າຄົນ ແລະການຄາດຕະກຳກໍຈະຕາມສະໜອງພວກເຈົ້າ.
7
ເຮົາຈະເຮັດໃຫ້ເນີນພູຂອງເອໂດມຮ້າງເປົ່າງຽບເຫງົາ ແລະເຮົາຈະຂ້າທຸກຄົນທີ່ທ່ອງທ່ຽວຜ່ານໄປມາທາງນັ້ນ.
8
ເຮົາຈະເຮັດໃຫ້ບັນດາພູຕ່າງໆເຕັມໄປດ້ວຍຊາກສົບ ຄືຜູ້ທີ່ຖືກຂ້າໃນສະໜາມຮົບກອງເຕັງກັນເຕັມເນີນພູຕ່າງໆແລະຮ່ອມພູ.
9
ເຮົາຈະປະໃຫ້ເຈົ້າເປົ່າປ່ຽວຕະຫລອດໄປ ແລະຈະບໍ່ມີຜູ້ໃດອາໄສຢູ່ໃນເມືອງຕ່າງໆຂອງເຈົ້າອີກ. ແລ້ວພວກເຈົ້າກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.
10
ເຈົ້າໄດ້ກ່າວວ່າຢູດາຍແລະອິດສະຣາເອນເປັນຂອງເຈົ້າ ຕະຫລອດທັງດິນແດນຂອງສອງຊົນຊາດນີ້ ແລະຍັງເວົ້າວ່າ ເຈົ້າເປັນກຳມະສິດເໜືອພວກເຂົາ; ເຖິງແມ່ນວ່າເຮົາຄືພຣະເຈົ້າຢາເວ ເປັນພຣະເຈົ້າຂອງພວກເຂົາກໍຕາມ.
11
ເພາະສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈຶ່ງກ່າວວ່າ ເຮົາຊົງພຣະຊົນຢູ່ຢ່າງແນ່ແທ້ສັນໃດ; ເຮົາຈະຕອບຄືນເຈົ້າ ຕໍ່ສິ່ງທີ່ເຈົ້າໄດ້ໂກດຮ້າຍ, ອິດສາບັງບຽດ ແລະກຽດຊັງປະຊາຊົນຂອງເຮົາສັນນັ້ນ. ພວກເຂົາຈະຮູ້ວ່າເຮົາກຳລັງລົງໂທດເຈົ້າ ກໍເພາະສິ່ງທີ່ເຈົ້າໄດ້ເຮັດຕໍ່ພວກເຂົານັ້ນ.
12
ແລ້ວເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວໄດ້ຍິນເຈົ້າເວົ້າຫຍໍ້ຫຍັນ ໃສ່ພູທັງຫລາຍຂອງຊາດອິດສະຣາເອນວ່າ ມັນຮ້າງເປົ່າທັງຕົກເປັນຂອງເຈົ້າ ເພື່ອໃຫ້ເຈົ້າທຳລາຍຖິ້ມ.
13
ເຮົາໄດ້ຍິນຄຳເວົ້າໂອ້ອວດອັນປ່າເຖື່ອນທີ່ເຈົ້າໄດ້ກ່າວຕໍ່ສູ້ເຮົາ.
14
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຮົາຈະເຮັດໃຫ້ເຈົ້າຮ້າງເປົ່າ ຈົນວ່າທົ່ວໂລກຈະຍິນດີໃນການລົ້ມລົງຂອງເຈົ້າ
15
ເໝືອນກັນກັບເຈົ້າໄດ້ຍິນດີ ເມື່ອຊາດອິດສະຣາເອນຄືກຳມະສິດຂອງເຮົາໄດ້ຖືກໄພພິບັດ. ພູຂອງເສອີຄືດິນແດນທັງໝົດຂອງເອໂດມຈະຮ້າງເປົ່າ. ແລ້ວພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”
← Chapter 34
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 36 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48